ກຳນົດທົດລອງ ແລ່ນລົດໄຟ ວຽງຈັນ-ບາງກອກ ເດືອນ 7 ນີ້

ພູວົງສ໌
2024.06.12
ກຳນົດທົດລອງ ແລ່ນລົດໄຟ ວຽງຈັນ-ບາງກອກ ເດືອນ 7 ນີ້ ສະຖານີ ຣົຖໄຟ ທ່ານາແລ້ງ.
RFA

ຂະບວນລົດໄຟລາວ-ໄທ ແຕ່ສະຖານີວຽງຈັນ (ຄຳສະຫວາດ) ຢູ່ນະຄອນຫຼວງວຽງຈັນ ຫາສະຫານີກາງ ກຣຸງເທບອະພິວັດ ຢູ່ນະຄອນຫຼວງບາງກອກ (ກຣຸງເທບ) ປະເທດໄທ ກະຕຽມທົດລອງແລ່ນ ໃນລະຫວ່າງວັນທີ 13 ຫາ 14 ກໍລະກົດ ນີ້ ເພື່ອກະຕຽມຄວາມພ້ອມ ກ່ອນທີ່ຈະເປີດໃຫ້ບໍລິການ ແບບເປັນທາງການ ໃນອະນາຄົດ. ແຕ່ໃນລະຫວ່າງ ທີ່ມີການທົດລອງນີ້ ແມ່ນຍັງບໍ່ທັນໃຫ້ ຜູ້ໂດຍສານທົ່ວໄປ ທັງໃນລາວ ແລະ ໃນໄທ ສາມາດໃຊ້ບໍລິການ ໃນໄລຍະທົດລອງແລ່ນນັ້ນໄດ້ເທື່ອ ຈະມີແຕ່ຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ຈະຢູ່ເທິງຂະບວນລົດໄຟ ໃນມື້ດັ່ງກ່າວນັ້ນ.

ດັ່ງເຈົ້າໜ້າທີ່ ຈາກການລົດໄຟ ແຫ່ງປະເທດໄທ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ມິຖຸນາ ນີ້ວ່າ:

“ຍັງເປັນແຕ່ການທົດລອງ ແລ່ນລົດໄຟຊື່ໆ ຍັງບໍ່ມີຂໍ້ມູນ ເລື້ອງຜູ້ໂດຍສານ ອອກມາຢ່າງຄັກແນ່ເທື່ອ, ເຊິ່ງທັງ 2 ຝ່າຍ ກໍກຳລັງມີການຫາລືກັນຢູ່ ຄາດວ່າ ອາດມີລາຍລະອຽດ ອອກມາເພີ່ມຕື່ມ ໃນອີກບໍ່ດົນນີ້ ແລະ ການແລ່ນລົດໄຟ ໃນໄລຍະທົດລອງ ຈະມີແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເທົ່ານັ້ນ.”

ໃນຂະນະທີ່ ເຈົ້າໜ້າທີ່ ປະຈຳສະຖານີລົດໄຟ ແຂວງອຸດອນທານີ ເຊິ່ງເປັນສະຖານີໜຶ່ງ ທີ່ຢູ່ໃນເສັ້ນທາງ ຂະບວນລົດໄຟດັ່ງກ່າວ ກໍໄດ້ຊີ້ແຈງວ່າ ມາຮອດປັດຈຸບັນ ທາງການລົດໄຟ ແຫ່ງປະເທດໄທ ກໍຍັງບໍ່ທັນໄດ້ຊີ້ແຈງ ຫຼືສົ່ງເອກະສານ ທີ່ກ່ຽວຂ້ອງ ກັບການທົດລອງ ແລ່ນລົດໄຟ ໃນໄລຍະດັ່ງກ່າວ ມາໃຫ້ແກ່ເຈົ້າໜ້າທີ່ ປະຈຳສະຖານີເທື່ອ ຈຶ່ງຍັງບໍ່ທັນຮູ້ລາຍລະອຽດ ຫຼາຍໄປກວ່ານີ້.

ດັ່ງທ່ານກ່າວວ່າ:

“ຂ້ອຍກະຍັງບໍ່ຮູ້ຂ່າວເທື່ອ ຍັງບໍ່ມີຄຳສັ່ງອິຫຍັງມາ ທີ່ສະຖານີເທື່ອ ແລະ ໃນລະບົບຂາຍປີ້ລົດໄຟ ກໍຍັງບໍ່ມີປີ້ ລົດໄຟລາວ-ໄທ ຂຶ້ນມາເທື່ອ. ຕ້ອງລໍໃຫ້ມີໜັງສືແຈ້ງການ ມາອີກເທື່ອໜຶ່ງກ່ອນ.”

ພ້ອມດຽວກັນນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ ແລະ ສະຖານີວຽງຈັນ (ຄຳສະຫວາດ) ເພື່ອສອບຖາມ ລາຍລະອຽດເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ທີ່ຮູ້ກ່ຽວກັບເລື້ອງນີ້ ຍັງບໍ່ສະດວກ ໃຫ້ຂໍ້ມູນເພີ່ມຕື່ມ.

ສ່ວນຊາວລາວ ທີ່ອາໄສຢູ່ໃກ້ຄຽງ ກັບສະຖານີວຽງຈັນ (ຄຳສະຫວາດ) ກໍເຫັນວ່າ ມາຮອດປັດຈຸບັນ ສະຖານີລົດໄຟແຫ່ງນີ້ ຍັງບໍ່ທັນເປີດ ໃຫ້ບໍລິການເທື່ອ ແລະ ກໍເປັນບ່ອນ ທີ່ເປົ່າຫວ່າງຜູ້ຄົນ, ເຊິ່ງຫຼາຍຄົນ ກໍຢາກໃຫ້ເປີດໃຊ້ບໍລິການ ໃຫ້ໄວທີ່ສຸດ ເພື່ອທີ່ຈະໃຊ້ບໍລິການ ໃນການເດີນທາງ ໄປປະເທດໄທ.

ດັ່ງຊາວບ້ານ ນາງໜຶ່ງ ກ່າວວ່າ:

“ໄປ 2 ເທື່ອແລ້ວ ເຂົາເຈົ້າຍັງບໍ່ເປີດຈອງເທື່ອ,​ ຫັ້ນນ່າ. ໄປມື້ນີ້ ເຫັນແຕ່ຂີ້ເຫຍື້ອເຕັມຢູ່ຫັ້ນ ບໍ່ມີຄົນ ຍັງບໍ່ທັນເປີດ ຍັງບໍ່ມີຄົນຢູ່ເລີຍ. ຄັນເຂົາເຈົ້າເປີດ ເອື້ອຍກະຄິດວ່າ ຈະໄປຈອງຢູ່ຫັ້ນອີກ ເພາະເອື້ອຍຈອງ ໂຕລາວ-ຈີນ ນີ້ເນາະ ກະຢາກຈອງ ໂຕລາວ-ໄທ ນຳຫັ້ນແຫຼະ, ແຕ່ວ່າເອື້ອຍບໍ່ໄດ້ຂໍ້ມູນຫຍັງ.”

ສຳລັບສະຖານີວຽງຈັນ (ຄຳສະຫວາດ) ຂອງລົດໄຟລາວ-ໄທ ຕັ້ງຢູ່ຫ່າງຈາກ ສະຖານີນະຄອນຫຼວງວຽງຈັນ ຂອງລົດໄຟລາວ-ຈີນ ປະມານ 27 ກິໂລແມັດ, ເຊິ່ງທັງ 2 ສະຖານີດັ່ງກ່າວນີ້ ຍັງບໍ່ທັນມີ ຂະບວນລົດໄຟ ທີ່ສາມາດແລ່ນ ເຊື່ອມຕໍ່ກັນໄດ້ເທື່ອ ຈຶ່ງເຮັດໃຫ້ຜູ້ໂດຍສານ ທີ່ຈະໃຊ້ບໍລິການ ສະຖານີລົດໄຟ ທັງ 2 ແຫ່ງດັ່ງກ່າວ ຍັງຕ້ອງອາໄສລົດຮັບ-ສົ່ງ ຫຼືລົດຮັບຈ້າງອື່ນໆ ເພື່ອເດີນທາງຈາກ ສະຖານີໜຶ່ງ ໄປອີກສະຖານີໜຶ່ງ.

ດັ່ງຜູ້ໂດຍສານ ລົດໄຟລາວ-ຈີນ ນາງໜຶ່ງ ກ່າວວ່າ:

“ຄືລົດໄຟ ຈາກກຣຸງເທບເນາະ ມາລົງຫັ້ນແລ້ວ ຕ້ອງໄດ້ຈ້າງລົດຕໍ່ ຈ້າງລົດເຂົ້າມາ ສະຖານີນະຄອນຫຼວງວຽງຈັນ ເພື່ອວ່າໄປທ່ຽວ ສະຖານີຫຼວງພຣະບາງບໍ່ ຫຼືວ່າ ຈະໄປສະຖານີອື່ນ, ຊີ້ນ່າເນາະ. ບໍ່ແມ່ນວ່າ ຊິເຊື່ອມຕໍ່ກັນ ບໍ່ແມ່ນວ່າຈອດແລ້ວ, ລົງແລ້ວ ຈະເຊື່ອມຕໍ່ນະຄອນຫຼວງ.”

ທາງດ້ານຜູ້ທີ່ມີຄວາມຮູ້ ເລື້ອງລົດໄຟ ແລະ ການທ່ອງທ່ຽວ ນາງໜຶ່ງ ກ່າວວ່າ ຄັນລົດໄຟລາວ-ໄທ ໄດ້ເປີດໃຫ້ບໍລິການ ແບບເປັນທາງການແລ້ວ ກໍເຊື່ອວ່າ ຈະມີຄົນລາວ ໃຊ້ບໍລິການ ຈຳນວນຫຼາຍ ເພື່ອເດີນທາງໄປ-ມາ ລະຫວ່າງ ນະຄອນຫຼວງວຽງຈັນ-ນະຄອນຫຼວງບາງກອກ ຫຼືແຂວງອື່ນໆ ໃນໄທ ທີ່ເປັນທາງຜ່ານ ຍ້ອນຈະສາມາດ ຊື້ປີ້ລົດໄຟ ຢູ່ນະຄອນຫຼວງວຽງຈັນ ໄດ້ເລີຍ ແລະ ໃນບັນດາກຸ່ມ ຜູ້ໂດຍສານຊາວລາວ ກໍໃຫ້ຄວາມສົນໃຈ ຕໍ່ເສັ້ນທາງເດີນລົດ ຂອງຂະບວນລົດໄຟດັ່ງກ່າວນີ້ ເປັນຈຳນວນຫຼາຍ. ດັ່ງນາງກ່າວວ່າ:

“ເຮົາເຄີຍຣີວິວ ລົດໄຟໄປກຣຸງເທບ ເນາະ ຄົນເຂົ້າມາເບິ່ງຫຼາຍ ກະໃຫ້ຄວາມສົນໃຈຫຼາຍຢູ່ ມັນງ່າຍດີ ເພາະວ່າ ເຮົາຈະບໍ່ໄດ້ໄປຂ້າມໄປຊື້ປີ້ ຢູ່ໜອງຄາຍ. ໄປກຣຸງເທບ ໄດ້ເລີຍ, ແຕ່ວ່າ ຖ້າມີລົດໄຟມາ ກະສາມາດ ອຳນວຍຄວາມສະດວກ ແລ້ວກະຟີດແບັກ (ຜົນຕອບຮັບ) ມັນກະຖືວ່າດີຫຼາຍ.”

ກ່ອນໜ້ານີ້, ໃນລະຫວ່າງ ວັນທີ 5 ຫາ 8 ມິຖຸນາ ທີ່ຜ່ນມາ, ທ່ານ ອະນິຣຸດ ທອງເນດ, ຮອງຜູ້ວ່າ ການລົດໄຟ ແຫ່ງປະເທດໄທ ໄດ້ເດີນທາງໄປ ນະຄອນຫຼວງວຽງຈັນ ເພື່ອຮ່ວມປະຊຸມ ກັບທ່ານ ດາວຈິນດາ ສີຫາລາດ, ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລົດໄຟແຫ່ງຊາດລາວ ເພື່ອການກະຕຽມຄວາມພ້ອມ ໃນການທົດລອງ ເປີດໃຊ້ບໍລິການ ລົດໄຟລາວ-ໄທ ກ່ອນທີ່ຈະມີການ ເປີດໃຫ້ບໍລິການ ແບບເຕັມຮູບແບບ ໃນເດືອນກໍລະກົດ ປີນີ້.

ແລະ ໃນລະຫວ່າງ ເດືອນພຶດສະພາ ທີ່ຜ່ານມາ ກໍມີການທົດລອງ ແລ່ນລົດໄຟລາວ-ໄທ ແຕ່ສະຖານີວຽງຈັນ (ຄຳສະຫວາດ) ຫາ ສະຖານີທ່ານາແລ້ງ ໄປຫາສະຖານີໜອງຄາຍ ແລະ ສະຖານີອຸດອນທານີ ທີ່ໄດ້ສຳເລັດໄປແລ້ວ, ໂດຍຜົນການທົດລອງແລ່ນ ເປັນໄປດ້ວຍຄວາມຮຽບຮ້ອຍ ແລະ ບໍ່ມີບັນຫາໃດໆ.

ສຳລັບລົດໄຟລາວ-ໄທ ເຄີຍມີແຜນເປີດໃຊ້ ແບບເປັນທາງການ ໃນເດືອນເມສາ ປີ 2024, ແຕ່ຖືກມື້ພັກ ໃນໄລຍະບຸນປີໃໝ່ ກຸດສົງການ ຂອງທັງ 2 ປະເທດ ຈຶ່ງຖືກເລື່ອນອອກໄປ ເພື່ອທົດລອງ ເປີດໃຊ້ບໍລິການ ໃນເດືອນພຶດສະພາ 2024, ແຕ່ສຸດທ້າຍ ກໍຍັງຖືກເລື່ອນອອກໄປຕື່ມ ອີກເທື່ອໜຶ່ງ ຈົນມາຮອດເດືອນກໍລະກົດ 2024 ນີ້. ສ່ວນມື້ທີ່ຈະເປີດ ໃຫ້ບໍລິການ ແບບເປັນທາງການນັ້ນ, ຍັງຈະມີການແຈ້ງການ ອອກມາເພີ່ມຕື່ມ ອີກເທື່ອໜຶ່ງ.

ການຮ່ວມມື ທົດລອງແລ່ນ ລົດໄຟລາວ-ໄທ ນີ້, ມີຂຶ້ນ ພາຍຫຼັງທີ່ ສະຖານີລົດໄຟຄຳສະຫວາດ ໄດ້ກໍ່ສ້າງສຳເລັດຕາມແຜນການ ຫຼືໂຄງການລົດໄຟລາວ-ໄທ ໄລຍະທີ 2 ສະຖານີຄຳສະຫວາດ ທີ່ຕັ້ງຢູ່ບ້ານຄຳສະຫວາດ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວ ແມ່ນເປັນ 1 ໃນຄວາມພະຍາຍາມ ຂອງລັດຖະບານ 2 ປະເທດ ໃນການຍົກລະດັບ ການໃຫ້ບໍລິການ ດ້ານການຂົນສົ່ງ ລະຫວ່າງກັນ ແລະ ທັງເປັນການເຊື່ອມໂຍງພາກພື້ນ ຜ່ານເສັ້ນທາງລົດໄຟລາວ-ໄທ.

ໂຄງການລົດໄຟລາວ-ໄທ ໄລຍະທີ 2 ສະຖານີຄຳສະຫວາດ ມີໄລຍະທາງ 7.5 ກິໂລແມັດ ອັນເປັນໂຄງການພາກຂະຫຍາຍ ຈາກສະຖານີທ່ານາແລ້ງ ໃກ້ກັບຊາຍແດນລາວ-ໄທ. ໂຄງການດັ່ງກ່າວ ມີມູນຄ່າການກໍ່ສ້າງ 994.7 ລ້ານບາດ ຫຼືປະມານ 235.6 ຕື້ກີບ. ທຶນໃນການກໍ່ສ້າງໂຄງການນີ້ ແມ່ນເປັນທຶນກູ້ຢືມດອກເບັ້ຍຕ່ຳ ຈາກອົງການນິດ້າ (NEDA) ປະເທດໄທ ຈຳນວນ 70% ແລະ ອີກ 30% ແມ່ນເປັນທຶນຊ່ອຍເຫຼືອລ້າ ຈາກອົງການດັ່ງກ່າວ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.