ເຣື້ອງທີ່ເກັບບັນທຶກໄວ້
2024-06-13
ແຂວງອັດຕະປື ເປັນແຂວງໜຶ່ງທີ່ມີ ໂຄງການລົງທຶນຂອງລັດຫລາຍ ເຊິ່ງໃນໄລຍະທີ່ຜ່ານມາ ໄດ້ມີການປະເມີນ ບັນດາໂຄງການລົງທຶນ ແລະ ຍັງພົບເຫັນ ໂຄງການດໍາເນີນການເຄື່ອນໄຫວ ບໍ່ຖືກລະບຽບ ຈໍານວນໜຶ່ງ ເຮັດໃຫ້ເກີດຄວາມເສຍຫາຍ.
2024-06-13
ມີຂໍ້ມູນລະບຸວ່າ ຄູອາສາສະມັກ ສອນມາ 10 ປີ ບໍ່ໄດ້ໂກຕ້າ ເຊິ່ງບັນຈຸລັດຖະກອນ ໄດ້ຕັດສິນໃຈລາອອກ ເພື່ອເດີນທາງ ເຮັດວຽກເປັນແມ່ບ້ານ ໃນຕ່າງປະເທດ ໂດຍມີຄວາມຫວັງເກັບເງິນ 2 ປີ ເພື່ອຕັ້ງໂຕເລີມຕົ້ນໃໝ່ ແລະຂໍ້ມູນຍັງລະບຸອີກວ່າ ມີຈຳນວນຄູອາສາ ລາອອກເລື້ອຍໆ.
2024-06-13
ສະມາຊິກສະພາແຫ່ງຊາດ ຫຼາຍທ່ານ ໄດ້ສະເໜີໃຫ້ລັດຖະບານ ເຂັ້ມງວດ ກວດກາ ການຂຸດຄົ້ນບໍ່ແຮ່ໃນຫຼາຍໆເຂດ ເພື່ອບໍ່ໃຫ້ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ເພາະເຫັນວ່າ ການຂຸດຄົ້ນບໍ່ແຮ່ ໃນຫຼາຍທ້ອງຖິ່ນ ຍັງເຮັດຜົນກະທົບແບບຊະຊາຍ ຕໍ່ສິ່ງແວດລ້ອມ.
2024-06-12
ລັດຖະບານລາວ ມີແຜນພັດທະນາທ່າເຮືອ ລາວ-ຫວຽດນາມ ແລະ ທ່າເຮືອຕາມລໍານໍ້າຂອງ ແລະ ແມ່ນໍ້າສາຂາ ເພື່ອອຳນວຍຄວາມສະດວກ ດ້ານການຂົນສົ່ງ ແລະ ການທ່ອງທ່ຽວໃນຕໍ່ໜ້າ ລວມເຖິງການປ້ອງກັນຕາຝັ່ງເຈື່ອນ ແລະ ຄອງນໍ້າເລິກ ຈຳນວນ 18 ໂຄງການ.
2024-06-12
ຂະບວນລົດໄຟ ລາວ-ໄທ ແຕ່ນະຄອນຫຼວງວຽງຈັນ ຫານະຄອນຫຼວງບາງກອກ ມີກຳນົດ ກະຕຽມທົດລອງແລ່ນ ໃນເດືອນກໍລະກົດນີ້, ແຕ່ຍັງບໍ່ທັນໃຫ້ ຜູ້ໂດຍສານທົ່ວໄປ ໃຊ້ບໍລິການເທື່ອ, ເຊິ່ງຈະແລ່ນຈາກສະຖານີວຽງຈັນ (ຄຳສະຫວາດ) ໃນນະຄອນຫຼວງວຽງຈັນ ໄປຫາສະຖານີກາງ ກຣຸງເທບອະພິວັດ ໃນນະຄອນຫຼວງບາງກອກ.
2024-06-12
ປກສ ແຂວງ ຄຳມ່ວນ ສຶກສກອົບຮົມ, ປັບໃໝ ກຽມດຳເນີນຄະດີ ພ້ອມສັ່ງປິດຮ້ານກິນດື່ມ ຂອງຄົນລາວ ທີ່ມາເຊົ່າເຮືອນພັກ ຂອງຄົນຈີນເຮັດເປັນຮ້ານບັນເທີງ ຂາຍບໍລິການທາງເພດ ເດັກແມ່ຍິງ ອາຍຸຕໍ່າກວ່າ 18 ປີແອບແຝງ.
2024-06-12
ຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຈັດກອງປະຊຸມ ປຶກສາຫາລືກັບຜູ້ມີສ່ວນໄດ້ສ່ວນເສຍ ເພື່ອແບ່ງປັນ ຂໍ້ມູນຄວາມຄືບໜ້າ ຂອງໂຄງການເຂື່ອນໄຟຟ້າ ແມ່ນໍ້າຂອງ ແລະ ໃນແມ່ນໍ້າສາຂາ ປະກອບມີເຂື່ອນປາກແບງ, ເຂື່ອນປາກລາຍ, ເຂື່ອນດອນສະໂຮງ ພາກຂະຫຍາຍ ແລະ ເຂື່ອນເຊກອງຕອນລຸ່ມ A ພາຍຫຼັງທີ່ລັດຖະບານ ພະຍາຍາມພັກດັນ ການກໍ່ສ້າງເຂື່ອນໄຟຟ້າ ແມ່ນໍ້າຂອງ ຢ່າງໜັກແໜ້ນ.
2024-06-12
ສະມາຊິກ ສະພາແຫ່ງຊາດ ສະໜັບສະໜູນໃຫ້ລັດຖະບານ ຍົກລະດັບການແກ້ໄຂ ການສໍ້ລາດບັງຫລວງ ເປັນ ວາລະແຫ່ງຊາດ.
2024-06-11
ນາຍໜ້າຄົນລາວ ຊອກຫາ ແມ່ຍິງລາວ ອາຍຸ 18-35 ປີ ໃຫ້ຄົນຈີນ ຈ້າງອຸ້ມບຸນ ຫລື ຈ້າງໃຫ້ຖືພາແທນ ມູນຄ່າ 100-200 ລ້ານກີບຕໍ່ລູກໜຶ່ງຄົນ ຢູ່ບໍ່ເຕັນ ແຂວງຫລວງນໍ້າທາ.
2024-06-11
ໄຂ້ຍຸງລາຍຢູ່ລາວ ລະບາດຫລາຍ ແລະເພີ່ມຂຶ້ນນໍາເລື້ອຍໆ ຍ້ອນເປັນໄລຍະເຂົ້າສູ່ລະດູຝົນ ໂດຍທົ່ວປະເທດ ເປັນໄຂ້ເລືອດອອກ ສະສົມແລ້ວ 3,803 ຄົນ ແລະມີຜູ້ເສຍຊີວິດ 3 ຄົນ, ສ່ວນແຂວງເຊກອງ, ນະຄອນຫລວງວຽງຈັນ ແລະແຂວງຫລວງນໍ້າທາ ທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ ຕາມລຳດັບ.
2024-06-11
ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ພັນຕຳຫຼວດຕີ ພິຣັດ ອຸດົມພິສຸດທິຄຸນ ຜູ້ບັງຄັບການຕຳຫຼວດພູທອນ ແຂວງໜອງຄາຍ ພ້ອມດ້ວຍຄະນະ ມາຢ້ຽມຢາມ ເພື່ອປຶກສາຫາລື ການຍົກລະດັບຄວາມຮ່ວມມື ປາບປາມອາດຊະຍາກຳ ຄອລເຊັນເຕີ້ ແລະ ຢາເສບຕິດຕາມແນວຊາຍແດນ ໄທ-ລາວ.
2024-06-11
ການຄຸ້ມຄອງລົດລັດ ຢູ່ແຂວງຜົ້ງສາລີ ມີຄວາມຫຍຸ້ງຍາກ ຍ້ອນພະນັກງານບໍານານ ເອົາລົດລັດໄປໃຊ້ສ່ວນຕົວ ເຊິ່ງຄະນະຮັບຜິດຊອບ ເລັ່ງທວງຄືນ, ແຕ່ພະນັກງານບໍານານ ຫລາຍຄົນ ອ້າງວ່າ ເປັນພະນັກງານເກົ່າແກ່ ຂອງລັດ ແລະ ລັດບໍ່ມີນະໂຍບາຍໃຫ້ ຫຼັງຈາກອອກບໍານານແລ້ວ ຈຶ່ງຂໍລົດໄວ້ໃຊ້.
2024-06-11
ໜີ້ສາທາລະນະ ແລະ ໜີ້ຄໍ້າປະກັນ ຂອງປະເທດລາວ ຍັງຢູ່ໃນລະດັບສູງຫຼາຍ ເຊິ່ງໄດ້ກົດໜ່ວງ ສະເຖຍລະພາບ ຂອງເສດຖະກິດ ມະຫາພາກ ແລະ ໂອກາດໃນການພັດທະນາ ຂອງ ສປປ ລາວ ກຳລັງພົບກັບສິ່ງທ້າທາຍ ທັງໃນດ້ານຄວາມສາມາດ ໃນການສຳລະໜີ້ ແລະ ສະພາບຄ່ອງ.
2024-06-10
ການປູກຕົ້ນໄມ້ ເນື່ອງໃນວັນທີປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ບໍ່ສາມາດທົດແທນໄມ້ ທີ່ຖືກຕັດໄປໄດ້.
2024-06-10
ຍັງມີເດັກນ້ອຍຊາວລາວ ຈໍານວນໜຶ່ງ ຖືກທໍາຮ້າຍຮ່າງກາຍ ຍ້ອນບັນຫາຢາເສບຕິດ ແລະບັນຫາ ທາງດ້ານເສດຖະກິດ-ການເງິນ ພາຍໃນຄອບຄົວ ໂດຍສະເພາະ ຄອບຄົວທຸກຍາກ ທັງໃນເຂດໂຕເມືອງ ແລະເຂດຊົນນະບົດ.