ປະເທດຊາດຊິຫຼົ້ມຈົມ ຍ້ອນ ຣັຖກອນ ສໍ້ໂກງ
ອຸ່ນແກ້ວ ສຸກສະຫວັນ
2019.11.20
2019.11.20

ໃນຄວາມຄິດເຫັນຂອງນັກວິຊາການ ກ່ຽວກັບ ການອະພິປາຍ ຂອງສະມາຊິກສະພາແຫ່ງຊາດ ຢູ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ວ່າ ປະເທດຊາດ ຊິຫລົ້ມຈົມ ຍ້ອນພະນັກງານ ໃນກົງຈັກຂອງຣັຖ ຮ່ວມຫົວກັນໂກງກິນ.
ຫລັງຈາກທີ່ສະມາຊິກສະພາແຫ່ງຊາດ ອະພິປາຍ ເຣື່ອງງົບປະມານ ຮົ່ວໄຫລ ຍ້ອນພະນັກງານຂອງຣັຖ ຮວມຫົວກັນໂກງກິນ, ກໍມີສຽງ ຕອບຮັບຈາກນັກວິຊາການວ່າ ການອະພິປາຍ ແມ່ນດຸເດືອດກ່ອນເກົ່າ. ໃຫ້ທ່ານໄປຟັງສຽງ ຂອງ ທ່ານ ສາຍທອງ ແກ້ວດວງດີ ສະມາຊິກ ສະພາແຫ່ງຊາດ ເຂດ1 ນະຄອນຫລວງວຽງຈັນ.