ເມືອງສິງສັ່ງປິດຮ້ານບັນເທີງ ກິນດື່ມ
2019.06.20
ຫ້ອງການປົກຄອງເມືອງສິງແຂວງຫຼວງນໍ້າທາ ສັ່ງໃຫ້ຮ້ານບັນເທີງ ຮ້ານຄາຣາໂອເກະ ແລະຮ້ານກິນດື່ມທຸກແຫ່ງໃນເມືອງສິງ ປິດບໍຣິການ ຊົ່ວຄາວ ໃນຣະຍະທີ່ນັກຮຽນສອບເສັງຈົບຊັ້ນ ມ.4 ແລະ ມ.7 ໃນຣະຫວ່າງຕອນແລງ ຂອງວັນທີ 21 – 22 ແລະ ຕອນແລງວັນທີີ 28 – 29 ເດືອນ ມິຖຸນາ ນີ້, ພາຍຫຼັງໄດ້ຮັບການຮ້ອງຂໍ ຈາກໂຮງຮຽນມັທຍົມ ເມືອງສິງ, ເພື່ອບໍ່ໃຫ້ນັກຮຽນເຂົ້າໄປ ຊຸມແຊວຕາມຮ້ານ ດັ່ງກ່າວຫຼັງຈາກອອກຈາກຫ້ອງສອບເສັງ, ດັ່ງນາຍຄຣູທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມິຖຸນາ ນີ້ວ່າ:
“ພວກເຮົາໄດ້ສເນີໃຫ້ທາງເມືອງເພິ່ນ ອອກແຈ້ງການ ໃຫ້ປິດຮ້ານບັນເທີງ ຊ່ວງຣະຍະການສອບເສັງ ມ.4 ກັບ ມ.7 ພວກເຮົາໄດ້ຖອດຖອນ ບົດຮຽນ ກັນມາຫຼາຍປີ ເນື່ອງຈາກວ່າ ຈາກການສອບເສັງຈົບຊັ້ນ ຫຼັງຈາກທີ່ວ່າສອບເສັງແລ້ວ ນັກຮຽນພວກເຮົາແມ່ນດື່ມເພື່ອສເລີມສລອງ ຜົນສໍາເຣັດຫັ່ນນະ ເສັງຍັງບໍ່ທັນຮູ້ວ່າມັນຊິແລ້ວ ວ່າຊິໄດ້ຫຼືບໍ່ໄດ້.”
ນາຍຄຣູທ່ານນີ້ກ່າວຕື່ມວ່າ ຫຼັງຈາກອອກແຈ້ງການດັ່ງກ່າວແລ້ວ ຫາກພົບວ່າມີຮ້ານບັນເທີງ ຫຼືຮ້ານກິນດື່ມໃດເປີດໃຫ້ບໍຣິການໃນວັນດັ່ງກ່າວ ກໍຈະແຈ້ງໃຫ້ອໍານາດການປົກຄອງເມືອງສິງ ລົງໄປຕິດຕາມ ແກ້ໄຂ ພ້ອມດຽວກັນນັ້ນ ກໍໄດ້ແຕ່ງຕັ້ງ ຄນະກັມມະການ ສະເພາະກິຈ ລົງໄປ ກວດກາຕາມຮ້ານຕ່າງໆ ຢ່າງເຂັ້ມງວດຫາກພົບວ່າ ນັກຮຽນຄົນໃດຫາກຝ່າຝືນກົດຣະບຽບ ກໍຈະມີການສອບສວນວິນັຍ ແລະ ອາດຖືກໂທດ ບໍ່ໃຫ້ເສັງຜ່ານ.
ຫ້ອງວ່າການປົກຄອງເມືອງສິງ ໄດ້ອອກແຈ້ງການ ກ່ຽວກັບການສັ່ງປິດຮ້ານບັນເທີງ ແລະ ຮ້ານກິນດື່ມຊົ່ວຄາວ ຊຶ່ງໃນແຈ້ງການນັ້ນຣະບຸ ວ່າຫາກຮ້ານໃດຝ່າຝືນ ເປີດໃຫ້ບໍຣິການ ໃນຕອນແລງ ຂອງ 4 ມື້ ດັ່ງກ່າວ ຈະຖືກດໍາເນີນການຕາມຣະບຽບ ແລະຫາກມີນັກຮຽນເຂົ້າໄປ ຊຸມແຊວ ແລ້ວເກີດບັນຫາໃດນຶ່ງຂຶ້ນ ເຈົ້າຂອງຮ້ານ ຈະຕ້ອງຮັບຜິດຊອບ.
ນັບສະເພາະ ໂຮງຮຽນມັທຍົມສຶກສາ ເມືອງສິງ ໃນແຕ່ລະປີ ມີນັກຮຽນສອບເສັງຈົບຊັ້ນ ມ.4 ແລະ ມ.7 ປະມານ 160 ຄົນ ຕໍ່ຊັ້ນຮຽນ ຊຶ່ງນັກຮຽນທີ່ຈົບຊັ້ນ ມໍ.7 ບາງສ່ວນກໍໄປຮຽນ ຕໍ່ຢູ່ປະເທດຈີນ ແລະ ວຽດນາມ ໃນຂນະທີ່ອີກສ່ວນນຶ່ງ ກໍໄປຮຽນຕໍ່ຢູ່ມະຫາວິທຍາລັຍ ຕ່າງໆພາຍໃນປະເທດ.