ການແລກປ່ຽນເງິນຕຣາ ນອກລະບົບ ຍັງແກ້ໄຂບໍ່ໄດ້
2024.03.14
ຜ່ານໄປ 1 ປີແລ້ວ, ທາງການລາວ ຍັງບໍ່ສາມາດແກ້ໄຂບັນຫາ ການແລກປ່ຽນເງິນຕຣາ ນອກລະບົບໄດ້ ເຖິງແມ່ນວ່າ ທີ່ຜ່ານ ທາງທະນະຄານແຫ່ງ ສປປ ລາວ ໄດ້ມີມາຕການແກ້ໄຂ ສັ່ງປິດຮ້ານແລກປ່ຽນເງິນຕາຕ່າງປະເທດ ຈໍານວນ 113 ຮ້ານ ເມື່ອເດືອນມົກກະຣາ ປີກາຍ ແລ້ວກໍຕາມ. ຮ້ານທີ່ຖືກສັ່ງປິດນັ້ນ ສ່ວນໃຫຍ່ເປັນຮ້ານຜິດກົດໝາຍ. ປັດຈຸບັນ ຜຸູ້້ໃດຕ້ອງການແລກປ່ຽນເງິນຕຣາ ຕ່າງປະເທດ ກໍໃຫ້ໄປແລກປ່ຽນໄດ້ ຕາມທະນາຄານທຸຣະະກິຈ ຂອງລາວ ແລະຫລັງຈາກນັ້ນ ມີມາຕການ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ລົງກວດກາຮ້ານແລກປ່ຽນ ທີ່ຍັງລັກໃຫ້ບໍຣິການຢູ່ ແລະໃຫ້ດໍາເນີນຄະດີ ຕາມລະບຽບກົດ ໝາຍ, ແຕ່ເຖິງປານນັ້ນ ກໍຍັງມີການລັກແລກປ່ຽນ ນອກລະບົບຢູ່ຄືເກົ່າ ຊຶ່ງສາເຫດສ່ວນນຶ່ງກໍຍ້ອນວ່າ ທະນາຄານລາວ ບໍ່ມີເງິນຕຣາຕ່າງປະເທດໃຫ້ແລກປ່ຽນຫລາຍ. ເຊັ່ນເງິນບາທ ແລກປ່ຽນໄດ້ບໍ່ເກີນ 2,000 ບາທ. ອັດຕຣາການແລກປ່ຽນນອກລະບົບ ຈະສູງກວ່າ ທີ່ທະນາຄານກໍານົດ ເຊັ່ນ ໃນວັນທີ 14 ມີນານີ້ ທະນາຄານພົງສະຫວັນ ກໍານົດອັດຕຣາແລກປ່ຽນ 1 ບາທ ຕໍ່ 654 ກີບ. ແຕ່ຖ້າແລກປ່ຽນນອກລະບົບ ແມ່ນ 1 ບາທ ຕໍ່ 660 ກີບ, ອີງຕາມຄໍາເວົ້າຂອງຊາວລາວ ຜູ້ນຶ່ງຕໍ່ວິທຍຸເອເຊັຽເສຣີ ໃນມື້ເວັນທີ 14 ມີນານີ້.
“ແມ່ນລະ ກໍມີຢູ່ ບໍ່ເຂົ້າທະນາຄານ ແບບເຈິ ໜ້າກັນ ກໍໂອນ ບາງເທື່ອເຂົາເຈົ້າກໍແລກກັນຢູ່ຕາມຮ້ານຄ້າ ເຂົາມີໃຫ້ແລກ ແຕ່ມັນຈະເຣທສູງ 66 ປາຍຈັ່ງຊີ້ນໍ. ກະລື່ນກັນ 10 ປາຍພັນ 20 ປາຍພັນ ຢູ່ໃນທະນາຄານມັນແລກຍາກ ຢ່າງເກັ່ງບໍ່ເກີນ 2 ພັນບາທ. ທະນາຄານບໍ່ມີແລກໃຫ້ເດ ເຂົາກໍເລີຍແລກນອກລະບົບ.”
ແລະຊາວລາວອີກຜູ້ນຶ່ງ ກໍເວົ້າຄືກັນວ່າ ປັດຈຸບັນ ກໍຍັງມີການແລກປ່ຽນເງິນ ຕຣານອກລະບົບຢູ່ ແລະອັດຕຣາແລກປ່ຽນ ກໍຈະສູງກວ່າທະນາຄານ.
“ແມ່ນ ມັນຈະມີຮ້ານແລກປ່ຽນປົກກະຕິ ຂອງເຂົາເຈົ້າເອງ ເພາະວ່າຢູ່ທະນາຄານການຄ້າ. ເຂົາເຈົ້າບໍ່ຮັບປ່ຽນ ແລກໄດ້ ແຕ່ມີຈໍາກັດກໍານົດ ມາຂອງທະນາຄານນໍ. ຂອງທະນາຄານ ໃນກໍລະນີທີ່ວ່າ 650 ບາທນີ້ເຂົາເຈົ້າ ຈະຮັບກັນແທ້ໆ ບໍ່ເກີນ20 ພັນ ໃຫ້ສຸດໆແມ່ນ 660.”
ພ້ອມດຽວກັນນັ້ນ ແມ່ຄ້ານາງນຶ່ງ ເວົ້າໃນທໍານອງດຽວກັນນັ້ນວ່າ ມາຮອດປັດຈຸບັນນີ້ ກໍຍັງມີການແລກປ່ຽນເງິນຕຣາຕ່າງປະເທດ ນອກລະບົບຢູ່ຄືເກົ່າເພາະທະນາຄານ ບໍ່ມີເງິນໃຫ້ແລກປ່ຽນ ແລະວ່າ ທີ່ຜ່ານມາ ເພີ່ນກໍມີມາຕການແກ້ໄຂຢູ່ ແຕ່ວ່າແກ້ບໍ່ໄດ້ ເຫັນແຕ່ເວົ້າຢ່າງດຽວ, ເສຖະກິຈຫຍຸ້ງຍາກ ເງິນກີບເຟີ້ ເງິນກີບອ່ອນຄ່າ.
“ໃນທະນາຄານບໍ່ມີເງິນໃຫ້ແລກ ເອົາເງິນກີບໄປແລກບາດ ເອົາາກີບໄປແລກໂດລ້າຣ໌ຫັ້ນບໍ່ມີ ກໍເລີຍມີການແລກປ່ຽນນອກ ຣັຖບານນີ້ນ່າ ກໍເວົ້າໄປຊັ້ນແຫລະ. ບໍ່ເຫັນວ່າມັນມີຜົລ ເງິນກໍຍັງພຸ້ງຂື້ນ ແລ້ວກໍບໍ່ຮູ້ເພິ່ນແກ້ໄຂແບບໃດ ກໍບໍ່ຮູ້ນະ.”
ນາງເວົ້າຕື່ມວ່າ ຢູ່ລາວ ເງິນຕຣາຕ່າງປະເທດ ມີບົດບາດສູງ ເຖິງຣັຖບານໃຫ້ຊື້-ຂາຍສິນຄ້າເປັນເງິນກີບ ແຕ່ການຊື້-ຂາຍ ເຄື່ອງໃນລາວ 70-80% ແມ່ນເປັນເງິນຕຣາຕ່າງປະເທດ ເຊັ່ນຣົຖໃຫຍ່, ທີ່ດິນ ທີ່ຈະຕ້ອງໄດ້ຜ່ອນດາວ ກໍຍັງໃຊ້ເງິນໂດລ້າຣ໌ສະຫະຣັຖ ແລະເງິນບາທ.
“ສ່ວນຫລາຍ 70%-80% ແມ່ນດາວເຄື່ອງ ດາວຂອງ ດາວເປັນເງິນໂດລ້າຣ໌, ເງິນບາທ. ທັງດິນ, ທັງຣົຖ ມັນຈະເປັນຈັ່ງຊັ້ນໝົດ. ຂ້ອຍຢາກສເນີໃຫ້ຣັຖບານຫັ້ນນະ ຜູ້ໃດໃຊ້ເປັນເງິນບາທ, ເງິນໂດລ້າຣ໌ ໃໝ. ມັນຕ້ອງຂາຍເປັນເງິນກີບໝົດ ເຮັດແນວນີ້ໄດ້ນີ້ນ່າ ຄົນລາວກໍບໍ່ຈໍາເປັນ ທີ່ຈະໄປຊອກແລກປ່ຽນເງິນໂດລ້າຣ໌, ເງິນບາທມາ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງທ່ານນຶ່ງເວົ້າວ່າ ທ່ານກໍຮູ້ບັນຫານີ້ ວ່າຍັງມີການແລກປ່ຽນເງິນຕຣາຕ່າງປະເທດ ນອກລະບົບຢູ່, ແລະໃຫ້ສູງກວ່າທະນາຄານ ແຕ່ກໍມີການກວດກາຢູ່.
“ຄັນໃນທ້ອງຕລາດ ເຂົາເຈົ້າກໍຈະຕີເຣທເງິນສູງກວ່າ ທະນາຄານເລັກນ້ອຍ. ໂຕນີ້ກະພາກຣັຖເຮົາ ເພິ່ນກະເຄື່ອນໄຫວ ແກ້ໄຂຢູ່ ແຕ່ວ່າບໍ່ສາມາດທົ່ວເຖິງໄດ້ນໍ ເພາະວ່າຜູ້ທີ່ເຂົາເຈົ້າແລກ ກໍມີການປິດລັບ ສະເພາະເຂົາເຈົ້ານໍ ພາໃຫ້ເຈົ້າໜ້າທີ່ ນີ້ກໍຍາກໃນການກວດກາ ຕິດຕາມ ໃນເວລາເພີ່ນພົບເຫັນ ກໍພົບ ແລະກ່າວເຕືອນຫັ້ນແຫລະ.”
ເວົ້າເຖິງການລົງໂທດ ຜູ້ກະທໍາຜິດຕໍ່ຣະບຽບກົດໝາຍ ທີ່ສ້າງຄວາມເສັຍຫາຍ ໃຫ້ແກ່ເສຖກິຈ ແລະການເງິນຂອງປະເທດ ຈະຖືກລົງໂທດ ຕັດອິສຣະພາບແຕ່ 1-5 ປີ ແລະຖືກປັບໃໝ ແຕ່ 50-100 ລ້ານກີບ.
ແຕ່ເຖິງຢ່າງໃດກໍຕາມ ເງິນເຟີ້ຢູ່ລາວຍັງສູງຢູ່ ແລະບໍ່ມີແນວໂນ້ມວ່າ ຈະຫລຸດລົງ. ເງິນເຟີ້ໃນເດືອນກຸມພາທີ່ຜ່ານມາ ສູງເຖິງ 25.35%. ສໍາລັບຮ້ານອາຫານ ແລະໂຮງແຮມ ເງິນເຟີ້ສູງເຖິງ 35.13%, ເຄື່ອງນຸ່ງຫົ່ມ ແລະເກີບ 35.12%, ເຄື່ອງໃຊ້ໃນເຮືອນ 25.76% ແລະອື່ນໆອີກຫລາຍຢ່າງ ສູງຂຶ້ນເຊັ່ນກັນ.