ການເຄື່ອນໄຫວສາສນາ ຍັງມີບັນຫາ, ຣັຖບານຈິ່ງເລັ່ງເຜີຍແຜ່ດຳຣັດ

ສຸພັດຕາ
2024.03.13
ການເຄື່ອນໄຫວສາສນາ ຍັງມີບັນຫາ, ຣັຖບານຈິ່ງເລັ່ງເຜີຍແຜ່ດຳຣັດ ກຸ່ມຄົນທີ່ບຸກມ້າງທຳລາຍ ເຮືອນຊາວຄຣິສຕຽນລາວ ຫຼັງນຶ່ງ ຢູ່ບ້ານກະລຶມວັງແຂ້ ເມືອງຊົນນະບູຣີ ແຂວງສວັນນະເຂດ ທີ່ໃຊ້ເປັນບ່ອນທຳພິທີ ທາງສາສນາ. ວັນທີ 4 ກຸມພາ 2024.
Courtesy Photo

ສູນກາງແນວລາວສ້າງຊາຕ ເລັ່ງເຜີຍແຜ່ດໍາຣັດ ວ່າດ້ວຍ ການຄຸ້ມຄອງ ແລະປົກປ້ອງການເຄື່ອນໄຫວສາສນາຢູ່ລາວ ເນື່ອງຈາກປະເທດລາວ ມີການເຊື່ອຖືຫຼາຍສາສນາ ເປັນຕົ້ນ ສາສນາພຸດ, ສາສນາຄຣິສຕ໌, ສາສນາບາຮາຍ, ສາສນາອິສລາມ ລວມເຖິງ ການນັບຖືຜີ ຕາມຮີດຄອງປະເພນີ ຂອງແຕ່ລະຊົນເຜົ່າ.

ປັດຈຸບັນ ມີປະຊາຊົນລາວບັນດາເຜົ່າຈໍານວນຫຼາຍ ຍັງບໍ່ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສາສນາ ແລະສິດ ໃນການນັບຖືສາສນາຢູ່ລາວ ຈົນເຮັດໃຫ້ເກີດຄວາມຂັດແຍ້ງຂຶ້ນໃນຊຸມຊົມ ແຕ່ທາງການລາວ ກໍຍອມຮັບວ່າ ເປັນເຣື່ອງທີ່ຫຍຸ້ງຍາກຫຼາຍ ໃນການສ້າງຄວາມເຂົ້າໃຈ ໃຫ້ປະຊາຊົນລາວບັນດາເຜົ່າ ເຂົ້າໃຈກ່ຽວກັບເຣື່ອງນີ້ ແລະຢູ່ຮ່ວມກັນໄດ້ ໂດຍບໍ່ເກີດຂໍ້ຂັດແຍ້ງຂຶ້ນ.

ດັ່ງເຈົ້າໜ້າທີ່ ສູນກາງແນວລາວສ້າງຊາຕ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມີນາ ນີ້ວ່າ:

ດຽວນີ້ ທາງກົມຊົນເຜົ່າ ແລະສາສນາ ຂອງກະຊວງພາຍໃນ ກໍາລັງເຜີຍແຜ່ ດໍາຣັດເນາະ ເພິ່ນກະຢາກໃຫ້ ອົງການສາສນາເບາະ ເຂົ້າໃຈຕໍ່ລະບຽບກົດໝາຍນີ້ຫັ້ນນ່າ ຜ່ານມາ ກະບໍ່ໄດ້ຮັບຟັງ ການເຜີຍແຜ່ຈັກເທື່ອ ອາດບໍ່ຮູ້ ເພື່ອໃຫ້ປະຊາຊົນຮັບຮູ້ ເຂົ້າໃຈກ່ຽວກັບດໍາຣັດນີ້ ກວ້າງຂວາງຂຶ້ນ ກະຍາກຢູ່ ມັນກະເວົ້າເຣື່ອງ ລະດັບໃນການສຶກສາ ຄວາມຮັບຮູ້ຂອງເຂົາ ມັນກະຕ່າງກັບ ພະນັກງານເຮົາ ຕ່າງກັບຜູ້ທີ່ໄດ້ຮໍ່າໄດ້ຮຽນຫັ້ນແຫຼະ."

ທ່ານກ່າວຕື່ມອີກວ່າ ມີເຈົ້າໜ້າທີ່ທ້ອງຖິ່ນໃນລາວຈໍານວນນຶ່ງ ແມ່ນເກີດ, ເຕີບໃຫຍ່ ແລະເຮັດວຽກໃນເຂດບ້ານຂອງໂຕເອງ ເຊິ່ງມີຄວາມເຊື່ອ ໃນການນັບຖືສາສນາພຸດ ຫຼືການນັບຖືຜີ ຕາມຮີດຄອງປະເພນີ ກໍມີແນວຄິດແບບຄົນສໄມກ່ອນ ບໍ່ເຂົ້າໃຈສາສນາອື່ນ ບໍ່ຍອມຮັບຄົນທີ່ນັບຖືສາສນາອື່ນ ແຕ່ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ຈຶ່ງໄດ້ມີການເຜີຍແຜ່ດໍາຣັດດັ່ງກ່າວຂຶ້ນ ຢູ່ຕາມເມືອງຕ່າງໆ ທົ່ວປະເທດລາວ.

ສ່ວນປະຊາຊົນລາວບັນດາເຜົ່າ ທີ່ນັບຖືຜີ ຕາມຮີດຄອງປະເພນີ ຂອງແຕ່ລະເຜົ່າ ຖືວ່າ ບໍ່ມີຄວາມເຂົ້າໃຈ ກ່ຽວກັບເຣື່ອງນີ້ເລີຍ ເພາະພວກຂະເຈົ້າ ບໍ່ເຂົ້າໃຈ, ບໍ່ເຄີຍເຫັນ, ບໍ່ຮູ້ຮັບຮູ້-ຮັບຟັງມາກ່ອນ ແຕ່ເມື່ອມີຄົນໃນຊຸມຊົນ ຫັນໄປນັບຖືສາສນາອື່ນ ເຊັ່ນ ສາສນາຄຣິສຕ໌ ກໍຈະບໍ່ຍອມຮັບ, ຫາກເຖິງຂັ້ນຮຸນແຮງ ກໍອາດຖືກຂັບໄລ່ອອກຈາກຊຸມຊົນນັ້ນ.

ຊາວລາວທ່ານນຶ່ງ ຢູ່ແຂວງສາຣະວັນ ທີ່ນັບຖືສາສນາຄຣິສຕ໌ ກ່າວວ່າ ຫາກເປັນປະຊາຊົນລາວ ທີ່ອາສັຍຢູ່ໃນເຂດເມືອງ ຫຼືມີການສຶກສາໃນລະດັບໃດນຶ່ງ ກໍຈະເຂົ້າໃຈຄວາມແຕກຕ່າງ ໃນການນັບຖືສາສນາ ໂດຍບໍ່ເກີດຄວາມຂັດແຍ້ງຂຶ້ນ.

ຂະນະທີ່ ປະຊາຊົນລາວ ທີ່ຢູ່ເຂດຫ່າງໄກສອກຫຼີກ ເປັນກຸ່ມຊົນເຜົ່າ ກໍອາຈບໍ່ເຂົ້າໃຈ ກ່ຽວກັບເຣື່ີອງນີ້ ເພາະພວກຂະເຈົ້າບໍ່ໄດ້ຮັບຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບເຣື່ອງສາສນາມາກ່ອນ ແລະເຫັນວ່າ ສາສນາອື່ນ ທີ່ບໍ່ແມ່ນການນັບຖືຜີ ຖືກເປັນການລົບລ້າງຄວາມເຊື່ອຂອງຊົນເຜົ່າ, ປະເພນີ (ຜິດຜີ) ຈຶ່ງເຮັດໃຫ້ເກີດບັນຫາຂຶ້ນ ເຖິງຂັ້ນ ມີການຂັບໄລ່ອອກຈາກຊຸມຊົນ.

ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ຊຸມຊົນຊາຕ ຊົນເຜົ່າ ທີ່ຢູ່ອ້ອມຮອບ ເຂົານັບອັນນໍາຫັ້ນນ່າ ນັບຖືຜີ ບາດນີ້ ມີສາສນາຄຣິສຕ໌ເຂົ້າມາ ແລ້ວເຂົາອໍານາດການປົກຄອງ ເຂົາບໍ່ຍອມຮັບ ເຂົາບອກວ່າລົບລ້າງວິຖີປະພຶດ ວິຖີທີ່ເຮັດແບບເກົ່າເຂົາຫັ້ນເນາະ."

ຊາວລາວອີກທ່ານນຶ່ງ ຢູ່ເມືອງທ່່າແຂກ ແຂວງຄໍາມ່ວນ ກ່າວວ່າ ໄລຍະທີ່ຜ່ານມາ ທາງການລາວ ກໍພຍາຍາມເຜີຍແຜ່ດໍາຣັດ ວ່າດ້ວຍການຄຸ້ມຄອງ ແລະປົກປ້ອງການເຄື່ອນໄຫວ ສາສນາຢູ່ລາວ ມາຢ່າງຕໍ່ເນື່ອງ ແຕ່ຕາມສັງເກດສະພາບສັງຄົມໃນປັດຈຸບັນ ກະຍັງເຫັນວ່າ ມີປະຊາຊົນລາວບັນດາເຜົ່າ ທີ່ນັບຖືສາສນາພຸດ ແລະກຸ່ມ ທີ່ນັບຖືຜີ ຕາມຮີດຄອງປະເພນີດັ້ງເດີມ ກໍຍັງບໍ່ເຂົ້າໃຈ ກ່ຽວກັບເຣື່ອງການນັບຖືສາສນາອື່ນ.

ຍົກໂຕຢ່າງ ກຸ່ມຄົນທີ່ນັບຖືສາສນາຄຣິສຕ໌ ຈະຈັດກິຈກັມຕ່າງໆ ເປັນຕົ້ນ: ການລົງພື້ນທີ່ ສ້າງຄວາມຮູ້ກ່ຽວກັບສາສນາໃນຊຸມຊົນ ຫຼື ການລົງເຜີຍແຜ່ສາສນາ ກະຍັງຕ້ອງໄດ້ຮັບການອະນຸຍາດ ຈາກຄະນະບ້ານ, ອໍານາດການປົກຄອງເມືອງ ແລະແຂວງ ເຖິງຈະຈັດກິຈກັມນັ້ນໄດ້.

ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ແມ່ນ ເພິ່ນອອກມາເຜີຍແຜ່ (ດໍາຣັດ) ຢູ່ເຈົ້າ ເພາະວ່າ ເປັນລະດັບຂັ້ນເມືອງ (ພົບເຫັນຂໍ້ຂັດແຍ້ງ) ແມ່ນ ຫຼາຍຢູ່ ເປັນແບບວ່າ ສ່ວນຫຼາຍ ກະເປັນຂອງນາຍບ້ານ ອີ່ຫຍັງຫັ້ນນ່າ."

ອາຈານທ່ານນຶ່ງ ທີ່ສອນຢູ່ຄະນະນິຕິສາດ ແລະລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາຕລາວ ກ່າວວ່າ ຣັຖທໍາມະນູນ ແຫ່ງ ສປປ ລາວ ໄດ້ກໍານົດສິດພື້ນຖານ ຂອງປະຊາຊົນລາວໄວ້ ຕາມສົນທິສັນຍາ ແຫ່ງສິດທິມະນຸສ ທີ່ີ ສປປ ລາວ ໄດ້ເປັນພາຄີ, ສິດທິ ໃນການນັບຖື ແລະບໍ່ເຊື່ອຖືໃນສາສນາ ຕາມກົດໝາຍ.

ສໍາລັບສາສນາ ທີ່ ສປປລາວ ຮັບຮອງ ປະກອບມີ ສາສນາພຸດ, ສາສນາຄຣິສຕ໌ (ນິກາຍ ຄາໂທລິກ ແລະນິກາຍໂປຣເຕສແຕນຕ໌), ສາສນາບາຮາຍ ແລະສາສນາອິສລາມ ໃນນະຄອນຫຼວງວຽງຈັນ ໂດຍມີກົມສາສນາ ສູນກາງແນວລາວສ້າງຊາຕ ເປັນອົງກອນຄຸ້ມຄອງ ແລະຕິດຕາມກວດກາ.

ແນວໃດກໍຕາມ ຍັງມີປະຊາຊົນລາວບັນດາເຜົ່າຈໍານວນຫຼາຍ ບໍ່ມີຄວາມເຂົ້າໃຈ ກ່ຽວກັບສິດ ໃນການນັບຖືສາສນາ ເພາະຣັຖບານລາວ ມີການລົງພື້ນທີ່ໄປເຜີຍແຜ່ ກ່ຽວກັບເຣື່ອງນີ້ ເມື່ອປີ 2016 ທີ່ຜ່ານມາ ມາຮອດປັດຈຸບັນນີ້ ຂະນະທີ່ສັງຄົມລາວສໄມໃໝ່ ກ້າວໄປຂ້າງໜ້າຢ່າງໄວ ເຮັດໃຫ້ຄົນລາວຈໍານວນບໍ່ໜ້ອຍ ຫັນໄປນັບຖືສາສນາອື່ນ ຫຼືບໍ່ນັບຖືສາສນາໃດເລີຍ.

ພ້ອມກັນນີ້ ກໍຮຽກຮ້ອງໃຫ້ຣັຖບານລາວ ເລັ່ງເຜີຍແຜ່ດໍາຣັດ ວ່າດ້ວຍ ການຄຸ້ມຄອງ ແລະປົກປ້ອງ ການເຄື່ອນໄຫວສາສນາຢູ່ລາວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ແລະເຈົ້າໜ້າທີ່ທ້ອງຖິ່ນເກີດຄວາມເຂົ້າໃຈຄືກັນ ກ່ຽວກັບເຣື່ອງການນັບຖືສາສນາ ແລະຢູ່ຮ່ວມກັນໄດ້ ບໍ່ວ່າຈະນັບຖືສາສນາໃດກໍຕາມ ໂດຍບໍ່ເກີດຄວາມຂັດແຍ້ງຂຶ້ນ ໃນຊຸມຊົນ ແລະສັງຄົມລາວ.

ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ທາງກົດໝາຍ ເຂົາກະຮອງຮັບແລ້ວ ແຕ່ວ່າ ທາງເຈົ້າໜ້າທີ່ ຫຼືວ່າ ຄົນພື້ນທີ່ ບໍ່ເຂົ້າໃຈ ຢູ່ໃນເມືອງນ່າ ຂ້ອນຂ້າງໂອເຄແລ້ວ ແຕ່ວ່າ ເຂດນອກ ຍັງໆໜັກຢູ່ ຖືວ່າ ເປັນສາສນາຕ່າງປະເທດຊີ້ນ່າ ມັນມີພຸດ, ຄຣິສຕຽນ ບາງຮາຍ, ອິສລາມເນາະ ມີ 4 ຢ່າງ ໃນເຣື່ອງນີ້ ຍັງເຂົ້າບໍ່ເຖິງເທື່ອນ່າ ເຂດນອກນ່າ ຂໍ້ມູນຕ່າງໆ ຄວາມເຂົ້າໃຈຂອງປະຊາຊົນມັນ ມັນຍັງບໍ່ທັນໄດ້ເຖິງເທື່ອ."

ກ່ອນໜ້ານີ້ ເມື່ອເວລາປະມານ 10.30 ໂມງ ຂອງວັນທີ 4 ເດືອນກຸມພາ ທີ່ີຜ່ານມານີ້ ເຈົ້າໜ້າທີ່ຂັ້ນບ້ານ ແລະສະມາຊິກ ຈໍານວນ 15 ຄົນ ຢູ່ບ້ານກະລຶມວັງແຂ້ ເມືອງຊົນນະບູຣີ ແຂວງສວັນນະເຂດ ແລະສະມາຊິກ ທີ່ເປັນຊາວບ້ານ ອີກປະມານ 40 ຄົນ ໄດ້ພາກັນບຸກລຸກໄປມ້າງເຮືອນຫຼັງນຶ່ງ ໃນເຂດບ້ານດັ່ງກ່າວ ໃນຂະນະທີ່ ຊາວຄຣິສຕຽນຈໍານວນຫຼາຍຄົນ ກໍາລັງປະກອບພິທີນະມັດສະການພຣະເຈົ້າ ປະຈໍາສັປດາຢູ່ ພ້ອມທັງຈູດເຜົາພຣະຄໍາພີ ແລະປື້ມຕ່າງໆ ທີ່ກ່ຽວຂ້ອງກັບສາສນາຄຣິສຕຽນ ຍ້ອນເຈົ້າໜ້າທີ່ກຸ່ມດັ່ງກ່າວບໍ່ພໍໃຈ ທີ່ມີການເຊື່ອຖືສາສນາຄຣິສຕຽນ ຢູ່ໃນເຂດບ້ານ.

ເມື່ອວັນທີ 3 ເດືອນກັນຍາ ປີ 2023 ທີ່ຜ່ານມານນີ້ ກໍມີຊາວຄຣິສຕຽນຄອບຄົວນຶ່ງ ທີ່ມີສະມາຊິກໃນຄອບຄົວ 2 ຄົນ ເປັນເພດຊາຍ ຢູ່ບ້ານຕາປົງ ເມືອງສະໝ້ວຍ ແຂວງສາຣະວັນ ໄດ້ຖືກນາຍບ້ານ ແລະພັກພວກ ທີ່ເປັນຊາວບ້ານ ລວມທັງເຈົ້າໜ້າທີ່ຂັ້ນເມືອງ ມາບຸກມ້າງເຮືອນຂອງຂະເຈົ້າ ພ້ອມທັງໄລ່ອອກຈາກບ້ານ ພາຍຫຼັງທີ່ເຮັດພິທີ ຂອບຄຸນພຣະເຈົ້າຢູ່ເຮືອນ ຍ້ອນທາງບ້ານບໍ່ພໍໃຈ ທີ່ຊາວຄຣິສຕຽນລາວ ຄອບຄົວດັ່ງກ່າວ ບໍ່ເຂົ້າຮ່ວມຮີດຄອງປະເພນີຂອງບ້ານ ແລະບໍ່ປະລະ ການເຊື່ອຖືສາສນາຄຣິສຕຽນ ເຮັດໃຫ້ຄອບຄົວດັ່ງກ່າວ ຂາດບ່ອນຢູ່ອາສັຍ.

ສ່ວນເຫດການຮ້າຍແຮງ ເມື່ອປີ 2022 ທີ່ຜ່ານມາ ທີ່ເກີດເຫດຄາດຕະກັມ ອາຈານ ສີ ແສງມະນີ ຄຣູສອນສາສນາຄຣິສຕ໌ຕຽນ ຊາວລາວ ອາຍຸ 48 ປີ ເຊິ່ງເປັນຊາວບ້ານ ບ້ານດອນແກ້ວ ເມືອງນາກາຍ ແຂວງຄໍາມ່ວນ ໂດຍເປັນສີມືຂອງຜູ້ບໍ່ຫວັງດີ ເຊິ່ງຖືກພົບສົບ ຢູ່ປ່າແຫ່ງນຶ່ງ ໃນເມືອງທ່່າແຂກ ຈົນມາຮອດປັດຈຸບັນ ກໍຍັງບໍ່ສາມາດແກ້ໄຂຄະດີນີ້ໄດ້ເທື່ອ ແລະບໍ່ສາມາດ ຈັບຜູ້ກໍ່ເຫດຄາດຕະກັມນັ້ນ ໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.