ຊາວບ້ານ ວິຈານການເຮັດວຽກ ຂອງຕໍາຣວດ ອອກມາຂໍໂທດ
2024.03.19

ເມື່ອວັນທີ 13 ມີນາ ຜ່ານມາ ທ້າວ ບີ ອາຍຸ 24 ປີ ຊາວບ້ານຄອນແກ້ວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ວິພາກວິຈານ ເຈົ້າໜ້າທີ່ຕຳຣວດ ຢູ່ຈຸດກວດກາຫ້ວຍຊ້ຳ ເມືອງບຸນໃຕ້ ແຂວງຜົ້ງສາລີ ຖືກເຈົ້າໜ້າທີ່ຕຳຣວດ ແຂວງຜົ້ງສາລີ ໃຫ້ຜູ້ກ່ຽວອອກມຖແລງຄໍາຂໍໂທດ ຜ່ານສື່ສັງຄົມອ໋ອນລາຍນ໌ ຂອງ ປກສ ແຂວງຜົ້ງສາລີ ເພື່ອໃຫ້ແກ້ຂ່າວໃຫ້ຖືກຕ້ອງ. ພາຍຫຼັງວັນທີ 21 ກຸມພາ 2024 ທ້າວ ບີ ໄດ້ຖ່າຍຄລິບວິດີໂອ ເຈົ້າໜ້າທີ່ຕຳຣວດ ປະຈຳຈຸດກວດກາດັ່ງກ່າວແລ້ວ ວິພາກວິຈານ ຜ່ານສື່ສັງຄົມອ໋ອນລາຍນ໌ ໃນລັກສະນະຕຳນິ ເຈົ້າໜ້າທີ່ຕຳຣວດ ທີ່ຂໍເງິນເພື່ອເປັນຄ່າກິນນໍ້າກິນໃນ.
ດັ່ງທ່ານໄດ້ເວົ້າ ໃນຄລິບວິດີໂອ ຖແຫຼງຄຳຂໍໂທດ ໃນຕອນໜຶ່ງວ່າ:
“ຂ້າພະເຈົ້າໄດ້ເຮັດອັດຄລິບວິດີໂອ ຜ່ານສື່ສັງຄົມອ໋ອນລາຍນ໌ ມີເນື້ອຫາລັກສະນະບິດເບືອນ. ໃນຂະນະທີ່ເຈົ້າໜ້າທີ່ ປະຕິບັດໜ້າທີ່ ຢູ່ຈຸດກວດກາ ຫ້ວຍຊ້ຳ. ສິ່ງທີ່ຂ້າພະເຈົ້າໄດ້ໂພສຕ໌ລົງໃນເນື້ອຫາ ດຽວກັນນັ້ນເປັນການໂຄສະນາ ໃສ່ຮ້າຍປ້າຍສີ ໂດຍບໍ່ໄດ້ຮັບການອະນຸຍາດ.”
ກ່ຽວກັບເຣື່ອງນີ້ ວິທະຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາກອງບັນຊາການ ປກສ ແຂວງຜົ້ງສາລີ ເພື່ອສອບຖາມຣາຍລະອຽດ ແຕ່ເຈົ້າໜ້າທີ່ບໍ່ສະດວກໃຫ້ຣາຍລະອຽດ ຕໍ່ເຫດການທີ່ເກີດຂຶ້ນນີ້.
ເຈົ້າໜ້າທີ່ ອົງການໄອຍະການປະຊາຊົນແຂວງຜົ້ງສາລີ ກ່າວວ່າກ່ຽວກັບກໍລະນີ ດັ່ງກ່າວນີ້ ກໍບໍ່ທັນເຫັນເອກະສານ ເຈົ້າໜ້າທີ່ຕຳຣວດສົ່ງມາຍັງອົງການໄອຍະການເທື່ອ ຈຶ່ງຍັງບໍ່ທັນຮູ້ວ່າຈະມີການດຳເນີນຄະດີກັບຊາວບ້ານ ຫຼືບໍ່.
ດັ່ງຍານາງ ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 19 ມີນານີ້ວ່າ:
“ຄືມີຜູ້ໜຶ່ງຢູ່ບຸນໃຕ້ຫັ້ນ ແລ້ວລົງຢູ່ໃນສື່ສັງຄົມອ໋ອນລາຍນ໌ ແລ້ວກ່າວຂໍໂທດຊີ້ຫວາ. ຍັງບໍ່ຮູ້ເທື່ອ ເພາະຊິຖາມຜູ້ຮັບຜິດຊອບກ່ອນ ຊິປະສານທາງຜູ້ຮັບຜິດຊອບຫັ້ນເບິ່ງ.”
ຊາວບ້ານ ຢູ່ເມືອງບຸນໃຕ້ກ່າວວ່າ ສໍາລັບກໍລະນີດັ່ງກ່າວ ກໍໄດ້ຍີນຂ່າວວ່າທາງເຈົ້າໜ້າທີ່ຕໍາຣວດ ໄດ້ມີການປ່ອຍໂຕ ຜູ້ວິຈານຕຳຣວດແລ້ວ ພາຍຫຼັງຈາກຖແລງການຂໍໂທດ ຜ່ານສື່ສັງ ຄົມອ໋ອນລາຍນ໌ ໂດຍບໍ່ໄດ້ມີການດຳເນີນຄະດີ ເພີ່ມ ແລະສຳລັບຈຸດກວດກາ ດັ່ງກ່າວ ກໍຍັງມີການກວດກາ ຕາມປົກກະຕິໂດຍສະເພາະ ກວດກາການລັກລອບເຂົ້າ-ອອກ ເມືອງ ແລະກໍບໍ່ເຄີຍເຫັນເຈົ້າໜ້າທີ່ ຕຳຣວດ ມີການຂໍເງິນເປັນຄ່າກິນນ້ຳກິນໃນ.
ດັ່ງທ່ານກ່າວວ່າ.
“ບໍ່ຈັບແລ້ວບໍ່ຈັບມີແຕ່ວ່າສຶກສາອົບຮົມ ກໍພໍເຈົ້າຢູ່ຫັ້ນເຂົາເຈົ້າກວດພາສປອດ ເອກະສານເຂົ້າແດນ ເຂົາເຈົ້າບໍ່ຂໍບໍ່ໄກ ເຈົ້າມີແຕ່ 3-4 ຫຼັກ.”
ຊາວບ້ານ ຢູ່ເມືອງບຸນໃຕ້ ອີກທ່ານໜຶ່ງກ່າວວ່າ ກ່ຽວກັບການຈັບຊາວບ້ານ ມາຖແລງຂໍໂທດນັ້ນ ຕົນເອງກໍບໍ່ຮູ້ຣາຍລະອຽດ ແລະບໍ່ສາມາດສະແດງຄວາມເຫັນ ຢ່າງກົງໄປກົງມາໄດ້ ຮູ້ພຽງແຕ່ວ່າ ຢູ່ຈຸດກວດກາຫ້ວຍຊ້ຳ ກໍໄດ້ມີການກວດກາຢ່າງເຂັ້ມງວດ ໂດຍສະເພາະກວດ ບັດປະຈຳໂຕ ແລະເອກະສານທີ່ກ່ຽວກັບການຜ່ານແດນ ເພື່ອປ້ອງກັນການເຂົ້າ-ອອກ ເມືອງແບບຜິດກົດໝາຍ.
ດັ່ງຍານາງກ່າວວ່າ:
“ເຣື່ອງນີ້ເອື້ອຍກາບໍ່ຮູ້ນ່າ ແຕ່ວ່າຕໍາຣວດກາຍັງເຝົ້ານີ້ ເຝົ້າແຫຼະ ຍັງກວດຢູ່ໄດ. ຕໍາຣວດຍັງເຝົ້າຢູ່ໄດ. ລັກອັນນັ້ນອັນນີ້ຂາຍຕິ ລັກລອບຄົນເຂົ້າມາຫັ້ນເດ້. ໄປທ່ຽວນີ້ກາບໍ່ເປັນຫຍັງຕີ້ ມີແຕ່ມາທ່ຽວສື່ໆນີ້.”
ນັກກົດໝາຍກ່າວວ່າ ການວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ຕໍາຣວດ ຜ່ານທາງສື່ສັງຄົມອ໋ອນລາຍນ໌ ນັ້ນກໍຖືວ່າເປັນຄວາມຜິດ ໃນທຸກກໍລະນີເຖິງແມ່ນວ່າ ຈະເປັນເຫດການຈິງກໍ ຕາມແຕ່ສຳລັບກໍລະນີດັ່ງກ່າວ ທ່ານກໍເຊື່ອວ່າ ບໍ່ຮຸນແຮງຈົນເຖິງຂັ້ນ ສົ່ງດຳເນີນຄະດີ ແລະສົ່ງຟ້ອງສານ ຍ້ອນເປັນຄວາມຜິດ ທີ່ບໍ່ຮ້າຍແຮງ ແລະບໍ່ໄດ້ເຮັດໃຫ້ພັກ-ຣັຖເຊື່ອມເສັຍ.
ດັ່ງທ່ານໄດ້ກ່າວວ່າ:
“ຜິດຫັ້ນແຫຼະ ເປັນການສ້າງຄວາມເຊື່ອມເສັຍ ຜ່ານສື່ສັງຄົມອ໋ອນລາຍນ໌ ຫັ້ນນ່າ, ແຕ່ວ່າໂຕນີ້ໆ ມັນກາເປັນຄະດີບໍ່ໃຫຍ່ເນາະສ່ວນຫຼາຍນີ້ ຫຼັງຈາກທີ່ເພິ່ນກັກແລ້ວເນາະ ເພິ່ນກາໃຫ້ຂໍໂທດແມ່ນຫຍັງຜ່ານສື່ສັງຄົມອ໋ອນລາຍນ໌ ກາມີວິທີແກ້ຫຼາຍທາງຢູ່. ບາງເທື່ອເພິ່ນກາຊິເຮັດບົດບັນທຶກ ກັບເຮົາກາຊິປ່ອຍເທົ່ານັ້ນແຫຼະ.”
ທ່ານແນະນໍາຕື່ມວ່າ ປະຊາຊົນຜູ້ໃດພົບເຫັນເຈົ້າໜ້າທີ່ ປະຕິບັດໜ້າທີ່ບໍ່ຖືກຕ້ອງ ຫຼື ມີການກະທຳອື່ນໆ ທີ່ເຮັດໃຫ້ຊາວບ້ານເດືອດຮ້ອນ ກໍແນະນຳໃຫ້ລວບລວມຫຼັກຖານ ແລ້ວໄປລາຍງານຕໍ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອຈະໄດ້ມີການສຶບສວນ-ສອບສວນ ຕາມຂັ້ນຕອນ ແທນທີ່ຈະມີການວິພາກວິຈານ ລົງໃນສື່ສັງຄົມອ໋ອນລາຍນ໌ເຊິ່ງຈະເຮັດໃຫ້ຊາວບ້ານ ເປັນຝ່າຍຜິດທັນທີ.
ກ່ອນໜ້ານີ້ ເຈົ້າໜ້າທີ່ຕໍາຣວດກໍເຄີຍມີການສຶກສາອົບຮົມ ແລະເຮັດບົດບັນທຶກລວມທັງ ບົດລົງໂທດ ຕໍ່ຊາວບ້ານ ທີ່ມີການວິພາກວິຈານ ເຈົ້າໜ້າທີ່ ຫຼຶເຮັດໃຫ້ພັກ-ຣັຖເຊື່ອມເສັຍສື່ສຽງ ເມື່ອບໍ່ດົນມານີ້ ຊາວບ້ານຜູ້ຊາຍຄົນໜຶ່ງ ອາຍຸ 24 ປີ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຖືກເຈົ້າໜ້າທີ່ຕຳຣວດໃຫ້ຖແຖງການຂໍໂທດ ຜ່ານສື່ສັງຄົມອ໋ອນລາຍນ໌ ຈາກສາເຫດເມື່ອວັນທີ 28 ພຶສຈິກາ 2023 ເຂົາເຈົ້າໄດ້ອັດຄລິບວິດີໂອ ຕໍານິເຈົ້າໜ້າທີ່ລາວ ໂດຍໃຊ້ຄໍາເວົ້າບໍ່ສຸພາບ ຕໍ່ເຈົ້າໜ້າທີ່.
ຕໍ່ມາໃນເດືອນມີນາ 2023 ເຈົ້າໜ້າທີ່ຕໍາຣວດ ແຂວງຫົວພັນໄດ້ໃຫ້ແມ່ຍິງລາວ ຢູ່ແຂວງຫົວພັນ ແກ້ຂ່າວຕໍ່ສັງຄົມ ພາຍຫຼັງທີ່ໄດ້ໂພສຕ໌ ຂໍ້ຄວາມທາງເຟສບຸກ ຈ້າງເຂົ້າຕຳຣວດ 95 ລ້ານ ຫຼື ໝາຍຄວາມວ່າຊື້ຈ້າງ ເຂົ້າເປັນເຈົ້າໜ້າທີ່ຕຳຣວດ ຕ້ອງໃຊ້ເງິນ 95 ລ້ານກີບ ເຊິ່ງຂໍ້ຄວາມດັ່ງກ່າວ ເຮັດໃຫ້ເຈົ້າໜ້າທີ່ຕຳຣວດ ແຂວງຫົວພັນຮູ້ສຶກເສື່ອມເສັຍສື່ສຽງ ຈຶ່ງຕ້ອງໃຫ້ແມ່ຍິງດັ່ງກ່າວ ອອກມາແກ້ຂ່າວ ຕໍ່ສັງຄົມ.
ສໍາລັບກໍລະນີທີ່ໂດ່ງດັງທີ່ສຸດ ກ່ຽວກັບການຈັບຊາວບ້ານ ທີ່ວິພາກວິຈານ ການເຮັດວຽກຂອງເຈົ້າໜ້າທີ່ຜ່ານທາງສື່ສັງຄົມອ໋ອນລາຍນ໌ ແມ່ນກໍລະນີຈັບ ຍານາງ ຮວາຍເຮືອງ ໄຊຍະບູລີ ຫຼື ໝວຍ ເມື່ອປີ 2019 ແລະ ປັດຈຸບັນຍານາງ ກໍຖືກຄຸມຂັງ ຢູ່ໃນຄ້າຍຄຸມຂັງ.