ເດັກນ້ອຍໃນລາວ ຍັງບໍ່ສາມາດເຂົ້າເຖິງ ສວັດດີພາບ-ສວັດດີການ
2024.03.14

ເດັກນ້ອຍລາວປະເຊີນກັບຫຼາຍບັນຫາ ທ້າທາຍ ເຮັດໃຫ້ເກີດຜົນກະທົບ ຕໍ່ສວັດດີພາບ ໃນການດຳລົງຊີວິດ ໂດຍສະເພາະໃນດ້ານໂພຊະນາການ, ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ການສຶກສາ ແລະ ເພດສຶກສາຍ້ອນເດັກນ້ອຍເຫຼົ່ານັ້ນ ບໍ່ສາມາດເຂົ້າເຖິງຂໍ້ມູນໃນດ້ານຕ່າງໆ ການຊ່ອຍເຫຼືອ ຈາກທາງການລາວບໍ່ທົ່ວເຖິງແລະບໍ່ມີປະສິດທິພາບ.
ດັ່ງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 14 ມີນານີ້ວ່າ:
“ເຣື່ອງກ່ຽວກັບດ້ານໂພຊະນາການ ກະມີແຕ່ UNICEF ຫັ້ນ. ຂະເຈົ້າເຂົ້າມາເນາະ ມັນກໍຈະເວົ້າເຖິງກ່ຽວກັບເຣື່ອງພັທນາກ່ຽວກັບ ເຣື່ອງກະສິກັມເນາະ ເຣື່ອງແບບໂພຊະນາການກໍໜ້າເປັນຫ່ວງຢູ່ໄດ໋ ເພາະວ່າກ່ອນນີ້ຂະເຈົ້າກາຖືວ່າ ບໍ່ໄດ້ເອົາໃຈໃສ່ພໍປານໃດ ກາຍ້ອນວ່າມັນເວົ້າເຣື່ອງທຶນ ເຣື່ອງງົບປະມານນີ້ຫັ້ນນ່າ.”
ປັດຈຸບັນອົງການ UNICEF ປະຈຳລາວ ຮ່ວມມືກັບທາງການລາວ ເພື່ອຊຸກຍູ້ ສົ່ງເສີມໃຫ້ເດັກນ້ອຍລາວ ເຂົ້າເຖິງຂໍ້ມູນໃນດ້ານຕ່າງໆ ໂດຍສະເພາະໃນດ້ານໂພຊະນາການ ແລະການສຶກສາ ເຊິ່ງເປັນສ່ວນສຳຄັນທີ່ຈະເຮັດໃຫ້ເດັກນ້ອຍໃນລາວ ໄດ້ຮັບການສົ່ງເສີມສິດທິເດັກ ແລະມີສວັດດີພາບ ທີ່ດີຂຶ້ນ.
ອີງຕາມການລາຍງານ ຂອງອົງການ UNICEF ກ່ຽວກັບການສໍາຫຼວດດັຊນີໝາຍສັງຄົມ ຄັ້ງທີ 3 ຈຳນວນ 21,000 ຄອບຄົວໃນ 18 ແຂວງທົ່ວປະເທດ ເມື່ອປີ 2022-2023 ເຫັນວ່າ ໃນດ້ານເພດສຶກສາມີເດັກນ້ອຍ ແມ່ຍິງ ອາຍຸລະຫວ່າງ 15-19 ປີ ມີອັດຕາໃນການເກີດລູກ ຄິດເປັນ 89% ແມ່ຍິງລາວມີການອອກລູກກ່ອນອາຍຸ 18 ປີ ຄິດເປັນ 17.4%.
ດ້ານໂພຊະນາການ ພົບວ່າເດັກນ້ອຍລາວອາຍຸລະຫວ່າງ 12-23 ເດືອນ ໄດ້ຮັບການສັກວັກຊີນ ຢ່າງຄົບຖ້ວນຄິດເປັນ 47%. ສະມາຊິກຄອບຄົວ ນໍາໃຊ້ເຊື້ອເພີງສະອາດ ໃນການປຸງແຕ່ງອາຫານ ຄິດເປັນ 8%. ເດັກນ້ອຍອາຍຸລະຫວ່າງ 6-23 ເດືອນທີ່ໄດ້ຮັບການກິນນົມແມ່ ຄິດເປັນ 23% ແລະ ບໍ່ໄດ້ກິນນົມແມ່ຄິດເປັນ 32.9%.
ດ້ານການສຶກສາພົບວ່າ ມີເດັກນ້ອຍລາວທີ່ຢູ່ໃນໄວປະຖົມສຶກສາ ບໍ່ໄດ້ເຂົ້າຮຽນໃນລະດັບໃດເລີຍ ຄິດເປັນ 13.8%, ເດັກນ້ອຍທີ່ບໍ່ໄດ້ເຂົ້າຮຽນ ໃນລະດັບມັດທະຍົມຕອນຕົ້ນ ຄິດເປັນ 29.1% ແລະ ເດັກນ້ອຍທີ່ບໍ່ໄດ້ເຂົ້າຮຽນ ໃນລະດັບມັດທະຍົມປາຍ ຄິດເປັນ 58%.
ເຈົ້າໜ້າທີ່ ຜະແນກສຶກສາທິການ ແລະກິລາແຂວງຊຽງຂວາງ ກ່າວວ່າເດັກນ້ອຍຢູ່ແຂວງຊຽງຂວາງ ໃນປັດຈຸບັນຖືວ່າ ປະເຊີນກັບຄວາມຫຍຸ້ງຍາກຫຼາຍສົມຄວນ ເພາະມີເດັກນ້ອຍທີ່ຮຽນຈົບ ໃນລະດັບຊັ້ນປະຖົມສຶກສາຫຼືມັດທະຍົມສຶກສາ ຕອນຕົ້ນເລືອກທີ່ຈະບໍ່ຮຽນຕໍ່ ໃນລະດັບຊັ້ນທີ່ສູງຂຶ້ນ ສາເຫດມາຈາກຫຼາຍປັດໃຈເປັນຕົ້ນຄອບຄົວທຸກຍາກ ບໍ່ມີເງິນຮຽນຕໍ່ ຈຳເປັນຈະຕ້ອງໄດ້ອອກໄປຊອກວຽກເຮັດງານທຳ ເພື່ອແບ່ງເບົາພາລະຂອງຄອບຄົວ, ບາງຄົນກາອອກໄປແຕ່ງດອງສ້າງຄອບຄົວ ຕາມຮີດຄອງປະເພນີ ຈຶ່ງເຮັດໃຫ້ເດັກນ້ອຍເຫຼົ່ານັ້ນ ໄດ້ຮັບສວັດດີພາບໃນດ້ານຕ່າງໆ ບໍ່ຄົບຖ້ວນ ຕາມສິດທິຂອງເດັກ.
ດັ່ງເຈົ້າໜ້າທີ່ ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:
“ພວກເຮົາ ຕາມຄາດໝາຍຫັ້ນແຫຼະ ມັນກາມີອັດຕາຕົກລົ່ນຫຼາຍຫັ້ນແຫຼະ ໂດຍສະເພາະວ່າຢູ່ເຂດນອກ ເຂດຫ່າງໄກສອກຫຼີກ ກາຈະມີຄວາມທຸກຍາກແດ່ ອອກມາສ້າງຄອບຄົວ ແມ່ນຫຍັງຕ່າງໆ ນີ້ແຫຼະເນາະ.”
ເຈົ້າໜ້າທີ່ ຜະແນກສຶກສາທິການ ແລະກິລາແຂວງໄຊຍະບູລີ ກ່າວວ່າຖ້າເປັນເດັກນ້ອຍ ທີ່ອາໄສຢູ່ເຂດເມືອງຫຼືວ່າເທດສະບານ ຖືວ່າໄດ້ຮັບສວັດດີພາບຄົບເກືອບທຸກດ້ານ. ຂະນະທີ່ເດັກນ້ອຍ ທີ່ອາໄສຢູ່ເຂດນອກເມືອງ ຫ່າງໄກສອກຫຼີກ ບໍ່ໄດ້ຮັບສວັດດີພາບດີ ເທົ່າທີ່ຄວນ.
ໂຕຢ່າງເຣື່ອງການສຶກສາ ສໍາລັບເດັກນ້ອຍທີ່ອາໄສ ຢູ່ເຂດນອກເມືອງຫ່າງໄກ ສອກຫຼີກ ຖືວ່າໂອກາດທີ່ຈະໄດ້ຮຽນໜັງສື ນັ້ນໜ້ອຍ ຫາກທຽບໃສ່ເດັກນ້ອຍ ທີ່ຢູ່ໃນເຂດເມືອງ ເນື່ອງຈາກຄວາມທຸກຍາກ ຂອງຄອບຄົວ ທີ່ບໍ່ມີເງິນພຽງພໍ ທີ່ຈະສົ່ງລູກຮຽນ ໃນລະດັບສູງ.
ດັ່ງເຈົ້າໜ້າທີ່ ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:
“ສ່ວນຫຼາຍຂະເຈົ້າຊິໄປນໍາພໍ່-ແມ່ ໄປທໍາການຜລິດຊີ້ນ່າ. ບາງເທື່ອນີ້ຢູ່ດອຍ ນີ້ຂາດເຂີນ ກະຂາດເຂີນແທ້ໆ. ພໍ່-ແມ່ ຂະເຈົ້າກາເອົາໄປເຮັດວຽກ ນໍາຊີ້ນ່າ ເກາະກ່ຽວກັນໄປເປັນຕ່ອງໂສ້.”
ຊາວລາວ ໃນແຂວງບໍລິຄໍາໄຊ ກ່າວວ່າສວັດດີພາບ ຂອງເດັກນ້ອຍລາວ ຖືວ່າຕົກຕໍ່າລົງຫຼາຍ ແລະເປັນເຣື່ອງທີ່ເສົ້າໃຈ ທີ່ສຸດ ທີ່ໄດ້ເຫັນວ່າ ມີເດັກນ້ອຍລາວ ຈຳນວນບໍ່ໜ້ອຍ ພາກັນອອກຈາກໂຮງຮຽນເພື່ອອອກໄປເຮັດວຽກລ້ຽງຄອບຄົວ, ບາງຄົນກາອອກໄປເຮັດວຽກເປັນກຳມະກອນ ທັງພາຍໃນ ແລະຕ່າງປະເທດ ແທນທີ່ຈະໄດ້ຮຽນໜັງສື ໃນລະດັບສູງ ແລ້ວກັບມາເປັນບຸກຄະລາກອນ ທີ່ມີຄວາມຮູ້ຂອງປະເທດ.
ບັນຫາສໍາຄັນ ທີ່ເຮັດໃຫ້ເດັກນ້ອຍຢູ່ລາວ ບໍ່ມີສວັດດີການທີ່ດີ ກາຍ້ອນຄວາມທຸກຍາກ ຂອງຄອບຄົວເປັນຫຼັກ, ບາງຄອບຄົວທຸກຍາກ ບໍ່ມີຮອດເງິນຄຳບໍ່ມີເງິນທີ່ຈະຊື້ເຂົ້າ, ອາຫານ ທີ່ດີມາກິນ, ບໍ່ມິເງິນສົ່ງລູກຮຽກໜັງສື, ບໍ່ມີເງິນໄປຊື້ຢາປົວພະຍາດ ນກາຍເປັນວ່າ ເດັກນ້ອຍເລົ່ານັ້ນ ຕ້ອງປະລະຈາກໂຮງຮຽນ ເພື່ອໄປເຮັດວຽກ ແລະແຕ່ງດອງກ່ອນໄວ.
ດັ່ງຊາວແຂວງບໍລິຄໍາໄຊ ທ່ານກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນວ່າ:
“ກາໄດ້ຮໍ່າໄດ້ຮຽນຢູ່ ຫາກແຕ່ບັນຫາກາດຽວນີ້ ກາຫຍຸ້ງຍາກດ້ານການສຶກສາ ຢູ່ບ່ອນວ່າ ສະພາບວິກິດການດ້ານເສຖກິຈນີ້ແຫຼະ. ພໍ່ແມ່ລູກເຕົ້າກາ ບໍ່ພ້ອມການຮຽນຫັ້ນແຫຼະ ກາຢາກປະລະ. ຈຳນວນໜຶ່ງກ່ຽວກັນໝົດ ຄັນມີເງື່ອນໄຂກາມາເບິ່ງແຍງ ຊ່ອຍເຫຼືອຕື່ມ.”
ທາງດ້ານຕາງໜ້າ ອົງການ UNICEF ປະຈໍາລາວ ກ່າວວ່າເດັກນ້ອຍໃນລາວ ຕ້ອງປະເຊີນກັບຫຼາຍບັນຫາ ທ້າທາຍເຮັດໃຫ້ເກີດຜົນກະທົບ ຕໍ່ສວັດດີພາບ ໃນການດຳລົງຊີວິດ ໂດຍສະເພາະໃນດ້ານໂພຊະນາການ, ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ, ການສຶກສາ ແລະ ເພດສຶກສາ ເຊິ່ງເປັນຜົນມາຈາກຄວາມທ້າທາຍ ດ້ານເສຖກິຈ ແລະສິ່ງແວດລ້ອມຢູ່ໃນປະເທດລາວ.
ເພື່ອເຮັດໃຫ້ເດັກນ້ອຍ ໃນລາວໄດ້ຮັບການເຂົ້າເຖິງສິດທິ ຂອງເດັກ ແລະມີສວັດດີພາບ ທີ່ດີຂຶ້ນນັ້ນ, ອົງການ UNICEF ປະຈໍາລາວ ພະຍາຍາມຊ່ອຍເຫຼືອ ທາງດ້ານງົບປະມານ, ແນວທາງແກ້ໄຂບັນຫາ ແລະ ປັບປຸງນະໂຍບາຍ ໃຫ້ມີປະສິດທິຜົນຫຼາຍຂຶ້ນ ໂດຍສະເພາະໃນດ້ານໂພຊະນາການ ແລະການສຶກສາທີ່ເປັນສ່ວນສຳຄັນ ທີ່ສຸດ.
ດັ່ງຕາງໜ້າອົງການ UNICEF ປະຈຳລາວ ທ່ານໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ຊ່ວງນີ້ກາຄືເໜັ້ນ ເຣື່ອງສາທາຣະນະສຸຂເນາະ. ເຣື່ອງວຽກງານໂພຊະນາການ ໃຫ້ເດັກ. ໃຫ້ຂໍ້ມູນດ້ານໂພຊະນາການ ແລ້ວກາຊ່ອຍເຫຼືອ, ການເຂົ້າເຖິງນໍ້າສະອາດ ຊ່ອຍປັບປຸງ ລະບົບການສຶກສາ ແຕ່ວ່າວິທີການເຂົາເຮັດອາດຈະມີປະສິດທິຜົນ ຫຼືບໍ່ມີປະສິດທິຜົນ ເຮົາວິຈານບໍ່ໄດ້ເນາະ.”
ປັດຈຸບັນອົງການ UNICEF ປະຈຳລາວໄດ້ຮ່ວມມືກັບລັດຖະບານລາວ ໃນການສົ່ງເສີມສິດທິເດັກນ້ອຍ ໃນລາວໃນປີ 2022-2026 ນີ້, ເພື່ອເຮັດໃຫ້ເດັກນ້ອຍ ໃນລາວ ໄດ້ຮັບການດູແລ ເອົາໃຈໃສ່ໃນທຸກດ້ານຕາມເປົ້າໝາຍ ການພັທນາແບບຍືນຍົງ.
ຍານາງ ພອນວັນ ອຸທະວົງ ຮອງຣັຖມົນຕີ ກະຊວງແຜນການ ແລະການລົງທຶນ ກ່າວຢູ່ໃນກອງປະຊຸມຣິເຣີ່ມຂະບວນການ ທົບທວນກາງສໄມ ຂອງແຜນການຮ່ວມມື ລະຫວ່າງຣັຖບານ ແລະອົງການ UNICEF ໃນວວັນທີ 12 ມີນາ 2024 ທີນະຄອນຫຼວງວຽງຈັນ ຜ່ານມາວ່າໃນຂະນະທີ່ ພວກເຮົາຮັບມືກັບຜົນກະທົບຈາກວິກິດການ ລະດັບໂລກ ໃນຫຼາຍໆດ້ານ ພວກເຮົາຍັງຄົງມີຄວາມມຸ້ງໝັ້ນ ໃນການສ້າງຂອບເຂດວຽກງານ ທີ່ມີຄວາມທົນທານ ແລະສາມາດປົກປ້ອງສວັດດີພາບ ຂອງເດັກ ຄຽງຂ້າງກັບການສນັບສນູນ ການພັທນາຊັບພະຍາກອນມະນຸສ ຂອງປະເທດ.