ຄຣູອາສາລໍຖ້າເປັນ ຣັຖກອນ
2017.04.27
ປັດຈຸບັນ ຄຣູ 50 ປາຍຄົນ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ຍັງບໍ່ໄດ້ບັນຈຸ ເຂົ້າເປັນຣັຖກອນ, ພວກເຂົາເຈົ້າສອນ ໂດຍບໍ່ມີເງິນເດືອນ ມາຫລາຍປີແລ້ວ ຍ້ອນວ່າ ໂຄຕ້າ ເສັງເຂົ້າ ເປັນຄຣູ ໃນແຕ່ລະປີ ບໍ່ຫລາຍ ຂນະທີ່ຄຣູ ຈົບໃໝ່ ພັດເພີ່ມຂຶ້ນທຸກປີ. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ທ້ອງຖີ່ນ ຜູ້ບໍ່ປະສົງອອກຊື່ຕໍ່ RFA ໃນວັນທີ 26 ເມສານີ້:
"ຍັງມີຄຣູທີ່ວ່າ ຍັງບໍ່ໄດ້ຣັຖກອນນະ ຍັງບໍ່ທັນໄດ້ມີ ເງິນເດືອນ ກໍມີຈໍານວນ 50 ຄົນນະ ທີ່ວ່າໄດ້ໄປສອນ ແຕ່ບໍ່ທັນໄດ້ມີ ເງິນເດືອນກິນ ສ່ວນຫລາຍມັນ ເຂດຊົນເຜົ່າ ບໍ່ໄດ້ໝົດ ແຫລະ ເຂດອັນທີ່ ເມື່ອກີ້ເວົ້າໄປນີ້ ມາລີເທົາ ຜາແດງ ຕາລີຊູ ແລ້ວກໍນາຫລວງ 50 ກວ່າຄົນນະ ຍັງມີບັນຫາ ເຂດນີ້ນີ້ມັນເປັນ ແບບນີ້ນະ".
ທ່ານເວົ້າວ່າຄຣູທີ່ສອນ ແບບບໍ່ໄດ້ບັນຈຸເປັນຣັຖກອນ ສ່ວນຫຼາຍ ຢູ່ແຖວເຂດນອກໆ ໂດຍສະເພາະ ເຂດຊົນເຜົ່າຂະມຸ ເຜົ່າອາຂ່າ ແລະ ເຜົ່າຫໍ້. ແຕ່ລະປີ ຣັຖມີໂຄຕ້າໃຫ້ເສັງ ເຂົ້າຮຽນຄຣູ 10 ຫາ 15 ຄົນເທົ່ານັ້ນ ຂນະທີ່ຄຣູຈົບໃໝ່ຈົບມາທຸກປີ 10 ຫາ 20 ປາຍຄົນ ຊຶ່ງ ຍັງບໍ່ຮວມກັບຄຣູ ທີ່ສອນຢູ່ກ່ອນ ທີ່ຍັງບໍ່ທັນໄດ້ ເປັນຣັຖກອນ ອີກຫລາຍຄົນ.
ໃນລະຍະຜ່ານມາ ຄຣູເຫລົ່ານີ້ ຈຶ່ງຈໍາເປັນຕ້ອງອາສັຍເງິນ ບໍຣິຈາກຂອງຊາວບ້ານ ຈາກຄອບຄົວ ນັກຮຽນ ທີ່ຕົນໄປສອນ. ດັ່ງເຈົ້າໜ້າທີ່ ທ້ອງຖີ່ນ ອີກທ່ານນຶ່ງ ໄດ້ກ່າວ:
"ກໍບໍ່ໄດ້ໝົດນັ້ນແຫຼະ 3 ປີກໍມີນີ້ຍັງບໍ່ໄດ້ເທື່ອນະ ບໍ່ໄດ້ຣັຖກອນເທື່ອນະ ອັນນັ້ນແບບວ່າໂຄຕ້າ ກໍມີໜ້ອຍແລ້ວກໍມາເສັງເອົາ ເທົ່ານັ້ນແຫຼະ ເຮົາສອນ 3 ປີ ສອນຟຣີ ຫັ້ນ 3 ປີແລ້ວ ກໍຊາວບ້ານ ເຂົາຫາກລ້ຽງຫັ້ນແຫລະ ໄປສອນແລ້ວ ກໍເປັນພໍ່ແມ່ ນັກຮຽນ ລາວກໍເກັບເຂົ້າ ເກັບຫຍັງ ໄປໃຫ້ຈັ່ງຊັ້ນ".
ປັດຈຸບັນ ຄຣູໃນຫລາຍແຂວງ ຢູ່ລາວ ຍັງປະສົບບັນຫາ ແບບດຽວກັນນີ້ ຢູ່ທັງໆທີ່ຣັຖ ມີນະໂຍບາຍ ໃຫ້ເພີ່ມຈໍານວນຄຣູ ທົ່ວປະເທດ.