ເສັ້ນທາງເປ່ເພ ພາຍຫຼັງສ້ອມແປງບໍ່ຮອດ 6 ເດືອນ

ພອນ ພູມມີທອນ
2024.05.14
ເສັ້ນທາງເປ່ເພ ພາຍຫຼັງສ້ອມແປງບໍ່ຮອດ 6 ເດືອນ ຊາວບ້ານກຳລັງຂີ່ລົດຈັກ ໄປຕາມເສັ້ນທາງທີ່ເປ່ເພ ສາຍໜຶ່ງ ຂອງແຂວງອຸດົມໄຊ. ວັນທີ 5 ເດືອນພຶດສະພາ 2023.
RFA

ປັດຈຸບັນ ເລີ່ມເຂົ້າລະດູຝົນ ໃນລາວ ສ້ອມແປງບໍ່ທັນຮອດ 6 ເດືອນ ກໍກັບມາເປ່ເພອີກແລ້ວ ໂດຍສະເພາະ ເສັ້ນທາງ 13 ເໜືອ ຈາກເມືອງກາສີ ແຂວງວຽງຈັນ ໄປຫາເມືອງຄູນ ແຂວງ ຫລວງພຣະບາງ, ເຊິ່ງເສັ້ນທາງດັ່ງກ່າວນີ້ ເປັນເສັ້ນທາງທີ່ປະຊາຊົນ ນິຍົມໃຊ້ສັນຈອນໄປ-ມາເປັນປະຈໍາ ໃນເວລາເດີນທາງຂຶ້ນພາກເໜືອ ຫລື ຄົນຈາກພາກເໜືອ ຕ້ອງການເດີນທາງລົງພາກໃຕ້ ໂດຍສະເພາະ ລົດຂົນສົ່ງເຄື່ອງ ແລະ ລົດບັນທຸກ ທີ່ແລ່ນລົດ ຂົນສົ່ງສິນຄ້າ ເປັນປະຈໍາ ກໍພົບບັນຫາສະພາບຖະໜົນເປ່ ເປັນຂຸມ ເປັນບໍ່ ຄືເກົ່າ. 

ເຖິງແມ່ນວ່າ ທີ່ຜ່ານມາ, ເຈົ້າໜ້າທີ່ ຈະມີການສ້ອມແປງແລ້ວກໍຕາມ ແຕ່ການສ້ອມແປງຂອງເຈົ້າໜ້າທີ່ ພຽງສະເພາະໜ້າເທົ່ານັນ ໂດຍເອົາແຕ່ດິນມາຖົມ ແລະກົດໃຫ້ລຽບ ພໍໃຫ້ລົດທຽວໄປ-ມາໄດ້ ເຊິ່ງບໍ່ໄດ້ມີການປູຍາງໃໝ່ ໃຫ້ໄດ້ມາດຕະຖານ ເມື່ອເຂົ້າລະດູຝົນ ການສັນຈອນ ກໍໄປມາລໍາບາກຄືເກົ່າ. 

ດັ່ງ ຊາວລາວ ຍານາງໜຶ່ງ ທີ່ຮັບຈ້າງຂົນສົ່ງເຄື່ອງຂຶ້ນພາກເໜືອ ເປັນປະຈໍາ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ພຶດສະພາ ນີ້ວ່າ: 

ກະສ້ອມຢູ່ ເລື້ອງສ້ອມ ແຕ່ວ່າບໍ່ເຖິງ 6 ເດືອນ ກະເປ່ເພຄືເກົ່າ ໂຕນີ້ຫັ້ນ ກາສີ ຮອດ ຫລວງພຣະບາງ ທາງເສັ້ນທາງພູຄູນ ດິນມາໃສ່ ລາດໆພໍແຕ່ລົດໄກໄດ້ ກະບໍ່ໄດ້ລົງຫີນ ລົງຍາງ ນີ້ລົດບັນທຸກມັນຫລາຍ ລົດລາງຍາວ 12-13 ແມັດ ເມື່ອຄືນນີ້ລົດຍັງຄາກັນຢູ່ຫັ້ນ ຍັງອອກມາບໍ່ໄດ້ ຢູ່ຕິ. 

ຊາວບ້ານທ່ານນີ້ ກ່າວຕື່ມວ່າ ສ່ວນເສັ້ນທາງ ພູເກົ້າຫລັກ-ເມືອງນານ ແຂວງຫລວງພຣະບາງ ລົດບັນທຸກ ຍັງບໍ່ສາມາດເດີນທາງໄປໄດ້ ຍ້ອນເຈົ້າໜ້າທີ່ ຢູ່ລະຫວ່າງສ້ອມແປງເສັ້ນທາງຢູ່ ຍັງບໍ່ແລ້ວ ຈຶ່ງເຮັດໃຫ້ ໄປໄດ້ທາງດຽວ ເມື່ອຕ້ອງການຂຶ້ນພາກເໜືອ ຫລື ລົງຈາກພາກເໜືອ ມາພາກໃຕ້. 

ບັນຫານີ້ ຫລາຍຄົນກໍຕັ້ງຂໍ້ສັງເກດວ່າ ເປັນຫຍັງພາກລັດ ຄືບໍ່ສ້ອມແປງເສັ້ນທາງຫລັກ ໃຫ້ໄດ້ມາດຕະຖານ ໂດຍບໍ່ຕ້ອງກັບມາເປ່ເພອີກ ທັງທີ ລົດບັນທຸກ ກໍມີການເສຍພາສີ-ອາກອນ ທຸກປີຢູ່ແລ້ວ ຕາມນ້ໍາໜັກລົດ ຫລືວ່າ ເງິນງົບປະມານຮົ່ວໄຫລ ນໍາໄປໃຊ້ສ່ວນໂຕ. 

ຂົນສົ່ງ ພວກເອື້ອຍຍັງຈົ່ມ ເກັບເງິນຄ່າທາງແຕ່ລະປີ ກະຖືວ່າເສຍ ຄັນໃດບໍ່ໄດ້ເສຍ ກໍປັບໃຫມຄູນ 2 ຄ່າທາງ ຖ້າວ່າຣົຖບັນທຸກ ໂຕນ້ໍາໜັກ 8 ໂຕນ. ມັນກໍຢູ່ລະດັບ 4 ແສນປາຍຕໍ່ຄັນ ແຕ່ຄັນວ່າ ນ້ໍາໜັກເກີນນັ້ນ ກໍເສຍຫລາຍກວ່ານັ້ນອີກ 7-8 ແສນເຖິງລ້ານ ກະໄປເສຍ ເງິນງົບມັນໄປໃສໝົດ ກະຊິໄປທໍານອງນັ້ນຕິ ເງິນຮົ່ວ ກໍກ່ຽວກັນແດ່ຫັ້ນແຫລະ. 

ຂະນະທີ່ ຄົນຂັບລົດບັນທຸກ ຂົນເຄື່ອງ ອີກທ່ານໜຶ່ງ ກໍກ່າວວ່າ ເສັ້ນທາງ 13 ໃຕ້ ກໍມີເປ່ເພເຊັ່ນກັນ ເປັນຂຸມ ເປັນບໍ່ ບາງຈຸດ ແຕ່ກໍບໍ່ເປັນໜັກ ເທົ່າເສັ້ນທາງ 13 ເໜືອ ເຊັ່ນ ເສັ້ນທາງເມືອງກາສີ-ວັງວຽງ ແຂວງວຽງຈັນ ກໍມັກເປັນຂຸມ ເປັນບໍ່ ຫລາຍເຊັ່ນກັນ ຍາມຝົນຕົກ ເດີນທາງລໍາບາກຫລາຍ. 

ທີ່ຜ່ານມາ ພາກລັດ ກໍຈ້າງຜູ້ຮັບເໝົາ ໄປສ້ອມແປງ ແບບສະເພາະໜ້າເທົ່ານັ້ນ ພໍໃຫ້ລົດ ສັນຈອນໄປມາໄດ້ ຈຶ່ງເຮັດໃຫ້ເສັ້ນທາງບໍ່ໄດ້ມາຕະຖານ ແລະຍາມຝົນຕົກ ກໍກັບມາ ເປ່ເພຄືເກົ່າ ບໍ່ມີການຈະລື້ ເຮັດເສັ້ນທາງໃໝ່ ໃຫ້ມີມາດຕະຖານເທື່ອ ເຊິ່ງໃນຄວາມຄິດທ່ານເອງ ເຈົ້າໜ້າທີ່ ກໍອາດຈະມີການຍັກຍອກເອົາ ເງິນງົບປະມານ ເຂົ້າກະເປົາສ່ວນໂຕແນ່ນອນ ຈຶ່ງເຮັດໃຫ້ງົບປະມານບໍ່ພຽງພໍ ຈະສ້ອມແປງທາງ ໃຫ້ໄດ້ມາດຕະຖານ.

ແມ່ນ ຄືກາສີຫັ້ນແຫລະ, ວັງວຽງຫັ້ນແຫລະເນາະ ຈ້າງເຂົາສ້ອມ ກໍພໍແຕ່ໄປມາໄດ້ ສ້ອມກໍສ້ອມ ພໍແຕ່ບ່ອນຂຸມ ຊື່ໆດອກ ຝົນຕົກກະມາ ຄືເກົ່າ ກະເພຄືເກົ່າ ຈັງບໍ່ໄດ້ມາຕະຖານ ບໍ່ມີວ່າຊິເຮັດໃໝ່ ກະແນ່ນອນໂລດແຫລະ ຢູ່ຂະແຫນງນີ້ ຄ່າໃຊ້ຈ່າຍ ພາກປະຕິບັດ ເຂົາບໍ່ເອົາ ແຕ່ສ່ໍານັ້ນແທ້ໆ ເຂົາຫາກເອົາກາຍນັ້ນ ເພື່ອສ່ວນຕົວຫັ້ນແຫລະ ມັນຈຶ່ງພາໃຫ້ງົບບໍ່ພໍ.

ໃນຂະນະດຽວກັນ ຊາວລາວ ໃນນະຄອນຫລວງວຽງຈັນ ກໍກ່າວວ່າ ໃນນະຄອນຫລວງວຽງຈັນ ກໍມີຫລາຍຈຸດ ທີ່ຍັງສັນຈອນລໍາບາກ ເປັນຕົ້ນ ເສັ້ນທາງ ເຂດສີໄຄ ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ທີ່ປັດຈຸບັນນີ້ ເຈົ້າໜ້າທີ່ກໍກໍາລັງສ້ອມແປງຢູ່ ທີ່ຍັງບໍ່ແລ້ວເທື່ອ ເພາະແຕ່ກ່ອນມັນເປັນຂຸມເປັນບໍ່. ເປ່ເພຄັກຫລາຍ ຊາວບ້ານຈົ່ມກັນຫລາຍ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ ຢູ່ລະຫວ່າງສ້ອມແປງ ກໍຖືວ່າ ຊາວບ້ານກໍທຽວ ສັນຈອນໄປມາ ລໍາບາກຢູ່ ລໍຖ້າເບິ່ງວ່າ ຈະດີຂຶ້ນບໍ່. 

ແລະ ນອກຈາກນີ້ ກໍມີ ເສັ້ນທາງບ້ານນາຄູນ-ທ່າງ່ອນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກໍມີສະພາບເປັນຂຸມ ເປັນບໍ່ຫລາຍ ເຊິ່ງເສັ້ນທາງນີ້ ກໍຖືວ່າເປັນສາຍຫລັກ ສາຍໜຶ່ງເຊັ່ນກັນ ທີ່ທະລຸໄປໄດ້ ທາງເໜືອ ແລະ ທາງໃຕ້ ແຕ່ກໍບໍ່ເຫັນວ່າມີ ເຈົ້າໜ້າທີ່ ຄິດຈະເຂົ້າມາສ້ອມແປງເທື່ອ ຍາມຝົນຕົກລົດນ້ອຍ ແລ່ນແທບບໍ່ໄດ້. 

ທາງຫລັກ ລະຫວ່າງສີ່ແຍກໄຟແດງ ໜອງບືກ ກັບທາງດ່ວນຂຶ້ນໄປຫາ ຕະຫລາດສີໄຄຫັ້ນນ່າ ກໍາລັງກໍ່ສ້າງ ບໍ່ແລ້ວ ຍັງຫຍຸ້ງກັນຢູ່ ຄັນຊິວ່າ ທາງມີບັນຫາຕອນນີ້ນ່າ ຍັງບໍ່ມີບ່ອນ ລັດລະຫວ່າງ ນາຄູນ ທ່າງ່ອນ ແມ່ນເມືອງນາຊາຍຟອງ ກະເສັ້ນທາງໃຫຍ່ຄືກັນ ເປັນທາງຍາງດໍາ ແຕ່ວ່າເປັນຂຸມ ເປັນຫລຸມ ໝົດແລ້ວ ຝົນຕົກມານີ້ ຄັນລົດນ້ອຍ ຈົນເກືອບວ່າ ຂີ່ບໍ່ໄດ້ພຸ້ນນ່າ. 

ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ໂຍທາທິການ ໃນແຂວງຫລວງພຣະບາງ ທ່ານໜຶ່ງກໍຍອມຮັບວ່າ ປັດຈຸບັນພາກລັດ ມີແຕ່ຊ່ວຍສ້ອມແປງ ສະເພາະໜ້າຈຸດ ທີ່ເປ່ເພເທົ່ານັ້ນ ຍ້ອນງົບປະມານມີຈໍາກັດ ສ່ວນໃຫຍ່ແລ້ວ ເສັ້ນທາງທີ່ເປ່ເພ ມັກຈະເປັນເສັ້ນທາງຫລວງ ເຊິ່ງໂຄງສ້າງ ຖະໜົນທີ່ອອກແບບໄວ້ ເປັນແບບເກົ່າມາດົນ ເຊິ່ງບໍ່ສາມາດຮອງຮັບລົດບັນທຸກ 22 ລໍ້ໄດ້ປັດຈຸບັນນີ້ ລົດ 22 ລໍ້ນີ້ ແລ່ນຫລາຍຂຶ້ນ ແລະ ຈໍານວນປະຣິມານລົດ ກໍຫລາຍຂຶ້ນ ຈຶ່ເຮັດໃຫ້ຖະໜົນເປ່ເພ ຊ້ໍາແລ້ວ ຊ້ໍາອີກ ເນື່ອງຈາກນ້ໍາໜັກລົດເກີນ. 

ເບື້ອງຕົ້ນ ທ່ານເອງກໍມີແຜນສເນີ ພາກລັດຢູ່ວ່າ ເສັ້ນທາງຫລັກ ຄວນຈະປູເປັນ ເບຕົງໄປເລີຍ ເພື່ອຮັກສາຜີວໜ້າຖະໜົນ ບໍ່ໃຫ້ຫລຸດລອກໜັກ. 

ຕະກີ້ເນາະ ແມ່ນໄທເຮົາອອກແບບ ມີແຕ່ລົດ10 ລໍ້ ແລ້ວດຽວນີ້ເຂົາເຈົ້າ ມານໍາໃຊ້ຮອດ ຣົຖ 22 ລໍ້ ເຂົາປູຍາງ ຖືວ່າບໍ່ຢູ່ແລ້ວ ດຽວນີ້ນ່າ ກະລັງສະເນີຢູ່ວ່າ ຈະປູເບຕົງເລີຍຈະໄດ້ບໍ່ ເພື່ອຮັກສາຜີວໜ້າກາງ ບໍ່ໃຫ້ມັນຫລຸດລອກຫັ້ນນ່າ. 

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ໂຍທາທິການ ແຂວງວຽງຈັນ ທ່ານໜຶ່ງກໍກ່າວວ່າ ບໍ່ແມ່ນວ່າ ຖະໜົນຫົນທາງ ບໍ່ໄດ້ມາດຕະຖານ ເປັນເພາະວ່າ ໂຄງສ້າງການອອກແບບມັນເກົ່າແລ້ວ ບວກກັບຜູ້ໃຊ້ລົດຫລາຍຂຶ້ນ ກໍເຮັດໃຫ້ເສັ້ນທາງເປ່ເພ ແລະ ງົບປະມານທີ່ໄດ້ມາ ກໍຍັງມີຈໍາກັດ ພາກລັດ ກໍມີພຽງ ໄດ້ສ້ອມແປງສະເພາະໜ້າເທົ່ານັ້ນ ເຊິ່ງຖ້າຈະສ້ອມແປງ ໃຫ້ໄດ້ມາຕະຖານ ກໍຕ້ອງຂຶ້ນຢູ່ກັບງົບປະມານຂອງ ລັດຖະບານເທົ່ານັ້ນ. 

ໃຫ້ມັນໄດ້ມາຕຖານ 100% ກະບໍ່ໄດ້ດອກ ເພາະວ່າລົດບັນທຸກນ້ໍາໜັກ ເກີນແດ່ ສອງມາ ກໍສະພາບເສັ້ນທາງ ມັນກໍານົດມາ ຫລາຍປີແລ້ວ ຈຸດໃດທີ່ໃນເພ ກໍຄ່ອຍສ້ອມແປງໄປຊື່ໆ ອິງໃສ່ງົບປະມານ ຂອງພາກລັດຫັ້ນແຫລະ ກະມີຈໍາກັດກັ້ນນ່າ ມັນຂຶ້ນກັບງົບຂອງ ລັດຖະບານ ຖ້າວ່າເຮົາມີງົບ ກໍສາມາດເຮັດໄດ້ ນັ້ນແຫລະ ມີແຕ່ຄອຍ ແຕ່ວ່າສ້ອມແປງໄປ. 

ເຖິງຢ່າງໃດກໍຕາມ ກໍຍັງມີຫລາຍເສັ້ນທາງ ທີ່ພາກລັດ ຍັງບໍ່ທັນສາມາດສ້ອມແປງເສັ້ນທາງ ໃຫ້ສາມາດໃຊ້ງານໄດ້ເທື່ອ ເຊັ່ນເສັ້ນທາງພູເກົ້າຫລັກ ກາສີ ເມືອງນານ ກໍຫາກວ່າໄດ້ເລີ່ມສ້ອມແປງ ຕັ້ງແຕ່ວັນທີ 11 ມີນາ 2024 ໃນໄລຍະປັບປຸງ 9 ກິໂລແມັດ ສາມາດປູກເບຕົງໄດ້ສໍາເລັດແລ້ວ 1 ເລນ  ຢູ່ບ່ອນໂຄ້ກທົບສອກ ຕາມແຜນຄິດໄລ່ປູເບຕົງ ໃຊ້ເວລາ 1 ເດືອນ ແລະ ປະໄວ້ອີກ 1 ເດືອນ ເພື່ອໃຫ້ເບຕົງແຂງຕົວ ສ່ວນທີ່ເຫລືອອີກ 7 ກິໂງແມັດກວ່າ ແມ່ນຈະສືບຕໍ່ປູຢາງ ອີງຕາມລາຍງານ ວິທະຍຸກະຈາຍແຫ່ງຊາດລາວ ໃນວັນທີ 13 ພືສພາ 2024. 

ນອກຈາກນີ້ ການສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ່ 13 ເໜືອ ບ່ອນທີ່ເປ່ເພ ແຕ່ 4 ແຍກ ສີເກີດ ຫາ 3 ແຍກ ສີໄຄ  ກໍຍັງບໍ່ສໍາເລັດເທື່ອ ໂດຍເຈົ້າໜ້າທີ່ ໄດ້ເລີ່ມສ້ອມແປງ ຕັ້ງແຕ່ວັນທີ 15 ທັນວາ 2023 ທີ່ຜ່ານມາ  ເຊິ່ງຢູ່ລະຫວ່າງປັບໜ້າ ບ່ອນທີ່ເປ່ເພ ແລະ ຂຸດຮ່ອງວາງທໍ່ລະບາຍນ້ໍາ ສອງຂ້າງທາງ ເຊິ່ງການສ້ອມແປງນີ້ ກົມຂົວທາງ ກະຊວງໂຍທາທິການ ແລ ະຂົນສົ່ງ ກໍໄດ້ມອບໃຫ້ບໍຣິສັດ  ຕັງຈະເລີນ ຈໍາກັດຜູ້ດຽວ ສ້ອມແປງເລັ່ງດ່ວນ ຄາດວ່າ ຈະແລ້ວໃນໄວໆນີ້.

ຖ້າບໍ່ຈໍາເປັນ ກໍຄວນຫລີກລ້ຽງເສັ້ນທາງດັ່ງກ່າວ ເພາະມີຄວາມຫຍຸ້ງຍາກ ລະດັບໜຶ່ງ ໃນການສັນຈອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.