ເຣື້ອງທີ່ເກັບບັນທຶກໄວ້
2023-12-12
ສປປ ລາວ ມີແຜນກໍ່ສ້າງ, ໂຄງການປັບປຸງ ແລະ ສ້ອມແປງ ເສັ້ນທາງຫຼວງແຫ່ງຊາຕ ເລຂທີ 13 ໃຕ້ ຕັ້ງແຕ່ ກິໂລແມັດທີ 21 ເມືອງໄຊທານີ ຫາ ກິໂລແມັດ 66 ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງເປັນໂຄງການໃໝ່ ເພື່ອຈະຂຍາຍທາງຫຼວງແຫ່ງຊາຕ ໃຫ້ກ້ວາງອອກປະມານ 20 ປາຍແມັດ.
2023-12-12
ເນື່ອງຈາກ ການພະນັນອອນລາຍນ໌ ຣະບາດຫຼາຍ ໃນນະຄອນຫຼວງວຽງຈັນ, ສະນັ້ນ ທາງການນະຄອນຫຼວງວຽງຈັນ ຈຶ່ງຕຣຽມປາບປາມ ເກມສ໌ອອນລາຍນ໌ ແລະຮ້ານພະນັນ ທີ່ມີແພ່ຫລາຍ ຊຶ່ງເຮັດໃຫ້ເກີດ ບັນຫາຫລາຍຢ່າງໃນສັງຄົມ ເປັນຕົ້ນການຕົວະຍົວະ ຫຼອກລວງ.
2023-12-12
ອົງການອະນາໄມໂລກ ແລະອົງການຄຸ້ມຄອງ ດ້ານຢາ ຂອງປະເທດປາກິສຖານ ພົບສານເຄມີ Ethylene Glycol ແລະ Diethylene Glycol ປົນເປື້ຶອນ ໃນປະຣິມານສູງ ຢູ່ຜລິຕພັນຢາ ສອງຊະນິດຄື Alergo Syrup ແລະ ຢາ Ulcofin ກໍ່ໃຫ້ເກີດອັນຕະຣາຍຕໍ່ຊີວິດ.
2023-12-12
ການລົງທຶນ ດ້ານການທ່ອງທ່ຽວ ຂອງຈີນ ຕາມເສັ້ນທາງ ຣົຖໄຟລາວ-ຈີນ ເພີ່ມຂຶ້ນ, ແຕ່ໃນໄລຍະ 6 ເດືອນຕົ້ນປີນີ້ ຄົນຈີນເຂົ້າມາທ່ຽວໃນປະເທດລາວ ມີພຽງປະມານ 317,000 ຄົນ ຄືໜ້ອຍກວ່າໄທຍ ແລະວຽດນາມ ຂະນະທີ່ ການທ່ອງທ່ຽວ ເປັນທຸຣະກິຈ ທີ່ຕ້ອງສງວນໄວ້ໃຫ້ຄົນລາວ.
2023-12-11
ຊີວິດການເປັນຢູ່ ແລະແຜນໃນອະນາຄົດ ຂອງຄົນງານລາວ 16 ຄົນ ພາຍຫຼັງ ທີ່ຖືກຄ້າມະນຸສ ໄປປະເທດພະມ້າ ແຕ່ທ້າຍປີ 2022 ຈົນຮອດວັນທີ 16 ພຶສຈິກາ 2023 ຈຶ່ງຖືກປ່ອຍ ກັບມາບ້ານເກີດ ເມືອງນອນ.
2023-12-11
ຄ່າເງິນກີບຂອງປະເທດລາວ ອ່ອນລົງເລື້ອຍໆ ເຮັດໃຫ້ອັດຕຣາຄ່າຈ້າງ ແຮງງານຂັ້ນຕໍ່າ ຂອງປະເທດລາວຄື 1.6 ລ້ານກີບ/ເດືອນ ເຊິ່ງຖືວ່າ ຕໍ່າທີ່ສຸດໃນພາກພື້ນ ເອເຊັຽຕາເວັນອອກ ສຽງໃຕ້ ເຊິ່ງໜ້ອຍກ່ວາປະເທດພະມ້າ, ວຽດນາມ, ກັມພູຊາ ແລະ ໄທຍ.
2023-12-11
ນາງ ໄກ່ ນາມສົມມຸດ ຖືກປ່ອຍກັບຄືນບ້ານແລ້ວ ພາຍຫຼັງທີ່ແຕ່ງງານໄປຢູ່ກັບຜົວຄົນຈີນ ແລະ ໄດ້ລັກໜີກັບຄືນປະເທດລາວ ເນື່ອງຈາກບໍ່ສາມາດທົນຢູ່ໄດ້ ແຕ່ຖືກຈັບ, ສ່ວນການກັບຄືນບ້ານ ຂອງນາງເທື່ອນີ້ ພີ່ນ້ອງບໍ່ໄດ້ເສັຍເງິນ ໃຫ້ນາຍໜ້າແຕ່ຢ່າງໃດ ເນື່ອງຈາກວ່າ ທາງຄອບຄົວເປັນຄົນທຸກຍາກ.
2023-12-11
ອົງການກວດກາແຫ່ງຣັຖ ໄດ້ກວດພົບຜົລເສັຍຫາຍ ຈາກການສໍ້ຣາສບັງຫຼວງ ທີ່ເກີດຂຶ້ນໃນໂຄງການລົງທຶນ ຂອງຣັຖມູນຄ່າຫຼາຍກ່ວາ 800 ຕື້ກີບ ແລະ 16 ລ້ານໂດລ້າຣ໌ ສະຫະຣັຖ ໂດຍມີການກວດພົບ ຜູ້ມີສ່ວນພົວພັນ 34 ຄົນ ແລະ ມີການລົງວິໄນ ຈຳນວນນຶ່ງ.
2023-12-11
ສັມພາດ ເຈົ້າຂອງສຽງເພງ ຜັກຂະແຍງ ລືມແກງໜໍ່ໄມ້, ສິລປິນ ປະເພດ ບ້ານນາ ແລະ ຂັບລໍາຕ່າງໆ ໃນຂະນະທີ່ ທ່ານ ຕຣຽມອອກ ຜົລງານຊຸດໃໝ່ ແລະ ພວມຖ່າຍທໍາ ວີດີໂອ.
2023-12-09
ພຣະອາຈານ ໄພວັນ ມາລາວົງ ຜູ້ທີ່ຂຽນ ແລະ ຮຽບຮຽງ ປຶ້ມ 70 ຫາ 80 ຫົວ ນອກຈາກນີ້ ທ່ານ ຍັງໄດ້ຮັບລາງວັນ S.E Write ໃນປີ 2019 ໃນຖານະ ເປັນນັກຂຽນວັນນະກໍາ ດີເດັ່ນ ຂອງອາຊ້ຽນ.
2023-12-08
ການຂຸດຄົ້ນເກືອກາລີ ຂອງບໍຣິສັດ ຈີນ ຢູ່ແຂວງຄໍາມ່ວນ ໄດ້ສ້າງຜົລກະທົບ ຕໍ່ສິ່ງແວດລ້ອມ, ປ່ອຍນໍ້າເສັຽລົງໃສ່ແມ່ນໍ້າຂອງ.
2023-12-08
ໃນນະຄອນຫຼວງວຽງຈັນ ມີຜູ້ຖືກຜົລກະທົບ ເສັຍດິນໃຫ້ກັບໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ ຍັງບໍ່ໄດ້ຮັບການຊົດເຊີຍ ໄລຍະທີ 6 ເນື່ອງຈາກມີຫຼາຍສາເຫດ ເຊັ່ນເຈົ້າຂອງດິນ ຈຳນວນນຶ່ງ ບໍ່ຍອມຮັບຄ່າຊົດເຊີຍທີ່ໜ້ອຍກວ່າມູນຄ່າ ຂອງດິນ.
2023-12-08
ຣັຖບານລາວ ຍອມຮັບວ່າ ມີໜີ້ ທີ່ເປັນທັງໜີ້ຕ່າງປະເທດ ແລະໜີ້ພາຍໃນ ຢ່າງມະຫາສານ ແລະເປັນສິ່ງທ້າທາຍ ຕໍ່ການຈ່າຍຄືນໄດ້ ໂດຍໃນ ປີ 2022 ໜີ້ຕ່າງປະເທດ ຂອງລາວທັງໝົດ 14.2 ປາຍຕື້ໂດລ້າຣ໌ສະຫະຣັຖ.
2023-12-08
ນາງໄກ່ ນາມສົມມຸດ ອາຍຸ 19 ປີ ຈາກແຂວງວຽງຈັນ ເປັນຄອບຄົວທຸກຍາກ ຕັດສິນໄປຢູ່ກັບຜົວຈີນ ທີ່ປະເທດຈີນ ພາຍຫຼັງທີ່ນາຍໜ້າ ຄົນລາວທີ່ມີຜົວຈີນມາໂຄສະນາ ຖາມວ່າ ເອົາຜົວຈີນບໍ່ໄດ້ຄ່າດອງ 120 ລ້ານກີບ ແລ້ວເຂົາກໍຕັດສິນໃຈ ໄປເປັນເມັຍ ຂອງຄົນຈີນ ເພື່ອໜີຈາກຄວາມທຸກຍາກ.
2023-12-08
ກະຊວງການຕ່າງປະເທດຂອງລາວ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຂອງອົງສະຫະປະຊາຊາຕ ແລະສະຫະພາບຢູໂຣບ ສລອງຄົບຮອບ 75 ປີ ຂອງຖແລງການສາກົລ ວ່າດ້ວຍສິດທິມະນຸສ ຂະນະທີ່ ສປປ ລາວ ຍັງມີການລະເມີດ ສິດທິມະນຸສ ຢ່າງຮ້າຍແຮງ ເປັນຕົ້ນສິດທິ ທາງການເມືອງ.