ກວດພົບການສໍ້ຣາສບັງຫຼວງ ໂຄງການລົງທຶນຂອງຣັຖ ມູນຄ່າເສັຍຫາຍສູງ

ໄຊຍາ
2023.12.11
ກວດພົບການສໍ້ຣາສບັງຫຼວງ ໂຄງການລົງທຶນຂອງຣັຖ ມູນຄ່າເສັຍຫາຍສູງ ສະກຸນເງິນກີບ ແລະ ສະກຸນເງິນຕ່າງປະເທດ.
ນັກຂ່າວ ພົລເມືອງ

ປີ 2023 ນີ້ອົງການກວດກາແຫ່ງຣັຖ ໄດ້ກວດພົບຜົລເສັຍຫາຍ ຈາກການສໍ້ຣາສບັງຫຼວງ ທີ່ເກີດຂຶ້ນໃນໂຄງການລົງທຶນ ຂອງຣັຖມູນຄ່າຫຼາຍກ່ວາ 800 ຕື້ກີບ ແລະ 16 ລ້ານໂດລ້າຣ໌ ສະຫະຣັຖ ໂດຍມີການກວດພົບ ຜູ້ມີສ່ວນພົວພັນ 34 ຄົນ. ໃນນັ້ນເປີດການສືບສວນ-ສອບສວນ ແລ້ວ 19 ຄົນ ແລະ ອີກ 15 ຄົນ ຢູ່ໃນລະຫວ່າງການກັກໂຕ ເຊິ່ງຜູ້ກ່ຽວຈຳນວນດັ່ງກ່າວ ໄດ້ກະທຳຜິດໃນຫຼາຍຂໍ້ຫາ ທັງການສວຍໃຊ້ຕຳແໜ່ງ-ໜ້າທີ່, ໃຫ້ ແລະ  ຮັບສິນບົນ, ຍັກຍອກ-ສໍ້ໂກງຊັບຂອງຣັຖ, ປອມແປງເອກະສານ ແລະ ອື່ນໆ. ອີງຕາມການຣາຍງານ ຂອງ ທ່ານ ວິໄລວັນ ບຸດດາຄຳ ຮອງປະທານອົງການ ກວດກາແຫ່ງຣັຖ ແລະ ຮອງຫົວໜ້າ ອົງການຕ້ານການສໍ້ຣາສບັງຫຼວງ ຂັ້ນສູງກາງ, ໃນໂອກາດພິທີສເລີມສລອງ ວັນຕ້ານການສໍ້ຣາສບັງຫຼວງ ສາກົລຄົບຮອບ 20 ປີເມື່ອວັນທີ 8 ທັນວາທີ່ຜ່ານມາ.

ສໍາລັບວັນຕ້ານການສໍ້ຣາສບັງຫຼວງ ສາກົລທີ່ກົງກັບວັນທີ 9 ທັນວາ ຂອງປີນີ້ນັ້ນ ກໍມີພຽງແຕ່ອົງການຕ້ານການສໍ້ຣາສບັງຫຼວງ ຂັ້ນສູນກາງທີ່ຈັດພິທີດັ່ງກ່າວ. ສ່ວນບັນດາຫ້ອງການກວດກາ ພັກຣັຖໃນແຂວງຕ່າງໆ ກໍບໍ່ໄດ້ຈັດພິທີ ຫຼືຈັດກິດຈະກັມ ໃນໂອກາດນີ້ແຕ່ຢ່າງໃດ.

ດັ່ງເຈົ້າໜ້າທີ່ ອົງການກວດກາ ພັກ-ຣັຖ ຢູ່ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ທັນວານີ້ວ່າ:

“ຢູ່ຫຼວງພຣະບາງ ເຮົາຍັງບໍ່ທັນໄດ້ຈັດພິທີຫຍັງເທື່ອ ເພາະວ່າຍັງບໍ່ມີແຈ້ງການ ຈາກສູນກາງມາເທື່ອເນາະ. ປົກກະຕິແມ່ນຈັດ ບາງທີມັນອີງໃສ່ງົບປະມານ ບາງເທື່ອກາຢ້ານທ້າຍປີ ອາດແມ່ນຕຣຽມວຽກ ເຂົາເຈົ້າເຮັດເອກະສານ ຕຣຽມກອງປະຊຸມ”

ເຈົ້າໜ້າທີ່ຫ້ອງການກວດກາ ພັກ-ຣັຖ ຢູ່ແຂວງຊຽງຂວາງ ກໍໄດ້ກ່າວວ່າສໍາລັບຢູ່ແຂວງຊຽງຂວາງ ໃນປີນີ້ບໍ່ໄດ້ມີການຈັດພີທີສເລີມສລອງ ໃນໂອກາດວັນຕ້ານການສໍ້ຣາສ ບັງຫຼວງ ສາກົລແຕ່ຢ່າງໃດ ມີພຽງແຕ່ຈັດພິທີອື່ນໆ ທີ່ມີຄວາມສຳຄັນ ຕໍ່ພັກຣັຖເທົ່ານັ້ນ.

ດັ່ງທ່ານກ່າວວ່າ:

“ໂອ! ບໍ່ມີເຈົ້າມີ ແຕ່ເພິ່ນປະຖະກະຖາວັນຊາຕແລ້ວ ກໍວັນຄ້າຍວັນເກີດ ທ່ານໄກສອນ.”

ອະດີດເຈົ້າໜ້າທີ່ລາວ ກ່າວວ່າ ສໍາລັບການແກ້ໄຂບັນຫາການສໍ້ຣາສບັງຫຼວງ ໃນລາວປະຈຳປີນີ້ເຫັນວ່າຫຼາຍພາກສ່ວນ ທີ່ກ່ຽວຂ້ອງ ໄດ້ມີການແກ້ໄຂບັນຫາ ໄດ້ຫຼາຍສົມຄວນ ແລະ ກໍ່ລົງວິໄນ ພ້ອມທັງລົງໂທດ ພະນັກງານ-ເຈົ້າໜ້າທີ່ທີ່ເຮັດການສໍ້ຣາສບັງຫຼວງ ໃນຂແນງ ການຕ່າງໆ ໂດຍສະເພາະຂແນງການທີ່ກ່ຽວຂ້ອງ ກັບເຣື່ອງການເງິນ ແລະ ງົບປະມານ ຂອງຣັຖທີ່ມີການກວດພົບເຫັນ ການສໍ້ຣາສບັງຫຼວງຫຼາຍທີ່ສຸດ.

ດັ່ງທ່ານກ່າວວ່າ:

“ການແກ້ໄຂນີ້ຄັນທຽບໃສ່ໂຕເກົ່າ ມາແລ້ວກາຖືວ່າດີຫຼາຍດີໄດ້ 1 ສ່ວນ 3 ແລ້ວ ຂຶ້ນມາ ໜ້ອຍນຶ່ງພວກຂແນງນັ້ນແດ່ ການເງິນນີ້ແຫຼະ ເປັນສ່ວນຫຼາຍນ່າ ພວກຂແນງພາສີແດ່.”

ຊາວບ້ານ ໃນແຂວງສວັນນະເຂດ ທີ່ຕິດຕາມຂ່າວການສໍ້ຣາສບັງຫຼວງ ມາໂດຍຕລອດ ກໍເຫັນວ່າການແກ້ໄຂບັນຫາການ ສໍ້ຣາສບັງຫຼວງ ໃນລາວເປັນບັນຫາທີ່ແກ້ໄຂໄດ້ຍາກ ທີ່ສຸດ ແລະນັບມື້ນັບມີຫຼາຍເພີ່ມຂຶ້ນ ສ່ວນທີ່ມີການແກ້ໄຂ ແລະຈັບຜູ້ກະທຳຜິດໄດ້ນັ້ນ ກໍເປັນພຽງແຕ່ສ່ວນໃດສ່ວນນຶ່ງ.

ດັ່ງທ່ານໄດ້ກ່າວວ່າ:

“ຄືຢູ່ສວັນ ຂ້ອຍນີ້ໄປກວດໂລດ ພວກພາສີນີ້ ຕົ້ນຕໍມັນຫັ້ນແຫຼະນ່າ. ຄັນເວົ້າໄປນີ້ມັນໝົດເລີຍ ເຊໂນ ຢູ່ສວັນນະເຂດ ມີພວກທະຫານ ເຂົາຈັບທະຫານ ເຂົາເອົາເງິນພວກພະນັກງານ ທະຫານນຳກັນນ່າ ພວກສໍ້ຣາສບັງຫຼວງ ເຫັນເຂົາຈັບເຂົ້າຄຸກ.”

ນັກວິຊາການໄທຍ ທີ່ຕິດຕາມ ແລະສຶກສາສະພາບສັງຄົມ ຢູ່ລາວກ່າວວ່າ ການທີ່ເຈົ້າໜ້າທີ່ລາວ ຍັງມີການສໍ້ຣາສບັງຫຼວງ ຢູ່ເລື້ອຍໆນັ້ນ ກໍມີຄວາມເປັນຫ່ວງ ໃນຫຼາຍດ້ານ ເປັນຕົ້ນວ່າການສໍ້ຣາສບັງຫຼວງ ໃນລາວ ກໍເປັນສາເຫດນຶ່ງ ທີ່ເອື້ອອຳນວຍຕໍ່ການເຮັດທຸຣະກິຈ ຂອງຈີນ ໂດຍສະເພາະການເປີດກາສິໂນແລະບ່ອນຫຼີ້ນການພະນັນ ເຊິ່ງເຮັດໃຫ້ທຸຣະກິຈເລົ່ານັ້ນ ມີແຕ່ປະສົບຄວາມສຳເຣັດ ຂຶ້ນເລື້ອຍໆ ອີກທັງການສໍ້ຣາສບັງຫຼວງ ກໍເຮັດໃຫ້ຊາວບ້ານບໍ່ສາມາດ ເພີ່ງພາເຈົ້າໜ້າທີ່ໄດ້.

ດັ່ງ ດຣ. ຍົສ ສັນຕະສົມບັດ ອາຈານປະຈຳຄະນະສັງຄົມສາດ ມະຫາວິທະຍາໄລ ຊຽງໃໝ່ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽ ເສຣີ ວ່າ:

(ພາສາໄທຍ). “ ຢູ່ໃສມີການສໍ້ຣາສບັງຫຼວງ ຢູ່ບ່ອນນັ້ນຈີນ ເບີກບານ ບໍ່ແມ່ນວ່າເປັນປະເທດໄທຍບ່ອນຫຼີ້ນ ກາສິໂນ ໃນນະຄອນຫຼວງບາງກອກ ກໍມີໃນພະມ້າ ກໍຫຼາຍ ໃນກັມພູຊານຳດ້ວຍ. ມັນບໍ່ແມ່ນແຕ່ສະເພາະລາວເທົ່ານັ້ນ ແລະຢູ່ໃນມີການສໍ້ຣາສບັງຫຼວງ ກໍເຮັດໃຫ້ຊາວບ້ານຕ້ອງລຸກຂຶ້ນ ມາເບິ່ງແຍງໂຕເອງ.

ຜົລຂອງການສໍາຣວດ ຄວາມໂປ່ງໃສ ສາກົລ ປະຈໍາປີ 2022 ທີ່ຜ່ານມານີ້ ໄດ້ຈັດອັນດັບ ໃຫ້ປະເທດລາວ ມີຄະແນນຄວາມໂປ່ງໃສ ຢູ່ທີ 31 ຄະແນນ ຈາກຈຳນວນເຕັມ 100 ຄະແນນ ເຊິ່ງຖືກຈັດອັນດັບໃຫ້ຢູ່ໃນອັນດັບທີ 7 ຂອງອາຊ້ຽນ ແລະ ອັນດັບທີ 126 ຂອງໂລກ ເຊິ່ງການຈັດອັນດັບ ດັ່ງກ່າວ ສະແດງໃຫ້ເຫັນວ່າ ບັນຫາການສໍ້ຣາສບັງຫຼວງ ຍັງມີຫຼາຍຢູ່. ອີງຕາມການຣາຍງານ ຂອງອົງການ ຄວາມໂປ່ງໃສ ສາກົລ ໃນປີ 2023 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.