ຄົນລາວ ທີ່ລັກລອບເຮັດວຽກຢູ່ໄທຍ ສ່ຽງຕົກເປັນເຫຍື່ອ ການຄ້າມະນຸສ
2023.09.20

ຄົນງານລາວຈໍານວນຫລາຍ ໄປເຮັດວຽກຢູ່ໄທຍ ແບບຖືກກົດໝາຍ ແລະ ຜິດກົດໝາຍ ໃນໄລຍະ 2 ປີມານີ້. ສໍາລັບຜູ້ທີ່ໄປແບບຜິດກົດໝາຍ ແມ່ນສ່ຽງຕໍ່ການຖືກຂູດຮີດ ແລະເອົາລັດເອົາປຽບ ຈາກນາຍຈ້າງ ເປັນຕົ້ນ ເຮັດວຽກບໍ່ໄດ້ຮັບຄ່າຕອບແທນ ແລະການຕົກເປັນເຫຍື່ອ ຂອງການຄ້າມະນຸສ ຍ້ອນບໍ່ໄດ້ຮັບການຄຸ້ມຄອງ ຈາກກົດໝາຍໄທຍ ດັ່ງນັກຮຽນຊັ້ນ ມ.7 ທີ່ອອກໂຮງຮຽນ ໄປເຮັດວຽກຢູ່ໄທຍ ແບບຜິດກົດໝາຍນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 5 ກັນຍານີ້ວ່າ:
“ແຕ່ກ່ອນກໍເຮັດຮ້ນອາຫານເດ້ ເຮັດໄດ້ເດືອນນຶ່ງແລ້ວເງິນເດືອນກໍບໍ່ໄດ້ ອິຫຍັງກໍບໍ່ໄດ້. ເຈົ້ານາຍໂກງເດ້ ຂໍພານ້ອງໄປຕໍ່ບັດ ເພາະວ່າບັດມັນຊິໝົດອາຍຸ້ເດ້. ເຂົາບໍ່ໃຫ້ໄປຕໍ່ ໃຫ້ບັດຂາດ ເພິ່ນວ່າໄດ໋ ພວກຂ້ອຍລະບໍ່ພໍໃຈ ແລ້ວບໍ່ພໍໃຈແລ້ວບັດນີ້ແຫລະ ເພິ່ວ່າເອີ ຄັນບໍ່ພໍໃຈກໍອອກເລີຍ ເພິ່ນກໍເວົ້າວ່າຊິໄດ້ເງິນເດືອນ ລາວກໍບໍ່ໃຫ້ຫັ້ນເດ້. ແມ່ນ ເພິ່ນວ່າຄັນບໍ່ອອກແຫລະ ຊິເອົາປືນຍິງພຸ້ນນ່າ ກໍເລີຍຈໍາເປັນອອກຫັ້ນແຫລະເນາະ ເຮົາກໍຢ້ານເນາະ.”
ນາງເວົ້າຕໍ່ໄປວ່າ ນາງ ແລະໝູ່ເພື່ອນ ທີ່ມີອາຍຸບໍ່ຮອດ 18 ປີ ພາກັນມາປະເທດໄທຍ ແຕ່ເດືອນສິງຫາ, ຈາກນັ້ນ ກໍມີນາຍໜ້າຄົນໄທຍ ພາໄປເຮັດວຽກເປັນແມ່ບ້ານ ຢູ່ຮ້ານອາຫານແຫ່ງນຶ່ງ ໃນແຂວງອະຍຸທຍາ. ເຮັດວຽກມາໄດ້ 1 ເດືອນ ກໍພາກັນຂໍອະນຸຍາດຈາກນາຍຈ້າງ ເພື່ອໄປຕໍ່ອາຍຸໜັງສືຜ່ານແດນ, ແຕ່ນາຍຈ້າງ ບໍ່ອະນຸຍາດ ແລະໄລ່ພວກນາງອອກ ໂດຍບໍ່ໃຫ້ເງິນເດືອນ ຈໍານວນ 10,000 ບາທ ພ້ອມທັງຂູ່ວ່າ ຖ້າຫາກຝ່າຝືນ ຈະໃຊ້ປືນຍິງ, ເຮັດໃຫ້ພວກນາງຈໍາຕ້ອງໜີ ອອກຈາກຮ້ານນັ້ນໄປ ແລະກໍບໍ່ໄດ້ຟ້ອງຮ້ອງຕໍ່ເຈົ້າໜ້າທີ່ຕໍາຣວດໄທຍ ຍ້ອນບໍ່ມີບັດອະນຸຍາດເຮັດວຽກ.
ພ້ອມດຽວກັນນັ້ນ ແມ່ຍິງລາວ ທີ່ມາເຮັດວຽກເປັນຄົນເສີບ ຢູ່ຮ້ານອາຫານ ທີ່ບາງກອກ ນາງນຶ່ງ ກໍເວົ້າເຖິງຄົນງານລາວ ຫລາຍຄົນ ທີ່ມາເຮັດວຽກຢູ່ໄທຍ ໂດຍສະເພາະແມ່ຍິງ ທີ່ເຮັດວຽກໃນຂແນງບໍຣິການ ຮວມທັງເປັນແມ່ບ້ານ ແມ່ນຕ້ອງໄດ້ເຮັດວຽກຕິດຕໍ່ກັນເຖິງ 10-12 ຊົ່ວໂມງຕໍ່ມື້ ໂດຍບໍ່ໄດ້ຮັບເງິນຄ່າເຮັດວຽກກາຍໂມງ.
“ບໍ່ ເພາະວ່າມັນເປັນຮ້ານອາຫານ ມັນບໍ່ມີ OT ເອີ ເຂົ້າງານ 8 ໂມງເລີກ 2 ທຸ້ມ 8 ໂມງເຊົ້າຮອດ 2 ທຸ້ມ 10 ຊົ່ວໂມງກໍ໊ ບໍ່ມີນະ ເພິ່ນບໍ່ມີ OT. ນອກຈາກວັນຢຸດ ໄດ້ເຮັດງານເພິ່ນຊິໃຫ້ໂອທີໃຫ້ ຮ້ານທີ່ເອື້ອຍຢູ່ເພິ່ນໃຫ້ຢຸດທຸກວັນຈັນ ເພິ່ນກໍາລັງແລ່ນເຣື່ອງ ເຮັດປະກັນສັງຄົມໃຫ້ຢູ່ ແຕ່ວ່າຖ້າເຮົາບໍ່ສະບາຍເພິ່ນກໍ ກໍແລ້ວແຕ່ບາງໝ້ອງເດີ, ແຕ່ວ່າສ່ວນຫລາຍເພິ່ນພາໄປ ກໍບໍ່ຄ່ອຍຊິແພງປານໃດ ແຕ່ຖ້າເຮົາໄປຄລີນິກຫາຫຍັງກໍຊິແພງຢູ່.”
ຫລັງຈາກການແພ່ຣະບາດ ຂອງໂຄວິດ-19 ຫລຸດຜ່ອນລົງ ທຸຣະກິຈການທ່ອງທ່ຽວ ແລະການບໍຣິການ ກໍເຕີບໂຕຂຶ້ນ ເຮັດໃຫ້ນາຍຈ້າງໄທຍ ຕ້ອງການຄົນງານຫລາຍ ຊຶ່ງບັນຫານຶ່ງທີ່ຕາມມາ ກໍຄືການບັງຄັບຄົນງານລາວ ແລະຄົນສັນ ຊາດອື່ນໆ ໂດຍສະເພາະຄົນງານ ທີ່ບໍ່ມີໃບອະນຸຍາດເຮັດວຽກ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ເຄືອຂ່າຍໂຄງການນາຍຈ້າງສີຂາວ ຕໍ່ວິທຍຸເອເຊັຽເສຣີ.
“ການນາບຂູ່ ບັງຄັບໃຫ້ເຮັດວຽກ ຈະພົບຫລາຍຂຶ້ນ ບັງຄັບໃຫ້ເຮັດວຽກໜັກ ຫລືບໍ່ ການບັງຄັບໃຊ້ຄົນງານ ກໍຄືບໍ່ໃຫ້ໄປບ່ອນອື່ນ ມັນກໍຖືວ່າ ບັງຄັບແລ້ວ ໃຊ້ກໍາລັງນາບຂູ່ ກັກຂັງ ຫລືບໍ່ນັ້ນ ອາຈບໍ່ຈໍາເປັນ ພຽງແຕ່ບໍ່ໃຫ້ໄປບ່ອນອື່ນ ກໍພໍແລ້ວ ກໍຖືວ່າ ເປັນການກັກຂັງແລ້ວ ມາເຮັດວຽກກັບຂ້ອຍ ຄັນບໍ່ເຮັດນໍາຂ້ອຍ ຂ້ອຍຈະຍິງ ອີ່ຫຍັງປະມານນີ້.”
ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຊ່ອຍເຫລືອຄົນງານຕ່າງປະເທດ ໃນໄທຍ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ຄົນງານລາວບາງສ່ວນ ທີ່ເຂົ້າມາເຮັດວຽກຢູ່ໄທຍແບບຜິດກົດໝາຍ ຈໍາເປັນຕ້ອງໄດ້ເຮັດວຽກແບບລີ້ຊ່ອນ ຫລືບາງສ່ວນ ກໍຖືກເຈົ້າໜ້າທີ່ໄທຍ ເກັບໄຖເງິນນໍາ ປະມານເດືອນລະ 500 ບາທ.
ນາງເວົ້າວ່າ:
“ປົກກະຕິທັມມະດາ ມັນກໍມາແບບປິດໆກັນຢູ່ແລ້ວ ຄືລາວນີ້ ເອື້ອຍເຂົ້າໃຈຫັ້ນແຫລະວ່າ ມັນມີຄົນ ທີ່ເຄີຍເຂົ້າມາເຮັດວຽກກ່ອນແລ້ວ ນາຍໜ້າທີ່ເຮັດເປັນກໍບອກວ່າ ໄປ ພວກເຮົາໄປເຮັດ MOU ກັນ. ສ່ວນນາຍໜ້າທີ່ເຮັດບໍ່ເປັນ ກໍບອກວ່າ ໄປ ດຽວຂ້ອຍໄປຈໍ້າກາວີຊ້າໃຫ້ ກໍຈໍ້າກາວີຊ້າ ເຮັດວຽກ ແລ້ວແອບເຮັດວຽກ ພວກນີ້ກໍຄືຈະຖືກຕໍາຣວດ ຄອບຮີດໄຖເງິນຢູ່ແລ້ວ ກໍຕ້ອງຄອຍຫລົບ. ບາງເທື່ອ ຂຶ້ນທະບຽນບໍ່ຖືກຕ້ອງ ກໍຫລົບເຮັດວຽກ ຫລືບາງເທື່ອ ຫລີກລ່ຽງບໍ່ໄດ້ ກໍໄດ້ຈ່າຍເປັນລາຍເດືອນໄປ.”
ນັກຮຽນຊັ້ນ ມ.7 ຜູ້ດຽວກັນນັ້ນ ເວົ້າຕື່ມອີກວ່າ ໃນໄລຍະຫລາຍເດືອນ ທີ່ຜ່ານມາ ນັກຮຽນຊັ້ນມັທຍົມປາຍ ຫລາຍຄົນ ຕັດສິນໃຈປະລະການຮຽນ ເພື່ອໄປເຮັດວຽກຢູ່ໄທຍ ຍ້ອນໄດ້ເງິນຫລາຍກວ່າ ເຮັດວຽກຢູ່ລາວ.
“ຢູ່ບ້ານກໍເງິນເດືອນຖືກເດ໋ ເຮົາກໍເລີຍຢາກມາພີ້ ກໍເດືອນລະ 2 ພັນບາດຈັ່ງຊີ້ນ່າ ເຮົາຍັງຮຽນຍັງບໍ່ຈົບ ຫາກໍ່ມາເດ້ ງານບ້ານຫລືວ່າຮ້ານອາຫານກໍໄດ້ 13 ພັນ-14 ພັນບາດນີ້ລະ ມາກັບໝູ່ຫລາຍຄົນ ກໍແພງ ກໍຄັນວ່າແພງກໍແພງຢູ່ MOU ກໍ 10 ພັນປາຍແລ້ວເດ້ ກໍຫລຸດລົງ ກໍດີຢູ່ ເພາະວ່າຄົນລາວເຮົາບໍ່ມີເງິນເນາະ ກໍຢາກໃຫ້ກ່ຽວກັບງານນີ້ລະ ຄືວ່າເຮົາມາເຮັດງານ ເຮົາກໍຢາກໄດ້ບ່ອນດີໆຫັ້ນນ່າ.”
ແມ່ຍິງລາວ ທີ່ມາເຮັດວຽກເປັນແມ່ບ້ານ ຢູ່ໄທຍອີກນາງນຶ່ງ ກໍເວົ້າວ່າ ເຖິງແມ່ນຢູ່ລາວ ໄດ້ປັບຂຶ້ນເງິນເດືອນຂັ້ນຕໍ່າໃຫ້ຄົນງານ 1.3 ລ້ານກີບ ໃນປີນີ້ ແລະຄາດວ່າ ຈະປັບຂຶ້ນອີກເປັນ 1.6 ລ້ານກີບ ໃນເດືອນຕຸລາປີນີ້ ແຕ່ກໍຍັງເຫັນວ່າ ຄ່າຈ້າງຍັງຖືກຫລາຍຢູ່ ເມື່ອທຽບໃສ່ກັບການມາເຮັດວຽກຢູ່ໄທຍ ທີ່ຄິດໄລ່ເປັນເງິນກີບ ໄດ້ປະມານ 7 ລ້ານ 9 ລ້ານກີບຕໍ່ເດືອນ ຄືສູງກວ່າຢູ່ລາວຫລາຍເທົ່າ. ນັ້ນກໍເປັນສາເຫດນຶ່ງ ທີ່ເຮັດໃຫ້ຄົນງານລາວ ມາເຮັດວຽກຢູ່ໄທຍ ຢ່າງຕໍ່ເນື່ອງ.
“ອໍ໋ ຢູ່ລາວມັນຫາເງິນ ເງິນມັນບໍ່ມີລາຄາ ເຮັດວຽກຢູ່ລາວມັນແບບເງິນໜ້ອຍ ເຮັດວຽກຢູ່ແລ້ວ ແມ່ບ້ານກໍບໍ່ເກີນ 2 ລ້ານເນາະ ແຕ່ຢູ່ໄທຍຄືໃຫ້ເງິນເດືອນຕໍ່າສຸດຄື ຂຶ້ນທີ່ 10 ພັນບາທເລີຍ ກໍເດືອນນຶ່ງ ຄັນຫັກຄ່າຢູ່ຄ່າກິນກໍບໍ່ຕໍ່າກວ່າ ຄັນຕໍ່າສຸດກໍ 8 ພັນຫາ 9 ພັນບາທ ຄົນງານມັນຈ້າງແຮງງານຖືກ ແລ້ວກໍໃຊ້ວຽກກໍແບບ... ເຣື່ອງເງິນນີ້ຢູ່ໃສຄືກັນເລີຍ ມັກຈ້າງຖືກ.”
ອີງຕາມການຣາຍງານຂອງ ຍານາງ ແອນນ່າ ເອັງບຣັອມ ຜູ້ຈັດການໂຄງການ ສາມຫລ່ຽມ ໃນອາຊ້ຽນ, ວຽກຂອງແມ່ຍິງ ທີ່ເຮັດວຽກເປັນແມ່ບ້ານ ເຊັ່ນແຕ່ງ ອາຫານ, ທໍາຄວາມສະອາດ, ດູແລຜູ້ສູງອາຍຸ, ເດັກນ້ອຍ ແລະຄົນພິການ, ເຮັດສວນ, ຂັກເຄື່ອງ ແລະມ້ຽນເຮືອນ ເປັນວຽກທີ່ເມື່ອຍ ແລະສົ່ງຜົລກະທົບຕໍ່ອາຣົມ. ພ້ອມດຽວກັນນັ້ນ ກໍຍັງເປັນວຽກງານ ທີ່ບໍ່ມີການກໍານົດຄ່າຈ້າງ ຂັ້ນຕໍ່າ, ຊົ່ວໂມງການເຮັດວຽກ, ການຈ່າຍເງິນກາຍໂມງເຮັດວຽກ, ມື້ພັກຜ່ອນ ແລະການເຂົ້າເຖິງການປົກປ້ອງ ທາງສັງຄົມອື່ນໆ.