ແມ່ຍິງລາວ ຈາກແຂວງວຽງຈັນ ແຕ່ງງານກັບຄົນຈີນ ແຕ່ຖືກຮຽກຄ່າໄຖ່
2023.12.08

ໃນວັນທີ 12 ທັນວາ 2023 ເວລາ 4.19 ຕອນແລງ, ທາງຄະນະບັນນາທິການ ໄດ້ມີການອັບເດດ ຂໍ້ຄວາມຂ່າວບາງຕອນ ແລະຮູບ ໃຫ້ເໝາະສົມ.
ນຶ່ງເດືອນທີ່ຜ່ານມາ ແມ່ຍິງລາວຊື່ວ່າ ນາງໄກ່ ນາມສົມມຸດ ອາຍຸ 19 ປີ ຈາກແຂວງວຽງຈັນ ເປັນຄອບຄົວທຸກຍາກ ຕັດສິນໄປຢູ່ກັບຜົວຈີນ ທີ່ປະເທດຈີນ ພາຍຫຼັງທີ່ນາຍໜ້າ ຄົນລາວທີ່ມີຜົວຈີນມາໂຄສະນາ ຖາມວ່າ ຢາກໄດ້ຜົວຈີນບໍ່ ໄດ້ຄ່າດອງ 120 ລ້ານກີບ ແລ້ວນາງກໍຕັດສິນໃຈ ໄປເປັນເມັຍ ຂອງຄົນຈີນ ເພື່ອໜີຈາກຄວາມທຸກຍາກ.
ຕໍ່ມາໃນວັນທີ 07 ທັນວາ 2023 ທີຜ່ານມາ ນາຍໜ້າທີ່ເປັນແມ່ຍິງຄົນລາວ ແລະທີ່ມີຜົວເປັນຄົນຈີນ ໄດ້ສົ່ງຂໍ້ຄວາມ ຜ່ານເຟສບຸກຄ໌ບອກພີ່ນ້ອງ ຂອງນາງໄກ່ວ່າ ພວກເຂົາໄດ້ຈັບນາງໄກ່ ແລະຮຽກຄ່າໄຖ່ 200 ລ້ານກີບ; ແຕ່ທາງພີ່ນ້ອງ ບໍ່ມີເງິນຄ່າໄຖ່ ຍ້ອນໄດ້ເອົາເງິນທີ່ໄດ້ຈາກ ຄ່າດອງ 120 ລ້ານກີບໄປຈ່າຍໜີ້ສິນ ໝົດແລ້ວ.
ດັ່ງແຫຼ່ງຂ່າວຜູ້ຂໍສງວນຊື່ ແລະສຽງ ທີ່ຮູ້ເຣື່ອງນາງໄກ່ດີ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 08 ທັນວານີ້ວ່າ:
“ນາງໄກ່ຍັງບໍ່ທັນໄດ້ກັບມາເທື່ອນ່າ. ເຂົາບອກໃຫ້ໄປໄຖ່ໂຕ ເອົາ 200 ລ້ານກີບວ່າຊັ້ນ. ມື້ວານນີ້ ເວລາ 7 ໂມງ ພວກທີ່ຈັບໂຕໄປຫັ້ນ ສົ່ງຮູບມາວ່າ ພວກເຈົ້າຢາກໄດ້ຄົນນີ້ ຄືນບໍ່, ຖ້າຢາກໄດ້ ໃຫ້ເອົາເງິນມາໄຖ່ມັນຄືນ ແລ້ວພວກເຮົາຈະສົ່ງນາງໄກ່ຄືນໃຫ້. ຖ້າບໍ່ດັ່ງນັ້ນ ພວກເຮົາຈະຂ້າ, ຈະຕີມັນ ໃຫ້ຕາຍ ຫຼືຈະຂາຍມັນໃຫ້ຄົນອື່ນ. ໂອ້ຍ ພວກພີ່ນ້ອງຄອບຄົວ ກໍຈົນອ່ອນອ້ອຍຊ້ອຍ ກິນບໍ່ໄດ້ ນອນບໍ່ລັບ ຢາກໃຫ້ພວກນາຍໜ້າ ປ່ອຍນາງໄກ່ ເພາະວ່າ ທາງຄອບຄົວນີ້ ບໍ່ມີເງິນໄດ້ໄປໄຖ່ໄປຫຍັງ ເປັນຄອບຄົວທຸກຍາກ.”
ນາງໄກ່ ເດີນທາງໜີຈາກຜົວ ໃກ້ຈະມາເຖິງລາວແລ້ວ ແຕ່ຖືກກຸ່ມນາຍໜ້າຈັບໂຕ ໃນເວລາທີ່ນາງໄກ່ ກຳລັງລົງຈາກຣົຖ ເພື່ອໄປກິນເຂົ້າ.
ແຫຼ່ງຂ່າວຜູ້ນີ້ ຍັງອະທິບາຍວ່າ ນາງໄກ່ໜີຈາກຜົວຈີນ ກໍຍ້ອນ ນາງອົດທົນຕໍ່ການຖືກບັງຄັບ ທັງທາງດ້ານຮ່າງກາຍ ແລະຈິດໃຈ ຈາກຜົວຈີນບໍ່ໄດ້; ຜູ້ເປັນຜົວ ທັງຍຶດໜັງສືເດີນທາງ, ກັກຂັງນາງ ໃຫ້ຢູ່ແຕ່ເຮືອນ ບໍ່ໄດ້ອອກໄປໃສ ແລະຍາດພີ່ນ້ອງຂອງຜົວຈີນ ມັກຈອບເບິ່ງເພື່ອກົດດັນ ໃຫ້ຜົວຈີນ ແລະນາງໄກ່ນອນນຳກັນ ເພື່ອໃຫ້ມີລູກນຳກັນໄວໆ. ນາງໄກ່ ຈຶ່ງຕັດສິນໃຈ ລັກໜີຈາກຜົວຈີນ ຂຶ້ນຣົຖເພື່ອກັບປະເທດລາວ ແຕ່ກໍໜີບໍ່ລອດ ຖືກກຸ່ມນາຍໜ້າ ຈັບໂຕຮຽກຄ່າໄຖ່ ກ່ອນຮອດປະເທດລາວ.
ດັ່ງແຫຼ່ງຂ່າວຜູ້ນີ້ ໄດ້ກ່າວຕື່ມວ່າ:
“ນາງໄກ່ໄດ້ຜົວບໍ່ດີ ເຂົາຍຶດພາດສະປອດໄວ້ ນາງຢູ່ໄດ້ເກືອບ 1 ເດືອນນີ້ແຫຼະ ຢູ່ແຕ່ເຮືອນຜົວ ແລ້ວນາງກໍບໍ່ໃຫ້ເຂົານອນນຳ. ແລ້ວເຂົາເອົາພີ່ນ້ອງມາລົມນໍາຈັ່ງຊີ້ນ່າ ແລະເວລາຊິລັບຊິນອນຫັ້ນ ແມ່ຍ່າ ກໍມາຈອບເບິ່ງວ່າ ຊິຫລັບຊິນອນນຳກັນບໍ່ ເພາະຢາກໃຫ້ມີລູກໄວໆ ໃຫ້ເຂົາຊີ້ນ່າ. ນາງໄກ່ໂທຫານາຍໜ້າວ່າ ຂໍປ່ຽນຜົວ ແຕ່ນາຍໜ້າບໍ່ຊ່ອຍຫຍັງ ບໍ່ພຽງແຕ່ບໍ່ຊ່ອຍ ນາຍໜ້າຍັງຕົບໜ້ານາງໄກ່.”
ພໍ່ແມ່ພີ່ນ້ອງນາງໄກ່ ບໍ່ໄດ້ບັງຄັບໃຫ້ລູກສາວ ແຕ່ງດອງກັບຄົນຈີນ ແຕ່ນາງໄກ່ຕັດສິນໃຈໄປເປັນເມັຍຄົນຈີນ ດ້ວຍຕົນເອງ ເພື່ອຊ່ອຍຄອບຄົວ ທີ່ທຸກຍາກ; ແຕ່ການຕ່າງດອງນັ້ນ ບໍ່ແມ່ນການຕ່າງຢ່າງຖືກຕ້ອງຕາມກົດໝາຍ ມີແຕ່ຄົນຈີນໂອນເງິນຄ່າດອງ ໃຫ້ນາງໄກ່ 120 ລ້ານກີບ ແລະໃຫ້ກຸ່ມນາຍໜ້າ 120 ລ້ານກີບເທົ່າກັນ ແລ້ວນາງໄກ່ກໍເດີນໄປຫາຜົວ ຢູ່ປະເທດຈີນ.
ດັ່ງແຫຼ່ງຂ່າວຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ຄົນລາວເຂົາເຈົ້າມາຖາມວ່າ ເອີໄປເອົາຜົວຈີນບໍ່ ຄ່າດອງ 120 ລ້ານກີບແມ່ນບໍ່. ຄົນເຮົາມັນທຸກຢູ່ແລ້ວເຂົາກໍຢາກໄດ້ ມີແຕ່ວ່າໄປວາງເງິນກັນໄປຢູ່ນໍາກັນສື່ໆ ບໍ່ໄດ້ແຕ່ງດົງແຕ່ງດອງຢ່າງຖືກຕ້ອງ ໃບໜັງສ້ຽນ ໜັງສື ຫຍັງ ກໍບໍ່ມີ. ນາງໄກ່ ກໍໄປຈີນເລີຍ ເຂົາໃຫ້ໄປຫາຢູ່ຈີນ ມີຄົນມາຮັບ ມີນາຍໜ້າ ທີ່ຊອກຫາຜົວຈີນໃຫ້ຈັ່ງຊີ້ນ່າ. ເຫັນກັນທາງສື່ອອນລາຍນ໌ນີ້ແຫຼະ ໃນເມື່ອຕົກລົງກັນແລ້ວ ຜູ້ຍິງຈະໄດ້ເງິນຄ່າດອງເຄິ່ງນຶ່ງ ນາຍໜ້າໄດ້ເຄິ່ງນຶ່ງຈັ້ງຊີ້ນ່າ. ເຂົາເຮັດແບບນີ້ກັບທຸກຄົນຫັ້ນນ່າ ມັນກໍມີຫຼາຍຄົນ ແລ້ວບາດນັ້ນເຂົາລັກໜີ. ໃນກໍຣະນີນາງໄກ່ ນາງຕົກລົງໄປຈີນ ກໍຍ້ອນຄວາມທຸກຍາກ ຢາກໄດ້ເງິນມາໃຊ້ໜີ້ໃຫ້ພໍ່ໃຫ້ແມ່ ມາປຸກເຮືອນໃຫ້ພໍ່ໃຫ້ແມ່ ແຕ່ພໍ່ແມ່ກໍບໍ່ຮູ້ວ່າມັນຈະເປັນແນວນີ້ ພໍ່ແມ່ບອກລາວວ່າບໍ່ບັງຄັບລູກ ບໍ່ຢາກໃຫ້ລູກໄປ ລູກພັດວ່າ ເຮົາຕັດສິນໃຈແລ້ວ.”
ຂໍ້ມູນທີ່ບໍ່ເປັນທາງການ ລະບຸວ່າປັດຈຸບັນນາງໄກ່ ຖືກຈັບໂຕຢູ່ເມືອງລ້າ ມົນທົນຢຸນນານ ປະເທດຈີນ. ສ່ວນຕຳຣວດຈີນຜູ້ນຶ່ງ ທີ່ເຄີຍເຮັດວຽກຢູ່ເມືອງລ້າ ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ ເມືອງລ້ານີ້ ມີແມ່ຍິງລາວ, ໄທຍ ແລະ ຈີນ ຈຳນວນບໍ່ໜ້ອຍ ທີ່ຖືກຕົວະມາເປັນເມັຍ ຂອງຄົນຈີນ ແລ້ວຖືກຮຽກຄ່າໄຖ່ ແລະຖ້າເຖິງຂັ້ນຮຽກຄ່າໄຖ່ ແລ້ວກໍຈະມີການດຳເນີນການ ທີ່ຫຍຸ້ງຍາກຂຶ້ນ.
ດັ່ງທ່ານໄດ້ກ່າວວ່າ:
“ແນະທີ່ນີ້ຫຍຸ້ງຍາກແຫຼະ ເຂົາຮຽກເງິນແຕ່ວ່າອ້າຍກໍອິຕົນ ຄືກັນແຕ່ວ່າບໍ່ຫານນີ້ ມີຫຼາຍ, ບໍ່ແມ່ນມີແຕ່ຄົນດຽວ ມີຫຼາຍ ແລ້ວບໍ່ແມ່ນໜ້ອຍເດ້ ມີທັງຄົນລາວແລະຄົນໄທຍ ທີ່ຖືກຕົ້ວະມາ. ໃນກໍຣະນີນາງໄກ່ ໃຫ້ນາງໄປຫາຕຳຣວດ ບໍ່ຫານເດີ້. ເມືອງລ້າແມ່ນເມືອງທີ່ຂື້ນກັບຄຸນໝິງແລ້ວ.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຕໍາຣວດ ທີ່ມາຈາກເມືອງຄຸນໝິງ ໂດຍເຈົ້າໜ້າທີ່ ຕຳຣວດເມືອງຄຸນໝິງ ໄດ້ສົ່ງຂໍ້ຄວາມມາ ເປັນພາສາຈີນ ເຊິ່ງແປໄດ້ວ່າ ໃຫ້ຄອບຄົວນາງໄກ່ສົ່ງຂໍ້ມູນ ແລະສະຖານທີ່ ທີ່ຖືກຮຽກຄ່າໄຖ່ ໄປໃຫ້ສູນບັນຊາການຕຳຣວດ ເພື່ອສົ່ງເຈົ້າໜ້າທີ່ຈະໄດ້ຟ້າວ ຊ່ວຍເຫລືອ.
ເຈົ້າໜ້າທີ່ຕໍາຣວດ ແຂວງຫຼວງນໍ້າທາ ທີ່ເຮັດວຽກປະສານງານ ກັບຕໍາຣວດເມືອງລ້າ ກໍກ່າວຄືກັນວ່າ ໃຫ້ຄອບຄົວ ຂອງນາງໄກ່ ສົ່ງບັດປະຈຳໂຕ ຊື່, ນາມສະກຸນຂອງນາງ ໄປໃຫ້ເຈົ້າໜ້າທີ່ຕຳຣວດ ເມືອງລ້າໄດ້ເລີຍ.
ດັ່ງທ່ານກ່າວວ່າ:
“ສົ່ງອັນນ່າບັດປະຈໍາໂຕເນາະ ຊື່ນາມສະກຸນບ້ານເກີດ ແລ້ວຂ້ອຍຊິປະສານຫາ ອັນຕໍາຣວດເມືອງລ້າ.”
ສໍາລັບຄອບຄົວ ຂອງນາງໄກ່ ກໍມີຄວາມກັງວົນໃຈກ່ຽວກັບ ການຕິດຕໍ່ປະສານງານ ນໍາທາງການລາວເນື່ອງຈາກ ຖ້າບໍ່ມີເງິນ ກໍຈະບໍ່ມີພາກສ່ວນໃດຢາກຊ່ອຍເຫຼືອ ພ້ອມຢືນຢັນວ່າ ຄອບຄົວຂອງນາງໄກ່ເປັນຄອບຄົວທີ່ທຸກຍາກແທ້ ເຮືອນທີ່ຢູ່ອາໄສກໍເປັນຕູບຄືຄອກໄກ່.
ສ່ວນເຈົ້າໜ້າທີ່ ສະຫະພັນແມ່ຍິງລາວ ແຂວງວຽງຈັນ ກ່າວຄືກັບຕຳຣວດຈີນ ແລະຕຳຣວດແຂວງຫຼວງນໍ້າທາວ່າ ໃຫ້ຄອບຄົວນາງໄກ່ ສົ່ງຂໍ້ມູນ ພ້ອມຣາຍລະອຽດໄປຫາ ສະຫະພັນແມ່ຍິງ ເພື່ອມີການດຳເນີນການແກ້ໄຂ ແຕ່ຖ້າຄອບຄົວບໍ່ມີໃບຢືນຢັນວ່າ ເປັນຄອບຄົວທຸກຍາກ ທາງຄອບຄົວກໍຈະຕ້ອງໄດ້ຈ່າຍຄ່າເດີນທາງຕ່າງໆ ດ້ວຍຕົນເອງ.
ຍາງນາງກ່າວ ໃນມື້ດຽວກັນວ່າ:
“ມີແຕ່ອັນນ່າສເນີຫາພາກສ່ວນກ່ຽວຂ້ອງ ແລ້ວເຂົາເຈົ້າກໍສເນີຫາສາຍຕັ້ງ ເພິ່ນອັນນ່າ ໄປຊ່ອຍເລີຍ ຄັນແມ່ນອັນນ່າອັນນີ້ ນີ້ໃນການໄປການມານີ້ ພວກເຈົ້າກໍຕ້ອງໄດ້ຮັບຜິດຊອບເອງເນາະ ແຕ່ວ່າອັນນ່າມັນມີອົງການຊ່ອຍເຫຼືອນີ້ ມັນໂຄງການຂອງເຮົາຢູ່ ຄິດວ່າພະນັກງານນີ້ ຄືຊິບໍ່ອັນນ່າມີບັນຫາ ແຕ່ວ່າພວກເຈົ້າຕ້ອງໄດ້ກຸ້ມຕົນເອງ ຫັ້ນນ່າ.”
ຫຼັງຈາກນັ້ນ ທາງຄອບຄົວ ກໍໄດ້ສົ່ງຂໍ້ມູນຕ່າງໆໄປໃຫ້ ກອງບັນຊາການ ຕຳຣວດ ແຂວງວຽງຈັນ ແລະສະຫະພັນແມ່ຍິງລາວ ແຂວງວຽງຈັນແລ້ວ ແຕ່ເຈົ້າໜ້າທີ່ບອກວ່າ ໃຫ້ໃຈເຢັນໆ. ທຸກມື້ນີ້ ທາງຄອບຄົວພີ່ນ້ອງ ກໍຍັງບໍ່ສາມາດຕິດຕໍ່ນາງໄກ່ໄດ້ ເທື່ອ ແລະຄິດກັງວົນວ່າ ນາງຈະຖືກທໍາຮ້າຍຮ່າງກາຍ.