ຕຳຣວດ ແຂວງບໍ່ແກ້ວ ຍຶດຢ້າບ້າໄດ້ 12,000,000 ເມັດ

ຈຳປາທອງ
2022.06.07
ຕຳຣວດ ແຂວງບໍ່ແກ້ວ ຍຶດຢ້າບ້າໄດ້ 12,000,000 ເມັດ ເຈົ້າໜ້າທີ່ຕຳຣວດ ແຂວງບໍ່ແກ້ວ ຈັບຜູ້ຕ້ອງຫາ 2 ຄົນ ທີ່ຂົນຢາບ້າ ຈຳນວນ 12,000,000 ເມັດ ແລະຍຶດຢາບ້ານຈຳນວນດັ່ງໄດ້ ໃນວັນທີ 4 ມິຖຸນານີ້.
ຮູບພາບ: ປກສ

ຕໍາຣວດຜແນກສະກັດກັ້ນ ແລະຕ້ານຢາເສບຕິດ ແຂວງບໍ່ແກ້ວ ຍຶດຢາບ້າໄດ້ 12,000,000 ເມັດຢູ່ເຂດປາກງາວ ເມືອງຫ້ວຍຊາຍ ແລະຈັບຜູ້ຕ້ອງຫາ ທີ່ເປັນຄົນລາວໄດ້ 2 ຄົນ.

ຜູ້ຕ້ອງຫາເວົ້າວ່າ ພວກຕົນຖືກທ້າວ ໄມ່ ຢູ່ບ້ານສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈ້າງໃຫ້ຂົນຢາບ້ານັ້ນ ໄປນະຄອນຫລວງວຽງຈັນ ຊຶ່ງຂະນະນີ້ ຢູ່ໃນລະຫວ່າງການສືບສວນ, ສອບສວນ ຫາຣາຍລະອຽດກ່ຽວກັບເຣື່ອງນີ້ຢູ່.

ດັ່ງເຈົ້າໜ້າທີ່ ຕໍາຣວດແຂວງບໍ່ແກ້ວ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ທີ່ກ່ຽວຂ້ອງກັບເຣື່ອງນີ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມິຖຸນານີ້ວ່າ:

ໂຕນີ້ຫັ້ນແມ່ນຄົນສັນຊາດລາວ ຕາມເພິ່ນແຈ້ງທາງເຟສ ທາງຫຍັງຫັ້ນແຫລະ ນີ້ເປັນການມ້າງເດ ໂຕນີ້ເປັນລາຍຄະດີສະພາະ ຍັງຢູ່ໃນຂັ້ນຕອນ ເຈົ້າໜ້າທີ່ພວກເຮົາຍັງດໍາເນີນການ ສືບສວນສອບສວນຢູ່ ທີ່ມາຂອງຢາເສບຕິດດັ່ງກ່າວ ມັນມາຈາກພາກສ່ວນໃດ ຫລືວ່າຢູ່ຈຸດໃດຫັ້ນນະ ຂໍ້ມູນຍັງບໍ່ທັນຈະແຈ້ງເທື່ອ.
ຈາກການສອບສວນຜູ້ຕ້ອງຫາ 2 ຄົນຂອງເຈົ້າໜ້າທີ່ຕໍາຣວດ ໃນເບື້ອງຕົ້ນຮູ້ວ່າ ຜູ້ນຶ່ງຊື່ ທ້າວ ຕູ່ມົ້ງຢ່າງ ຊົນເຜົ່າມົ້ງ ອາຍຸ 30 ປີ, ອາຊີບສ້ອມແປງ, ຄົນບ້ານໄຊອຸດົມ ເມືອງຜາອຸດົມ ແຂວງບໍ່ແກ້ວ ແລະອີກຜູ້ນຶ່ງຊື່ ທ້າວ ພົມມາ ຜາຍວົງໄຊ ຊົນເຜົ່າລາວລຸ່ມ, ອາຍຸ 29 ປີ, ອາຊີບຂັບຣົຖ, ຄົນບ້ານນາເຕີຍ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ.

ທ້າວ ຕູ່ມົ້ງຢ່າງ ໃຫ້ການຕໍ່ເຈົ້າໜ້າທີ່ວ່າ ໄດ້ຮັບຄ່າຈ້າງຂົນຢາບ້າທັງໝົດ 6,000 ມັດ, ມັດນຶ່ງໄດ້ 400 ບາດ, ຮວມທັງໝົດເປັນເງິນ 2,400,000 ບາດ, ຂົນຈາກເມືອງຕົ້ນເຜິ້ງ ໄປຫານະຄອນຫລວງວຽງຈັນ ແລະວ່າ ຕົນໄດ້ຈ້າງ ທ້າວ ພົມມາ ອີກຕໍ່ນຶ່ງ ເພື່ອຊ່ອຍຂົນ ໂດຍໃຫ້ຄ່າຈ້າງຜູ້ກ່ຽວ 200,000 ບາດ.

ໃນການຂົນຍ້າຍ, ຖ່າຍປ່ຽນ ແລະຂົນສົ່ງຢາບ້າຈໍານວນ 12,000,000 ເມັດດັ່ງກ່າວ ໄດ້ໃຊ້ຣົຖກະບະ 3 ຄັນ ແລະຣົຖຈັກ 2 ຄັນ. ເຈົ້າໜ້າທີ່ກວດພົບປືນສັ້ນ 1 ກະບອກ ແລະລູກປືນ 1 ລູກ, ໂທຣະສັບ 3 ໜ່ວຍ.

ເຈົ້າໜ້າທີ່ຕໍາຣວດທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ ຢາເສບຕິດຈໍານວນດັ່ງກ່າວ ຄາດວ່າຖືກຂົນຍ້າຍມາຈາກບໍຣິເວນ ສາມຫລ່ຽມຄໍາ ຊຶ່ງຕາມຂ່າວວ່າຈະຖືກສົ່ງໄປໃຫ້ເຄືອຂ່າຍ ຢູ່ນະຄອນຫລວງວຽງຈັນ ແລະຜູ້ກະທໍາຜິດກໍຈະຖືກລົງໂທດ ຕາມລະບຽບກົດໝາຍ.

ຕາມທີ່ລົງຂ່າວຫັ້ນນໍ ກໍແມ່ນວ່າຈະເອົາລົງໄປທາງວຽງ ໄປກະບໍ່ຮອດດອກ ມັນມີດ່ານຫລາຍດ່ານດຽວນີ້ ສ່ວນຫລາຍ ເພິ່ນກໍວ່າຢູ່ທາງເໜືອສາມຫລ່ຽມ ແຕ່ວ່າໂຕນີ້ ເຮົາບໍ່ສາມາດຕອບໄດ້ຊັດເຈນນໍ ເຂົາກໍຢູ່ໃນຂັ້ນຕອນສືບສວນ-ສອບສວນຢູ່ນໍ ຄົນລາວຕາມທີ່ເຂົາວ່າ ແຈ້ງລົງຂ່າວຫັ້ນ ສົ່ງຢາຫັ້ນ ຕາມກົດໝາຍ ກໍຕັດສິນຕາມນໍ້າໜັກຂອງຢາ ໄປຈັ່ງຊັ້ນແຫລະ.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຜູ້ນຶ່ງເວົ້າວ່າ ການຣະບາດຂອງຢາເສບຕິດໃນທຸກມື້ນີ້ ເຈົ້າໜ້າທີ່ຍັງບໍ່ສາມາດປາບປາມໄດ້ໝົດເທື່ອ, ຢູ່ຕາມເມືອງ, ຕາມເຂດບ້ານຕ່າງໆ ກໍຍັງມີກຸ່ມວັຍລຸ້ນ ລັກຄ້າຂາຍແລະເສບກັນຢູ່.

ເຂົາກໍລັກຂາຍຍ່ອຍຢູ່ຫັ້ນແຫລະ ເລັກໆນ້ອຍໆກໍພໍມີຢູ່ ສ່ວນຫລາຍກະເປັນພວກຊາວໜຸ່ມຫັ້ນແຫລະ ເສບຫັ້ນເກາະ ເຈົ້າໜ້າທີ່ຈະປ່ອຍຊະຊາຍ ກໍເຮັດໃຫ້ລູກຫລານເຮົາກໍບໍ່ເປັນ ຜູ້ເປັນຄົນໄປຫັ້ນແລ້ວ ຢາກໃຫ້ທາງເຈົ້າໜ້າທີ່ ເພິ່ມປາບປາມຫັ້ນແຫລະນໍ.

ແລະຊາວບ້ານ ຢູ່ເມືອງຕົ້ນເຜິ້ງອີກຜູ້ນຶ່ງ ກໍເວົ້າໃນທໍານອງດຽວກັນນັ້ນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມິຖຸນານີ້ວ່າ ໃນທຸກມື້ນີ້ ຍັງມີການລັກຄ້າຂາຍ ແລະລັກເສບຢາເສບຕິດກັນຢູ່; ຖ້າຫາກເຈົ້າໜ້າທີ່ຕັ້ງໃຈປາບປາມ  ຄິດວ່າຈະແກ້ໄຂບັນຫານີ້ໄດ້ແນ່ນອນ, ແຕ່ບາງເທື່ອ ເຈົ້າໜ້າທີ່ບາງຄົນ ກໍອາຈມີການພົວພັນກັບຢາເສບຕິດ ຈຶ່ງເຮັດໃຫ້ຍັງມີຢາເສບຕິດນີ້ຢູ່.

ສ່ວນຫລາຍ ມັນກໍເປັນທັມມະຊາດຂອງມັນ ທີ່ໄໜມັນກໍມີໝົດແຫລະທົ່ວໂລກ ຄົນມັກກິນມັກກິນຫັ້ນແລ້ວ ເຈົ້າໜ້າທີ່ ເຮັດໄດ້ກໍໃຫ້ມັນໝົດໆ ມັນກໍຈົບບໍ່ນີ້ ມັນບໍ່ເຮັດໄດ້ໄປແລ້ວ ມັນກໍໄປຂາຍຕໍ່.

ອີງຕາມປະມວນກົດໝາຍອາຍາ, ມາດຕຣາ 315 ລະບຸວ່າ ຫາກບຸກຄົນໃດມີຢາອີ, ຢາບ້າ, ຢາໄອ ຫລືວັດສະດຸອອກລິດ ຈິດປະສາດ ໄວ້ໃນຄອບຄອງ ຈະຖືກລົງໂທດຕັດອິດສະຣະພາບ, ຖືກປັບໃໝ ແລະຖືກຍຶດຊັພ.

ຖ້າບຸກຄົນໃດ ມີສິ່ງດັ່ງກ່າວໄວ້ໃນຄອບຄອງ ຕໍ່າກວ່າ 100 ກຣາມ ຈະຖືກຕັດອິດສະຣະພາບແຕ່ 5 ປີ ຫາ 10 ປີ, ຖືກປັບໃໝ ແຕ່ 10,000,000 ກີບ ຫາ 100,000,000 ກີບ ແລະຖືກຍຶດຊັພ; ແລະຖ້າມີໄວ້ໃນຄອບຄອງເກີນກວ່າ 500 ກຣາມ ຫາ 3 ກິໂລກຣາມ ຈະຖືກຕັດອິດສະຣະພາບຕລອດຊີວິດ ແລະຖືກປັບໃໝແຕ່ 500,000,000 ກີບ ຫາ 1000,000,000 ກີບ ແລະຖືກຍຶດຊັພ ແລະຖ້າມີໄວ້ໃນຄອບຄອງຫລາຍກວ່າ 3 ກິໂລກຣາມ ຈະຖືກລົງໂທດປະຫານຊີວິດ.

ເມື່ອຕົ້ນເດືອນກຸມພາທີ່ຜ່ານມານີ້ ກະຊວງປ້ອງກັນຄວາມສງົບຂອງລາວ ໄດ້ຂຶ້ນບັນຊີລາຍຊື່ ພວກຄ້າຢາເສບຕິດຈໍານວນ 2,272 ຄົນ ທີ່ຈະຕ້ອງໄດ້ຕິດ ຕາມມາດໍາເນີນຄະດີ ຊຶ່ງສ່ວນຫລາຍຈະເປັນເຄືອຂ່າຍຂອງຂະບວນການ ຄ້າຢາເສບຕິດຂ້າມຊາດ ທີ່ມີທັງຄົນລາວ, ຄົນໄທຍ, ຄົນຈີນ ແລະຄົນວຽດນາມ ແຕ່ທາງກະຊວງນີ້ບໍ່ເປີດເຜີຍລາຍຊື່.

ສໍານັກງານດ້ານຢາເສບຕິດ ແລະອາຊະຍາກັມ ຂອງສະຫະປະຊາຊາດ ຫລື UNODC ໄດ້ເປີດເຜີຍເມື່ອມື້ວັນທີ 30 ພຶສພາທີ່ຜ່ານມານີ້ວ່າ ເຈົ້າໜ້າທີ່ຍຶດຢາບ້າໄດ້ຫລາຍກວ່າ 1000,000,000 ເມັດ ຄືຫລາຍກວ່າທີ່ເຄີຍຍຶດໄດ້ໃນໄລຍະ 10 ປີທີ່ຜ່ານມາເຖິງ 7 ເທົ່າຕົວ ຊຶ່ງ 90% ຂອງຈໍານວນຢາບ້າທີ່ຍຶດໄດ້ນັ້ນ ແມ່ນຍຶດໄດ້ຈາກປະເທດໄທຍ, ລາວ, ພະມ້າ, ກັມພູຊາ ແລະວຽດນາມ ທີ່ມີການນິຍົມກັນເສບຫລາຍທີ່ສຸດ. 

ເຂດສາມຫລ່ຽມຄໍາ ລະຫວ່າງໄທຍ, ລາວ ແລະພະມ້າ ຍັງເປັນພື້ນທີ່ຜລິດ ແລະຄ້າຢາເສບຕິດຫລາຍຢູ່ ຍ້ອນບໍ່ມີການຄວບຄຸມດີ.

ອີງຕາມການຣາຍງານຂອງ UNODC, ສາມຫລ່ຽມຄໍາ ກໍເປັນຈຸດສົ່ງຢາເສບຕິດ ອອກທີ່ສໍາຄັນ ເຂົ້າໄປປະເທດໄທຍ ແລະປະເທດອື່ນໆ ລຸ່ມແມ່ນໍ້າຂອງ ແລະໄປພາກພື້ນເອເຊັຽ-ແປຊິຟິກ.

ພາກເໜືອຂອງຣັຖຊານ ປະເທດພະມ້າ ຍັງເປັນແຫລ່ງຜລິດຢາບ້າ ສໍາຄັນທີ່ສຸດ. ປີ 2021 ຍຶດຢາບ້າຢູ່ ສປປ ລາວ ໄດ້ເພີ່ມຂຶ້ນເຖິງ 669% ແລະຢູ່ກັມພູຊາກໍມີຣາຍງານວ່າ ຍຶດເຄຕາມິນໄດ້ເຖິງ 2.7 ຕັນ ຄືເກືອບເຖິງ 5 ເທົ່າຕົວຂອງຈໍານວນເຄຕາມິນ ທີ່ຍຶດໄດ້ຮວມກັນໃນ 5 ປີກ່ອນນັ້ນ ແລະໄດ້ທໍາລາຍຫ້ອງແລັບ ຜລິດເຄຕາມິນນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.