ເສັ້ນທາງ 13 ເໜືອ ເຂດເມືອງກາສີ ຍັງເປ່ເພໜັກຫຼາຍ ຍາກຕໍ່ການເດີນທາງ

ສຸພັດຕາ
2023.06.08
ເສັ້ນທາງ 13 ເໜືອ ເຂດເມືອງກາສີ ຍັງເປ່ເພໜັກຫຼາຍ ຍາກຕໍ່ການເດີນທາງ ເສັ້ນທາງເລຂທີ 13 ເໜືອ, ເດືອນມົກກະຣາ 2023.
ນັກຂ່າວ ພົລເມືອງ

ປັດຈຸບັນ ສະພາບເສັ້ນທາງ ເລຂທີ 13 ເໜືອ ຢູ່ເຂດບ້ານຫິນໂຫງ່ນ ເມືອງກາສີ ແຂວງວຽງຈັນ ມີສະພາບເປັນຂຸມເລິກ ແລະເປ່ເພໜັກ ແລະໄລຍະນີ້ ກໍເປັນຣະດູຝົນນໍາດ້ວຍ ເຮັດໃຫ້ຣົຖທີ່ສັນຈອນໄປ-ມາ ມີຄວາມຍາກລໍາບາກ ມີສະພາບຣົຖຕິດໜັກ ຫຼາຍຊົ່ວໂມງ ກວ່າຈະໄປເຖິງເສັ້ນທາງເມືອງພູຄູນ ແຂວງຫຼວງພຣະບາງ.

ໂດຍສະເພາະຣົຖບັນທຸກ ຂົນສົ່ງສິນຄ້າ ທີ່ຕ້ອງໄດ້ໃຊ້ເສັ້ນທາງດັ່ງກ່າວນີ້ ຂົນສົ່ງສິນຄ້າຕ່າງໆຂຶ້ນໄປທາງພາກເໜືອ ເພາະເສັ້ນທາງພູເກົ້າຫຼັກ ຢູ່ເມືອງນານ ແຂວງຫຼວງພຣະບາງ ເຈົ້າໜ້າທີ່ ຍັງບໍ່ອະນຸຍາດໃຫ້ຣົຖບັນທຸກ ໃຊ້ເສັ້ນທາງນັ້ນ ເນື່ອງຈາກວ່າ ຍັງຢູ່ລະຫວ່າງການສ້ອມແປງເສັ້ນທາງ ເຊິ່ງຫຼາຍຄົນ ຈຶ່ງຈໍາເປັນຕ້ອງໄດ້ພາກັນໃຊ້ເສັ້ນທາງ ເມືອງກາສີແທນ ແລະ ຫຼາຍຄົນ ກໍຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງລົງມາສ້ອມແປງທາງ ແກ້ໄຂໃຫ້ສາມາດສັນຈອນ ໄປ-ມາ ໄດ້ສະດວກຂຶ້ນ.

ດັ່ງຄົນຂັບຣົຖຂົນສົ່ງສິນຄ້າ ໄປທາງພາກເໜືອ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 8 ມິຖຸນາ ນີ້ວ່າ:

“ໄປໄດ້ຢູ່ ມັນກະຢາກຍາກໜ້ອຍນຶ່ງແຫຼະ ມັນທາງພັງໝົດແລ້ວນ່າ ມັນເປັນຂຸມ ເປັນບວກຫຼາຍ ຣົຖລາກທຽວຫຼາຍ ຄືບໍ່ເຫັນເຂົາເຈົ້າສ້ອມແປງເລີຍນ່າ ມັນຕັ້ງແຕ່ກາສີ ຈົນວ່າຮອດເມືອງຊຽງເງິນ ພຸ້ນແຫຼະ ເສັ້ນນັ້ນຢາກພັງຫຼາຍແລ້ວນ່າທາງ ຍາມຝົນມັນຣົຖຄາຕລອດ 10 ປາຍກວ່າຊົ່ວໂມງພຸ້ນແຫຼະ ກວ່າຈະຮອດ ຢາກໃຫ້ເຈົ້າໜ້າທີ່ ພວກກ່ຽວຂ້ອງ ລົງໄປແກ້ໄຂແດ່ແລ້ວແຫຼະ.”

ຂະນະທີ່ ຜູ້ໃຊ້ເສັ້ນທາງ ເມືອງກາສີ ອີກທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ຣົຖຍັງຕິດໜັກຢູ່ ຍ້ອນເສັ້ນທາງເປ່ເພໜັກ ເຮັດໃຫ້ການເດີນທາງໄປຍາກລໍາບາກ ກວ່າຈະຫຼຸດພົ້ນອອກໄປເມືອງພູຄູນ ແຂວງຫຼວງພຣະບາງ ກໍຫຼາຍຊົ່ວໂມງ ສ່ວນເຈົ້າໜ້າທີ່ ກໍບໍ່ເຫັນລົງມາແກ້ໄຂ ບັນຫາເສັ້ນທາງນີ້ໃຫ້ດີເທື່ອ ທີ່ຜ່ານມາ ຫຼາຍຄົນກໍສົ່ງເຣື່ອງໄປແລ້ວ ກໍມິດງຽບ.

“ທາງຍາກຫຼາຍ ແຖວກາສີ ແລ້ວຂຶ້ນພູຄູນ ຈຸດນີ້ນ່າ ລະດັບ 60 ກິໂລນີ້ ລໍາບາກຫຼາຍ ໄປບໍ່ສະດວກດອກ ທາງມັນເລິກຫຼາຍ ຣົຖນ້ອຍນີ້ ໄປບໍ່ໄດ້ເລີຍ ຣົຖເຮົາມັນເປັນ 6 ລໍ້ເນາະ ໃສ່ເຄື່ອງໄປ 10 ໂຕ່ນ ເກືອບປີ້ນ ຮາວຣົຖເຮົາຫັກໝົດເລີຍເດ້ ຕິດຢູ່ເດີ້ ຍັງໄປບໍ່ໄດ້ ໄປລໍາບາກຫຼາຍ ເຂົາເຈົ້າກໍໄດ້ແຕ່ເທື່ອຊິຣອດ ເຂົາເຈົ້າກໍຊ່ວຍກັນເອງ ຫຼາຍຄົນແລ້ວ ກໍຮ້ອງຂໍພາກສ່ວນກ່ຽວຂ້ອງ ກໍບໍ່ໄດ້ມີໃຜ ລົງມາເບິ່ງຫັ້ນນ່າ.”

ຂະນະດຽວກັນ ຄົນທີ່ໃຊ້ເສັ້ນທາງ ເມືອງກາສີ ອີກທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ເສັ້ນທາງຕັ້ງແຕ່ເມືອງກາສີ ຂຶ້ນໄປຍັງເມືອງພູຄູນ ຍັງມີຄວາມຫຍຸ້ງຍາກລໍາບາກຫຼາຍ ເປ່ເພໜັກ ເປັນຂຸມເປັນບວກ ຣົຖແລ່ນໄປຍາກ ຫຼາຍຄົນກໍມີການແຈ້ງໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແລ້ວ ທີ່ຜ່ານມາ ກໍບໍ່ເຫັນແປງທາງໃຫ້ດີຂຶ້ນເທື່ອ.

“ທາງຍັງຍາກຄືເກົ່າແຫຼະ ມັນກໍຕິດທຸກມື້ຫັ້ນແຫຼະ ມັນທາງບໍ່ດີນ່າ ຄືຊ່ວງຝົນອີກ ທາງຍາກຕລອດເລີຍນ່າ ທາງນີ້ໄປນ່າ ຮອດພູຄູນ ກາຍພູຄູນກະຍາກອີກ ມັນເປັນທາງຂຸມເປັນບໍ່ ເລິກໆນີ້ແຫຼະ ສ່ວນຫຼາຍ ມັນຈະເປັນຣົຖແກ່ແຮ່ຫຼາຍນ່າ ປະຊາຊົນເວົ້າ ເຂົາກະບໍ່ສົນດອກ ແມ່ນໃຜປະທ້ວງ ກໍຈັບຜູ້ນັ້ນໂລດແຫຼະ ຢູ່ລາວນ່າ.”

ດ້ານເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງກາສີ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ ໄດ້ຮັບຮູ້ເຖິງບັນຫາດັ່ງກ່າວແລ້ວ ປັດຈຸບັນ ກໍກໍາລັງແກ້ໄຂເສັ້ນທາງໃນເບື້ອງຕົ້ນແລ້ວ ໂດຍຊ່ອຍລະບາຍຣົຖບໍ່ໃຫ້ຕິດໜັກ ແລະກໍຈະມີການເອົາດິນໄປຖົມ ບ່ອນທີ່ເປັນຂຸມກ່ອນ ແຕ່ສະພາບດັ່ງກ່າວ ກໍຍັງພົບບັນຫາຫຍຸ້ງຍາກຢູ່ ຣົຖຍັງຕິດຄ້າງຢູ່ຈໍານວນນຶ່ງ ເນື່ອງຈາກ ຢູ່ລະຫວ່າງ ການແກ້ໄຂສະພາບໜ້າທາງ ແລະເປັນໄລຍະຣະດູຝົນນໍາດ້ວຍ:

“ສະພາບປັດຈຸບັນນີ້ ເຮົາຍັງແກ້ໄຂໜ້າທາງ ເພື່ອໃຫ້ຣົຖທຽວໄດ້ສະດວກຫັ້ນແຫຼະ ຣົຖຕິດມາແຕ່ມື້ວານນີ້ ເຮົາກໍເລີຍເລັ່ງແກ້ໄຂ ລະບາຍຣົຖ ແຕ່ວ່າ ພົບຄວາມຫຍຸ້ງຍາກໜ້ອຍນຶ່ງ ເພາະວ່າຖືກຊ່ວງຣະດູຝົນແລ້ວ ຍັງແກ້ບໍ່ໄດ້ 100% ເທື່ອ ມີຣົຖຈໍານວນນຶ່ງ ທີ່ວ່າຍັງຄ້າງຢູ່ຫ້ນ ເນື່ອງຈາກວ່າ ເອົາຢູ່ໃນຊ່ວງສ້ອມແປງໜ້າທາງຫັ້ນ.”

ທ່ານກ່າວຕື່ມວ່າ ສາເຫດທີ່ເສັ້ນທາງດັ່ງກ່າວຣົຖຕິດ ແລະສະພາບເປັນຂຸມ ເປັນບວກຫຼາຍນີ້ ຍ້ອນວ່າ ມີແຕ່ຣົຖບັນທຸກແລ່ນຫຼາຍ ແລະມັກບັນທຸກເຄື່ອງເກີນນໍ້າໜັກ ທີ່ກະຊວງໂຍທາທິການ ແລະຂົນສົ່ງກໍານົດໄວ້ ວ່າ ສໍາລັບຣົຖບັນທຸກສິນຄ້າ ບໍ່ໃຫ້ບັນທຸກເກີນ 9.1 ຕັ່ນ ຕໍ່ 1 ເພົາ ເຊິ່ງທາງຂັ້ນເທິງ ກໍມີການແຈ້ງການແລ້ວ ແຕ່ຫຼາຍຄົນ ກໍມັກບັນທຸກນໍ້າໜັກເກີນກໍານົດ ແລະທາງເຈົ້າໜ້າທີ່ ກໍບໍ່ສາມາດຕັ້ງດ່ານກວດກາຣົຖບັນທຸກ ທີ່ບັນທຸກເຄື່ອງເກີນນໍ້າໜັກນັ້ນໄດ້ ຍ້ອນວ່າ ຕ້ອງລໍຖ້າໜັງສືຈາກທາງຂັ້ນເທິງເທົ່ານັ້ນ ເຊິ່ງບໍ່ຮູ້ວ່າ ທາງຂັ້ນເທິງ ຈະມີມາຕການແກ້ໄຂແນວໃດ ເນື່ອງຈາກເສັ້ນທາງນີ້ ຂຶ້ນກັບກົມຂົວທາງ ກະຊວງໂຍທາທິການ ແລະຂົນສົ່ງ ເພາະຖ້າຫາກທາງຂັ້ນເທິງ ບໍ່ມີໜັງສືໃຫ້ຕັ້ງດ່ານກວດກາ ກໍບໍ່ສາມາດຕັ້ງດ່ານໄດ້.

“ການບັນທຸກ ຂອງຣົຖບັນທຸກຫັ້ນ  ບັນທຸກເກີນເນາະ ເກີນນໍ້າໜັກ ທີ່ວ່າ ກະຊວງໂຍທາເຮົາກໍານົດໄວ້ ໃຫ້ 9.1 ຕັ່ນ ຕໍ່ເພົາ ເຮົາບໍ່ມີຈຸດທີ່ວ່າ ເຮົາຈະຕັ້ງຈຸດກວດຈຸດຫຍັງ ດຽວນີ້ ຂັ້ນຕອນໂຕນີ້ ເຮົາຍັງບໍ່ໄດ້ປະຕິບັດເທື່ອຫັ້ນນ່າ ເຮົາຈະເຮັດໂດຍພະຣະການບໍ່ໄດ້ ມັນກໍຕ້ອງມີຄໍາສັ່ງ ຈາກຂັ້ນເທິງ ຂອງຂັ້ນເທິງ ຫຼືຂັ້ນກະຊວງ ວ່າເພິ່ນຊິແກ້ໄຂແນວໃດ.”

ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນເມືອງ ທ່ານດັ່ງກ່າວ ຍັງກ່າວມ້ວນທ້າຍວ່າ ໄລຍະນີ້ ກໍຈະແກ້ໄຂສະເພາະໜ້າໄປກ່ອນ ເພື່ອໃຫ້ເສັ້ນທາງດັ່ງກ່າວ ສາມາດແລ່ນໄດ້ສະດວກ ແຕ່ເມື່ອເຂົ້າສູ່ຣະດູແລ້ງ ກໍຈະມີການສ້ອມແປງທາງເສັ້ນດັ່ງກ່າວຄືນ ອາຈມີການປູຢາງໃໝ່ ເພາະຖ້າເຮັດໃນຣະດູຝົນ ຈະບໍ່ສາມາດເຮັດໄດ້.

ສ່ວນເສັ້ນທາງພູເກົ້າຫຼັກ ເມືອງນານ ແຂວງຫຼວງພຣະບາງ ກໍຢູ່ລະຫວ່າງສ້ອມແປງເຊັ່ນກັນ ຣົຖບັນທຸກຂນາດນ້ອຍ 6 ລໍ້ ສາມາດແລ່ນຜ່ານເສັ້ນທາງນີ້ໄດ້ ແຕ່ຣົຖບັນທຸກຂນາດໃຫຍ່ ບໍ່ສາມາດແລ່ນຜ່ານໄດ້.

ຫຼ້າສຸດນີ້ ໃນວັນທີ 7 ມິຖຸນາ 2023 ເສັ້ນທາງເມືອງກາສີ ແຂວງວຽງຈັນ-ເມືອງນານ ແຂວງຫຼວງພຣະບາງ ເຈົ້າໜ້າທີ່ ຈະມີການຂຶ້ນຕັດພູ ຈຸດດິນເຈື່ອນ ຈຶ່ງໄດ້ມີການແຈ້ງປິດ-ເປີດ ເສັ້ນທາງດັ່ງກ່າວ ດັ່ງນີ້:

  • ເວລາປິດ 8.00 ໂມງ (ເຊົ້າ) - 12.00 ໂມງ (ກາງເວັນ) ແລະ 13.00 -17.00 ໂມງ,
  • ເວລາເປີດ 12.00 ໂມງ (ກາງເວັນ) -13.00 ໂມງ ແລະ 17.00 ໂມງ - 8.00ໂມງ (ເຊົ້າ)

ເຊິ່ງໄລຍະນີ້ ເປັນຕົ້ນໄປ ການສັນຈອນ ຈະບໍ່ສະດວກ ຈົນກວ່າຈະສໍາເຣັດ ການສ້ອມແປງດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.