ບ້ານດົງໂພສີ ຄອບຄົວ ຊາວນາ ໄດ້ ຄວາມເປັນທັມ
2019.07.09

ເຈົ້າໜ້າທີ່ ຫ້ອງການຊັບສິນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ກໍາລັງຮຽກຮ້ອງ ຄວາມເປັນທັມ ໃຫ້ຄອບຄົວ ຊາວນາຢູ່ບ້ານ ດົງໂພສີ ທີ່ຖືກພະນັກງານຣັຖ ແລະຄົນພາຍນອກ ເຂົ້າບຸກລຸກທີ່ດິນ 3 ເຮັກຕາ ໃນປີ 2017 ເພື່ອເອົາໄປແບ່ງຂາຍ. ປັດຈຸບັນ ເຈົ້າໜ້າທີ່ ພາກສ່ວນ ກ່ຽວຂ້ອງ ໄດ້ສົ່ງຣາຍຊື່ ຜູ້ບຸກລຸກດິນ ທັງໝົດໃຫ້ເຈົ້າເມືອງ ຫາດຊາຍຟອງ ແລະ ເຈົ້າຄອງນະຄອນຫລວງ ວຽງຈັນແລ້ວ, ອິງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຜແນກຊັບສິນ ເມືອງ ຫາດຊາຍຟອງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ກໍຣະກະດານີ້:
"ມັນມີທະຫານແລ້ວກໍ ປະຊາຊົນຫລາຍຫັ້ນແຫລະ ເຂົ້າໄປເອົາດິນເຮົາຫັ້ນນະ ໄທເຮົາກໍຣາຍງານ ຕໍ່ເຈົ້າເມືອງແລ້ວ ບຸກຄົນຊື່ນັ້ນຊື່ນີ້ໄປ ບຸກລຸກດິນເຮົາ ໄດ້ລົງໄປຖາມຣາຍຊື່ ມາມີຜູ້ນັ້ນຜູ້ນີ້ ຊື່ນັ້ນຊື່ນີ້ ເຮັດວຽກຢູ່ມ໊ອງນັ້ນມ໊ອງນີ້ ເຮົາໄດ້ລົງໄປເຮັດ ບົດບັນທຶກແລ້ວ ຍັງແຕ່ລໍ ທິດຊີ້ນໍາ ຈາກຂັ້ນເທິງຢູ່ ຂັ້ນນະຄອນຫລວງ ພຸ້ນແຫລະ."
ທ່ານກ່າວອີກວ່າ ຕອນນີ້ທາງພາກສ່ວນກ່ຽວຂ້ອງ ກໍຢາກຮຽກຮ້ອງ ເພື່ອຄວາມເປັນທັມ ເອົາດິນຕອນດັ່ງກ່າວ ຄືນໃຫ້ຊາວບ້ານ ຍ້ອນ ເປັນຄອບຄົວ ທຸກຍາກ ແລະ ໄດ້ນໍາໃຊ້ທີີ່ດິນຕອນນີ້ ທໍາການຜລິດ ມາແຕ່ກ່ອນປີ 1980 ໂດຍໄດ້ ເສັຽພາສີນໍາໃຊ້ ທີ່ດິນໃຫ້ຣັຖມາຕລອດ. ແຕ່ກໍຕ້ອງໄດ້ລໍຖ້າຄໍາຕອບ ຈາກ ເຈົ້າຄອງນະຄອນຫລວງ ກ່ອນວ່າເພິ່ນຈະຕອບແນວໃດ ເນື່ອງຈາກວ່າ ດິນຕອນດັ່ງກ່າວ ເປັນດິນຂອງ ປ່າສງວນແຫ່ງຊາດ ແລະ ໃນອະນາຄົດ ຈະຖືກໂຄງການ ຂອງຣັຖ ນໍາດ້ວຍ.
ການທີ່ມີພາກສ່ວນ ລົງມາຊ່ອຍເຫລືອນີ້ ຊາວບ້ານນີ້ ກໍດີໃຈຫລາຍ ແລະ ເລີ່ມມີຄວາມຫວັງ ເນື່ອງຈາກທີ່ຜ່ານມາ ໄດ້ ຮຽກຮ້ອງໄປຍັງ ຫລາຍພາກສ່ວນແລ້ວ ແຕ່ບໍ່ມີພາກສ່ວນໃດ ລົງມາຊ່ວຍເຫລືອ:
"ໄປຫາເພິ່ນຫລາຍເທື່ອແລ້ວ ໂທຫາສາຍດ່ວນກໍວ່າດ໊ຽວ ສິເບິ່ງໃຫ້ກໍແລ້ວຄືເກົ່າ ບໍ່ເຫັນມີລົງມາກວດກາຈັກຄົນ ສະພາກໍໄປຍື່ນແລ້ວ ໄປໝົດທຸກບ່ອນແລ້ວນະ ບໍ່ຮູ້ຈັກວ່າສິໄປທາງໃດແລ້ວ."
ຊາວນາຄອບຄົວນີ້ ຫລັງຖືກບຸກລຸກທີ່ດິນ 3 ເຮັກຕາຣ໌ ແລ້ວ ກໍຍັງເຫລືອໄວ້ ໃຫ້ແຕ່ 2 ໄລ່ ຊຶ່ງ ປັດຈຸບັນເຂົາເຈົ້າ ເດືອດຮ້ອນຫລາຍ ຍ້ອນບໍ່ມີ ທີ່ດິນທໍາການຜລິດ. ເງິນທີ່ເຄີຍມີກໍໝົດໄປ ກັບການລົງທຶນ ປູກພືດພັນໃນທີ່ດິນ ທີ່ຖືກບຸກລຸກໄປເມື່ອປີ 2017 ນັ້ນແລ້ວ.
ຕາມຄໍາເວົ້າຂອງອໍານາດການປົກຄອງ ບ້ານດົງໂພສີ ທີ່ດິນ 3 ເຮັກຕາຣ໌ ທີ່ຖືກບຸກລຸກໂດຍທະຫານ ຄ້າຍສີສັດຕະນາກ ແລະປັດຈຸບັນ ໃນທີ່ດິນຕອນ ດັ່ງກ່າວ ຈໍານວນນຶ່ງໄດ້ສ້າງເຮືອນໃສ່ແລ້ວ ແລະອີກຈໍານວນນຶ່ງຜູ້ບຸກລຸກ ຍັງຖາງເພື່ອຕຽມ ປຸກເຮືອນໃສ່.