ຈ້າວ ເຫວີ່ຍ ຈະພັທນາ ສາມຫລ່ຽມຄໍາ ໃຫ້ເປັນເມືອງທັນສໄມ

ຈຳປາທອງ
2024.03.15
ຈ້າວ ເຫວີ່ຍ ຈະພັທນາ ສາມຫລ່ຽມຄໍາ ໃຫ້ເປັນເມືອງທັນສໄມ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ເດືອນກໍຣະກະດາ ປີ 2023.
RFA

ຣັຖບານລາວ ມີນະໂຍບາຍພັທນາເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃຫ້ກາຍເປັນຕົວເມືອງໃໝ່ ທີ່ທັນສມັຍ ແລະກ້າວໄປສູ່ການຍົກລະດັບ ເປັນນະຄອນ ຕາມແຜນຂອງທ່ານ ຈ້າວ ເຫວີ່ຍ ປະທານເຂດເສຖກິຈພິເສດ ສາມຫລ່ຽມຄໍາ ທີ່ຈະພັທນາ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ  ເປັນເມືອງໃໝ່ ຄົບວົງຈອນ ທີ່ທັນສໄມ ທຽບເທົ່າກັບເຂດເສຖກິຈ ພິເສດຮົງກົງຂອງຈີນ. ຕາມສັນຍາ ໄດ້ກໍານົດຈະສ້າງ 18 ກິຈການຫລັກ ທີ່ຕິດພັນກັບການສ້າງໂຄງຮ່າງເສຖກິຈ ການຄ້າ ການລົງທຶນ ການບໍຣິການ ການບັນເທີງ ການ ທ່ອງທ່ຽວ ການກະສິກໍາ ການສຶກສາ ແລະສາທາຣະນະສຸກ ອີງຕາມການຣາຍງານ ຂອງທ່ານ ສົມພອນ ສຸທໍາ ຮອງຫົວໜ້າຄະນະຄຸ້ມຄອງ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເມື່ອບໍ່ດົນມານີ້.

ໃນເບື້ອງຕົ້ນ ທ່ານ ຈ້າວ ເຫວີ່ຍ ຈະແບ່ງດິນ ທີ່ໄດ້ຈາກການສັມປະທານ ນໍາຣັຖບານລາວ ນານເຖິງ 99 ປີນັ້ນ ໃຫ້ນັກລົງທຶນຕ່າງປະເທດ ໂດຍສະເພາະແມ່ນຈີນ ເຂົ້າມາສ້າງກິຈການຕ່າງໆ ຮວມທັງຮ້ານຊຸມເປີມາແກັດ ການຄ້າຕ່າງໆ ໂຮງໝໍ, ໂຮງຮຽນ ໂດຍໃຫ້ພາກຣັຖຂອງລາວ ມີສ່ວນຮ່ວມ ໃນການໃຊ້ກົດ   ໝາຍລາວ.

ດັ່ງເຈົ້າໜ້າທີ່ ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັເສຣີ ໃນມື້ວັນທີ 15 ມີນານີ້ວ່າ:

ແມ່ນໆ ເປົ້າໝາຍເພິ່ນຈະໃຫ້ໄປເຖິງຈຸດນັ້ນ ຈະໃຫ້ເປັນນະຄອນທັນສະໃໝຄົບວົງຈອນເນາະ. ຈ້າວເຫວີຍ ເປັນປະທານແລ້ວເພິ່ນກໍດຶງດູດ ໃຫ້ນັກລົງທຶນມາຊ່ວຍ ແບ່ງດິນແບ່ງຫຍັງໃຫ້ພັທນາ ພາຍໃຕ້ລະບຽບກົດໝາຍ ຂອງສປປ ລາວ. ເພິ່ນວາງແຜນໄວ້ນ່າ ຍົກໂຕຢ່າງ ຈຸດນີ້ຈະເປັນຊຸບເປີມາກເກັຕ ໂດຍສະເພາະຂແນງການທີ່ກ່ຽວຂ້ອງ ພາກຣັຖເຮົານ່າ. ການເງິນບໍ່ການຄ້າບໍ່ ໂຮງໝໍ, ສາທາ, ສຶກສາ ຂແນງການປິ່ນອ້ອມ ນ່າ ໃຫ້ມີຄົບ.

ທ່ານກ່າວຕື່ມວ່າ ຢູ່ໃນເຂດນີ້ ມີນັກລົງທຶນເຂົ້າມາປູກໝາກຖົ່ວລຽນ ແລ້ວ ຫລາຍກວ່າ 6,000 ຕົ້ນ ໃນເນື້ອທີ່ 60 ເຮັກຕ້າຣ໌, ປູກຢູ່ບໍລິເວນສນາມບິນບໍ່ແກ້ວ ຊຶ່ງເບື້ອງຕົ້ນ ຜົລປູກນັ້ນຈະຂາຍຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ແລະຈະຫລຸດການນໍາເຂົ້າຈາກໄທຍ ແລະກໍຍັງມີພື້ນທີ່ອີກ 7,000 ເຮັກຕ້າຣ໌ ທີ່ຈະພັທນາດ້ານອື່ນໆອີກ.

ທີ່ທາງລັດ ໃຫ້ປະທານຈ້າວເຫວີ່ຍນີ້ ນອກຈາກ 3 ພັນເຮັກຕ້າຣ໌ ທີ່ຢູ່ອາໄສ ບໍລິການແລ້ວຍັງອີກ 7 ພັນຍັງຫລາຍຢູ່ ກໍເພິ່ນວາງແຜນໄວ້ນ່າ. ເພິ່ນປູກຖົ່ວລຽນ ມັນໄປທາງສນາມບິນນ່າ ປ້ອນເຂົ້າໂຮງງານ ຫລືພາຍໃນເຂດເສດຖະກິຈພິເສດນ່າ. ຜ່ານມາມັນນໍາເຂົ້າເດ້ ຈາກໄທຈໍານວນຫລາຍເນາະ ມັນບໍ່ທັນເຖິງຈຸດນັ້ນ ແຕ່ແຜນການພັທນາຈະໃຫ້ໄປເຖິງຈຸດ ເພິ່ນມຸ້ງໝາຍ.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານຢູ່ເມືອງຕົ້ນເຜິ້ງຜູ້ນຶ່ງເວົ້າວ່າ ເປັນເຣື່ອງດີ ໃນອະນາຄົດ ເຂດເສຖກິຈພິເສດນີ້ ຈະມີການພັທນາດີຂຶ້ນ, ແນ່ນອນວ່າ ຊາວລາວທີ່ຢູ່ໃນເຂດນັ້ນ ຈະຄ້າຂາຍດີຂຶ້ນ ແຕ່ຜູ້ທີ່ຢູ່ເຂດນອກເຂດ ຈະບໍ່ໄດ້ຫຍັງ. ສໍາລັບຜູ້ທີ່ເຂົ້າໄປໃນເຂດນັ້ນ ກໍຕ້ອງໄດ້ລະວັງ ເຖິງມີກົດໝາຍລາວຄຸ້ມຄອງ ແຕ່ເຂດນັ້ນ ກໍຍັງເປັນເຂດຂອງຄົນຈີນ ຢູ່ຄືເກົ່າ, ມັນມີທຸກຢ່າງ ທັງການພະນັນ ແລະການຫລອກລວງ ມີການຄ້າມະນຸສ.

ກໍບໍ່ແມ່ນໃນທົ່ວໝົດທຸກບ່ອນ ເຂົາກໍມີຂອບເຂດຈໍາກັດຂອງເຂົາ ຄັຊອກຊ່າງຫາຊ່າງຂາຍມີເງິນກີບ ເງິນຈ່າຍ ເຂດຄົນອອກກໍແນວນຶ່ງເດ້ ມີແຕ່ຄົນເຂົ້າໄປຕ້ອງລະວັງ ມີສະຕິລະວັງ ບໍ່ຕ້ອງເຊື່ອຄົນ ການພະນັກທຸກຢ່າງມີຢູ່ຫັ້ນໝົດແຫລະ ມີຖືກຕົ້ມຖືກຫລອກ ຖືກລວງ ຖືກຂາຍກໍມີ ຖືກເອົາໄປທາງໃດກໍມີ.

ແລະຊາວບ້ານ ຢູ່ເມືອງດຽວກັນນີ້ຜູ້ນຶ່ງ ກໍເວົ້າຄືກັນວ່າ ເປັນເຣື່ອງດີ ທີ່ເຂດນີ້ ຈະສ້າງໃຫ້ເປັນເຂດຄົບວົງຈອນ ແລະກາຍເປັນນະຄອນໃຫຍ່ ຄືຮົງກົງ, ຄົນລາວຈະມີວຽກເຮັດຫລາຍຂຶ້ນ ແຕ່ຄົນຈີນ ທັງຄົນດີ ແລະຄົນບໍ່ດີ ກໍຈະເຂົ້າມາຫລາຍ.

ຄິດວ່າມັນຄືສິດີ ເພາະການພັດທະນານີ້ມັນຈະມີຄົນເນາະ ເຂົ້າມາຫລາຍແລ້ວຄົນຈີນນີ້ ກໍເຂົ້າມາ ແຕ່ວ່າບາງຢ່າງມັນອາດຈະບໍ່ດີ ຊິເຂົ້າມາຖືກຕ້ອງມັນກໍດີເນາະ. ຈະມີການຈ້າງງານເກີດຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ດີຫລາຍຂຶ້ນຢູ່ ແບບຄືຮົງກົງຫັ້ນເດ້ເນາະ ເປັນທີ່ດິນຕອນຫຍ້າ ມັນກໍເກີດແພງ.” 

ພ້ອມດຽວກັນນັ້ນ ຊາວບ້ານຢູ່ເມືອງນີ້ອີກຜູ້ນຶ່ງ ກໍເວົ້າວ່າ ເຖິງແມ່ນເຂດນີ້ ຈະມີການພັທນາດີຂຶ້ນໃນຕໍ່ໜ້າ ແຕ່ເຂດນີ້ມັນກໍຂຶ້ນກັບຈີນ ຈີນມີອໍານາດເໜືອກວ່າລາວແນ່ນອນ, ຄົນລາວກໍເປັນລູກຈ້າງຢ່າງດຽວ, ຈີນສໍາປະທານໄດ້ 99 ປີ.

“ຄົນຈີນ ຄົນພະມ້ານີ້ແຫລະ ຈະມາຫລາຍສຸດແຫລະແລ້ວ ກໍແນ່ນອນວ່າ ມັນກໍຂຶ້ນກັບຈີນຫັ້ນແຫລະນໍ ເພາະວ່າເພີ່ນປະມູນກະ 99 ປີພຸ້ນແຫລະນີ້. ຄັນວ່າດິນ, ດິນລາວຢູ່ ແຕ່ວ່າຂຶ້ນຢູ່ກັບເຂົາຫັ້ນແຫລະ ຄົນລາວເຮົານີ້ກໍຮັບຈ້າງຢ່າງດຽວຊີ້ນະ. ໂຮງຈັກໂຮງງານກໍຍັງເປັນຂອງເຂົາໝົດນີ້ນໍ.” 

ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ມີທີ່ຕັ້ງຢູ່ລະຫວ່າງ ລາວ, ໄທຍ ແລະພະມ້າ, ໄດ້ຮັບການສ້າງຂຶ້ນ ມາຕັ້ງແຕ່ປີ 2007. ເບື້ອງຕົ້ນແມ່ນການພັທນາເຂດເສຖກິຈ ແລະການທ່ອງທ່ຽວ ຄົບວົງຈອນ ອາຊ້ຽນສາມຫລ່ຽມຄໍາ ໃນເນີື້ອທີ່ 827 ເຮັກຕ້າຣ໌, ໄລຍະສັມປະທານ 50 ປີ. ຕໍ່ມາກໍໄດ້ຂຍາຍພື້ນທີ່ ກວ້າງອອກ ໂດຍຍົກລະດັບຂຶ້ນ ເປັນເຂດເສຖກິຈພິເສດ ໃນປີ 2010  ແລະຂຍາຍໄລຍະເວລາສັມປະທານອອກໄປຕື່ມເຖິງ 99 ປີ ແລະມີເນື້ອທີ່ 10,000 ເຮັກຕ້າຣ໌. ໃນນັ້ນເປັນເຂດພັທນາຕົວເມືອງ 3,000 ເຮັກຕ້າຣ໌ ແລະເຂດປ່າປ້ອງກັນສາຍພູກິວລົມ 7,000 ເຮັກຕ້າຣ໌.

ອີງຕາມຂໍ້ມູນ ໃນເດືອນກຸມພາທີ່ຜ່ານມາ ຢູ່ໃນເຂດນີ້ ມີຄົນຕ່າງປະເທດ ແລະຄົນລາວ ຢູ່ 120,772 ຄົນ ທີ່ມີຮວມທັງນັກລົງທຶນ ເຮັດທຸຣະກິຈ ແລະຄົນງານ, ທັງໝົດມີຄົນ 69 ສັນຊາຕຢູ່. ໃນນັ້ນ ຄົນພະມ້າ 41,317 ຄົນ ກວມເອົາ 34.21%, ຄົນລາວ 38,330 ຄົນ ກວມເອົາ 31.73%, ຄົນຈີນ 33,588 ຄົນ ກວມເອົາ 27.81% ແລະຄົນສັນຊາຕອື່ນໆ 7,537 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.