ສັງປິດຮ້ານກິນດື່ມ ລັກເປີດຂາຍບໍລິການທາງເພດ ຢູ່ຄຳມ່ວນ

ພອນ ພູມມີທອນ
2024.06.12
ສັງປິດຮ້ານກິນດື່ມ ລັກເປີດຂາຍບໍລິການທາງເພດ ຢູ່ຄຳມ່ວນ ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຄຳມ່ວນ ຈັດພິທີສຶກສາອົບຮົມ-ກ່າວເຕືອນ ເຈົ້າຂອງຮ້ານກິນດື່ມ ທີ່ລັກເປີດຂາຍບໍລິການທາງເພດ.
Screen capture ວິດີໂອຂ່າວ ລາຍການຄວາມສະຫງົບແຂວງຄຳມ່ວນ

ວັນທີ 7 ມີຖຸນາ 2024 ທີ່ຜ່ານມາ ເຈົ້າໜ້າທີ່  ຜະແນກຕໍາຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແຂວງຄໍາມ່ວນ ໄດ້ລົງເຄື່ອນໄຫວ ກວດກາ ຮ້ານກິນດື່ມ ຢູ່ເຂດບໍ່ໂພນຕີ້ວ ເມືອງຫີນບູນ ຈຶ່ງໄດ້ນໍາຕົວເຈົ້າຂອງຮ້ານ 2 ຄົນ ທີ່ມາເຊົ່າເຮືອນພັກຂອງຄົນຈີນ ແລ້ວ ເປີດເປັນຮ້ານບັນເທີງ ແອບແຝງຂາຍບໍລິການທາງເພດ ເດັກຍິງອາຍຸຕ່ໍາກວ່າ 18 ປີ ຈໍານວນຫລາຍກວ່າ 19 ຄົນ ເຂົ້າມາສຶກສາອົບຮົມ ຢູ່ສະໂມສອນ ກອງບັນຊາການ ປກສ ແຂວງຄໍາມ່ວນ. 

ປັດຈຸບັນ (12 ມີຖຸນາ 2024) ເຈົ້າໜ້າທີ່ຕໍາຫລວດ ສັ່ງປິດຮ້ານກິນດື່ມແລ້ວ ສ່ວນເຈົ້າຂອງຮ້ານຄົນລາວ 2 ຄົນ ຍັງຖືກຄຸມຂັງ ຢູ່ ກອງບັນຊາການ ປກສ ແຂວງ ເພື່ອກຽມປັບໃໝ ດໍາເນີນຄະດີຕາມກົດໝາຍ ໃນອັນດັບຕໍ່ໄປ, ຂະນະທີ່ ເດັກຍິງທັງໝົດນັ້ນ ຕໍາລວດໄດ້ແຕ່ສຶກສາອົບຮົມ ແລະ ບອກໃຫ້ເຂົາເຈົ້າເກັບເຄື່ອງເກັບຂອງ ກັບບ້ານເກີດຂອງໃຜລາວ. ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຄໍາມ່ວນ ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ມີຖຸນາ ນີ້ວ່າ: 

ບໍ່ໄດ້ເປີດແຫລະ ບໍ່ໄດ້ເປີດເດ້ ໄດ້ໂຈະກ່ອນເດ້ ໃຫ້ຢຸດເຊົາ, ເຈົ້າຂອງຍັງດໍາເນີນ ຍັງກັກໄວ້ຢູ່ເດ້ ເຈົ້າຂອງຮ້ານຫັ້ນ ເອອ ໄທເຮົາ ເອົາແຕ່ຄົນລາວຫັ້ນແຫລະ ມີແຕ່ສະຖານທີ່ ຮ້ານຫັ້ນຂອງເຂົາ (ຄົນຈີນ) ບ້ານພັກຫັ້ນນ່າ ແລ້ວຄົນລາວເຮົາໄປເຊົ່ານໍາເຂົາ (ຄົນຈີນ), (ເດັກຍິງ) ກໍແນະນໍາ ໃຫ້ເຂົາເຈົ້າກັບຮອດບ້ານ ຮອດຊ່ອງເນາະ ກັບມາຫາເອົາເຄື່ອງ ເອົາຂອງ ຢູ່ບ່ອນຫໍພັກຫໍເຊົ່າ ໃຫ້ເຂົາກັບເມືອຫາພໍ່ຫາແມ່ ຫາອ້າຍ ຫານ້ອງພຸ້ນ (ໃໝເດັກຍິງ) ເຮົາຊິປັບໃໝ ເຈົ້າຂອງຮ້ານນີ້ແຫລະ.” 

ເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ເຂດບ້ານບໍ່ໂພນຕີ້ວ ທ່ານກ່າວວ່າ ຮ້ານກິນດື່ມ ທີ່ຕໍາລວດ ແຂວງຄໍາມ່ວນ ລົງມາປາບປາມນັ້ນ ມີພຽງຮ້ານດຽວ ຂະນະທີ່ ເຂດບ້ານບໍ່ໂພນຕີ້ວ ມີຮ້ານກິນດື່ມ ທັງໝົດ 3-4 ຮ້ານ, ເວົ້າສະເພາະ ຮ້ານກິນດື່ມທີ່ຕໍາຫລວດມາປາບນີ້ ຈະເປັນຂອງຄົນລາວ ທີ່ມາເຊົ່າພື້ນທີ່ຈີນ ປະກອບກິດຈະການ ແລະຈະມີເດັກອາຍຸ 13-17 ປີ ມາຂາຍບໍລິການທາງເພດ ພາຍໃນຮ້ານ .

ແຕ່ວ່າ ເລື້ອງອາຍຸຂອງເດັກນ້ອຍຫັ້ນ ກໍບໍ່ແມ່ນວ່າ ຂ້ອຍໄດ້ເຂົ້າໄປອີສັງດອກ ແບບວ່າ ເຮົາຜ່ານໆໄປ ສ່ວນຫລາຍ ເດັກນ້ອຍມັນປະມານ 13-14 ປີ ບໍ່ຮອດ 16-17 ປີ ຫຍັງ ຖືວ່າຂ້ອຍຄ່າວໆ ໄດ້ຍິນມານີ້ ປະມານ 3-4 ຮ້ານນ່າ ຄົນຈີນລະ ມີແຕ່ຮ້ານດຽວນີ້ແຫລະ. ຮ້ານທີ່ເຂົາປາບ ນອກນັ້ນ ເປັນຂອງຄົນລາວດ້ວຍກັນເອງ. ເວົ້າງ່າຍໆສ່າ ຈີນມັນເຮັດເຮືອນຢູ່ຫັ້ນເລີຍເດ້ ແບບນີ້ ມັນໃຫ້ ແບບເຂົາເຊົ່າຫັ້ນນ່າ. ມັນຮ້ານຂາຍເຄື່ອງຂອງມັນ. ມັນເຮັດເປັນບ່ອນໃຫຍ່ໆ ມັນລະມີບ່ອນຫວ່າງ ຈັ່ງຊີ້ນ່າ.” 

ຮ້ານກິນດື່ມ ທີ່ຖືກຕໍາຫລວດ ແຂວງຄໍາມ່ວນລົງປາບປາມນີ້ ແມ່ນເປີດເພງສຽງດັງ ເກີນຂອບເຂດ ແລະເຮັດໃຫ້ ຄູ່ຜົວ-ເມັຍ ຜິດຖຽງກັນ ຍ້ອນ ຜູ້ເປັນຜົວ ຫາເງິນໄດ້ຫລາຍໜ້ອຍສ່ໍາໃດ ກໍເອົາໄປຫລີ້ນຢູ່ຮ້ານກິນດື່ມ ຂະນະທີ່ ປັດຈຸບັນ ຮ້ານກິນດື່ມນີ້ ກໍມິດແລ້ວ ຫລັງຈາກ ຕໍາຫລວດແຂວງ ລົງມາປາບປາມ.

ດັ່ງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ເຂດບ້ານບໍ່ໂພຕີ້ວ ຜູ້ດຽວກັບຂ້າງເທິງ ກ່າວວ່າ:

ມັນກໍມີແນ່ນອນ ແລະເນາະ ມັນກ່ຽວກັບ ເລື້ອງການເປີດໃຊ້ສຽງດັງ ເກີນຂອບເຂດຫັ້ນ ແລ້ວກໍເວລາ ອັນທີ່ ສອງ ລັກສະນະເຈົ້າມາເຮັດຫັ້ນກໍ ຜົວເມັຍເຂົາຜິດກັນ ຍົກໂຕຢ່າງ ຫາເງິນມາແລ້ວ ເຂົາໄປໃຊ້ຈ່າຍ ແນວອື່ນຫັ້ນນ່າ ກໍມີການຜິດຖຽງກັນໃນຄອບຄົວຫັ້ນ ສະເພາະບ່ອນເພິ່ນປາບນີ້ ມິດເດ້ ບໍ່ມີເດ້. 

ຂະນະທີ່ ຊາວບ້ານ ເຂດບ້ານບໍ່ໂພຕີ້ວ ທ່ານກ່າວວ່າ ໂຕເອງຈະບໍ່ມີເງິນ ແລະ ບໍ່ມີເວລາໄປຮ້ານກິນດື່ມ ຈຶ່ງບໍ່ຮູ້ວ່າ ພາຍໃນຮ້ານກິນດື່ມ ເປັນແນວໃດ ຮູ້ພຽງແຕ່ວ່າ ຮ້ານກິນດື່ມນັ້ນ ເປັນຂອງຄົນລາວ ທີ່ມາເຊົ່າພື້ນທີ່ຄົນຈີນ ເປີດຮ້ານກິນດື່ມ. 

ດັ່ງ ທ່ານກ່າວໃນມື້ດຽວກັນ ນີ້ວ່າ:

ຕື່ນຂຶ້ນມາ ໄປໄຮ່ ໄປນາ ບໍ່ມີລາຍໄດ້ກໍ ວັນໃດ ມື້ໃດ ມີວຽກບ້ານ ກໍມີວຽກບ້ານ ວຽກພັກ ວຽກລັດ ຢູ່ໄຮ່ແລ້ວກໍມາເຮັດນາ ບໍ່ຄ່ອຍມີເງິນມີຫຍັງດອກ ກໍບໍ່ຄ່ອຍໄດ້ໄປ (ຮ້ານກິນດື່ມ) ຈໍາພວກນີ້ນ່າ ກໍບໍ່ຮູ້ນໍາເພິ່ນ ແຕ່ວ່າ ຄົນລາວບໍ່ ໄດ້ຍິນເພິ່ນເວົ້າວ່າ ຄົນລາວ ຄົນລາວມາເຊົ່າຮ້ານຈີນຕີ້ ເປັນແນວນັ້ນຕີ້ ສ່ວນຫລາຍ. 

ຂໍ້ມູນທົ່ວໄປ ຂອງບ້ານບໍ່ໂພນຕີ້ວ ນັ້ນ ທາງການກໍາລັງມີແຜນພັດທະນາ ເນື່ອງຈາກ ເຂດບ້ານບໍ່ໂພນຕີ້ວ ມີສະຖານທີ່ທ່ອງທ່ຽວ ຈໍານວນຫລາຍ ຈຶ່ງເຮັດໃຫ້ນັກທ່ອງທ່ຽວ  ບໍ່ວ່າຈະເປັນຊາວໄທ, ລາວ, ຫວຽດນາມ ແລະຈີນ ເຂົ້າມາທ່ອງທ່ຽວ.

ສ່ວນຮ້ານກິນດື່ມ ໃນເຂດນີ້ ຈະບໍ່ມີຫລວງຫລາຍ ຍ້ອນຢູ່ຫ່າງຈາກຕົວເມືອງຫີນບູນເຖິງ 30 ກິໂລແມັດ.

ດັ່ງຊາວບ້ານ ຈາກຕົວເມືອງຫີນບູນ ຍານາງກ່າວ ໃນມື້ດຽວກັນນີ້ວ່າ: 

ໂອ້! ໄກເຕີບເດ້. ໄກຂະໜາດ ເພາະວ່າ ເພິ່ນກໍາລັງຊິປິດເດ້. ເປັນຕົວເມືອງນ້ອຍ. ເຂດຈຸດສຸມໂພນຕີ້ວ ເພິ່ນກໍາລັງປັບປຸງ ກໍາລັງກຽມຢູ່ ຍັງບໍ່ທັນໄດ້ເປີດ, ຮ້ານກິນດື່ມເຂົາຕີ້ ຢູ່ຫັ້ນ. ເອີ ກໍມີຢູ່ ມັນສ່ວນໜ້ອຍ ເພາະວ່າ ມັນເຂດຫ່າງໄກສອກຫລີກເນາະ ມັນເວົ້າພື້ນ ເລື້ອງຂອງຢູ່ຂອງກິນ ກໍຍາກ ສ່ວນຫລາຍ ເຂົາມາຊື້ຢູ່ນອກພີ້ ສ່ວນຫລາຍ ຈີນເຂົາມາລົງທຶນຢູ່ລາວ. ສ່ວນຫລາຍ ຈີນເຂົາບໍ່ອອກດອກ ໜ້າຕານ່າ. ສ່ວນຫລາຍ ຄັນເຂົາເຮັດກໍ ເຂົາກໍເອົາຄົນລາວນີ້ແຫລະ ອອກນ່າ, ບາດນີ້ ແຫລ່ງທ່ອງທ່ຽວ ມັນກໍຫລາຍອີກ ຢູ່ແຖວເຂດບໍ່ນ່າ. ນັບແຕ່ທາງເຂົ້າໄປນີ້ ມີຂຸນກອງແລ, ຂຸນນາທານ ແລ້ວກໍມີຖ້ໍາຫຍັງອີກລະ ທີ່ວ່າ ໄປເມືອງບັງບົດ. ມີຫຍັງອີກຫັ້ນນ່າ ເພາະວ່າ ປີໃໝ່ ເຂົາເຂົ້າໄປຫລີ້ນຢູ່ບ່ອນຫັ້ນ.” 

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຕໍາຫລວດ ບໍ່ໄດ້ດໍາເນີນຄະດີຄົນຈີນທີ່ໃຫ້ຄົນລາວເຊົ່າເຮືອນພັກ ເພື່ອເປີດຮ້ານກິນດື່ມ ແອບແຝງຂາຍບໍລິການທາງເພດ ເດັກຍິງອາຍຸຕ່ໍາກວ່າ 18 ປີ ເນື່ອງຈາກຄົນຈີນເປັນຜູ້ໃຫ້ເຊົ່າເຮືອນພັກ.

ສ່ວນວ່າຜູ້ເຊົ່າ ກໍຄືຄົນລາວ 2 ຄົນ ຈະເອົາເຮືອນພັກໄປເຮັດແນວໃດນັ້ນ ກໍບໍ່ກ່ຽວກັບຄົນຈີນທີ່ໃຫ້ເຊົ່າເຮືອນພັກ. ອີງຕາມຂໍ້ມູນ ຈາກຫ້ອງການ ປກສ ແຂວງຄໍາມ່ວນ ວັນທີ 12 ມີຖຸນາ 2024. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.