ພົບຄົນງານລາວ ໄປເຮັດວຽກ ຢູ່ປະເທດມາເລເຊັຽ ແບບບໍ່ຖືກກົດໝາຍ
2022.06.08
ກະຊວງແຮງງານ ແລະສວັດດີການສັງຄົມຂອງລາວ ກວດພົບວ່າ ມີຄົນງານລາວ ປະມານ 2,000 ຄົນ ເດີນທາງໄປເຮັດວຽກ ຢູ່ປະເທດມາເລເຊັຽ ແບບບໍ່ຖືກກົດໝາຍ ໂດຍສະເພາະ ເຮັດວຽກງານໃນຂແນງການປະມົງ ແລະອຸດສາຫະກັມປຸງແຕ່ງອາຫານທະເລ ເຮັດໃຫ້ພວກເຂົາເຈົ້າ ສ່ຽງທີ່ຈະຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອການຄ້າມະນຸສ.
ເພື່ອແກ້ໄຂບັນຫາດັ່ງກ່າວນີ້, ກົມພັທນາສີມືແຮງງານ ແລະຈັດຫາງານ ກະຊວງແຮງງານ ແລະສວັດດີການສັງຄົມຂອງລາວ ໄດ້ຈັດສົ່ງຄົນງານລາວຊຸດທົດລອງ ຈໍານວນ 70 ຄົນ ໄປເຮັດວຽກໃນຂແນງການປະມົງ ແລະອຸດສາຫະກັມປຸງແຕ່ງອາກຫານທະເລ ຢູ່ປະເທດມາເລເຊັຽ ໃນໄລຍະຕົ້ນປີ ຜ່ານມາ ເພື່ອສຶກສາຄວາມເປັນໄປໄດ້ ໃນການເຮັດ MOU ລະຫວ່າງທາງການລາວ ແລະທາງການມາເລເຊັຽ.
ດັ່ງເຈົ້າໜ້າທີ່ ກົມພັທນາສີມືແຮງງານ ແລະຈັດຫາງານ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 8 ມິຖຸນາ 2022 ນີ້ວ່າ:
“ສ່ວນຫຼາຍກະມີແຕ່ປະມົງຫັ້ນແຫຼະ ແຕ່ວ່າຜ່ານມາ ເຮົາກໍໄດ້ມີການຈັດສົ່ງແລ້ວ ໃນການທົດລອງຫັ້ນນ່າ ທົດລອງ 70 ຄົນ ໄປຊ່ວງມື້ກີ້ນີ້ ເພາະວ່າພວກເຮົາສເນີໄປທາງ ກະຊວງການຕ່າງປະເທດແລ້ວ ກໍເພາະວ່າ ແຮງງານເຮົາກໍລັກລອບໄປເຮັດວຽກ ຢູ່ອັນມາເລເຊັຽຫຼາຍເນາະ ເຮັດວຽກແບບຜິດກົດໝາຍຫັ້ນນ່າ ສ່ວນຫຼາຍກໍແມ່ນຂົງເຂດການປະມົງເນາະ ໃນການໄປເຮັດວຽກ ຂອງແຮງງານລາວຫັ້ນນ່າ ເຮັດວຽກແບບຜິດກົດໝາຍຫັ້ນນ່າ ທີ່ທາງການມາເລເຊັຽ ເຂົາແຈ້ງການມາຫັ້ນ.”
ຜ່ານມາຄົນງານລາວ ທີ່ລັກລອບໄປເຮັດວຽກ ຢູ່ປະເທດມາເລເຊັຽ ສ່ວນຫຼາຍມັກໄດ້ຮັບການຊັກຊວນຈາກຄົນງານລາວ ທີ່ເດີນທາງໄປກ່ອນໜ້ານີ້ ໂດຍພວກເຂົາເຈົ້າ ຈະເດີນທາງ ຜ່ານປະເທດໄທຍ ແລະຂ້າມໄປຍັງປະເທດມາເລເຊັຽ ບໍຣິເວນແຂວງສົງຂາ ຂອງປະເທດໄທຍ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບແຮງງານເຄື່ອນຍ້າຍ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເຂົາເຈົ້າອາຈແມ່ນຜ່ານທາງໄທຍຕິ ຈຶ່ງຈະໄປມາເລເຊັຽໄດ້ ສ່ວນໃຫຍ່ກໍໄດ້ຍິນເຂົາເວົ້າ ມີຄົນໄປຢູ່ ລັກໄປ ສ່ວນໃຫຍ່ຈະຜ່ານທາງໄທຍພຸ້ນແຫຼະ ເພາະຈໍານວນນຶ່ງທີ່ອາຈບໍ່ຖືກຕ້ອງ ອາຈແມ່ນໄປໄທຍ ແລ້ວກໍກາຍໄປເລີຍ ໄປມາເລເຊັຽຕໍ່ພຸ້ນເລີຍ ບໍ່ແນ່ ອາຊີບທີ່ຂະເຈົ້າຈະເຮັດແທ້ຫັ້ນນ່າ ສ່ວນຫຼາຍກໍເປັນປະມົງບໍ ສ່ວນຫຼາຍໄປມາເລ.”
ການເຮັດວຽກ ໃນຂແນງການປະມົງ ແລະອຸດສາຫະກັມປຸງແຕ່ງອາຫານທະເລ ເປັນວຽກທີ່ຕ້ອງໃຊ້ທັກສະສີມືແຮງງານ ແຕ່ຢ່າງໃດກໍຕາມ ຄົນງານລາວທີ່ຖືກຕົວໄປເຮັດວຽກ ສ່ວນຫຼາຍ ພັດບໍ່ມີທັກສະ ໃນດ້ານດັ່ງກ່າວນີ້ ເຮັດໃຫ້ພວກເຂົາເຈົ້າ ອາຈຕົກຢູ່ໃນສະພາບອັນຕລາຍ ໃນຂະນະທີ່ເຮັດວຽກ.
ດັ່ງນັກສິດທິມະນຸດ ທີ່ເຮັດວຽກດ້ານແຮງງານຂ້າມຊາດ ນາງນຶ່ງ ກ່າວວ່າ:
“ແລ້ວຄົນງານປະມົງ ມັນຕ້ອງເປັນຄົນງານ ທີ່ມີ Skilled ເນາະ ຕ້ອງມີທັກສະໜ້ອຍນຶ່ງນ່າ ຄືເຮືອປະມົງ ມັນຈະມີຄວາມອັນຕລາຍເນາະ ບາງຄົນກໍຖືກອຸປະກອນພວກນີ້ແຫຼະ ເຮັດໃຫ້ເກີດບາດເຈັບ ຄົນງານສ່ວນໃຫຍ່ ທີ່ມານີ່ ນຶ່ງ ນອກຈາກບໍ່ຮູ້ວ່າໂຕເອງ ຕ້ອງມາເຮັດວຽກ ໃນເຮືອແລ້ວນີ່ ສອງມາກໍບໍ່ມີທັກສະເນາະ ບໍ່ຮູ້ວ່າໃນເຮືອເຂົາເຮັດອີ່ຫຍັງອີ່ສັງ ເມື່ອຮູ້ ພັດບໍ່ໄດ້ຕຣຽມໂຕ.”
ຄົນງານລາວ ທີ່ເຮັດວຽກແບບບໍ່ຖືກກົດໝາຍ ຢູ່ປະເທດມາເລເຊັຽ ສ່ວນນຶ່ງເປັນແມ່ຍິງລາວ ທີ່ເຮັດວຽກດ້ານການບໍຣິການ ພາຍໃນຮ້ານອາຫານ ຢູ່ນະຄອນຫຼວງກົວລາລັມເປີ້ ຍ້ອນໄດ້ຄ່າແຮງງານຫຼາຍກວ່າ ການເຮັດວຽກຢູ່ປະເທດໄທຍ ປະມານ 2 ເທົ່າ ແລະຫຼາຍກວ່າເຮັດວຽກຢູ່ປະເທດລາວ ປະມານ 10 ເທົ່າ.
ດັ່ງເຈົ້າຂອງບໍຣິສັດ ຈັດຫາງານ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 8 ມິຖຸນາ 2022 ນີ້ວ່າ:
“ສ່ວນຫຼາຍ ຊິເປັນຮ້ານອາຫານອິຫຍັງ ປະມານນີ້ຫັ້ນນ່າ ແມ່ນໆ ສິເພິ່ນລັກໆ ໄປເອງອາຈມີ 2 ເທົ່າຂອງໄທຍ ຂອງໄທຍ ຢູ່ 10,000 (ບາດ) ຢູ່ມາເລ ກໍອາດຊິ 20,000, 25,000 ຫາ 30,000 (ບາດ) ສ່ວນໃຫຍ່ ທີ່ຂ້ອຍໄດຂໍ້ມູນມາ ສ່ວນໃຫຍ່ເປັນພວກຜູ້ສາວຫັ້ນນ່າ ຍິງໂສດຫັ້ນນ່າ ຊິຢູ່ຮ້ານອາຫານອິຫຍັງປະມານນີ້ ຊັກຊວນໄປ ໂດຍທີ່ວ່າ ຜ່ານໄທຍຫັ້ນແຫຼະ ໄປ Passport ຈໍ້າ ຈໍ້າເຂົ້າໄທຍ ແລ້ວກະຈໍ້າໄປຕໍ່ຫັ້ນນ່າ.”
ອີງຕາມບົດຣາຍງານ ຂອງອົງການສາທາຣະສະສຸຂ ແລະສວັດດີການແຫ່ງປະເທດມາເລເຊັຽ ຫຼື PKKUM (Pertubuhan Kesihatan dan Kebajikan Umum Malaysia) ລະບຸວ່າ ເຖິງແມ່ນວ່າ ທາງການມາເລເຊັຽ ຈະຈໍາກັດການໃຫ້ບໍຣິການທາງເພດ ໃນທຸກແຂວງ ແຕ່ອາຊີບດັ່ງກ່າວນີ້ ພັດຍັງແຜ່ກະຈາຍໄປທົ່ວປະເທດ ແລະມີຜູ້ໃຫ້ບໍຣິການເປັນຄົນທ້ອງຖິ່ນ ແຕ່ໃນໄລຍະ 10 ປີ ຜ່ານມາ ພັດມີຄົນຕ່າງປະເທດ ເປັນຕົ້ນ: ຄົນຈີນ, ພະມ້າ, ວຽດນາມ, ໄທຍ, ລາວ ແລະກັມພູຊາ ລັກລອບເຂົ້າມາຂາຍບໍຣິການທາງເພດ ແບບຜິດກົດໝາຍ ພາຍໃນຮ້ານອາຫານ, ຮ້ານນວດ ແລະແຄມທາງ ຢູ່ນະຄອນຫຼວງ ກົວລາລັມເປີ້.
ປັດຈຸບັນຄົນງານລາວ ໄດ້ເດີນທາງໄປເຮັດວຽກ ຢູ່ພາຍໃນຫົວໜ່ວຍແຮງງານຂນາດກາງ ແລະຂນາດນ້ອຍ ໃນຂແນງແຮງງານ ດ້ານການກະສິກັມ, ການບໍຣິການ ແລະອຸດສາຫະກັມອື່ນໆ ຢູ່ປະເທດໄທຍ, ເກົາຫຼີໃຕ, ຢີ່ປຸ່ນ ແລະມາເລເຊັຽ ແຕ່ຢ່າງໃດກໍຕາມ ມີພຽງແຕ່ປະເທດມາເລເຊັຽເທົ່ານັ້ນ ທີ່ທາງການລາວ ຍັງບໍ່ທັນໄດ້ເຮັດ MOU ໃນການຈັດສົ່ງຄົນງານ ໄປເຮັດວຽກແບບຖືກຕ້ອງຕາມກົດໝາຍ.
ກ່ອນໜ້ານີ້ ເມື່ອວັນທີ່ 10 ສິງຫາ 2021 ຍານາງ ອານຸສອນ ຄໍາສິງສວັດ ຫົວໜ້າກົມພັທນາສີມືແຮງງານ ແລະຈັດຫາງານ ກ່າວໃນກອງປະຊຸມປຶກສາຫາລື ແຜນງານໂຄງການປະກັນສິດທິແຮງງານ ທີ່ເຮັດວຽກໃນປະເທດເອເຊັຽຕາເວັນອອກສ່ຽງໃຕ້ ວ່າ ຄົນງານໃນຂແນງການປະມົງ ແລະອຸດສາຫະກັມປຸງແຕ່ງອາຫານທະເລ ມີຄວາມສ່ຽງທີ່ຈະຖືກຂູດຮີດແຮງງານ ແລະຖືກລະເມີດສິດທິຕ່າງໆ ຫຼາຍກວ່າເຮັດວຽກງານໃນຂແນງການອື່ນໆ ເຊິ່ງທາງການລາວ ກໍໄດ້ພຍາຍາມເກັບກໍາຂໍ້ມູນ ເພື່ອຫາແນວທາງໃນການປ້ອງກັນແຮງງານ ໃຫ້ໄດ້ຮັບຄວາມປອດພັຍໃນຂະນະທີ່ເຮັດວຽກ, ໄດ້ຮັບຄ່າຈ້າງແຮງງານທີ່ເໝາະສົມ ແລະສິດຜົລປະໂຫຍດທີ່ຄົນງານຄວນໄດ້ຮັບ ເພື່ອສນອງຂໍ້ມູນສໍາລັບເຮັດ MOU ວ່າດ້ວຍການສົ່ງຄົນງານລາວ ໄປເຮັດວຽກໃນຂແນງການປະມົງ ແລະອຸດສາຫະກັມປຸງແຕ່ງອາຫານທະເລ ຢູ່ປະເທດມາເລເຊັຽ ໃຫ້ສໍາເຣັດ ພາຍໃນປີ 2023 ນີ້.