ລາວກຽມແຜນ ສ້າງທ່າເຮືອ ຕາມລຳນ້ຳຂອງ
2024.06.12
ລັດຖະບານລາວ ມີແຜນພັດທະນາທ່າເຮືອ ລາວ-ຫວຽດນາມ ແລະ ທ່າເຮືອຕາມລໍານໍ້າຂອງ ແລະ ແມ່ນໍ້າສາຂາ ເພື່ອອຳນວຍຄວາມສະດວກ ດ້ານການຂົນສົ່ງ ແລະ ການທ່ອງທ່ຽວໃນຕໍ່ໜ້າ. ລວມເຖິງການພັດທະນາ ປ້ອງກັນຕາຝັ່ງເຈື່ອນ ແລະ ຄອງນໍ້າເລິກຈຳນວນ 18 ໂຄງການ. ອີງຕາມບົດລາຍງານຂອງ ທ່ານ ລັນ ແສງອາພອນ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ໃນກອງປະຊຸມສະຫຼຸບວຽກງານ ໂຍທາທິການ ແລະຂົນສົ່ງ ປະຈຳປີ 2023.
ຕໍ່ກັບແຜນພັດທະນາ ໂຄງການດັ່ງກ່າວ ເຈົ້າໜ້າທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ຂໍສະຫງວນຊື່ແລະຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ມິຖຸນາ 2024 ວ່າ ແຜນພັດທະນາເລົ່ານີ້ ມີມາດົນແລ້ວ, ແຕ່ຍັງຂາດທຶນສະໜັບສະໜູນຕອນນີ້ຈຶ່ງຢູ່ໃນຂັ້ນຕອນການຊອກນັກລົງທຶນໃນໂຄງການການເລົ່ານີ້.
“ທ່າເຮືອນໍ້າຂອງນີ້ໂຕທີ່ຈະພັດທະນາ ກົງກັນຂ້າມກັບມຽນມ້າ ຢູ່ເໜືອສາມຫຼ່ຽມຄໍາ. ຕົວນີ້ແມ່ນມີແລ້ວນັກລົງທຶນ ຂອງຄົນລາວ ຈະເປັນຜູ້ລົງທຶນ 100%. ບໍ່ໄດ້ສຳປະທານ ແຕ່ທ່າເຮືອສຳປະທານ ເລື່ອງຂອງເຂດກະສິກຳແດ່ ແລ້ວກໍ່ເຂດທ່ອງທ່ຽວແດ່ ແມ່ນໍ້າສາຂານີ້ມີແຕ່ພັດທະນາທ່າເຮືອ ເປັນແຫຼ່ງທ່ອງທ່ຽວ ບໍ່ສາມາດເປັນທ່າເຮືອ ຂົນສົ່ງໄດ້ ເນື່ອງຈາກມັນມີເຂື່ອນ. ທຶນລັດຖະບານຄືຊິຍາກຢູ່ ເພາະວ່າຢາກສ້າງແຕ່ດົນແລ້ວ ຍັງບໍ່ມີງົບສ້າງເທື່ອ ທັງທ່ອງທ່ຽວທັງທ່າເຮືອ ຢູ່ນໍ້າຂອງນີ້ແຫຼະ.”
ກ່ຽວກັບການທີ່ຈະພັດທະນາ ທ່າເຮືອຢູ່ບ້ານຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ ຜູ້ປະກອບການເຮືອນພັກ ກ່າວວ່າ ປະຈຸບັນບໍລິເວນບ້ານຊຽງກົກ ມີທ່າເຮືອແບບທຳມະຊາດ ທີ່ຊາວບ້ານໃຊ້ກັນຢູ່, ແຕ່ຜ່ານມາກໍ່ໄດ້ຍິນຂ່າວວ່າ ຈະມີການສ້າງທ່າເຮືອສິນຄ້າ ສາກົນຢູ່ຊຽງກົກນໍາ ແຕ່ຕົນບໍ່ຮູ້ເລື່ອງນີ້ຫຼາຍປານໃດ. ປະຈຸບັນ ບ້ານຊຽງກົກ ເປັນຊຸມຊົນນ້ອຍທີ່ມີເຮືອສິນຄ້າຈີນ ແລ່ນຜ່ານບາງຄັ້ງ ແລະ ນັກທ່ອງທ່ຽວຍັງບໍ່ຫຼາຍ.
“ເຂົາກໍາລັງອອກແຜນໃຫ້ສ້າງຍາມໃດ ສ້າງກໍ່ບໍ່ຮູ້ຫັ້ນນ່າກໍ່ທ່າເຮືອຂົນສົ່ງ ເຂົາກໍ່ເອົາເຄື່ອງມາລົງ ກໍ່ໃສ່ເຮືອຂຶ້ນໄປເອົາມາອອກ ເອົາໃສ່ລົດຄືແນວນີ້ຫັ້ນແຫຼະ ຕົວຈີນກໍ່ລົງມາລົງມາ ກໍ່ບາງເທື່ອມາແວ່ບາງເທື່ອກໍບໍ່ແວ່ຖ້າມີສິນຄ້າ ລົງກໍ່ລົງບໍ່ມີສິນຄ້າລົງ ກໍ່ກາຍຮອດຊຽງແສນເລີຍເດ້.”
ຜູ້ນໍາທ່ຽວຢູ່ເມືອງຂວາ ແຂວງຜົ້ງສາລີ ກ່າວວ່າ ໜຶ່ງໃນວິທີເດີນທາງ ມາຍັງເມືອງຂວາ ເພື່ອມາທ່ອງທ່ຽວຄືລ່ອງເຮືອ ໃນແມ່ນໍ້າອູ ຈາກໜອງຂຽວ ຜ່ານເມືອງງອຍ ເພື່ອໄປເມືອງຂວາ ແລະ ຖ້າທາງການຈະມີການພັດທະນາທ່າເຮືອ ກໍ່ຢາກໃຫ້ປະຊາຊົນໃນເມືອງ ໄດ້ມີສ່ວນຮ່ວມ ເພື່ອຈະໄດ້ເກີດປະໂຫຍດ ສູງສຸດ.
“ປະມານ 3-4 ຊົ່ວໂມງ ຕ້ອງໄດ້ປ່ຽນເຮືອ ຢູ່ເຂື່ອນຫັ້ນນ່າ. ຄັນຈະລ່ອງຈາກຫຼວງພະບາງ ຂຶ້ນມາກໍ່ນອນໜອງຂຽວ ຂຶ້ນມາເມືອງງອຍ ແລ້ວກໍ່ເມືອງຂວາ. ມັນກໍ່ໄດ້ພົວພັນກັບອຳນາດການປົກຄອງ ທ້ອງຖິ່ນແລ້ວກໍ່ປະຊາຊົນປະຊາຊົນ ມີສ່ວນຮ່ວມໃນການທ່ອງທ່ຽວ ຫັ້ນນ່າ.”
ຄົນຂັບເຮືອນໍາທ່ຽວ ຢູ່ເມືອງປາກແບງ ແຂວງອຸດົມໄຊ ກ່າວວ່າ ປະຈຸບັນເສັ້ນທາງນໍ້າຂອງ ລະຫວ່າງເມືອງປາກແບງ ຫາ ຫຼວງພະບາງ ນັ້ນ ກໍ່ມີທ່າເຮືອຢູ່ ໂດຍທາງລັດກໍ່ເຂົ້າມາປັບປຸງ ຂະຫຍາຍໃຫ້ຈອດເຮືອໄດ້ຫຼາຍຂຶ້ນ ແລະ ຕໍ່ໄປກໍ່ອາດມີການສ້າງທ່າເຮືອໃສ່ນໍ້າຂອງ ລະຫວ່າງລຸ່ມເຂື່ອນຫຼວງພະບາງ ກັບເໜືອເຂື່ອນໄຊຍະບູລີ ເພື່ອຮອງຮັບການຂົນສົ່ງສິນຄ້າ ແລະ ການທ່ອງທ່ຽວໄປນໍາ.
“ຕາມທໍາມະຊາດ ແຕ່ກີ້ນີ້ແຫຼະ ແລ້ວທາງການເຂົາກໍມາປັບປຸງອີກ ແປງທ່າ ແປງຫຍັງນີ້ ຂະຫຍາຍໃຫ້ມັນກ້ວາງ. ເຮົາຈອດສະດວກສະບາຍ ເຂົາເຈົ້າເຮັດເຂື່ອນໃສ່ ອັນນັ້ນເນາະ. ຫຼວງພະບາງ ຂະເຈົ້າຈະສ້າງທ່າເຮືອຂຶ້ນ ຢູ່ເໜືອເຂື່ອນຕື່ມວ່າຊັ້ນ ເຮືອຖ່າຍສິນຄ້າເຮືອຮັບແຂກ ບໍລິສັດເຮືອແຂກທ່ຽວມາແຕ່ຕ່າງປະເທດ ນີ້ໂອ.”
ກ່ຽວກັບ ໂຄງການພັດທະນາການຄົມມະນາຄົມ ແລະ ການທ່ອງທ່ຽວທາງນໍ້າຂອງ ແລະ ນໍ້າສາຂານັ້ນ ໜຶ່ງໃນແຜນການສຳຄັນ ກໍ່ຄືການຈັດຕັ້ງປະຕິບັດ ແຜນພັດທະນາທ່າເຮືອ ລາວ-ຫວຽດນາມ ໃຫ້ສຳເລັດໂດຍລັດຖະບານ ຈະສູ້ຊົນປັບປຸງຂາຮຸ້ນຂອງລັດຖະບານ ໃນລັດວິສາຫະກິດທ່າເຮືອ ຫວຸ້ງອ່າງ ລາວ-ຫວຽດນາມ ໃຫ້ເປັນ 60% ຈາກ 20% ເຊິ່ງປະຈຸບັນ ກຳລັງຢູ່ໃນຂັ້ນຕອນການເຈລະຈາ.
ພ້ອມນີ້ ລັດຖະບານລາວກໍ່ໄດ້ເຊັນ MOU ກັບບໍລິສັດ NCC ຈໍາກັດຜູ້ດຽວ ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການ ກໍ່ສ້າງທ່າເຮືອສາກົນ ຊຽງກົກ ສະຖານີຂົນສົ່ງ ເຂດການຄ້າ ການບໍລິການ ແລະ ແຫຼ່ງທ່ອງທ່ຽວຢູ່ເຂດເມືອງລອງ ແຂວງຫຼວງນໍ້າທາ ໂດຍໂຄງການນີ້ຄາດວ່າ ຈະໃຊ້ເນື້ອທີ່ ທີ່ກວມເອົາພື້ນທີ່ເຂດບ້ານຊຽງກົກ ແລະ ອີກ 11 ບ້ານໃນເຂດເມືອງລອງ. ທ່າເຮືອນີ້ຢູ່ຫ່າງຈາກ ຂົວມິດຕະພາບ ລາວ-ມຽນມ້າ 13 ກິໂລແມັດ ໂດຍຄາດການວ່າຈະມີການຂົນສົ່ງສິນຄ້າ ຈາກລາວໄປຈີນ, ຈາກໄທໄປຈີນ ແລະ ຈາກຈີນມາຍັງປະເທດ ຕອນລຸ່ມຜ່ານທ່າເຮືອສາກົນແຫ່ງນີ້.
ນອກຈາກນີ້ ຍັງມີແຜນການປັບປຸງບັນດາທ່າເຮືອ ພາຍໃນທີ່ຕິດພັນກັບການເດີນເຮືອ ຕາມແມ່ນໍ້າຂອງເພື່ອໃຫ້ສາມາດຮອງຮັບ ການຂົນສົ່ງຂະໜາດ 300-500 ຕັນໄດ້ ໃນອະນາຄົດ ແລະ ພັດທະນາທ່າເຮືອຕາມລໍານໍ້າສາຂາ ເພື່ອການທ່ອງທ່ຽວເປັນຕົ້ນນໍ້າອູ ແລະ ນໍ້າງື່ມເຊີ່ງປະຈຸບັນມີທ່າເຮືອແບບທຳມະຊາດ.
ສ່ວນອີກໜຶ່ງທ່າເຮືອ ແມ່ນໍ້າຂອງ ທີ່ຈະດໍາເນີນການກໍ່ສ້າງສໍາເລັດໄວໆນີ້ ແມ່ນທ່າເຮືອຂົນສົ່ງ ໂດຍສານແລະດ່ານສາກົນ ຢູ່ບໍລີເວນເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງເລີ່ມການກໍ່ສ້າງດ່ານສາກົນ ສາມຫຼ່ຽມຄຳ ແລະ ທ່າເຮືອຂົນສົ່ງໂດຍສານຫຼັງໃໝ່ ມາຕັ້ງແຕ່ເດືອນພຶດສະພາ 2023 ແລະ ຄາດວ່າ ຈະສ້າງສຳເລັດ ໃນທ້າຍປີ 2024 ນີ້ ລວມເນື້ອທີ່ 8,195 ຕາແມັດ.