ແມ່ຍິງລາວ ຈາກແຂວງວຽງຈັນ ແຕ່ງງານກັບຄົນຈີນ ຖືກປ່ອຍກັບບ້ານແລ້ວ
2023.12.11

ຕໍ່ກໍຣະນີ ແມ່ຍິງລາວ ທີ່ມີຜົວເປັນຄົນຈີນ ຊຶ່ງນາງເປັນນາຍໜ້າ ສົ່ງຂໍ້ຄວາມຜ່ານທາງເຟສບຸກຄ໌ ໂດຍບອກວ່າ ຕົນໄດ້ຈັບນາງໄກ່ ຮຽກຄ່າໄຖ່ 200 ລ້ານກີບ ເມື່ອວັນທີ 7 ທັນວາ 2023 ພາຍຫລັງນາງ ໄດ້ລັກໜີຈາກຜົວຈີນ, ຂຶ້ນຣົຖກັບປະເທດລາວ ຍ້ອນອົດທົນ ຕໍ່ສະພາບ ທີ່ຖືກບັງຄັບ ທັງທາງດ້ານຮ່າງກາຍ ແລະຈິດໃຈ ຈາກຜູ້ເປັນຜົວ ແລະກຸ່ມນາຍໜ້າບໍ່ໄດ້, ແຕ່ກໍໜີບໍ່ລອດ, ຖືກກຸ່ມນາຍໜ້າ ລາວ-ຈີນ ຈັບໂຕຮຽກຄ່າໄຖ່ ກ່ອນຈະຮອດປະເທດລາວ, ແຕ່ໃນທີ່ສຸດ ນາງ ໄກ່ ກໍໄດ້ຖືກປ່ອຍໂຕ ແລະກັບຄືນບ້ານແລ້ວ.
ມາເຖິງມື້ ວັນທີ 11 ທັນວານີ້ ຄອບຄົວຂອງນາງ ໄກ່, ອາຍຸ 19 ປີ ຈາກແຂວງວຽງຈັນ ທີ່ເປັນຄອບຄົວທຸກຍາກ ໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ນາງໄກ່ ປອດໄພ ແລະກັບມາຮອດເຮືອນ ແຕ່ຕອນກາງຄືນ ຂອງມື້ວັນທີ 7 ທັນວາແລ້ວ ຍ້ອນກຸ່ມນາຍໜ້າຄົນລາວ ທີ່ມີຜົວຈີນ ອິຕົນນາງໄກ່ ເພາະຮູ້ວ່າ ຄອບຄົວຂອງນາງທຸກຍາກ ແລະໄດ້ປ່ອຍໂຕນາງ ກັບຄືນປະເທດລາວ ຢ່າງປອດໄພ ໂດຍບໍ່ໄດ້ຮຽກເອົາເງິນ ນໍາຄອບຄົວຂອງນາງ ແຕ່ຢ່າງໃດ, ອີງຕາມຄໍາເວົ້າ ຂອງຄອບຄົວນາງ ໄກ່ ທີ່ບໍ່ປະສົງອອກຊື່ ແລະສຽງ ໃນມື້ວັນທີ 11 ທັນວານີ້.
“ບໍ່ໄດ້ຖືກຮຽກຄ່າໄຖ່ແລ້ວ ເພາະວ່າເຂົາດິຕົນ ແລ້ວເຂົາກໍສົ່ງນາງກັບຄືນມາບ້ານ ເຂົາບໍ່ໄດ້ເຮັດຫຍັງ, ທາງຄອບຄົວເຮົາ ທຸກຍາກ ບໍ່ມີ ເຂົາປ່ອຍໂຕມາ ປອດໄພແລ້ວ.’’
ພ້ອມດຽວກັນນັ້ນ ຊາວບ້ານ ຈາກແຂວງຫລວງນໍ້າທາ ນາງນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ເຖິງສະພາບ ທີ່ເກີດຂຶ້ນໃນສັງຄົມລາວ ວ່າ ທຸກມື້ນີ້ ຍັງມີກຸ່ມນາຍໜ້າ ທີ່ເປັນຄົນລາວ ແລະຈີນ ຊອກຫາແມ່ຍິງລາວ ໄປເປັນເມັຽຄົນຈີນ ຢ່າງຫລວງຫລາຍ ທັງປະກາດໂຄສະນາ ຜ່ານສື່ສັງຄົມອອນລາຍນ໌ ວ່າ “ໃຜຢາກໄດ້ຜົວຈີນ ທັກມາເດີ”. ພ້ອມດຽວກັນນັ້ນ ກໍມີຄົນໃນໝູ່ບ້ານ ຊັກຊວນກັນໄປເປັນເມັຽຄົນຈີນ ເພື່ອຫວັງຈະໃຫ້ຫລຸດພົ້ນ ອອກຈາກຄວາມທຸກຍາກ. ບາງກໍຣະນີ ກຸ່ມນາຍໜ້າ ທີ່ວ່ານັ້ນ ກໍໄປຮອດເຮືອນຂອງແມ່ຍິງ ເພື່ອສູ່ຂໍນໍາຜູ້ເປັນພໍ່ແມ່ຫລືຜູ້ປົກຄອງ ແລະຈ່າຍຄ່າດອງ ໃຫ້ຕາມຮີດຄອງປະເພນີ ໂດຍບໍ່ມີເອກະສານຢັ້ງຢືນ ອະນຸຍາດໃຫ້ແຕ່ງດອງ ຈາກເຈົ້າໜ້າທີ່ບ້ານເມືຶອງແຕ່ຢ່າງໃດ.
“ອັນຕຣາຍເນາະ ອັນນີ້ກໍຍັງແວ່ວໆຢູ່ໄດ໋ ນໍ້າທານີ້ກໍຍັງວ່າມີຄົນຈີນ ຢາກໄດ້ເມັຽຄົນລາວວ່າຊີ້ ຊິໃຫ້ຄ່າດອງສູງ ວ່າຈັ່ງນີ້ແຫລະ ແຕ່ວ່າເຂົາເຈົ້າບໍ່ຮູ້ ບໍ່ຮູ້ພາສາຈີນ ແລ້ວມີພາສາແປມາແປໃຫ້ ປະມານໝົດປີນີ້ແຫລະ ຊິເຂົ້າໄປຈີນ ຢູ່ຄຸນມິງນີ້ແຫລະວ່າ ປະມານນີ້ແຫລະ ເປັນແນວໃດກໍຍັງວ່າ. ເອີ ໜ້າເປັນຫ່ວງ ແບບວ່າຢ້ານເຂົາເຈົ້າຕົວະໄປຊື່ໆນ່າ ແບບນີ້ນ່າ ເຂົາແບບມາຂໍຊື່ໆເດ໋. ເຂົາແບບມາເວົ້າມາຂໍ ມາໃສ່ຮີດໃສ່ຄອງຊື່ເດ້ ຢາກຢູ່ແຖວ ນອກໆເນາະ ເດັກນ້ອຍເຂົາເຈົ້າຂຶ້ນໃໝ່ແດ່ ພໍ່ແມ່ກໍເປັນຄົນຂາດເຂີນເນາະ ເປັນຄົນທຸກວ່າແທ້ໆເນາະ.”
ນາງເວົ້າຕໍ່ໄປ ເຖິງກໍຣະນີຂອງນາງ ໄກ່ ວ່າ ກໍດີໃຈນໍາ ທີ່ນາງໄດ້ກັບບ້ານຢ່າງປອດໄພແລະກໍຢາກເຕືອນ ໄປຍັງລູກຫລານ ຢູ່ພາຍໃນປະເທດວ່າ ການຕັດສິນໃຈ ແຕ່ງດອງກັບຄົນຈີນ ໂດຍບໍ່ມີເອກະສານ ອະນຸຍາດ ຈາກທາງການລາວ ນັ້ນ ແມ່ນມັນມີຄວາມສ່ຽງ ຕໍ່ການທີ່ຈະຖືກທໍຣະມານ ຖືກທຸບຕີ.
“ໂອ້ຄັນວ່າ ຖືກເດັກນ້ອຍຜູ້ທີ່ສລາດ ເຂົາກໍອິເອົາໂຕລອດ ຖືກຜູ້ຊ້າຜູ້ບໍ່ສລາດ ກໍຊິຕາຍນໍາເຂົາຕີ້ ແນວນີ້ກໍ ໂອ້ ເຂົາກໍລົງເຟສຫລາຍໆເດ້ວ່າ ໄປເອົາຜົວຈີນເຂົາທຸບເຂົາຕີແນວນັ້ນ ອັນນີ້ສໍ່າຊິໄປຢູ່ນໍາເຂົາ ໄປກິນນໍາເຂົາ ສໍ່າຊິເຮັດແນວໃດແຮງຮ້າຍຕີ້ອັນນີ້.”
ການທີ່ເກີດບັນຫານັ້ນຂຶ້ນ ຢູ່ຫລາຍເຂດຂອງລາວ ເປັນຕົ້ນຢູ່ຕາມຊົນນະບົດ ຫ່າງໄກ ສ່ວນນຶ່ງກໍເປັນຍ້ອນວ່າ ວຽກງານການໂຄສນາ ສະກັດກັ້ນການຄ້າມະນຸສ ແລະການໃຫ້ຄວາມຮູ້ ກ່ຽວກັບການແຕ່ງດອງ ກັບຄົນຕ່າງປະເທດ ໃຫ້ປະຊາຊົນຮູ້ ເຂົ້າໃຈ ແລະມີສະຕິລະວັງໂຕ ຍັງບໍ່ທົ່ວເຖິງ ຂະນະທີ່ສະພາບໂຕຈິງ ຢູ່ປະເທດລາວ ກະແສທີ່ແມ່ຍິງລາວແຕ່ງດອງກັບຄົນຈີນ ເພື່ອຫວັງຈະຫລຸດພົ້ນຈາກຄວາມທຸກຍາກ ນັ້ນ ແມ່ນມີຫລວງຫລາຍ ດັ່ງນັ້ນ ຈຶ່ງເປັນຫ່ວງນໍາພວກລູກຫລານຢູ່ໃນປະເທດ ທີ່ອາຈຕົກເປັນເຫຍື່ອຂອງການຄ້າມະນຸສຈາກການຕັດ ສິນໃຈແຕ່ງດອງກັບຄົນຈີນ.
ດັ່ງຊາວລາວ ຈາກແຂວງອຸດົມໄຊ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ທັນວານີ້ວ່າ:
“ເດືອນ 9, ເດືອນ 10, ເດືອນ 11. ເຂົາມາປີກາຍຫັ້ນນ່າ ເຂົາມາໂຄສະນາເຣື່ອງນີ້. ປີນີ້ຍັງບໍ່ເຫັນມານ່າ. ເຈົ້າໜ້າທີ່ຈັກເປັນແນວໃດເດ້ ເຮັດວຽກບໍ່ໄດ້ ບໍ່ຖືກໃຈຈັກໜ່ອຍນ່າ. ເຣື່ອງນີ້ກໍາລັງມາແຮງນ່າ ຄົນຈີນຄົນຕ່າງປະເທດ ກໍາລັງລັ່ງເລ້ເຂົ້າມາ ເອົາຄົນລາວ ເປັນຄົນບໍ່ມີ, ທຸກຈົນ ແລ້ວກໍຢາກໄດ້ເງິນ, ຢາກຫາຄວາມສຸກ, ຄວາມສະບາຍ ໃຫ້ພົ້ນທຸກພົ້ນຍາກ ໄດ້ເຫັນກໍໄປ. ໄປສຸດທ້າຍ ຜົລຂ້າງທາງມາຂ້າງໜ້າ ມັນອິເປັນແນວໃດ.”
ໃນປີ 2021 ທີ່ຜ່ານມາ ມີແມ່ຍິງລາວຊົນເຜົ່າຂະມຸ ຈາກແຂວງອຸດົມໄຊ ຄົນນຶ່ງຖືກເຈົ້າໜ້າທີ່ຈີນ ຊ່ອຍເຫລືອໃຫ້ກັບຄືນມາລາວໄດ້ ພາຍຫລັງຖືກຄົນຈີນຕົວະ ໃຫ້ໄປເປັນເມັຽຢູ່ຈີນ, ແຕ່ພໍໄປຮອດຈີນແລ້ວ ກໍຖືກຂາຍໃຫ້ຄົນຈີນຜູ້ອື່ນຕໍ່ ແລະກໍມີແມ່ຍິງຊົນເຜົ່າມົ້ງ ຄົນນຶ່ງ ກໍຖືກເຈົ້າໜ້າທີ່ຈີນ ຊ່ອຍກັບມາລາວໄດ້ ພາຍຫລັງ ທີ່ຖືກຕົວະໄປເຮັດວຽກ ຢູ່ບໍ່ເຕັນ ແຕ່ຖືກກຸ່ມຄ້າມະນຸສ ພາໄປຢູ່ຈີນ ແລ້ວຜູ້ເປັນພໍ່-ແມ່ ຕິດຕໍ່ຫາບໍ່ໄດ້.