ຖນົນເມືອງເງິນ-ເມືອງຊຽງຮອນ ຍັງ ລໍາບາກ
2016.04.14
ປະຊາຊົນ ແຂວງ ໄຊຍະບຸຣີ ປະສົບກັບ ຄວາມຫຍຸ້ງຍາກ ໃນການ ເດີນທາງ ຣະຫວ່າງ ເມືອງເງິນ ຫາ ເມືອງຊຽງຮອນ ເພາະຖນົນ ຍັງເປ່ເພ ແລະ ເປັນທາງ ດິນແດງ ຢູ່ຄືເກົ່າ ບໍ່ປູຢາງ ຈັກເທື່ອ. ດັ່ງ ຊາວເມືອງ ໄຊຍະບຸຣີ ຜູ້ນຶ່ງ ເວົ້າກັບ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 10 ເມສາ ນີ້ວ່າ:
“ທາງຈາກ ເມືອງເງິນ ໄປຫາ ເມືອງຊຽງຮອນ ມີຄວາມຍາວ ປະມານ 65 ຫລັກ (ກິໂລແມັດ) ຫາກໍລົງມື ສ້າງ ແຕ່ວ່າ ຊ້ວງນີ້ ຂີ້ຝຸ່ນ ມັນກໍຫຫຼາຍ ເພາະວ່າ ມາກວດ ກະເປັນທາງ ດິນແດງ ປະໄວ້ ມາກວດ ກະເປັນທາງ ດິນແດງ ຄືເກົ່າ ແຕ່ວ່າ ເວລາ ຝົນຕົກ ກະມີແຕ່ ຂີ້ຕົມ, ຣະດູແລ້ງ ກະມີແຕ່ ຂີ້ຝຸ່ນ ເພາະສະນັ້ນ ຂ່າວວ່າ ຊິມາປູຢາງ ຫັ້ນນ່າ ແຕ່ວ່າບໍ່ມາ ປູຈັກເທື່ອ ເນາະ ກະບໍ່ຮູ້ວ່າ ມັນ ເປັນແນວໃດ ແຕ່ວ່າຂ່າວ ປູຢາງນີ້ ມີມາຕລອດ.”
ຣັຖບານ ລາວ ຕົກລົງ ໃຫ້ທາງການ ແຂວງ ໄຊຍະບຸຣີ ໃຊ້ ເງິນຈຳນວນ 20 ລ້ານ ໂດລາ ສະຫະຣັດ ທີ່ ໄດ້ມາຈາກ ການເກັບພາສີ ອາກອນ ຈາກໂຮງງານ ໄຟຟ້າ ຫົງສາ ລິກໄນ ໄປສ້າງຖນົນ ຣະຫວ່າງ ເມືອງເງິນ ແລະ ເມືອງຊຽງຮອນ ແຕ່ເດືອນ ສິງຫາ ປີກາຍ; ແຕ່ຈົນເຖິງ ປັດຈຸບັນ ກໍຍັງບໍ ລົງມືສ້າງ ຈັກເທື່ອ.
ເຈົ້າແຂວງ ໄຊຍະບຸຣີ ກໍມີແຜນ ວ່າຈະສ້າງ ຫລື ຢ່າງນ້ອຍ ກໍສ້ອມແປງ ຖນົນສາຍນັ້ນ ແລະໄດ້ແຈ້ງ ແຜນການ ໄປຫາ ກະຊວງ ແຜນການ ແລະ ການລົງທຶນ ແລ້ວ ວ່າແຂວງ ໄຊຍະບຸຣີ ຈະ ຮັບຜິດຊອບ ການກໍ່ສ້າງ ເສັ້ນທາງນັ້ນ ດ້ວຍ ຕົນເອງ ໂດຍຈະໃຊ້ ເງິນ ທີ່ໄດ້ມາຈາກ ໂຮງງານ ຫົງສາ ລິກໄນ ນັ້ນ.
ເປັນທີ່ຮູ້ ກັນດີວ່າ ບໍຣິສັດ ທີ່ໄດ້ ສັມປະທານ ການສ້າງ ຖນົນເສັ້ນນີ້ ແມ່ນ ບໍຣິສັດ DM ກໍ່ສ້າງ ຈຳກັດ ຊຶ່ງມີ ຄວາມສຳພັນ ໃກ້ຊິດ ກັບ ຄອບຄົວ ການນຳ ຂັ້ນຄນະ ກົມການເມືອງ ທ່ານນຶ່ງ. ອີງຕາມ ການບອກເລົ່າ ຂອງ ບຸກຄົນ ນຶ່ງ ທີ່ໃກ້ຊິດ ກັບຄອບຄົວ ດັ່ງກ່າວ.