ໃນໄລຍະ 3 ປີ ທາງການລາວຫຼຸດ ຈຳນວນໂຄຕ້າຣ໌ ຣັຖກອນຄຣູລົງ
2022.06.06

ໃນລະຫວ່າງປີ 2020-2022 ກົມຈັດຕັ້ງພນັກງານ ກະຊວງສຶກສາທິການ ແລະກິລາ ໄດ້ດຳເນີນການຮັບແລະບັນຈຸຣັຖກອນຄຣູເປັນຈຳນວນ 1,814 ຄົນ ໃນນັ້ນເປັນການຮັບແລະບັນຈຸໃນປີ 2020 ຈຳນວນ 966 ຄົນ, ໃນປີ 2021 ຮັບຈຳນວນ 530 ຄົນ ແລະ ໃນປີ 2022 ມີການຮັບແລະບັນຈຸພຽງແຕ່ 318 ຄົນເທົ່ານັ້ນ ໂດຍແຂວງທີ່ໄດ້ຮັບໂຄຕ້າຣ໌ຄຣູຫຼາຍກວ່າໝູ່ ແມ່ນແຂວງສວັນນະເຂດ 55 ຄົນ, ແຂວງຈຳປາສັກ 33 ຄົນ ແລະ ແຂວງສາຣະວັນ 28 ຄົນ.
ໃນຂະນະທີ່ໂຮງຮຽນຊັ້ນອະນຸບານ, ປະຖົມສຶກສາ ແລະ ມັທຍົມສຶກສາ ພາຍໃນຫຼາຍເມືອງແລະຫຼາຍແຂວງ ໂດຍສະເພາະໃນພື້ນທີ່ເຂດນອກ ຍັງປະສົບບັນຫາຂາດແຄນຄຣູ ອີກເປັນຈຳນວນຫຼາຍ ຍ້ອນເຫດຜົລດັ່ງກ່າວນີ້ ຈຶ່ງເຮັດໃຫ້ການຮຽນ-ການສອນ ຫຼຸດຄຸນນະພາບລົງ.
ດັ່ງຜູ້ອຳນວຍການໂຮງຮຽນ ລະດັບຊັ້ນມັທຍົມສຶກສາ ຢູ່ແຂວງຫຼວງພຣະບາງ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 06 ມິຖຸນາ 2022 ນີ້ວ່າ:
“ໂຕນີ້ນີ້ອັນນ່າ ຂ້ອຍກໍບໍ່ເຂົ້າໃຈນຳກະຊວງເນາະ ແຕ່ວ່າຄວາມຕ້ອງການຢູ່ທ້ອງຖິ່ນແທ້ ມີຄວາມຕ້ອງການ ແຕ່ມັນຂາດແທ້ເຣື່ອງການວິຈັຍຄຣູເນາະ ເຣື່ອງຄວາມຕ້ອງການຄຣູນີ້ ມັນຫຼາຍຜົລ ການວິຈັຍຄວາມຕ້ອງການກໍຫຼາຍຢູ່ ມັນຈະມີກໍສັດສ່ວນຄຣູມັທຍົມ ຄຣູປະຖົມ ໂອ້ຫຼາຍ ຄວາມຕ້ອງການມັນເປັນ 1,000 ພຸ້ນແຫຼະ.”
ກ່ຽວກັບເຣື່ອງນີ້ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງກົມຈັດຕັ້ງ ພນັກງານກະຊວງສຶກສາທິການ ແລະກິລາ ເພື່ອສອບຖາມກ່ຽວກັບໂຄຕ້າຣ໌ ການຮັບແລະບັນຈຸ ຣັຖກອນຄຣູຫຼຸດລົງ ແລະບັນຫາຂາດແຄນຄຣູຈຳນວນຫຼາຍ ແຕ່ເຈົ້າໜ້າທີ່ ຈະຮັບຮູ້ກ່ຽວກັບບັນຫາດັ່ງກ່າວ ແຕ່ພັດບໍ່ຮູ້ເທື່ອວ່າ ທາງການລາວຈະມີນະໂຍບາຍ ໃນການແກ້ໄຂບັນດັ່ງກ່າວນີ້ ດ້ວຍວິທີການໃດ.
ເຖິງແມ່ນວ່າໂຄຕ້າຣ໌ ການຮັບແລະບັນຈຸຣັຖກອນຄຣູ ຂອງປີ 2022 ນີ້ຈະຫຼຸດລົງ ເປັນຈຳນວນຫຼາຍ ແລະບໍ່ສອດຄ່ອງກັບ ສະພາບໂຕຈິງແຕ່ຢ່າງໃດກໍຕາມ ໜ່ວຍງານທີ່ກ່ຽວຂ້ອງພັດ ບໍ່ໄດ້ອອກມາຊີ້ແຈງຣາຍລະອຽດ ກ່ຽວກັບເຣື່ອງດັ່ງກ່າວນີ້ເທື່ອ.
ດັ່ງເຈົ້າໜ້າທີ່ ຂແນງການຈັດຕັ້ງພນັກງານ ຢູ່ແຂວງພາກເໜືອຜູ້ບໍ່ປະສົງອອຊື່ ແລະຕຳແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ແຕ່ວ່າວຽກໂຕນີ້ ຂ້ອຍກໍຢາກໃຫ້ເຂົ້າຖາມຂແນງຈັດຕັ້ງ ສະເນາະມັນຢູ່ຜແນກສຶກສາຫັ້ນແຫຼະ ແຕ່ມັນເປັນຂແນງຈັດຕັ້ງ ເພິ່ນສິໃຫ້ຄຳຕອບໄດ້ເບິດເນາະວ່າ ມີຜ່ານມາມີເທົ່າໃດໄດ້ຮັບເທົ່າໃດ ຫຼືວ່າສັບຊ້ອນໄດ້ໂຕໃດຫັ້ນນ່າຣັຖກອນຄຣູ ຖ້າວ່າລົງໄປຕາມອັນນ່າ ໜ່ວຍຣາຍວິຊາກໍຖືວ່າຂາດຫຼາຍຫັ້ນແຫຼະ ມັນກໍມີບ່ອນເຫຼືອບໍ່ພໍຫັ້ນແຫຼະ ແຕ່ສ່ວນຫຼາຍຫັ້ນມັນບໍ່ພໍ.”
ໃນຂະນະດຽວກັນ ຄຣູອາສາທີ່ເຮັດວຽກມາແລ້ວ ເປັນເວລາຫຼາຍປີ ແລະມີຄວາມຫວັງວ່າຈະໄດ້ຮັບການຊັບຊ້ອນຂຶ້ນ ເປັນຣັຖກອນຄຣູໃນປີນີ້ ແຕ່ເມື່ອບໍ່ໄດ້ຮັບການຄັດເລືອກ ພັດເຮັດໃຫ້ພວກເຂົາເຈົ້າຮູ້ສຶກໝົດກຳລັງໃຈ ຕ້ອງການລາອອກໄປເຮັດວຽກແນວອື່ນແທນ.
ດັ່ງຄຣູອາສາທີ່ເຮັດວຽກມາແລ້ວ 7 ປີ ຢູ່ແຂວງສວັນນະເຂດ ນາງນຶ່ງກ່າວວ່າ:
“ກໍວ່າຫຼາຍປີ ຂະເຈົ້າກໍບໍ່ໄດ້ວ່າດ້ວຍເລັກນ້ອຍເນາະ ແລ້ວຂະເຈົ້າກໍແບ່ງສອນ ມາຄືວ່າແຫຼະ ຜູ້ໃດໂຊກດີກໍໄດ້ຮັບໄປ ບໍ່ໆ ສອນລ້າໆ ສອນຟຣີເລີຍ ເຫັນໂຕເລຂອອກມາແລ້ວ ກໍບໍ່ມີກຳລັງໃຈແລ້ວ ກໍບໍ່ສ່າງສິວ່ານຳເຂົາເລີຍ ຂໍອີ່ຫຍັງໄປກໍໜ້າຈະບໍ່ໄດ້ແລ້ວຕິ ເບິ່ງສູ່ມື້ນີ້ກໍຍາກໆ ແລ້ວດຽວນີ້ກໍສ່ວນຫຼາຍກໍ ນາຍຄຣູສິບໍ່ພໍແລ້ວແຫຼະ ໃຜກໍອອກຫຼາຍ ຂະເຈົ້າບໍ່ໄດ້ແລ້ວ ຂະເຈົ້າກໍອອກ.”
ຍານາງກ່າວຕື່ມວ່າ ການເຮັດວຽກເປັນຄຣູອາສາ ຢູ່ພາຍໃນປະເທດລາວ ບໍ່ວ່າຈະເປັນເຂດໂຕເມືອງ ຫຼືພື້ນທີ່ເຂດນອກ ພັດບໍ່ໄດ້ຮັບຄ່າຕອບແທນໃດໆ ສະນັ້ນຜູ້ທີ່ເຮັດວຽກເປັນຄຣູອາສາ ຈະຕ້ອງເຮັດວຽກອື່ນເສີມ ນຳດ້ວຍເພື່ອໃຫ້ມີຣາຍໄດ້ ສຳລັບໃຊ້ໃນການຫາລ້ຽງຄອບຄົວ ແລະຄຣູອາສາບາງຄົນ ກໍຕັດສິນໃຈລາອອກ ເພື່ອໄປເຮັດວຽກໃນສາຍອາຊີບອື່ນ ທີ່ມີຣາຍໄດ້ລ້ຽງໂຕເອງ ແລະຄອບຄົວໄດ້ແທນ.
ສຳລັບຄຣູອາສາ ທີ່ຕ້ອງການໄດ້ຮັບການສັບຊ້ອນ ເປັນຣັຖກອນຄຣູຈະຕ້ອງຜ່ານ ການສອບເສັງ ໃນຣາຍວິຊາຕາມທີ່ທາງກະຊວງ ສຶກສາທິການແລະກິລາ ເປັນຜູ້ກຳນົດ ທັງນີ້ຜູ້ທີ່ຈະມີສິດເຂົ້າສອບເສັງ ເປັນຣັຖກອນນັ້ນ ຈະຕ້ອງເຮັດວຽກເປັນຄຣູອາສາ ເປັນໄລຍະເວລາບໍ່ໜ້ອຍກວ່າ 4 ປີ ແລະ ຖ້າຫາກຜ່ານການຄັດເລືອກ ຈຶ່ງຈະໄດ້ຮັບການບັນຈຸເປັນຣັຖກອນຄຣູ.
ດັ່ງເຈົ້າໜ້າທີ່ ຜແນກຈັດຕັ້ງພນັກງານ ຂັ້ນສູນກາງຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງ ທ່ານນຶ່ງກ່າວວ່າ:
“ແຈ້ງໃຫ້ຊຸດ 4 ປີຂຶ້ນໄປຫັ້ນນ່າ ມາເສັງທີ່ຫາກໍເຂົ້າໄປປີດຽວກໍບໍ່ເຂົ້າມາເສັງເທື່ອ ມັນກໍຈະມີວິຊາທີ່ຣະບຸເຂົ້າໂຮງຮຽນເລີຍ ໃຜຖືວິຊາມີວິຊາກໍໃຫ້ມາເສັງ ມັນກໍມີວິຊາທີ່ທາງກະຊວງເພິ່ນ ອັນອີງໃສ່ບົດວິຈັຍເພິ່ນກໍຣະບຸມາເລີຍ ກໍມີອະນຸບານ ປະຖົມ ແລະ ບາງວິຊາ ຂອງຊັ້ນມັທຍົມ ແມ່ນລະຖ້າເປັນຄຣູອາສາ ຖ້າວ່າເສັງຜ່ານເກນມາຕຖານ ເກນເງື່ອນໄຂ ຄັນໄດ້ເບິດກໍຈະໄດ້ບັນຈຸ ເຂົ້າເປັນຣັຖກອນຄຣູເລີຍ.”
ທີ່ຜ່ານມາຄຣູອາສາ ທີ່ໄດ້ຮັບການຊັບຊ້ອນ ເປັນຣັຖກອນຄຣູ ຈຳນວນນຶ່ງໃຊ້ເສັ້ນສາຍ ຫຼືຊື້ຈ້າງເຈົ້າໜ້າທີ່ທີ່ ເຮັດວຽກຢູ່ພາຍໃນໜ່ວຍງານ ດ້ານການສຶກສາໃຫ້ບັນຈຸຣາຍຊື່ ຂອງໂຕເອງເປັນຣັຖກອນ.
ດັ່ງຄຣູອາສາ ທີ່ເຮັດວຽກມາແລ້ວ 6 ປີ ຢູ່ແຂວງບໍຣິຄຳໄຊ ທ່ານນຶ່ງກ່າວວ່າ:
“ກາສິແມ່ນ ແມ່ນແທ້ຫັ້ນແຫຼະ ບໍ່ຮູ້ນຳຜູ້ໃຫຍ່ ເພິ່ນຂະເຈົ້າເຮັດກັນເອງນ່າ ຜູ້ໃຫຍ່ຜູ້ໃຫຍ່ຂັ້ນເທິງເປັນຄົນເຮັດນຳ ມາດຽວນີ້ສ່ວນຫຼາຍກໍຢາກໄປ ທາງດຽວກັນເບິດຫັ້ນນ່າ ດຽວນີ້ນ່າເວົ້າເຣື່ອງເງິນເບິດນ່າ ເວົ້າວ່າເງິນຜູ້ໝົດຫຼາຍແລ້ວ ກໍຜູ້ນັ້ນໄດ້ຂ້ອຍຢູ່ສອນໄປແນວນີ້ ໃດຈົນໝູ່ເບິດພຸ້ນ ແຫຼະເຂົາມານຳຫຼັງຂ້ອຍ 2 ຄົນແລ້ວໄດ້ແລ້ວກໍມີຈັ່ງວ່າ ຂະເຈົ້າສິແລ່ນຕີ້ຫຼືວ່າ ຂະເຈົ້າມີພີ່ນ້ອງບໍ່ແນວໃດກໍ.”
ອີງຕາມການຣາຍງານ ຂອງກະຊວງສຶກສາທິການ ແລະກິລາຣະບຸວ່າໃນປີ 2020 ມີຄຣູອາສາທົ່ວປະເທດເປັນຈຳນວນ 9,809 ຄົນ ໃນນີ້ແບ່ງຕາມປີອາສາ 6-8 ປີ ຈຳນວນ 6 ຄົນ, 3-5 ຈຳນວນ 7,344 ຄົນ ແລະ ຕ່ຳກ່ວາ 2 ປີ ຈຳນວນ 1,802 ຄົນ. ເປັນຄຣູອາສາຊັ້ນອະນຸບານ 1,954 ຄົນ, ປະຖົມສຶກສາ 3,136 ຄົນ, ມັທຍົມຕົ້ນ 3,003 ຄົນ ແລະ ມັທຍົມປາຍ 1,689 ຄົນ ທັງນີ້ແຂວງທີ່ມີຈຳນວນ ຄຣູອາສາຫຼາຍກ່ວາໝູ່ ແມ່ນແຂວງສວັນນະເຂດ 2,289 ຄົນ ຮອງລົງມາ ແຂວງຫຼວງພຣະບາງ ແລະ ແຂວງໄຊຍະບູຣີ.
ສຳລັບສາເຫດທີ່ເຮັດໃຫ້ຄຣູອາສາ ສະສົມເປັນຈຳນວນຫຼາຍ ຄືມີຜູ້ສມັກເຂົ້າເປັນຄຣູອາສາ ໃນໂຮງຮຽນກ່ອນວັຍຮຽນ ຫຼືໂຮງຮຽນອະນຸບານ ເປັນຈຳນວນຫຼາຍ, ທາງການມີການປັບໂຄຕ້າຣ໌ ຣັຖກອນໃນແຕ່ລະປີໜ້ອຍລົງ. ທາງການພຍາຍາມຈະປັບໂຄງສ້າງຄຣູ ເຫຼືອໃນເຂດໂຕເມືອງ ແລະຄຣູບໍ່ພໍໃນພື້ນທີ່ຫ່າງໄກສອກຫຼີກ ໃຫ້ມີຄວາມເໝາະສົມ ຮວມເຖິງການຊັບສ້ອນ ບໍ່ເປັນໄປຕາມລະບຽບການ ແລະຄວາມຈຳເປັນເຮັດໃຫ້ຜູ້ອາສາ ຢູ່ກ່ອນເພີ່ມປີອາສາຂຶ້ນເລື້ອຍໆ .
ກ່ຽວກັບບັນຫາດັ່ງກ່າວນີ້ ທາງການລາວຈະໃຊ້ວິທີ ໃນການບັນຈຸຄຣູຕາມຄວາມຈຳເປັນ ຈຳນວນ 3,374 ຄົນ ສົ່ງໄປຍົກລະດັບຄວາມຮູ້ ຄວາມສາມາດ ຈຳນວນ 2,312 ຄົນ ສ່ວນເຫຼືືອອີກຈຳນວນ 4,123 ຄົນຈະລະດົມໃຫ້ອອກໄປເຮັດວຽກ ໃນຂແນງອາຊີບອື່ນ.