ເຣື້ອງທີ່ເກັບບັນທຶກໄວ້
2024-03-15
ໃນຮອບຫຼາຍປີ ທີ່ຜ່ານມານີ້ ປະຊາຊົນ ໃນປະເທດລາວ ປະສົບບັນຫາດ້ານພັຍພິບັດຫຼາຍແນວ ໂດຍສະເພາະ ພັຍນໍ້າຖ້ວມ ແລະພັຍແລ້ງ ຂະນະທີ່ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນມີແຜນປ້ອງກັນທີ່ຊັດເຈນ ແລະວ່ອງໄວ ເຮັດໃຫ້ປະຊາຊົນ ໄດ້ຮັບຜົລກະທົບຫຼາຍ ໂດຍບໍ່ໄດ້ຮັບຄ່າຊົດເຊີຍທີ່ເໝາະສົມ.
2024-03-15
ຊາວບ້ານຢູ່ເມືອງປາກລາຍ ເວົ້າວ່າ ໂຮງງານຜລິດແປ້ງມັນຕົ້ນຂອງຈີນ ປ່ອຍນໍ້າເສັຽເປັນພິດລົງໃສ່ແມ່ນໍ້າຂອງ ມີກິ່ນເໝັນ ຊາວບ້ານເດືອດຮ້ອນ ບໍ່ສາມາດໃຊ້ນໍ້າໃນເຂດນັ້ນໄດ້.
2024-03-15
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງດາກຈຶງ ແຂວງເຊກອງ ໄດ້ລົງກວດກາ ແລະ ຮື້ຖອນປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຳນວນ 10 ປາຍປ້າຍ ຊຶ່ງປ້າຍສ່ວນຫຼາຍ ເປັນຂອງຮ້ານຄ້າ ແລະ ຮ້ານອາຫານ ຂອງຊາວວຽດນາມ ແລະ ຊາວຈີນ ທີ່ມີການໃຊ້ໂຕພາສາລາວ ບໍ່ຖືກຕ້ອງ.
2024-03-15
ຈ້າວ ເຫວີ່ຍ, ປະທານເຂດເສຖກິຈ ພິເສດສາມຫລ່ຽມຄໍາ ວາງແຜນຈະພັທນາເຂດນີ້ ໃຫ້ເປັນເມືອງທັນສໄມ ຄືກັບຮົງກົງ ຊຶ່ງຈະໃຫ້ນັກລົງທຶນ ຕ່າງປະເທດ ໂດຍສະເພາະແມ່ນຈີນ ເຂົ້າມາສ້າງກິຈການຕ່າງໆ.
2024-03-14
ເດັກນ້ອຍລາວ 16 ຄົນ ທີ່ຍັງຖືກນາຍຈ້າງຄົນຈີນ ບັງຄັບໃຫ້ເຮັດວຽກຕອບແຊັດ ຢູ່ໃນໂຮງກາສິໂນ ໂກຊາຍ ຂອງຈີນ ໃນເມືອງເມັຍວະດີ ປະເທດພະມ້າ ຍັງຄອງຖ້າການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ຢູ່ທຸກມື້.
2024-03-14
ເດັກນ້ອຍລາວ ປະເຊີນກັບຫຼາຍບັນຫາ ທ້າທາຍ ເຮັດໃຫ້ເກີດຜົນກະທົບ ຕໍ່ສວັດດີພາບ ໃນການດຳລົງຊີວິດ ໂດຍສະເພາະໃນດ້ານໂພຊະນາການ, ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ການສຶກສາ ແລະ ເພດສຶກສາຍ້ອນເດັກນ້ອຍ ບໍ່ສາມາດເຂົ້າເຖິງຂໍ້ມູນ ໃນດ້ານຕ່າງໆ ການຊ່ອຍເຫຼືອ.
2024-03-14
ການແລກປ່ຽນເງິນຕຣາ ຕ່າງປະເທດ ນອກລະບົຍ ຍັງແກ້ໄຂບໍ່ໄດ້ ເຖິງແມ່ນຣັຖບານໄດ້ສັ່ງປິດຮ້ານແລກປ່ຽນ ເງິນຕຣາຕ່າງປະເທດ ເຖິງ 113 ຮ້ານກໍຕາມ ຂະນະທີ່ຣັຖບານ ຍັງອອກມາຕການຕ່າງ ເພື່ອຄວບຄຸມເງິນຕຣາ ໄຫຼອອກນອກລະບົບ ແຕ່ຍັງບໍ່ເກີດຜົລໃນພາກປະຕິບັດ.
2024-03-14
ຣັຖບານລາວ ພະຍາຍາມແກ້ໄຂບັນເງິນເຟີ້ ເພື່ອປະຄອງເສຖກິຈລາວໃຫ້ດີຂຶ້ນ ແລະ ເງິນກີບແຂງຄ່າ ແຕ່ຍັງແກ້ໄຂບໍ່ໄດ້ ຕາມເປົ້າໝາຍ, ບັນຫາເສຖກິຈ, ເງິນກີບອ່ອນຄ່າ ໂດຍສະເພາະບັນຫາເງິນກີບເຟີ້ ໃນເດືອນກຸມພາຜ່ານມານີ້ ສູງເຖິງ 25.35%.
2024-03-14
ປັດຈຸບັນນັກລົງທຶນຈີນ ກຸ່ມໜຶ່ງເຣີ່ມປູກສວນຖົ່ວລຽນ ຈໍານວນຫຼາຍກ່ວາ 6,000 ຕົ້ນ ໃນເນື້ອທີ່ປະມານ 60 ເຮັກຕ້າຣ໌ ຢູ່ພາຍໃນເຂດເສດຖະກິຈ ພິເສດສາມຫຼ່ຽມ ຄຳເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍໃຊ້ເນື້ອທີ່ປູກບໍລິເວນ ທີ່ຢູ່ໃຫ້ສະໜາມບິນ ບໍ່ແກ້ວ ເຊິ່ງໄດ້ກາຍເປັນສວນປູກຖົ່ວລຽນ ທີ່ໃຫຍ່ທີ່ສຸດໃນແຂວງພາກເໜືອ.
2024-03-13
ທາງການລາວ ອອກແຈ້ງການ ຂຶ້ນລາຄາ ຢາກັນພະຍາດສັດລ້ຽງ ປະເພດ ງົວ, ຄວາຍ, ໝູ, ແລະ ສັດປີກ, ເຊິ່ງບາງປະເພດ ສູງຂຶ້ນ 2-3 ເທົ່າ ຂະນະທີ່ຜູ້ລ້ຽງສັດ ກ່າວວ່າ ໃນຕໍ່ໜ້າ ລາຄາຊີ້ນສັດ ຕ້ອງມີການຂຶ້ນລາຄາ ໄປຕາມຕົ້ນທຶນ.
2024-03-13
ວັນທີ 11 ເດືອນມີນາ ມີພິທີ ມອບ-ຮັບ ເຄື່ອງຊ່ອຍເຫຼືອລ້າ ຈາກຣັຖບານຈີນ ສໍາລັບການເປັນປະທານອາຊ້ຽນ ຂອງປະເທດລາວ ໃນປີ 2024 ໃນນັ້ນ ລວມມີ ພາຫະນະ ຈໍານວນ 77 ຄັນ, ອຸປະກອນໄອທີ ແລະກ້ອງບັນທຶກພາບ ຮວມມູນຄ່າທັງໝົດ 35 ລ້ານຢວນ.
2024-03-13
ນັບຕັ້ງແຕ່ຕົ້ນເດືອນ ມົກກະຣາ 2024 ມາຮອດປັດຈຸບັນ ໂດຍສະເພາະ ຢູ່ເມືອງສຸຂຸມາ ມີງົວ, ຄວາຍລົ້ມຕາຍໂດຍບໍ່ຮູ້ສາເຫດ ເຊິ່ງມີການຣະບາດຢູ່ 3 ບ້ານ ເຮັດໃຫ້ງົວ, ຄວາຍ ຕາຍແລ້ວ 70 ໂຕ ສ່ວນຢູ່ເຂດເມືອງຈໍາປາສັກ ມີການຣະບາດໃນ 9 ບ້ານ ເຮັດໃຫ້ທັງ ງົວ ແລະຄວາຍ ຕາຍແລ້ວ 21 ໂຕ.
2024-03-13
ສູນກາງແນວລາວສ້າງຊາຕ ເລັ່ງເຜີຍແຜ່ດໍາຣັດ ວ່າດ້ວຍ ການຄຸ້ມຄອງ ແລະປົກປ້ອງການເຄື່ອນໄຫວສາສນາຢູ່ລາວ ເນື່ອງຈາກປະເທດລາວ ມີການເຊື່ອຖືຫຼາຍສາສນາ ໃຫ້ປະຊາຊົນລາວບັນດາເຜົ່າ ແລະເຈົ້າໜ້າທີ່ທ້ອງຖິ່ນ ເຂົ້າໃຈ ກ່ຽວກັບເຣື່ອງນີ້ ແລະຢູ່ຮ່ວມກັນໄດ້ ໂດຍບໍ່ເກີດຂໍ້ຂັດແຍ້ງຂຶ້ນ.
2024-03-13
ຣັຖບານລາວ ໃຊ້ກົດໝາຍຄວບຄຸມ ສິດເສຣີພາບ ໃນການສະແດງອອກ ໂດຍສະເພາະທາງສື່ສັງຄົມອອນລາຍນ໌ ເຖິງແມ່ນຣັຖທັມມະນູນ ໄດ້ກໍານົດໄວ້ວ່າ ພົລເມືອງລາວ (ທຸກຄົນ) ມີສິດເສຣີພາບໃນການປາກເວົ້າ, ຂີດຂຽນ,ໂຮມຊຸມນຸມ, ຈັດຕັ້ງສະມາຄົມ ແລະເດີນຂະບວນກໍຕາມ.
2024-03-12
ຫລາຍສະຖາບັນ ການເງິນສາກົລ ແລະທັງສູນສະຖິຕິແຫ່ງຊາຕ ກະຊວງແຜນ ການ ແລະການລົງທຶນ ຂອງ ສປປ ລາວ ຄາດຄະເນວ່າ ປີ 2024 ອັດຕຣາເງິນເຟີ້ ຈະຢູ່ໃນລະດັບ 9%-20% ຊຶ່ງຕາມແຜນພັທນາເສດຖະກິຈ-ສັງຄົມ.