ຣັຖມົນຕຣີ ກະຊວງພາຍໃນ ຍອມຮັບ ສອບເສັງເຂົ້າຣັຖ ບໍ່ໂປ່ງໃສ

ໄຊຍາ
2022.12.14
ຣັຖມົນຕຣີ ກະຊວງພາຍໃນ ຍອມຮັບ ສອບເສັງເຂົ້າຣັຖ ບໍ່ໂປ່ງໃສ ກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9, ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ ປີ 2022.
ຮູບພາບ: ປກສ

ເມື່ອວັນທີ 09 ທັນວາຜ່ານມານີ້ ດຣ. ທອງຈັນ ມະນີໄຊ ຣັຖມົນຕຣີ ກະຊວງພາຍໃນ ໄດ້ກ່າວຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາຕ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງ ຊາຕຊຸດທີ 9 ຊຶ່ງໃນຕອນນຶ່ງທ່ານໄດ້ຍອມຮັບວ່າ ການສອບເສັງຄັດເລືອກ ພນັກງານຣັຖກອນ ໃນບາງໜ່ວຍງານຂອງຣັຖບານ ແມ່ນມີຄວາມບໍ່ໂປ່ງໃສ ແລະເປັນການຈັດສາກ ໂດຍທ່ານກໍມີແຜນການ ທີ່ຈະແກ້ໄຂບັນຫາດັ່ງກ່າວ ດ້ວຍການໃຊ້ລະບົບຄອມພີວເຕີ້ຣ໌ ເຂົ້າມາໃນການສອບເສັງ ເພື່ອໃຫ້ເກີດຄວາມໂປ່ງໃສ ໃນການຄັດເລືອກ ພນັກງານ ຣັຖກອນ ແລະ ປ້ອງກັນລະບົບເສັ້ນສາຍ. ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມສ໌ ເມື່ອວັນທີ 13 ທັນວາ 2022.

ກ່ຽວກັບເຣື່ອງນີ້ອະດີຕເຈົ້າໜ້າທີ່ ລາວທ່ານນຶ່ງກໍຍອມຮັບວ່າ ບັນຫາການສອບເສັງຄັດເລືອກ ຮັບພນັກງານຣັຖກອນ ແບບບໍ່ໂປ່ງໃສ ແລະໃຊ້ລະບົບເສັ້ນສາຍນັ້ນ ກໍເປັນບັນຫາທີ່ທ່ານເອງເຫັນວ່າ ແກ້ໄຂໄດ້ຍາກທີ່ສຸດ ເພາະກຸ່ມທີ່ເຮັດຜິດ ມັກຊອກຫາຊ່ອງທາງ ໃນການເອົາໂຕລອດ ແລະປົກປິດຄວາມຜິດຢູ່ເລື້ອໆ. ດັ່ງນັ້ນການທີ່ຈະສາມາດ ຈັບກຸ່ມດັ່ງກ່າວໄດ້ກໍຈຳເປັນ ຕ້ອງມີຫລັກຖານ ຢ່າງຈະແຈ້ງກ່ອນ.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ທັນວານີ້ວ່າ:

ຄວາມບໍ່ໂປ່ງໃສ ຂອງຣັຖກອນນີ້ມີຫລາຍຫັ້ນແຫລະ ແກ້ໄຂຍາກແນ່ຣັຖກອນ ເຮັດກັບບຸກຄະລາກອນ ຖ້າເຮົາບໍ່ມີຂໍ້ມູນຊັດເຈັນ ມັນຫລາຍຫລືມັນໜ້ອຍຊໍ່າໃດ ມັນກາຄືກັບຜ່ານມານີ້ ເຮົາກາກວດພົບ ແຕ່ວ່າກາຍັງຄ່ອຍແກ້ໄຂກັນໄປ ເທື່ອລະໜ້ອຍ ມັນຕ້ອງໄດ້ຂໍ້ມູນຊັດເຈນ ຫັ້ນແຫລະ.

ທ່ານກ່າວຕື່ມວ່າ ໃນກໍຣະນີ ທີ່ມີການກວດພົບເຈົ້າໜ້າທີ່ ທີ່ເຮັດຜິດກ່ຽວກັບ ການໃຊ້ລະບົບເສັ້ນສາຍ ຂອງໂຕເອງເພື່ອຮັບເອົາ ພນັກງານຣັຖກອນ ແບບບໍ່ໂປ່ງໃສນັ້ນ ກໍຈະຖືກລົງວິໄນ ແລະກໍອາຈຖືກໄລ່ອອກ ຈາກການເປັນຣັຖກອນ ໂດຍບໍ່ໄດ້ຮັບນະໂຍບາຍ ອຸດໜຸນໃດໆ ແລະ ຫາກວ່າ ຜູ້ກ່ຽວໄດ້ເຮັດຄວາມຜິດນັ້ນ ຂັ້ນຮ້າຍແຮງທີ່ສ້າງຄວາມເສັຽຫາຍ ຕໍ່ໜ່ວຽງານຢ່າງຫລວງຫລາຍ ກໍຈະຖືກດຳເນີນຄະດີອາຍານຳດ້ວຍ.

ໃນຄະນະທີ່ພນັກງານ ອາສາສມັກຫລາຍຄົນ ທີ່ຮູ້ຂ່າວດັ່ງກ່າວໂດຍສະເພາະ ພນັກງານຄຣູອາສາສມັກ ກໍຢາກໃຫ້ພາກສ່ວນທີ່ກ່ຽວ ຂ້ອງລຶບລ້າງລະບົບໃຊ້ເສັ້ນສາຍ ໃຫ້ໝົດໄປ ແລະໃຊ້ລະບົບທີ່ທັນສມັຍມາໃຊ້ແທນ ໃນການສອບເສັງຄັດເລືອກ ເອົາພນັກງານຣັຖກອນ ເພື່ອໃຫ້ມີຄວາມໂປ່ງໃສ ແລະສາມາດກວດສອບໄດ້.

ດັ່ງພນັກງານ ຄຣູອາສາສມັກ ນາງນຶ່ງກ່າວວ່າ:

ໂອ້ຍມັນກາມີຫັ້ນແຫລະເນາະ ມີແຕ່ໄປເສັງສື່ໆ ແຈ້ງວ່າບໍ່ໄດ້ຢາກແກ້ໄຂໃຫ້ ລຶບລ້າງແທ້ໂຕເສັ້ນສາຍແລ້ວກາຊ່ອຍໝົດທຸກຄົນ ສະບາຍ.”

ອະດີຕພນັກງານ ຄຣູອາສາສມັກ ທ່ານນຶ່ງທີ່ຫາກໍລາອອກຈາກ ວຽກຄຣູອາສາສມັກ ກ່າວວ່າ ການໃຊ້ລະບົບເສັ້ນສາຍ ໃນວົງການຣັຖກອນຄຣູ ໄດ້ກາຍເປັນເຣື່ອງປົກກະຕິໄປແລ້ວ ເຖິງແມ່ນວ່າບາງຄອບຄົວສາມາດ ຫາເງິນ ທີ່ຈະຊື້ຈ້າງ ໃຫ້ລູກຫລານຂອງໂຕເອງ ໄດ້ເປັນຣັຖກອນຄຣູ ກໍຕາມ ແຕ່ບາງເທື່ອກໍຍັງບໍ່ສາມາດ ສູ້ກັບລະບົບການໃຊ້ເສັ້ນສາຍ ຊຶ່ງບັນຫາດັ່ງກ່າວນີ້ ເຮັດໃຫ້ເປັນສາເຫດຫລັກ ທີ່ສົ່ງຜົນໃຫ້ທ່ານ ແລະໝູ່ເພື່ອນອີກຫລາຍຄົນ ຢຸດຕິການເປັນຄຣູອາສາສມັກ ແລະໄປປະກອບອາຊີພອື່ນແທນ.

ດັ່ງທ່ານໄດ້ກ່າວວ່າ:

ກາເປັນປົກກະຕິຢູ່ນີ້ແຫລະ ເສັ້ນສາຍໝົດແຫລະຄົນມີເງິນ ຈະຍັງບໍ່ໄດ້ດອກແບບວ່າ ເຂົາເລືອກຄົນດຽວນີ້ເຂົາອອກໝົດແລ້ວ ກາບໍ່ມີໃຜຍັງຢູ່ດອກໝົດ ໂຮງຮຽນອອກໝົດແລ້ວ.

ອະດີຕ ອາສາສມັກອີກນາງນຶ່ງ ທີ່ເຄີຍພົບເຫດການທີ່ກ່ຽວກັບ ການໃຊ້ເສັ້ນສາຍໃນການຮັບ ພນັກງານຣັຖກອນ ແບບບໍ່ໂປ່ງໃສກໍກ່າວວ່າ ສຳລັບພນັກງານ ອາສາສມັກທີ່ບໍ່ມີຄວາມຮູ້ ແລະຄວາມສາມາດພຽງພໍ ທີ່ຈະສອບເສັງເປັນພນັກງານ ຣັຖກອນໄດ້ຈຳນວນນຶ່ງ ກໍມັກເຂົ້າໄປຫາບັນດາ ເຈົ້າໜ້າທີ່ລະດັບຊັ້ນຜູ້ໃຫຍ່ ເພື່ອຮ້ອງຂໍໃຫ້ມີການໃຊ້ເສັ້ນສາຍ ແລະຮັບເອົາພວກເຂົາເຈົ້າ ເຂົ້າເປັນພນັກງານຣັຖກອນ. ດັ່ງນັ້ນແລ້ວ ໃນແຕ່ລະເທື່ອທີ່ມີສອບເສັງ ຄັດເລືອກເອົາພນັກງານ ຣັຖກອນໃໝ່ ໃນວຽງານຕ່າງໆ ກໍເປັນພຽງແຕ່ ການຈັດສາກ.

ດັ່ງຍານາງກ່າວວ່າ:

ເບິ່ງຄວາມເປັນຈີງ ຍິນທາງສຽງສ່ວນຫລາຍຫັ້ນແຫລະ ກໍ່ວ່າແມ່ນຕີລາຄາກັນ ເຂົ້າຜູ້ໃຫຍ່ໄດ້ເສັງກາເສັງເອົາຮູບແບບສື່ໆ ເຂົາກາຮັບໃນວົງເຫລົ້າ ວົງເບັຽ ເຂົາເວົ້າອອກຈາກປາກຫັ້ນນ່າ.

ການຄັດເລືອກພນັກງານ ຣັຖກອນແບບບໍ່ໂປ່ງໃສ ນັ້ນກໍເປັນບັນຫາຊໍ້າເຮື້ອ ທີ່ເກີດຂຶ້ນເປັນເວລາດົນນານມາແລ້ວ ແລະ ກໍຖືກຮ້ອງຮຽນ ຈາກປະຊາຊົນເປັນຈຳນວນຫລາຍຄັ້ງ. ເຖິງວ່າສະມາຊິກ ສະພາແຫ່ງຊາຕຫລາຍທ່ານໄດ້ນຳມາຣາຍງານ ຢູ່ໃນກອງປະຊຸມສະພາແຫ່ງຊາຕ ເພື່ອໃຫ້ມີການແກ້ໄຂໂດຍສະເພາະການດຳເນີນການ ຄັດເລືອກເອົາພນັກງານຣັຖກອນ ແບບໂປ່ງໃສ່ ແລະ ຍຸຕິທັມເພື່ອຄັດເລືອກ ເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ ມີຄຸນລັກສະນະທີ່ເໝາະສົມ ເຂົ້າເປັນພນັກງານຣັຖກອນ ໃນແຕ່ລະໜ່ວຽງານ.

ປັດຈຸບັນການນຳໃຊ້ເສັ້ນສາຍ ໃນການຮັບເອົາພນັກງານ ຣັຖກອນແບບບໍ່ໂປ່ງໃສ ກໍຍັງເກີດຂຶ້ນຢູ່ເລື້ອຍໆ ເຮັດໃຫ້ພາກສ່ວນ ທີ່ກ່ຽວຂ້ອງຕ້ອງເຮັດວຽກ ຢ່າງໜັກ ເພື່ອຫາແນວທາງແກ້ໄຂຕໍ່ໄປ. ອີງຕາມການຣາຍງານຂອງ ດຣ. ທອງຈັນ ມະນີໄຊ ຣັຖມົນຕຣີ ກະຊວງພາຍໃນ ຕໍ່ກອງປະຊຸມສະພາ ແຫ່ງຊາຕທີ່ກຳລັງດຳເນີນຢູ່ ໃນປັດຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.