ຜູ້ປະກອບການ ທຸຣະກິຈ ໃນລາວ ຍັງບໍ່ພ້ອມ ປັບຂຶ້ນຄ່າແຮງຂັ້ນຕ່ຳ

ກຸ່ມຄົນງານລາວ ທີ່ກັບຈາກໄທຍ, ວັນທີ 7 ເດືອນ ເມສາ 2020.
ກຸ່ມຄົນງານລາວ ທີ່ກັບຈາກໄທຍ, ວັນທີ 7 ເດືອນ ເມສາ 2020. (RFA)

0:00 / 0:00

ເມື່ອທ້າຍປີ 2021 ທີ່ຜ່ານມາ ສູນກາງສະຫະພັນກັມມະບານລາວ ໄດ້ສເນີໃຫ້ຣັຖບານລາວພິຈາຣະນາປັບຂຶ້ນຄ່າແຮງງານຂັ້ນຕໍ່າຈາກ 1,100,000 ກີບ ມາເປັນ 1,500,000 ກີບ ເນື່ອງຈາກປະເທດລາວກຳລັງ ປະເຊີນກັບອັດຕຣາເງິນເຟີ້ສູງ ເຮັດໃຫ້ເງິນກີບອ່ອນຄ່າລົງ ສ່ົງຜົລໃຫ້ຄ່າຄອງຊີພແພງຂຶ້ນ ແລະກະທົບຕໍ່ຄົນງານລາວ ເປັນຈຳນວນຫຼາຍ.

ປັດຈຸບັນຂໍ້ສເນີດັ່ງກ່າວ ຍັງຢູ່ລະຫວ່າງການເຕົ້າໂຮມຄວາມຄິດເຫັນ ຈາກຜູ້ປະກອບການທຸຣະກິຈໃນລາວ ໂດຍສະມາຄົມອຸດສາຫະກັມ ຕັດຫຍິບໃນລາວເຫັນວ່າ ການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຕ້ອງປັບຂຶ້ນເທື່ອລະໜ້ອຍ ແລະຕ້ອງສົມເຫດສົມຜົລ ກັບສະພາບເສຖກິຈນຳດ້ວຍ ຫາກປັບຂຶ້ນສູງເກີນໄປ ກໍຈະກະທົບຕໍ່ພາກທຸຣະກິຈ.

ດັ່ງຕາງໜ້າສະມາຄົມ ອຸດສາຫະກັມຕັດຫຍິບລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 07 ມິຖຸນານີ້ວ່າ:

" ເນື່ອງຈາກວ່າປັບຂຶ້ນມັນກະທົບຫຼາຍໆ ກາສິແມ່ນໃນອຸດສາຫະກັມ ທີ່ມັນມີແຮງງານຫຼາຍໆ ແບບພວກຕັດຫຍິບຈັ່ງສິເນາະສິຂຶ້ນ 1,500,000 ກີບຄືຂ່າວອັນນັ້ນແທ້ ມັນກະໂດດສູງໂພດເນາະ ເຫັນດີໂຕໃນ 1,200,000 ກີບ-1,300,000 ກີບຫຼາຍກ່ວາ. "

ທ່ານໄດ້ກ່າວຕື່ມອີກວ່າ ຫຼາຍບໍຣິສັດຫຼາຍໂຮງງານກໍເຂົ້າໃຈ ສະຖານະການໃນລາວເປັນຢ່າງດີ ທີ່ຕ້ອງປະເຊີນກັບສະພາບເສຖກິຈຕົກຕໍ່າ ຄ່າຄອງຊີພແພງ ຊຶ່ງຜູ້ປະກອບການໃນລາວ ກໍໄດ້ຮັບຜົລກະທົບຢ່າງໜັກໜ່ວງເຊັ່ນດຽວກັນ ຂະນະທີ່ຝ່າຍຣັຖບານລວ ກໍບໍ່ໄດ້ມີນະໂຍບາຍຊ່ອຍເຫຼືອ ແລະອອກມາຕການກະຕຸ້ນເສຖກິຈ ໃຫ້ກັບມາຟື້ນໂຕໄດ້ເທົ່າທີ່ຄວນ.

ໂຮງງານຕັດຫຍິບອີກແຫ່ງນຶ່ງ ຂອງນັກລົງທຶນຊາວໄທຍກ່າວວ່າ ຍັງບໍ່ພ້ອມທີ່ຈະປັບຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 1,500,000 ກີບ ເພາະໂຮງງານໄດ້ຮັບຜົລກະທົບ ຈາກການຣະບາດຂອງໂຄວິດ-19 ຢ່າງໜັກໜ່ວງ ຈົນຕ້ອງປະກາດປິດຊົ່ວຄາວ ເປັນໄລຍະເວລາຫຼາຍເດືອນ ຊຶ່ງສູນເສັຽລາຍໄດ້ໄປຢ່າງມຫາສານ ແລະປັດຈບຸັນໂຮງງານ ກໍຍັງບໍ່ທັນກັບມາຟື້ນໂຕໄດ້ແບບ 100%. ຢ່າງໃດກໍຕາມຫາກຣັຖບານລາວ ພິຈາຣະນາເຫັນດີ ແລະປະກາດປັບຂຶ້ນຄ່າແຮງຂັ້ນຕໍ່າ ຢ່າງເປັນທາງການແລ້ວ ທາງໂຮງງານກໍພ້ອມທີ່ຈະນຳໄປ ປະຕິບັດຕາມຣະບຽບຂອງກົດໝາຽລາວ.

ດັ່ງເຈົ້າໜ້າທີ່ໂຮງງານຕັດຫຍິບ ແຫ່ງນຶ່ງໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 07 ມິຖຸນານີ້ວ່າ:

"ຊ່ວງໂຄວິດບໍ່ໜ້າຈະຂຶ້ນເລີຍເນາະ ກາບໍ່ເຂົ້າໃຈກາຄືທຸກຄົນ ໄດ້ຮັບຄວາມເດືອດຮ້ອນກັນໝົດຢູ່ແລ້ວ ຖ້າຣັຖບານປະກາດ ກໍຕ້ອງປັບຂຶ້ນປັບເປັນເທົ່າໃດ ກາວ່າກັນໄປ. "

ຄົນງານລາວຜູ້ນຶ່ງກ່າວວ່າ ເງິນເດືອນລ້ານປາຍກີບ ຫຼືປະມານ 100 ໂດລ້າຣ໌ສະຫະຣັຖ ຕໍ່ເດືອນແຕ່ຄ່າໃຊ້ຈ່າຍເພີ່ມຂຶ້ນ ເກືອບເທົ່າໂຕ ຍ້ອນຄ່າຄອງຊີພແພງຫຼາຍ ໂດຍຫວັງວ່າຣັຖບານລາວຈະເຫັນດີ ແລະປັບຂຶ້ນຄ່າແຮງງານຂັ້ນຕໍ່າ ເພື່ອຊ່ອຍເຫຼືອຄົນງານລາວ ໃຫ້ຫຼຸດພົ້ນຈາກຄວາມຫຍຸ້ງຍາກ ທາງເສຖກິຈໃນຄັ້ງນີ້.

ດັ່ງຄົນງານລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 07 ມິຖຸນານີ້ວ່າ:

"ກາ 1,400,000 ເຣີ່ມຕົ້ນ ຕ້ອງໄດ້ເຊົ້າຕ້ອງໄດ້ກິນແລ້ວ ກາມັນມີຄ່າໃຊ້ຈ່າຍຫຼາຍ ເພາະວ່າມັນຖືກຊ່ວງທີ່ມັນວິກິຈນີ້ເດ້ ເພາະວ່າເຫັນຂະເຈົ້າເວົ້າຢູ່ວ່າ ທາງຣັຖບານລາວສິເພີ່ມຄ່າແຮງງານ ຂອງລາວຂຶ້ນແຕ່ບໍ່ຮູ້ວ່າມື້ໃດ. "

ສ່ວນຄົນງານລາວອີກຜູ້ນຶ່ງ ກ່າວວ່ານັບແຕ່ຕົ້ນປີ 2022 ມານີ້ ເງິນເດືອນທີ່ໄດ້ຮັບປະມານລ້ານປາຍກີບ ບໍ່ພຽງພໍຕໍ່ຄ່າໃຊ້ຈ່າຍຈັກເດືອນ ຊຶ່ງຈຳເປັນຈະຕ້ອງປະຢັດທີ່ສຸດ ແລະບໍ່ອອກໄປກິນ, ໄປທ່ຽວເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍລົງ, ສ່ວນການປັບຂຶ້ນ ຄ່າແຮງງານຂັ້ນຕໍ່າ ກໍເຫັນດີຢາກໃຫ້ປັບຂຶ້ນ ແຕ່ກໍຕ້ອງເຂົ້າໃຈ ຫຼາຍໆບໍຣິສັດ, ຫຼາຍໂຮງງານ ທີ່ຍັງບໍ່ສາມາດຟື້ນໂຕຄືນມາໄດ້.

ດັ່ງພະນັກງານບໍຣິສັດ ເອກຊົນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 07 ມິຖຸນານີ້ວ່າ:

"ເອີ ! ທຸກມື້ນີ້ມັນກາ ພວກນ້ອງເຮັດວຽກນີ້ ກາຍັງຖືກຫັກເງິນອີກ ຄ່ານໍ້າ-ຄ່າໄຟ ຂຶ້ນເປັນທົບເຄິ່ງພຸ້ນນ່າ ກະສຸດໆແລ້ວ ມັນກາກະທົບທາງຫົວໜ້າ ທາງພນັກງານເຮົາແຫຼະ ຈຳເປັນກາໄດ້ທົນແລ້ວ ກາໄດ້ສູ້ໄປແບບນີ້ຫັ້ນແຫຼະ. "

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ສູນກາງສະຫະພັນກັມບານລາວ ກ່າວວ່າການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ມາເປັນ 1,500,000 ກີບ ຖືວ່າບໍ່ໄດ້ປັບຂຶ້ນຫຼາຍ ແລະຍັງໜ້ອຍຖ້າທຽບໃສ່ປະເທດເພື່ອນບ້ານ ເປັນຕົ້ນ ພະມ້າ ປະມານ 1.4-1.7 ລ້ານກີບ, ກັມພູຊາປະມານ 2.6 ລ້ານກີບ, ວຽດນາມປະມານ 2.5-2.6 ລ້ານກີບ ແລະ ໄທຍປະມານ 4-5 ລ້ານກີບຕໍ່ເດືອນ.

ສະນັ້ນແລ້ວຣັຖບານລາວ ກໍຄວນຈະປັບຂຶ້ນຄ່າແຮງງານຂັ້ນຕໍ່າ ປະມານ 1,500,000 ກີບຕໍ່ເດືອນ ເພື່ອໃຫ້ສອດຄ່ອງກັບ ສະພາບເສຖກິຈຂອງປະເທດ ແລະຊ່ອຍໃຫ້ຄົນງານລາວທຸກຄົນ ຊຶ່ງເປັນກຳລັງຂັບເຄື່ອນເສຖກິຈ ຂອງປະເທດໃຫ້ມີກຳລັງໃຈ ໃນການເຮັດວຽກ ແລະດຳເນີນຊີວິດຕໍ່ໄປ.

ດັ່ງເຈົ້າໜ້າທີ່ສູນກາງ ສະຫະພັນກັມບານລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 07 ມິຖຸນານີ້ວ່າ:

"ເພາະມັນມີການປັບປ່ຽນຫຼາຍ ຄ່າເງິນເຟີ້ເງິນຫຍັງຫັ້ນນ່າ ດຽວນີ້ນີ້ເງິນມັນຜັນຜວນ ແລະຄ່າແຮງງານຂັ້ນຕໍ່າ ເຮົາຍັງທໍ່ເກົ່າສິບໍ່ມີເງິນ ແລ້ວພວກເຮົາກາຢາກໃຫ້ຣາຍໄດ້ ທີ່ວ່າໄຄໆ ຂຶ້ນໜ້ອຍນຶ່ງ. "

ປະເທດລາວ ມີການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ໃນປະເທດຄັ້ງຫຼ້າສຸດເມື່ອປີ 2018 ທີ່ຜ່ານມາຈາກ 900,00 ກີບ ຂຶ້ນມາເປັນ 1,100,000 ກີບຕໍ່ເດືອນ ໂດຍເປັນການສເນີຂອງສູນກາງ ສະຫະພັນກັມບານລາວ.

ຂະນະທີ່ອົງການແຮງງານ ລະຫວ່າງປະເທດ ຫຼື ILO ໄດ້ຣາຍງານເມື່ອເດືອນມົກກະຣາ ປີ 2022 ຜ່ານມາ ຣະບຸວ່າຄ່າແຮງຂັ້ນຕໍ່າ ທີ່ຜ່ານການຫາລືແລະກຳນົດໄວ້ ຢ່າງເໝາະສົມຈະຊ່ອຍຕອບໂຈດ ເປົ້າໝາຽການພັທນາ ຢ່າງຍືນຍົງຕາມການຂຍາຍ ທາງເສຖກິຈ-ສັງຄົມ, ດ້ານການຈ້າງງານທີ່ມີຄຸນຄ່າ ແລະສິດທິແຮງງານ ແລະຈະຊ່ອຍໃຫ້ເກີດຄວາມສເມີພາບ ແລະເທົ່າທຽມໃນສັງຄົມຂຶ້ນ ເປັນການຫຼຸດຜ່ອນຄວາມເຫຼື່ອມລໍ້າພາຍໃນປະເທດ ແລະລະຫວ່າງປະເທດ. ແຕ່ຖ້າຫາກຄ່າແຮງຂັ້ນຕໍ່າ ບໍ່ເໝາະສົມ ຫຼືບໍ່ສອດຄ່ອງກັບສະພາບສັງຄົມ ແລະເສຖກິຈ ກໍຈະສົ່ງຜົລຕໍ່ສຸຂພາວະ ແລະຄວາມເປັນຢູ່ທີ່ດີ ຂອງຄົນງານ.