ນັບແຕ່ທາງການລາວ ໄດ້ປະກາດມາຕການ ຄວບຄຸມພຍາດໂຄວິດ-19 ແຕ່ເດືອນ ມີນາ ເປັນຕົ້ນມາ ໂດຍໄດ້ປະກາດປິດດ່ານສາກົລ ບໍ່ໃຫ້ບຸກຄົນທົ່ວໄປເຂົ້າ-ອອກ ປະເທດ ໂດຍບໍ່ໄດ້ ຮັບອະນຸຍາດ. ເຊີ່ງເຮັດໃຫ້ ທຸຣະກິດ ທ່ອງທ່ຽວ ໃນລາວໄດ້ຮັບ ຜົລກະທົບ ໂດຍສະ ເພາະແມ່ນ ໂຮງແຮມບາງບ່ອນ ກໍປິດຊົ່ວຄາວ ບາງບ່ອນກໍປິດ ຖາວອນ. ຜ່ານມາ ຣັຖບານລາວ ພຍາຍາມອອກ ມາຕການ ກະຕຸ້ນ ລາວທ່ຽວລາວ ແຕ່ສະຖານະການ ກໍຍັງບໍ່ດີຂື້ນ. ດັ່ງຜູ້ປະກອບ ການໂຮງແຮມຣະດັບ 3 ດາວ ໃນເມືອງວັງວຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ຕຸລາ 20 ວ່າ: ຍັງງຽບຢູ່ຍັງບໍ່ທັນໄດ້ເປີດ ບໍຣິການເທື່ອ.
"ຍັງງຽບເຫງົາ ຢູ່ຊ່ວງນີ້ເຮົາພັກ ເຮົາບໍ່ໄດ້ບໍຣິການເທື່ອຫຍຸ້ງຍາກ ການໄປການມາແດ່ ກະເລີຍວ່າຢຸດພາຍໃນກາຢຸດ, ຝັ່ງໄທຍເພີ່ນຈະ ຊ່ອຍເພີ່ນຈະຊຸກຢູ່ເພີ່ນຈະ ເຂົ້າມາແກ້ໄຂຊ່ອຍເນາະ ຢູ່ທາງລາວນີ້ ບໍ່ທັນມີຫຍັງນ່າ ຄັນເພີ່ນມາຊ່ອຍກາຊິໄຄຂື້ນນ້ອຍນຶ່ງ ເພີ່ນກາບໍ່ມາ ແກ້ໄຂຊ່ອຍ."
ໃນຂນະທີ່ຜູ້ປະກອບການຢູ່ ແຂວງຫຼວງພຣະບາງ ກໍ່ບໍ່ໄດ້ເປີດໃຫ້ການບໍຣິການເຊັ່ນກັນ ໂດຍໃຫ້ເຫດຜົລວ່າບໍ່ມີຄົນມາພັກ ເປີດໄປກໍ່ໄດ້ ຈ່າຍຄ່າໄຟແພງ, ດັ່ງທ່ານໄດ້ກ່າວວ່າ:
"ກາບໍ່ໄດ້ເປີດຫັ້ນແລ້ວ ເປີດກາບໍ່ມີມີຄ່າພະນັກງານ ຄ່າໄຟແລ້ວມັນເສຖກິຈ ມັນກະຕຸ້ນບໍ່ໄດ້ດອກ ເພາະວ່າມັນບໍ່ຂຍາຍໂຕຫັ້ນນ່າໃຜກາ ບໍ່ມີຣາຍໄດ້ເນາະມັນກາເລີຍ ຕ້ອງ Save ໂຕເອງຫຼາຍກວ່າ."
ໃນຂນະທີ່ຜູ້ປະກອບການເຮືອນພັກ ໃນເມືອງຈຳປາກເຊແຂວງຈຳປາສັກ ກໍໄດ້ປິດການບໍຣິການແຕ່ເດືອນມິນາ ເປັນຕົ້ນມາ. ປັຈຈຸບັນຍັງບໍ່ ທັນໄດ້ໃຫ້ການບໍຣິການເທື່ອ ແລະບໍ່ມີກຳນົດ ວ່າຈະເປີດມື້ໃດ. ດັ່ງທ່ານໄດ້ກ່າວວ່າ:
"ປິດເລິຍຍັງບໍ່ໄດ້ເປີດປານນີ້ ປິດແຕ່ເດືອນ 3 ພຸ້ນມາເລີຍຍັງບໍ່ມີກຳນົດປານນີ້ ມີຢູ່ຫາກເຮົາບໍ່ໄດ້ເປີດບ້ານພັກ."
ນັບແຕ່ການຣະບາດຂອງພຍາດໂຄວິດ-19 ເຮັດໃຫ້ການທ່ອງທ່ຽວ ພາຍໃນນະຄອນຫຼວງ ວຽງຈັນ ງຽບເຫງົາຫຼາຍ ທຸຣະກິດໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ຕ່າງກໍ່ງຽບເຫງົາ. ສ່ວນແຫຼ່ງທ່ອງທ່ຽວ ພາຍໃນປະເທດລາວ ສ່ວນຫຼາຍເປີດໃຫ້ການ ບໍຣິການເກືອບ ໝົດແລ້ວ ແຕ່ວ່າບໍ່ມີນັກທ່ອງທ່ຽວ. ດັ່ງເຈົ້າໜ້າຜແນກຖແລງຂ່າວ ວັທນທັມແລະທ່ອງທ່ຽວ ນະຄອນຫຼວງວຽງຈັນ ບໍ່ປະສົງອອກນາມ ໄດ້ກ່າວວ່າ:
"ຂະເຈົ້າເປີດໃຫ້ທ່ຽວແລ້ວຫາກແມ່ນໃຜ ສາມາດຂ້າມມາໄດ້ລະມາໄດ້ ບໍ່ໄດ້ມີມາຕການຫຍັງດອກ ເພາະວ່າຖ້າວ່າຜ່ານມາເພີ່ນກວດ ຜ່ານຢູ່ ດ່ານລະມາ ທ່ຽວທາງນີ້ ມີແຕ່ດ່ານອະນຸມັດ ມາແຫຼ່ງທ່ອງທ່ຽວ ລະເປີດປົກກະຕິ ແລ້ວຢູ່ພີ້."
ໃນຂນະທີ່ການທ່ອງທ່ຽວພາຍໃນ ແຂວງຈຳປາສັກ ກໍ່ບໍ່ແຕກຕ່າງຫຍັງກັບແຂວງອື່ນໆ ໂຮງແຮມ, ຮ້ານອາຫານ ບໍ່ມີນັກທ່ອງທ່ຽວ ເຂົ້າມາ ຫຼາຍເຖີງ ຈະມີມາຕການກະຕຸ້ນຈາກ ທາງການລາວທ່ຽວລາວ ແຕ່ນັ້ນກໍ່ບໍ່ແມ່ນ ການແກ້ໄຂ ທີ່ຖືກຈຸດເພາະຜ່ານມາ ການທ່ອງທ່ຽວ ລາວ ອາສັຍລາຍໄດ້ຈາກນັກທ່ອງທ່ຽວ ຕ່າງປະເທດ. ດັ່ງເຈົ້າໜ້າທີ່ຜແນກ ຖແລງຂາວ ວັທນທັມ ແລະ ທ່ອງທ່ຽວ ແຂວງຈຳປາສັກ ບໍ່ປະສົງ ອອກນາມກ່າວວ່າ: ຖ້າຈະເຂົ້າມາທ່ຽວ ກໍຕ້ອງໄດ້ກັກໂຕ 14 ມື້ ຕາມມາຕການເຝົ້າຣະວັງ.
"ເພາະວ່າເພີ່ນກາຍັງບໍ່ໄດ້ ເປີດດ່ານຫັ້ນນ່າ ມີແຕ່ປຶກສາຫາລືກ່ຽວກັບ ວ່າຄັນໃຫ້ເຂົ້າມາຫຍັງແລ້ວກາຕ້ອງ ໃຫ້ກັກໂຕຕາມທີ່ແຈ້ງການໄວ້ ຫັ້ນນ່າ. ກາແມ່ນວ່າໄດ້ ກັກໂຕໄວ້ ການທ່ອງທ່ຽວ ກາມີແຕ່ພາຍໃນ ໂຕເອງ."
ທາງດ້ານນະໂຍບາຍກະຕຸ້ນການທ່ອງທ່ຽວ ກັບປະເທດຍັງມີຄວາມຊ່ຽງຕໍ່າ ຍັງເປັນແຜນການ ເທົ່ານັ້ນຍັງບໍ່ທັນມີຂໍ້ສະຫຼຸບ ຈະແຈ້ງ. ເຖີງ ຢ່າງໃດກໍ່ຕາມ ທາງການລາວຍັງຄົງມາຕການເຝົ້າ ຣະວັງ ຖ້າບໍ່ໄດ້ ຮັບອະນຸຍາດບໍ່ໃຫ້ເຂົ້າມາ ປະເທດລາວ. ດັ່ງເຈົ້າໜ້າທີ່ ສະເພາະກິດ ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ບໍ່ປະສົງອອກ ຊື່ໄດ້ກ່າວວ່າ. ຍັງສືບຕໍ່ປິດດ່ານສາກົລ ແລະ ສາຍການບິນຖ້າ ບໍ່ໄດ້ຮັບ ອະນຸຍາດຈາກທາງການ ບໍ່ໃຫ້ເຂົ້າມາ.
"ມາຕການຍັງຄືເກົ່າຄືຜ່ານມາຫັ້ນແຫຼະ ມີແຕ່ເປີດຮັບຈີນກັບວຽດນາມ ຫັ້ນແຫຼະເພີ່ນມີມາຕການ ຜ່ອນຜັນ ເພາະເພີ່ນເປັນພື້ນທີ່ສີຂຽວ ເພີ່ນ ຈະມີສິດທິ ພິເສດນ້ອຍນຶ່ງ ຫຼັງຈາກມາກວດຄົ້ນ ບໍ່ພົບເຊື້ອໂຄວິດ ແລ້ວເພີ່ນໃຫ້ກັບຄືນໄປ ເຮັດວຽກ ບ່ອນເພີ່ນເຄີຍເຮັດ ວຽກນັ້ນເລີຍ ຈຳກັດ ບໍຣິເວັນໃນຫັ້ນເລີຍ.
ໃນຂນະທີ່ຄົນລາວ ທີ່ຈະເດີນທາງອອກນອກປະເທດ ຍັງບໍ່ສາມາດອອກໄດ້ເທື່ອຍົກເວັ້ນແຕ່ ເປັນຄົນງານ, ຜູ້ມີຄອບຄົວໃນປະເທດນັ້ນ ແລະ ນັກສຶກສາແຕ່ກໍຕ້ອງ ຍື່ນເຣື່ອງດຳເນີນການຕໍ່ ສະຖານທູດ ຂອງປະເທດ ນັ້ນເພື່ອໃຫ້ກົມກົງສູນ ຫຼື ທາງການລາວ ອະນຸມັດອີກຄັ້ງກ່ອນຈະ ອອກນອກປະເທດ ດັ່ງເຈົ້າໜ້າທີ່ ກົມຕຳຣວດກວດ ຄົນເຂົ້າເມືອງ ກະຊວງປ້ອງກັນຄວາມສະ ຫງົບບໍ່ປະສົງອອກ ນາມໄດ້ກ່າວວ່າ.
"ຕ້ອງໄດ້ເຮັດໜັງສື ເຈົ້າຕາມຣະບຽບການຫັ້ນແຫຼະ ຕ້ອງໄປຫາສະຖານ ທູດທີ່ຈະໄປຫັ້ນເນາະ ແລ້ວເພີ່ນຈະປະສານມາ ທາງກົງສູນ ຢູ່ລາວດອກ. ອອກໄດ້ແຕ່ກາມີ ເງື່ອນໄຂ ຄືເວົ້າຫັ້ນແຫຼະ ບໍ່ສາມາດອອກ ໄປໄດ້ປົກກະຕິ ກາຄືຕ້ອງມີເອກກະສານ ຕ້ອງໄປແລ່ນ ເອກກະສານຜ່ານແຕ່ລະຂັ້ນ ຕອນຫັ້ນນ່າ."
ຕໍ່ຜົລກະທົບຂອງພຍາດ ໂຄວິດ-19 ເຮັດໃຫ້ການທ່ອງທ່ຽວລາວ ໃນປີ 2020 ຢຸດສງັກອັນເປັນຜົລມາຈາກ ຫຼາຍປະເທດກໍ່ໄດ້ຮັບຜົລກະທົບ ເຊັ່ນກັ່ນ ໂດຍປົກກະຕິໃນແຕ່ ລະປີການທ່ອງທ່ຽວລາວ ມີຫຼາຍປັດຈັຍ ທີ່ ເຮັດການທ່ອງທ່ຽວລາວຫຼຸດລົງ. ເຊີ່ງສອງປີຫຼ້າສຸດ ກໍຫວັງຈາກ ນັກທ່ອງທ່ຽວຈີນ ເຂົ້າມາລາວເຖີງ 1 ລ້ານ ຄົນ ເຊີ່ງໃນນັ້ນ ຜູ້ປະກອບການ ກໍຍັງຈົ່ມວ່າບໍ່ໄດ້ປະໂຢດ ຈາກນັກທ່ອງທ່ຽວ ຈີນ ພໍປານໃດ. ເຖີງໂຕເລກ ໃນປີ 2018 ແລະ 2019 ຈີນ ມາທ່ຽວລາວ ຕາມຄາດໝາຍກໍຕາມ.