ທາງການລາວ ອະນຸຍາດໃຫ້ ຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້ເຕັມຮູບແບບ
2022.06.08

ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ອະນຸຍາດ ໃຫ້ການຂົນສົ່ງສິນຄ້າເຂົ້າ-ອອກ ພາຍໃນລາວ ແລະຕ່າງປະເທດ ໄດ້ເຕັມຮູບແບບ ໂດຍສາມາດຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ, ເຮືອ, ທາງຣົຖບັນທຸກ ແລະທາງອາກາດ ໄດ້ເປັນປົກກະຕິແລ້ວ ໂດຍບໍ່ມີເງື່ອນໄຂຫຍຸ້ງຍາກຄືແຕ່ກ່ອນ ພຽງແຕ່ໃຫ້ມີເອກກະສານເຄື່ອນຍ້າຍສິນຄ້າໃຫ້ຖືກຕ້ອງ ແລະຄົບຖ້ວນ ເພື່ອເພີ່ມຄວາມສະດວກໃນການຂົນສົ່ງໃຫ້ຫຼາຍຂຶ້ນ ໂດຍສະເພາະ ການຂົນສົ່ງສິນຄ້າລະຫວ່າງປະເທດ ກໍຈະມີຊ່ອງທາງຂົນສົ່ງຫຼາຍຂຶ້ນກວ່າເກົ່າ.
ດັ່ງເຈົ້າໜ້າທີ່ ໂຍທາທິການ ແລະຂົນສົ່ງ ໃນແຂວງຈໍາປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 8 ມິຖຸນາ ນີ້ວ່າ:
“ກະແມ່ນແຫຼະ ຕາມເງື່ອນໄຂແບບນັ້ນ ການຂົນສົ່ງຫັ້ນນ່າ ໃຫ້ມັນຄືນສູ່ປົກກະຕິຫັ້ນນ່າ ແຕ່ກ່ອນ ມັນໄດ້ແຕ່ມຸກດາຫານ ໄດ້ແຕ່ວຽງຈັນຫັ້ນນ່າ ໂຕໜອງຄາຍ ຊ່ອງເມັກນີ້ ຫາກໍວ່າງວັນທີ່ 1 ເດືອນ 6 ນີ້ ກັມປູເຈັ້ຍ ດົງກະລໍ ດ່ານວຽດນາມນີ້ ພັດມາດຽວນີ້ໄດ້ແລ້ວ.”
ທ່ານກ່າວເພີ່ມຕື່ມ ທີ່ຜ່ານມາ ການຂົນສົ່ງສິນຄ້າລະຫວ່າງປະເທດ ກໍມີຂໍ້ຈໍາກັດຫຼາຍຢ່າງ ຍ້ອນແຕ່ກ່ອນ ມີການຣະບາດຂອງເຊື້ອໂຄວິດ-19 ກໍເຮັດໃຫ້ທາງການລາວ ກໍຕ້ອງມີມາຕການເຂັ້ມງວດ ໃນການປ້ອງກັນເຊື້ອໂຄວິດ-19 ແຕ່ປັດຈຸບັນນີ້ ການຂົນສົ່ງກໍກັບມາສະດວກຂຶ້ນແລ້ວ.
ຂະນະດຽວກັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງອັດຕະປື ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ ການຂົນສົ່ງສິນຄ້າເຂົ້າ ແລະອອກ ລາວ-ວຽດນາມ ເປີດເປັນປົກກະຕິມາໄດ້ໄລຍະນຶ່ງແລ້ວ ແຕ່ວ່າສິນຄ້ານໍາເຂົ້າມາຈາກ ປະເທດວຽດນາມ ຖືວ່າໜ້ອຍລົງຫຼາຍ ຍ້ອນວ່າ ເງິນຕຣາຕ່າງປະເທດແພງ ຜູ້ປະກອບການກໍນໍາສິນຄ້າ ເຂົ້າໜ້ອຍລົງ:
“ເວົ້າເຣື່ອງຂົນສົ່ງ ເຂົ້າ-ອອກປົກກະຕິ ແຕ່ວ່າດຽວນີ້ຂົນສົ່ງ ມັນບໍ່ຢາກປົກກະຕິປານໃດແລ້ວ ອາທິດຕໍ່ຖ້ຽວ ອາທິດນຶ່ງ 2-3 ຖ້ຽວ ເພາະວ່າຊື້ສິນຄ້າເບື້ອງວຽດ ມາຂາຍເບື້ອງລາວ ມັນກະ ເງິນວຽດມັນກະທຽບເທົ່າເງິນລາວລະດຽວນີ້ ລະບົບເງິນເຟິ້ຫຼາຍ.”
ພ້ອມດຽວກັນນີ້ ຜູ້ປະກອບການນໍາເຂົ້າສິນຄ້າ ຈາກຈີນມາລາວທ່ານນຶ່ງ ໄດ້ກ່າວວ່າ ປັດຈຸບັນ ການຂົນສົ່ງສິນຄ້າ ລະຫວ່າງປະເທດທີ່ຕິດກັບລາວ ແມ່ນຂົນສົ່ງໄດ້ເປັນປົກກະຕິແລ້ວ ມີພຽງແຕ່ປະເທດຈີນ ທີ່ການຂົນສົ່ງສິນຄ້າ ເຂົ້າ-ອອກ ຍັງບໍ່ເປັນປົກກະຕິເທື່ອ ເຊິ່ງທາງການຈີນ ຈະຮັບສິນຄ້າໄປປະເທດຈີນ ທີ່ເປັນສິນຄ້າລ໊ອດໃຫຍ່ໆເທົ່ານັ້ນ ແລະທາງການຈີນ ກໍຈະມີການກວດກາທີ່ເຂັ້ມງວດ ກ່ອນທີ່ຈະນໍາສິນຄ້າເຂົ້າປະເທດ ສ່ວນການສົ່ງສິນຄ້າອອກຈາກລາວໄປຈີນ ປະເພດລ໊ອດນ້ອຍໆຜ່ານຣົຖບັນທຸກ ກໍຍັງບໍ່ສາມາດສົ່ງໄດ້ເທື່ອ ຍ້ອນທາງການຈີນ ຍັງບໍ່ເປີດປະເທດ.
“ຈີນນີ້ ມັນຈະຕິດຍ້ອນ ນະໂຍບາຍຣັຖບານຈີນ ຍັງກັກກັນຢູ່ ຂົນສົ່ງມາລາວນີ້ໄດ້ປົກກະຕິ ເຂົາຮັບທີ່ເປັນລ໊ອດໃຫຍ່ໆ ຕ່າງແຕ່ວ່າ ຂົນສົ່ງອອກໄປນອກນີ້ ຍັງບໍ່ໄດ້ເທື່ອນ່າ ຍົກໂຕຢ່າງ ເຮົາຈະສົ່ງຂອງຂວັນໃຫ້ກັບໝູ່ຄູ່ ຢູ່ທາງຈີນຈັ່ງຊີ້ເນາະ ຍົກໂຕຢ່າງ ສົ່ງກາເຟຖົງນຶ່ງກະບໍ່ໄດ້ນ່າດຽວນີ້.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ໂຍທິການ ແລະຂົນສົ່ງ ໃນແຂວງຫຼວງນໍ້າທາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ ປັດຈຸບັນນີ້ ການຂົນສົ່ງສິນຄ້າ ເຂົ້າ-ອອກ ລາວ-ຈີນ ກໍມີການຂົນສົ່ງສິນຄ້າກັນປົກກະຕິ ດ້ວຍຣົຖບັນທຸກຂົນສົ່ງສິນຄ້າ ຜ່ານດ່ານສາກົລ ບໍ່ໄດ້ຕິດສະງັກຄືແຕ່ກ່ອນແລ້ວ ເຊິ່ງກໍຖືວ່າຜ່ອນຄາຍ ເບົາບາງລົງຫຼາຍເທົ່າ ແຕ່ຄົນຂັບຣົຖບັນທຸກຂົນສົ່ງສິນຄ້າ ທີ່ຈະເຂົ້າໄປຈີນນັ້ນ ແມ່ນຍັງມີຄວາມຫຍຸ້ງຍາກ ໃນເຣື່ອງການປ່ຽນຣົຖ ປ່ຽນໂຊເຟີ້ຢູ່ ຍ້ອນວ່າທາງຈີນ ຍັງບໍ່ເປີດປະເທດ.
“ໄດ້ໆ ແຕ່ວ່າເຂົາຍັງປ່ຽນຣົຖ ປ່ຽນຫຍັງກັນຢູ່ນ່າ ຍັງຍາກຢູ່ ເພິ່ນຍັງບໍ່ໄດ້ເປີດຫັ້ນແຫຼະເນາະ ແຕ່ວ່າມັນຈະໄວຂຶ້ນກວ່າເກົ່າ ຕອນຣົຖຕິດຫັ້ນຫຼາຍເທົ່າແລ້ວ ມັນມີຣົຖໄຟແດ່ຫັ້ນນ່າ.”
ທ່ານກ່າວຕື່ມ ສໍາລັບການນໍາເຂົ້າສິນຄ້າ ຈາກຈີນເຂົ້າມາລາວ ກໍບໍ່ຫຍຸ້ງຍາກແລ້ວ ເພາະປັດຈຸບັນ ມີຣົຖໄຟລາວ-ຈີນ ກໍເຮັດໃຫ້ສະດວກແລະໄວຂຶ້ນ ເປັນຊ່່ອງທາງນຶ່ງ ໃນການຂົນສົ່ງສິນຄ້າອອກໄປຈີນ ແລະທາງການໄທຍ ກໍມີການຂົນສົ່ງສິນຄ້າ ຜ່ານຣົຖໄຟລາວ-ຈີນ ນີ້ເຊັ່ນກັນ ສ່ວນໃຫຍ່ ສິນຄ້າທີ່ສົ່ງອອກ ຈະເປັນປະເພດ ຜັກ, ໝາກໄມ້ ແລະສິນຄ້າອື່ນໆ ທີ່ມີມູນຄ່າເປັນຈໍານວນຫຼາຍຕັນ.
ສໍາລັບການຂົນສົ່ງສິນຄ້າ ລະຫວ່າງ ລາວ-ໄທຍ-ວຽດນາມ ກໍເປັນປົກກະຕິແລ້ວ ດ່ານຫຼາຍແຫ່ງກໍເປີດເພີ່ມຂຶ້ນ ມາຕການຕ່າງໆກໍຫຼຸດລົງ ພຽງແຕ່ໂຊເຟີ້ຣົຖຂົນສົ່ງສິນຄ້າ ຕ້ອງມີເອກກະສານຖືກຕ້ອງ ແລະຄົບຖ້ວນ ຕາມທີ່ປະເທດປາຍທາງຕ້ອງການ ກໍສາມາດເຂົ້າ-ອອກໄດ້ ສະດວກສະບາຍຂຶ້ນ.
ດັ່ງຄົນຂັບຣົຖຂົນສົ່ງເຄື່ອງ ທ່ານນຶ່ງ ກ່າວວ່າ:
“ຂົນຈາກອຸບົລໄປ ປາກເຊນ່າ ໄປໄດ້ປົກກະຕິ ສິນຄ້າບໍ່ໄປບໍ່ມາ ເສຖກິຈມັນກໍໄປບໍ່ລອດ ຕອນນີ້ໂຄວິດ ມັນກໍຊາແລ້ວ ຂົນສະບາຍແລ້ວ ແລະກໍມີໃບອະນຸຍາດ ເຄື່ອນຍ້າຍສິນຄ້າ ມັນກໍແຫ່ງຂົນສະບາຍ.”
ທີ່ຜ່ານມາ ໃນໄລຍະທີ່ມີການແຜ່ຣະບາດ ຂອງເຊື້ອໂຄວິດ-19 ໃນລາວ ບັນດາໂຊເຟີ້ຣົຖຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງປະເທດ ຈະບໍ່ສາມາດເຂົ້າອອກໄດ້ປົກກະຕິ ຕ້ອງໄດ້ປ່ຽນໂຊເຟີ້ຣົຖ ຮວມເຖິງມີເງື່ອນໄຂອື່ນໆອີກຫຼາຍຢ່າງນໍາອີກ ເພື່ອຄວາມປອດພັຍໃນການປ້ອງກັນ ເຊື້ອໂຄວິດ-19 ແຕ່ປັດຈຸບັນນີ້ ສາມາດສົ່ງສິນຄ້າເຂົ້າ-ອອກ ໄດ້ປົກກະຕິແລ້ວ.
ສໍາລັບການແຈ້ງການ ກ່ຽວກັບກັບມາຕການຜ່ອນຜັນ ການຂົນສົ່ງສິນຄ້າ ເຂົ້າ-ອອກ ໃນ ສປປ ລາວ ຂອງກະຊວງໂຍທາທິການ ແລະຂົນສົ່ງ ລົງວັນທີ່ 15 ພຶສພາ 2022 ເລຂທີ່ 260/ຍທຂ ວ່າ ອະນຸຍາດໃຫ້ດໍາເນີນການ ຂົນສົ່ງໂດຍສານສິນຄ້າ ຜ່ານທາງຣົຖໄຟ, ທາງອາກາດ, ທາງນໍ້າ ແລະທາງບົກ ໄດ້ເປັນປົກກະຕິແລ້ວ ທັງພາຍໃນປະເທດ ແລະຕ່າງປະເທດ ໂດຍສະເພາະຕ່າງປະເທດ ຕ້ອງໄດ້ເຮັດສັນຍາທັງສອງຝ່າຍ ລະຫວ່າງ ສປປ ລາວ ກັບ ຄູ່ພາຄື ແລະການຂົນສົ່ງສິນຄ້າ ລະຫວ່າງປະເທດ ຜ່ານແດນ ໃຫ້ປະຕິບັດຕາມປະເທດປາຍທາງ.