ຕໍາຣວດ ວາງມາຕການ ປາບປາມເກມສ໌ອອນລາຍນ໌-ຮ້ານພະນັນ
2023.12.12

ອໍານາດປົກຄອງ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມ ກ່ຽວກັບການຄຸ້ມຄອງ ເກມສ໌ອອນລາຍນ໌ ໃນມື້ວັນທີ 29 ພຶສຈິກາທີ່ຜ່ານມາ ໂດຍມີ ພົນໂທ ກົງທອງ ພົງວິຈິດ, ຮອງຣັຖມົນຕຣີ ກະຊວງປ້ອງກັນຄວາມສະຫງົບ, ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ຜູ້ຕາງໜ້າ ກອງບັນຊາການ ປ້ອງກັນຄວາມສງົບ, ກອງບັນຊາການ ທະຫານ ນະຄອນຫລວງວຽງຈັນ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພົນໂທ ກົງທອງ ພົງວິຈິດ ໄດ້ກ່າວໃນກອງປະຊຸມ ໂດຍຍົກໃຫ້ເຫັນເຖິງບັນຫາ ຂອງຮ້ານເກມສ໌ອອນລາຍນ໌ ວ່າ ມີສ່ວນກ່ຽວຂ້ອງ ກັບການພະນັນຜ່ານລະບົບອິນເຕີເນັຕ ຊຶ່ງທີ່ຜ່ານມາ ເຮັດໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ການຕົວະຍົວະຫລອກລວງ ຈຶ່ງໄດ້ມອບໝາຍໜ້າທີ່ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ວາງແຜນ ເລັ່ງແກ້ໄຂບັນຫາດັ່ງກ່າວ.
ດັ່ງທີ່ທ່ານ ໄດ້ກ່າວຕໍ່ສື່ມວນຊົນລາວ ຕອນນຶ່ງວ່າ:
“ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ. ມອບໃຫ້ນະຄອນຫຼວງ, ກອງບັນຊາການທະຫານ-ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ພະແນກການອ້ອມຂ້າງ, ບັນດາເມືອງ ໃຫ້ນໍາເອົານິຕິກັມດັ່ງກ່າວ ລົງເຜີຍແຜ່ ໃຫ້ທົ່ວເຖິງທຸກພາກສ່ວນ ໃນສັງຄົມ. ພ້ອມທັງເອົາໃຈໃສ່ກວດກາ ແລະ ແກ້ໄຂບັນດາຮ້ານເກມສ໌ ຫຼື ເກມສ໌ອອນລາຍນ໌ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ຢູ່ພາຍໃນນະຄອນຫຼວງ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ຜູ້ຂໍສງວນຊື່ ແລະຕໍາແໜ່ງນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ທັນວານີ້ວ່າ ທີ່ຜ່ານມາ ທາງກະຊວງປ້ອງກັນຄວາມສງົບ ໄດ້ໂຄສະນາກົດໝາຍ ທີ່ກ່ຽວຂ້ອງກັບເກມສ໌ອອນລາຍນ໌ ແລ້ວ ແລະຈະປະຕິບັດຕາມກົດໝາຍ ທີ່ວ່ານັ້ນ ໂດຍຈະກວດກາທັງຮ້ານເກມສ໌ ແລະເພຈເຟສບຸກຄ໌ ທີ່ກ່ຽວຂ້ອງກັບເກມສ໌ ແລະການພະນັນ.
“ເຮົາໂຄສະນາຕາມແນວທາງ ນະໂຍບາຍ ຂອງພັກ, ຂອງຣັຖ ຫັ້ນນ່າເນາະ. ເຣື່ອງມາຕການ ການຈັດການແລ້ວ ແມ່ນທາງພາກສ່ວນທີ່ກ່ຽວຂ້ອງເອງ ຫັ້ນນ່າເນາະ ເປັນຄົນກ່ຽວຂ້ອງເອງຫັ້ນນ່າເນາະ. ສັງຄົມໄດ້ຮັບຮູ້ຫັ້ນນ່າເນາະ. ກໍໄດ້ປະຕິບັດຕາມລະບຽບກົດໝາຍໄປ. ຮ້ານເກມສ໌ໃດບໍ່ຖືກຕ້ອງ ເຄື່ອນໄຫວ ບໍ່ຖືກຕ້ອງຫັ້ນນ່າ ກໍໄດ້ນໍາໃຊ້ມາຕການ ຂອງກົດໝາຍນັ້ນແຫລະເນາະ, ລະບຽບການຕ່າງໆ.”
ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມ ຕິດຕໍ່ຖາມກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ທີ່ເປັນພາກສ່ວນ ຮັບຜິດຊອບວຽກງານນີ້ ໂດຍຕຣົງ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ເຖິງຢ່າງໃດກໍຕາມ ຊາວບ້ານຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງ ເວົ້າວ່າ ເຫັນດີນໍາຢ່າງຍິ່ງ ຖ້າຫາກທາງການ ຈະປາບປາມ ຮ້ານເກມສ໌ອອນລາຍນ໌ ແລະການພະນັນອອນລາຍນ໌ ຍ້ອນບໍ່ມີຜົລດີ ຕໍ່ເດັກນ້ອຍ ແລະວັຍລຸ້ນ ແລະ ການພະນັນອອນລາຍນ໌ ມີສ່ວນກ່ຽວຂ້ອງ ກັບການຕົວະຕົ້ມ ເອົາເງິນນໍາອີກ.
“ໂອ໋! ຄັນປາບປາມໄດ້ ມັນກໍມີຜົລດີເລີຍ. ດີແທ້ ມັນຈະມີຜົລດີຕໍ່ເດັກໆ, ນ້ອງໆນັກຮຽນຫລາຍຄົນ. ດີແຮງເລີຍແຫລະ. ການພະນັນ ມັນກໍມີຜົລເສັຽຫລາຍໆຢ່າງ ກວ່າຮ້ານເກມສ໌ຢູ່, ແຕ່ວ່າເວລາເຂົ້າໄປໃນນັ້ນກໍມີຢູ່ຫລາຍໆຢ່າງ ການພະນັນ, ການຟອກເງິນຫັ້ນນ່າ. ຟອກເງິກໍມີເງິນມາ ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ເງິນມາເຮົາບໍ່ຮູ້ສາເຫດ ຕົວະຍົວະ ການໂອນເງິນ ປະມານນີ້ຫັ້ນນ່າ.”
ຊາວບ້ານ ທີ່ເຄີຍເຮັດວຽກດ້ານທຸຣະກິຈ ການພະນັນອອນລາຍນ໌ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ຊຶ່ງໄດ້ເຊົາໄປ 2 ປີແລ້ວ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ມີການພະນັນອອນລາຍນ໌ ຢູ່ແທ້ ຊຶ່ງມີທັງແທງບານ, ບາຄາຣ່າ ແລະຫລິ້ນສະກັອດ ຊຶ່ງບໍຣິສັດ ທີ່ເຄີຍເຮັດນັ້ນ ມີຫົວໜ້າເປັນຄົນໄທຍ.
“ແມ່ນ ເຫັນມີຫລາຍຮ້ານ ແທງບານ, ບາຄາຣ່າ, ຫລິ້ນສະລັອດ. ແມ່ນ ຄືເຈົ້າຢາກຫລິ້ນ, ເຈົ້າກໍມາເຕີມ ແລ້ວເຮົາກໍເອົາເງິນ ເຂົ້າບັນຊີເຈົ້າ. ແລ້ວເຈົ້າຫລິ້ນໆ ຄັນເຈົ້າໄດ້ ຂອຍກະເອົາເງິນໃຫ້ເຈົ້າຄືນ. ກໍແລ້ວແຕ່ ເຈົ້າຈະຫລິ້ນຜ່ານມືຖື ກໍໄດ້, ຫລິ້ນຜ່ານໃສກໍໄດ້. ຄືຫລິ້ນຢູ່ຮ້ານຫັ້ນເດ໋. ເຫັນເຂົາໄປນັ່ງເຕັມຢູ່ ຮ້ານຫັ້ນ ເຂົາກໍເຕີມຢູ່ຮ້ານ ຫລິ້ນຢູ່ຫັ້ນເລີຍ.”
ເຈົ້າຂອງຮ້ານເຕີມເງິນ ໃນເກມສ໌ອອນລາຍນ໌ ຢູ່ແຂວງໄຊຍະບູຣີ ເວົ້າວ່າ ປັດຈຸບັນ ຢູ່ປະເທດລາວ ຍັງມີການພະນັນຢູ່ຫລາຍ ຊຶ່ງສ່ວນໃຫຍ່ ຫລິ້ນທາງອອນລາຍນ໌.
“ຫລາຍຢູ່ເດ້ ສ່ວນຫລາຍກໍເປັນອອນລາຍນ໌ ແລ້ວລະ ກາສິໂນ. ຕົວນີ້ສ່ວນໃຫຍ່ ຈະເປັນຝັ່ງປອຍເປັດ. ເອີ! ຕົວນີ້ສ່ວນຫລາຍ ເວລາເຂົາມາເຕີມ, ເຂົາເອົາເງິນເຂົ້າບັນຊີແລ້ວມາເຕີມເອງ. ເຂົາເຂົ້າໄປໃນເວັບໄຊຕ໌ ແລ້ວເຂົາໄປເຕີມເອງ ເຂົາໂອນເຂົ້າໄປໃນບັນຊີຕື່ມນະ.”
ໃນການແກ້ໄຂບັນຫາດັ່ງກ່າວ ຜູ້ຕາງໜ້າ ຄະນະຮັບຜິດຊອບ ດ້ານນິຕິກັມ ກະຊວງປ້ອງກັນຄວາມສງົບ ໄດ້ສເນີໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຮູ້ເຖິງ ນິຕິກັມ ວ່າດ້ວຍການຄຸ້ມຄອງ ເກມສ໌ອອນລາຍນ໌ ທີ່ຜິດກົດໝາຍ ໃນລາວ ຊຶ່ງມີທັງໝົດ 14 ໝວດ, 64 ມາດຕຣາ ເພື່ອເປັນບ່ອນອີງ ໃນການປະຕິບັດໜ້າທີ່ ໃຫ້ສາມາດຕິດຕາມ ແລະກວດກາ ໄດ້ຢ່າງຮັດກຸມຍິ່ງຂຶ້ນ.