ການທວງລົດຂອງລັດ ຄືນຈາກພະນັກງານບໍານານ ຢູ່ແຂວງຜົ້ງສາລີ ມີບັນຫາ
2024.06.11
ການຄຸ້ມຄອງລົດລັດ ຢູ່ແຂວງຜົ້ງສາລີ ມີຄວາມຫຍຸ້ງຍາກ ຍ້ອນພະນັກງານບໍານານ ເອົາລົດລັດໄປໃຊ້ສ່ວນຕົວ ຂະນະທີ່ຄະນະຮັບຜິດຊອບເລື່ອງນີ້ ກໍເລັ່ງທວງ ໃຫ້ພວກເຂົາເຈົ້າ ສົ່ງລົດນັ້ນຄືນໃຫ້ລັດ. ແຕ່ພະນັກງານບໍານານຫລາຍຄົນອ້າງວ່າ ເປັນພະນັກງານເກົ່າແກ່ຂອງລັດ, ບໍ່ໄດ້ນະໂຍບາຍອີ່ຫຍັງຫລັງອອກບໍານານ. ດັ່ງນັ້ນ ຈຶ່ງຂໍນະໂຍບາຍຈາກຂັ້ນເທິງ ມອບລົດລັດນັ້ນໃຫ້. ປັດຈຸບັນ ພະແນກການເງິນແຂວງຜົ້ງສາລີ ບໍ່ສາມາດຕິດແຜ່ນກາໝາຍ ທີ່ລະບຸວ່າ “ລົດຮັບໃຊ້ວຽກງານທາງລັດຖະການ ລົດບໍລິຫານຂອງລັດ” ໃສ່ລົດໄດ້ຕາມລະບຽບການ ທີ່ສໍານັກງານນາຍົກລັດຖະມົນຕີ ແລະກະຊວງການເງິນກໍານົດນັ້ນໄດ້ເທື່ອ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທ່ານນຶ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ, ແຈ້ງການຂອງກະຊວງການເງິນ ກ່ຽວກັບການປະຕິບັດ ຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ແລະນິຕິກໍາ ທີ່ກ່ຽວຂ້ອງຂອງແຂວງຜົ້ງສາລີ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມິຖຸນານີ້.
“ຄວາມຫຍຸ້ງຍາກກໍແມ່ນຢູ່ ພະນັກງານນີ້ເຂົາເຈົ້າໄດ້ຮັບເຂົ້າບໍານານແລ້ວ ແຕ່ວ່າບໍ່ທັນປົດປ້າຍ ເຂົາເຈົ້າຂໍໄປນໍາໃຊ້ຊົ່ວຄາວໄປກ່ອນຫັ້ນນ່າ ພວກເຮົາທາງຄະນະຮັບຜິດຊອບ ກໍໄດ້ເລັ່ງທວງຢູ່ ຖອດປ້າຍ ແຕ່ວ່າພະນັກງານເກົ່າແກ່ທີ່ຜ່ານມາຫັ້ນ ບາງທ່ານບາງສະຫາຍ ກໍຢູ່ຂັ້ນເມືອງຫັ້ນນ່າ ເຊັ່ນນີ້ກໍ ຖືວ່າການຖອດຖອນນີ້ກໍຫຍຸ້ງຍາກຫັ້ນນ່າ ເຂົາວ່າຜົນງານທີ່ເຮັດຜ່ານມາ ຍັງບໍ່ທັນ ອັນນ່າໄດ້ນະໂຍບາຍຫັ້ນນ່າ ຈາກນີ້ເຂົາເຈົ້າກໍເອົາໄປໃຊ້ເພື່ອວ່າຈະຂໍນະໂຍບາຍ ຖ້າວ່າໄດ້ນະໂຍບາຍແລ້ວ ເຂົາເຈົ້າກໍສິປົດປ້າຍຄືນຫັ້ນນ່າ ເພິ່ນກໍບໍານານແລ້ວ ເປັນນະໂຍບາຍອີ່ຫຍັງ ກໍບໍ່ມີແລ້ວບາດນີ້ ເພິ່ນຂໍ ຂໍນະໂຍບາຍເລີຍ ຂໍເປັນລົດທີ່ວ່າເພິ່ນຂີ້ຫັ້ນເນາະ ບາດນີ້ສິໄປຕິດ QR Code ກໍບໍ່ຊ່າງຕິດ ບາດນີ້ເພິ່ນຂໍນະໂຍບາຍ ພົບຄວາມຫຍຸ້ງຍາກນໍໂຕນີ້.”
ທ່ານກ່າວຕື່ມ ເຖິງຜົນກະທົບນັ້ນວ່າ ຫາກມີພະນັກງານບໍານານ ເອົາລົດຂອງລັດ ໄປນໍາໃຊ້ສ່ວນໂຕ ບໍ່ວ່າຈະເປັນກິດຈະກໍາໃດກໍຢ່ານັ້ນ ຈະເຮັດໃຫ້ຂະແໜງ ການ ບໍ່ມີລົດນໍາໃຊ້ພຽງພໍ ໃນວຽກງານທາງລັດຖະການ.
“ບາງຜະແນກການ ບາງຂະແໜງການ ຈໍານວນລົດກໍຈໍາກັດເນາະ ຈາກນີ້ກໍມີຄວາມຫຍຸ້ງຍາກຫັ້ນນ່າ ຈາກນີ້ ຄືກັນກັບຂະແໜງການທີ່ວ່າ ຄືຫົວໜ້າຄົນເກົ່າກ່ອນ ເພິ່ນເອົາໄປ ຈາກນີ້ກໍບໍ່ມີລົດຮັບໃຊ້ພຽງພໍ ຢູ່ໃນພາຍໃນຫັ້ນນ່າ ແບບນີ້ ກໍຫຍຸ້ງແຕ່ຄັນໄປທຽບໃສ່ຂະແໜງການອື່ນກໍຖືວ່າ ສ່ວນຫລາຍເຮົາເອົາລົດສ່ວນໂຕໄປ.”
ຂໍ້ມູນ ຈາກນັກຂ່າວໂທລະພາບແຂວງ ຫົວພັນ ວັນທີ 23 ພຶດສະພາ 2023 ລະບຸວ່າ ບັນດາແຂວງ ໃນທົ່ວປະເທດ ທີ່ມີການນໍາໃຊ້ລົດປ້າຍລັດບໍລິຫານ ຈະຕ້ອງຕິດແຜ່ນກາໝາຍ ລົດຮັບໃຊ້ວຽກງານທາງລັດຖະການ ແລະຕິດ QR Code ໃສ່ລົດຂອງລັດ ເພື່ອເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ໃນການນໍາໃຊ້ພາຫານະ ໃຫ້ຖືກເປົ້າໝາຍ ແລະເປັນການຈັດຕັ້ງປະຕິບັດ ຕາມດໍາລັດຂອງລັດຖະບານ ວ່າດ້ວຍລົດຂອງລັດ ແລະຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ວັນທີ 30 ພະຈິກ 2022 ວ່າດ້ວຍການຕິດຕາມ ການຕິດແຜ່ນກາໝາຍລົດ QR Code ໃສ່ລົດຂອງລັດ.
ແລະເຈົ້າໜ້າທີ່ ອີກທ່ານນຶ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມຄືກັນນັ້ນ ກໍໄດ້ເວົ້າເຖິງພະນັກງານບໍານານ ຢູ່ແຂວງນີ້ວ່າ ຫລາຍຄົນ ສົ່ງໃບຄໍາຮ້ອງ ຂໍນະໂຍບາຍນໍາຂັ້ນເທິງ ຫັນເອົາລົດຂອງລັດ ເປັນກໍາມະສິດຂອງຕົນເອງ ຂະນະທີ່ຕາມຂໍ້ຕົກ ລົງ ວ່າດ້ວຍການສະສາງລົດຂອງລັດນັ້ນ ບໍ່ສາມາດກະທໍາໄດ້ ຍ້ອນຂະແໜງ ການທີ່ພວກເຂົາເຈົ້າສັງກັດນັ້ນ ບໍ່ມີພາຫານະຮັບໃຊ້ ວຽກງານຢ່າງພຽງພໍ.
ດັ່ງທ່ານກ່າວວ່າ:
“ແຕ່ວ່າເຂົາເຈົ້າພັດມີໃບຄໍາຮ້ອງ ເຂົາເຈົ້າກໍຢາກຫັນເປັນກໍາມະສິດຂອງເຂົາເຈົ້າ ໂຕທີ່ວ່າເຂົາເຈົ້າເຄີຍໃຊ້ມາແລ້ວຫັ້ນນ່າ ຢາກຂໍນະໂຍບາຍຂໍຫັນສິດ ໄປຫັນສິດເປັນຂອງສ່ວນໂຕ ສະເໜີມານີ້ ກໍຫລາຍຄົນຢູ່ເດ້ແຕ່ວ່າ ເພິ່ນກໍວ່າມີແຈ້ງການເພິ່ນບໍ່ໃຫ້ຫັນເດ້ເນາະ ຂະແໜງການໃດທີ່ວ່າບໍານານໄປແລ້ວ ແຕ່ວ່າຂະແໜງການນັ້ນ ບໍ່ມີພາຫານະຮັບໃຊ້ຂອງລັດນີ້ ເພິ່ນບໍ່ໃຫ້ຫັນ ກໍອອກແຈ້ງການແນວນັ້ນແຫລະ ແຕ່ວ່າໂຕຈິງຫັ້ນ ຫາກມີຢູ່ ຍັງມີຄົນທີ່ວ່າ ຍັງເອົາໄປນໍາໃຊ້ຢູ່.”
ທີ່ແຂວງຜົ້ງສາລີ ເຈົ້າໜ້າທີ່ຊັ້ນຜູ້ນ້ອຍທ່ານນຶ່ງ ກໍເວົ້າຄືກັນວ່າ ຫາກພະນັກງານ ບໍານານ ເອົາລົດຂອງລັດໄປນໍາໃຊ້ສ່ວນໂຕ ກໍເຮັດໃຫ້ພະນັກງານທີ່ເຮັດວຽກໂຕຈິງໃນປັດຈຸບັນ ບໍ່ມີລົດເຮັດວຽກ ຕ້ອງໄດ້ໃຊ້ລົດສ່ວນໂຕລົງພາກສະໜາມ ຂະ ນະດຽວກັນ ລົດຂອງລັດໃນບາງຂະແໜງການກໍເປ່ເພ ບໍ່ສາມາດໃຊ້ໄດ້ຢ່າງເຕັມເມັດເຕັມໜ່ວຍ.
“ໂອ້! ຍັງພົບຄວາມຫຍຸ້ງຍາກຫລາຍ ສໍາລັບລົດນີ້ນ່າ ບໍ່ພຽງພໍເທື່ອ ຫຍຸ້ງຍາກ ກໍ ເວລາທີ່ເຮົາລົງຕິດຕາມວຽກງານການຮຽນການສອນຫັ້ນນ່າ ສ່ວນຫລາຍກໍບໍ່ພຽງພໍຫັ້ນເດ້ ບາດນີ້ເຮົາເອົາລົດສ່ວນຕົວໄປ ເຮົາເອົາລົດສ່ວນໂຕໄປ ບາດເວລາເປີເພມາ ກໍແກ້ໄຂກັຍາກຫັ້ນນ່າ ຜ່ານມາເພິ່ນກໍສະໜອງໃຫ້ ແຕ່ກໍເປ່ເພ ໂຕທີ່ໃຊ້ໄດ້ກໍປະມານ 2 ຄັນ 3 ຄັນນີ້ແຫລະແຕ່ລະໜ່ວຍງານ.”
ລ້າສຸດ ໃນມື້ວັນທີ 5 ມິຖຸນາ 2024 ອົງການປົກຄອງແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ແຈ້ງການຂອງກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ແລະນິຕິກໍາ ທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະນໍາໃຊ້ລົດຂອງລັດ ເພື່ອແກ້ໄຂບັນຫາ ບຸກ ຄົນ ຫລືການຈັດຕັ້ງ ທີ່ບໍ່ນອນໃນອົງການຈັດຕັ້ງຂອງລັດ ແຕ່ນໍາໃຊ້ລົດຂອງລັດ ນັ້ນໃຫ້ສໍາເລັດ ເພື່ອເປັນການກະກຽມ ໃຫ້ແກ່ການກວດກາການນໍາໃຊ້ລົດຂອງລັດໃນແຕ່ລະບາດກ້າວ ໃຫ້ຖືກຕ້ອງ ແລະເພື່ອແກ້ໄຂລົດ ທີ່ພະນັກງານບໍານານ ໄດ້ເອົາໄປນໍາໃຊ້ໃນທີ່ຜ່ານມາ.