ຊາວຄຣິສຕຽນລາວ ສ່ວນໜຶ່ງ ຖືກຂົ່ມເຫງ ເຖິງວ່າມີດຳລັດຄຸ້ມຄອງ

ພູວົງສ໌
2024.04.03
ຊາວຄຣິສຕຽນລາວ ສ່ວນໜຶ່ງ ຖືກຂົ່ມເຫງ ເຖິງວ່າມີດຳລັດຄຸ້ມຄອງ ສະພາບເຮືອນ ຂອງຊາວຄຣິສຕຽນລາວ ຢູ່ບ້ານຕັ່ງຫວາຍນໍ້າ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຖືກມ້າງ. ວັນທີ 19 ກໍລະກົດ 2023.
ນັກຂ່າວ ພົລເມືອງ

ໃນລະຫວ່າງເດືອນມີນາ 2024 ນີ້, ກົມຊົນເຜົ່າ ແລະ ສາສະໜາ, ສູນກາງແນວລາວສ້າງຊາດ ໄດ້ດຳເນີນການເຜີຍແຜ່ດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວ ດ້ານສາສະໜາ ຢູ່ບາງທ້ອງຖິ່ນ ໃນແຂວງພາກກາງ ແລະ ພາກໃຕ້ ຂອງລາວ ເປັນຕົ້ນ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ, ເຊິ່ງມີທັງສາສະໜາພຸດ, ສາສະໜາຄຣິສຕຽນ ນິກາຍຕ່າງໆ ແລະ ສາສະໜາອິສລາມ ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຟັງ ໄດ້ຮັບຮູ້ແຈ້ງ ກ່ຽວກັບເອກະສານດັ່ງກ່າວ ແລະ ສາມາດເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ນະໂຍບາຍ ການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວ ດ້ານສາສະໜາ ຢູ່ລາວ ຢ່າງຖືກຕ້ອງ. ເປົ້າໝາຍໜຶ່ງ ກໍເພື່ອຫຼຸດຜ່ອນການເກີດຂໍ້ຂັດແຍ້ງ ທາງດ້ານການເຄື່ອນໄຫວ ທາງດ້ານສາສະໜາ, ໂດຍສະເພາະ ສາສະໜາຄຣິສຕຽນ ທີ່ມັກເກີດເຫດການບໍ່ດີ ເກີດຂຶ້ນຕໍ່ຊາວຄຣິສຕຽນ ຢູ່ແຂວງພາກກາງ ແລະ ພາກໃຕ້.

ແຕ່ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການເຜີຍແຜ່ດຳລັດ ດັ່ງກ່າວ ເພື່ອເປັນການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວ ທາງດ້ານສາສະໜາ ກໍຕາມ, ແຕ່ຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ຈຳນວນໜຶ່ງ ກໍບໍ່ເຊື່ອວ່າ ຈະມີການຄຸ້ມຄອງ ແລະ ປົກປ້ອງ ຜູ້ທີ່ເຊື່ອຖື ສາສະໜາຄຣິສຕຽນ ໄດ້ແທ້ ເພາະວ່າ ຢູ່ຫຼາຍເຂດ ໃນແຂວງພາກໃຕ້ ກໍມັກມີການຂົ່ມເຫງ ແລະ ລົບລູ່-ດູມິ່ນ ຊາວຄຣິສຕຽນລາວ ຢູ່ເລື້ອຍໆ, ໂດຍສີມື ຂອງເຈົ້າໜ້າທີ່ຂັ້ນບ້ານ ແລະ ຊາວບ້ານບາງກຸ່ມ ທີ່ເຫັນວ່າ ສາສະໜາຄຣິສຕຽນ ເປັນສາສະໜາ ຂອງຈັກກະພັດອາເມຣິກາ ທີ່ນຳຄວາມແຕກແຍກ ມາສູ່ປະຊາຊົນລາວ ແລະ ຜູ້ທີ່ຂົ່ມເຫງ, ດູຖູກ ຊາວຄຣິສຕຽນລາວ ໃນຫຼາຍກໍລະນີ ທີ່ຜ່ານມາ ກໍບໍ່ຖືກນຳໄປ ດຳເນີນຄະດີ ຫຼືບໍ່ໄດ້ຮັບການລົງໂທດ ແນວໃດເທື່ອ.

ດັ່ງຊາວຄຣິສຕຽນລາວ ຢູ່ແຂວງສາລະວັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ມີນາ ທີ່ຜ່ານມານັ້ນວ່າ:

“ຄຸ້ມຄອງຢູ່ ກະຄຸ້ມຄອງແຕ່ປາກ, ກະບາງບ້ານ ຍັງບໍ່ທັນໄດ້ສະຫງົບ. ສ່ວນຫຼາຍກະນາຍບ້ານຫັ້ນແຫຼະ, ແຕ່ວ່າທາງເມືອງ ກະເຂົາບໍ່ໄດ້ເວົ້າຫຍັງ, ແຕ່ວ່າທາງບ້ານ ກັບປະຊາຊົນຫັ້ນ ເຂົາວ່າສາສະໜາຕ່າງປະເທດ ສາສະໜາຝຣັ່ງ, ເຂົາວ່າ. ຄືບ້ານຂ້ານ້ອຍນີ້, ພີ່ນ້ອງທາງບ້ານປະເຕັມ ກໍບໍ່ໄດ້ກັບບ້ານເກົ່າ, ມີແຕ່ຢູ່ຖຽງຕະຫຼອດ.”

ຢູ່ແຂວງສະຫວັນນະເຂດ ກໍເປັນອີກແຂວງໜຶ່ງ ທີ່ມີການຂົ່ມເຫງ ຊາວຄຣິສຕຽນລາວ ຢ່າງໜັກໜ່ວງ ໃນຫຼາຍກໍລະນີ ທີ່ກ່ອນໜ້ານີ້ ຈົນມາຮອດປັດຈຸບັນ ຊາວຄຣິສຕຽນລາວ ຈຳນວນໜຶ່ງ ຢູ່ເມືອງຊົນນະບູລີ ທີ່ຖືກມ້າງເຮືອນ ແລະ ຂັບໄລ່ອອກຈາກບ້ານ ຕັ້ງແຕ່ປີ 2022 ຈົນຮອດປີ 2024 ນັ້ນ, ກໍຍັງບໍ່ທັນໄດ້ກັບຄືນ ໄປຢູ່ບ້ານເກົ່າເທື່ອ ເພາະວ່າ ອຳນາດການປົກຄອງຂັ້ນບ້ານ ບໍ່ຍອມຮັບ. ໃນຂະນະທີ່ ເຈົ້າໜ້າທີ່ ແນວລາວສ້າງຊາດ ຂັ້ນແຂວງ ລວມເຖິງເຈົ້າໜ້າທີ່ ຜແນກພາຍໃນ ຂອງແຂວງ ກໍບໍ່ໄດ້ມີ ການແກ້ໄຂບັນຫາ ຢ່າງຈິງຈັງ ແລະ ເຮັດບົດລົງໂທດ ຕໍ່ເຈົ້າໜ້າທີ່ຂັ້ນບ້ານ ທີ່ຂັບໄລ່ ຊາວຄຣິສຕຽນລາວ ອອກຈາກບ້ານນັ້ນ ແຕ່ຢ່າງໃດ.

ດັ່ງນັ້ນ, ຈຶ່ງເຫັນວ່າ ການເຜີຍແຜ່ດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວ ດ້ານສາສະໜາ ກໍຍັງບໍ່ສາມາດ ຊ່ອຍໃຫ້ການເຄື່ອນໄຫວ ທາງດ້ານສາສະໜາຄຣິສຕຽນ ໄດ້ຮັບການຄຸ້ມຄອງ ໃຫ້ດີຂຶ້ນ ແຕ່ຢ່າງໃດເທື່ອ ແລະ ກໍເຊື່ອວ່າ ອຳນາດການຈັດຕັ້ງຂັ້ນເມືອງ ເປັນຜູ້ຢູ່ເບື້ອງຫຼັງ ແນວຄິດທີ່ວ່ານີ້.

ດັ່ງໂຕແທນເຄືອຂ່າຍ ຊາວຄຣິສຕຽນລາວ ຢູ່ແຂວງສະຫວັນນະເຂດ ນາງໜຶ່ງ ກ່າວວ່າ:

“ບ້ານອັນນັ້ນເດີ້ ຕັ່ງຫວາຍນ້ຳ ເດີ້ ເປັນຫຼັງຄາທີ 11 ແລ້ວ ຍັງບໍ່ໄດ້ຮັບການແກ້ໄຂຫຍັງຈັກຢ່າງເລີຍ. ຊົນນະບູລີ ຄືກັນ ໃກ້ໆກັນ ຕັ້ງແຕ່ປີ 2022-2024 ລວມໝົດ ເປັນ 17 ຫຼັງແລ້ວ. ການຈັດຕັ້ງຢູ່ເບື້ອງຫຼັງຫັ້ນແຫຼະ.”

ພ້ອມດຽວກັນນີ້, ຍານາງ ຍັງຍົກໂຕຢ່າງ ເຫດການ ການຂົ່ມເຫງ ຊາວຄຣິສຕຽນລາວ ຢູ່ເມືອງພະລານໄຊ ທີ່ຮ້າຍແຮງ ແລະ ປ່າເຖື່ອນທີ່ສຸດ ທີ່ເກີດຂຶ້ນ ເມື່ອເດືອນທັນວາ ປີ 2021 ທີ່ເຈົ້າໜ້າທີ່ຂັ້ນບ້ານ ແລະ ຊາວບ້ານ ຈຳນວນໜຶ່ງ ໄດ້ຂົ່ມເຫງສົບ(ຄົນຕາຍ) ຂອງຊາວຄຣິສຕຽນລາວ ເຮັດໃຫ້ທາງຄອບຄົວ ຕ້ອງນຳສົບ (ຄົນຕາຍ) ໄປຝັງຢູ່ດິນນາ ຂອງຄອບຄົວ ແທນການໄປຝັງ ຢູ່ປ່າຊ້າ ຂອງບ້ານ. ແຕ່ຫຼັງຈາກນັ້ນ, ກຸ່ມນາຍບ້ານ ກໍມາຍຶດເອົາ ທີ່ດິນນານັ້ນ ເພື່ອເປັນການປິດກັ້ນທຸກວິທີ, ເຊິ່ງມາຮອດປັດຈຸບັນ ຄອບຄົວດັ່ງກ່າວ ກໍບໍ່ທັນໄດ້ຮັບດິນນາຄືນ ແຕ່ຢ່າງໃດ.

“ຜົວຂອງເພິ່ນຫັ້ນຕາຍແລ້ວເນາະ ມື້ວັນທີ 4 ເດືອນ 12 ປີ 2021 ທຳພິທີສົບ ລະແມ່ນທັງນາຍບ້ານ ທັງຫຍັງກະລຸມເລົ້າເຂົ້າມາ ເຮັດສາລະພັດເຮັດ, ທັງຕີສົບ, ຕີໂລງ ແລ້ວກໍທັງເອົາກ້ອນຫີນຫັ້ນ ທຸບຄໍຄົນ 2 ຄົນ ຖືກເຈັບ ແລ້ວກໍເອົາສົບ ກັບມາເຮືອນ ລະຈົນຊ້າ, ເຮັດສົ່ງສະການ. ເອົາສົບລົງນາ ລະພໍດີ 4 ມື້. ໄລຍະໜຶ່ງ ແລ້ວກໍມາ ຍຶດເອົາດິນນາລາວອີກ ແລະ ບາດນີ້ ຍຶດເອົາດິນ ເພິ່ນກະຍັງບໍ່ໄດ້ຄືນ.”

ກ່ອນໜ້ານີ້, ຊາວຄຣິສຕຽນລາວ ທ່ານໜຶ່ງ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ກໍໄດ້ບັນລະຍາຍ ເຖິງຄວາມໂຫດຮ້າຍ ຂອງເຈົ້າໜ້າທີ່ຂັ້ນບ້ານ ແລະ ຊາວບ້ານກຸ່ມໜຶ່ງ ທີ່ທ່ານເຄີຍປະສົບພົບພໍ້ວ່າ ຕອນທີ່ລູກນ້ອຍ ຂອງເຂົາເຈົ້າເສຍຊີວິດ ກໍໄດ້ຖືກ ຜູ້ຫຼັກຜູ້ໃຫຍ່ຂັ້ນບ້ານ ແລະ ຊາວບ້ານ ຈຳນວນໜຶ່ງ ພາກັນຂົ່ມເຫງ ແລະ ບໍ່ອະນຸຍາດ ໃຫ້ນຳສົບ ໄປຝັງໃນປ່າຊ້າ ດ້ວຍເຫດຜົນພຽງແຕ່ວ່າ ເປັນຜູ້ທີ່ເຊື່ອ ສາສະໜາຄຣິສຕຽນ. ດັ່ງທີ່ທ່ານ ໄດ້ກ່າວວ່າ:

“ຢູ່ເຮືອນນ້ອງຄືກັນແຫຼະ ເຂົາເຮັດອັນນັ້ນແຫຼະ. ລູກນ້ອງຕາຍ ເຂົາບໍ່ໃຫ້ຝັງ ເຂົາວ່າຜິດຮີດເຂົາ ແນວນັ້ນແນວນີ້, ຫັ້ນນ່າ ເຂົາບໍ່ໃຫ້ຝັງສົບ ຢູ່ໃນປ່າຊ້າ ເຂົາບໍ່ຮັບຢູ່ໃນບ້ານ, ປກສ ເຂດ ໃຫ້ອອກຈາກບ້ານ. ເຂົາຍັງບໍ່ທັນແກ້ໄຂເທື່ອ.”

ຢ່າງໃດກໍຕາມ, ສຳລັບກໍລະນີ ຂໍ້ຂັດແຍ້ງ ລະຫວ່າງຊາວຄຣິສຕຽນລາວ ກັບເຈົ້າໜ້າທີ່ຂັ້ນບ້ານ ໃນບາງບ້ານ ທາງພາກໃຕ້ ທີ່ເຄີຍເປັນບັນຫາ ກໍໄດ້ຖືກທາງການແກ້ໄຂ ແລະ ຄຸ້ມຄອງແລ້ວ ເພື່ອໃຫ້ທັງ 2 ຝ່າຍ ມີຄວາມປອງດອງກັນ ແລະ ໃຫ້ຢູ່ນຳກັນໄດ້ ຢ່າງມີຄວາມສະຫງົບສຸກ. ເປັນຕົ້ນ ເຫດການເຈົ້າໜ້າທີ່ຂັ້ນບ້ານ ຢູ່ບ້ານກະລຶມວັງແຂ້ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຈຳນວນ 15 ຄົນ ແລະ ຊາວບ້ານອີກ 40 ຄົນ ທີ່ໄດ້ພາກັນ ບຸກໄປມ້າງເຮືອນຫຼັງໜຶ່ງ ທີ່ຊາວຄຣິສຕຽນລາວ ໃນບ້ານດັ່ງກ່າວ ໃຊ້ເປັນບ່ອນ ນະມັດສະການພຣະເຈົ້າ ປະຈຳສັບປະດາ ພ້ອມທັງຈູດເຜົາ ພຣະຄຳພີ, ເຊິ່ງເກີດຂຶ້ນ ເມື່ອວັນທີ 4 ກຸມພາ ທີ່ຜ່ານມານັ້ນ.

ຫຼ້າສຸດ ມີລາຍງານເພີ່ມຕື່ມວ່າ ທາງອຳນາດການປົກຄອງ ເມືອງຊົນນະບູລີ ກໍໄດ້ໃຫ້ການຄຸ້ມຄອງ ແກ່ຊາວຄຣິສຕຽນລາວ ໃນບ້ານດັ່ງກ່າວ ແລະ ແຈ້ງໃຫ້ທາງເຈົ້າໜ້າທີ່ຂັ້ນບ້ານ ມາທຳການຂໍອະໄພ ຕໍ່ເຫດການ ທີ່ເກີດຂຶ້ນ ແລະ ໃຫ້ມີການຈັບມືກັນ ສ້າງຄວາມສາມັກຄີ ພ້ອມທັງໃຫ້ ເຈົ້າໜ້າທີ່ຂັ້ນບ້ານ ແລະ ຊາວບ້ານ ຊ່ອຍກັນສ້ອມແປງເຮືອນ ທີ່ຖືກມ້າງນັ້ນ ເພື່ອໃຫ້ກັບມາເປັນ ສະຖານທີ່ ນະມັດສະການພຣະເຈົ້າ ຂອງຊາວຄຣິສຕຽນລາວ, ເຊິ່ງກໍເປັນທີ່ໜ້າພໍໃຈ ແກ່ຊາວຄຣິສຕຽນລາວ ໃນບ້ານດັ່ງກ່າວ.

ດັ່ງຊາວຄຣິສຕຽນລາວ ທ່ານໜຶ່ງ ຢູ່ບ້ານກະລຶມວັງແຂ້ ກ່າວວ່າ:

“ທາງນາຍບ້ານແຫຼະ ເປັນຜູ້ບຸກລຸກ ເປັນຜູ້ມາເຮັດ, ແຕ່ວ່າດຽວນີ້ຫັ້ນ ທາງຂັ້ນເທິງຫັ້ນ ເຂົາເຈົ້າໄດ້ໄກ່ເກ່ຍແລ້ວດຽວນີ້. ແຕ່ວ່າ ເພິ່ນມາຂໍໂທດແລ້ວແຫຼະ ອະໄພກັນ ເຊິ່ງກັນ ແລະ ກັນ ເພິ່ນໄດ້ສ້ອມແປງແລ້ວ. ກະຊວງ ກະເຂົາເຈົ້າອະນຸຍາດ ໃບເອກະສານ ໄດ້ເຮັດໂບດໄດ້ແລ້ວ. ດຽວນີ້ ເຂົາອະນຸຍາດໃຫ້ເຮັດ.”

ສ່ວນເຈົ້າໜ້າທີ່ ແນວລາວສ້າງຊາດ ທ່ານໜຶ່ງ ໄດ້ກ່າວເຖິງການເຄື່ອນໄຫວ ຂອງຜູ້ທີ່ເຊື່ອຖື ສາສະໜາຄຣິສຕຽນ ໃນລາວ ຕໍ່ນັກຂ່າວວິທຍຸເອເຊັຽເສຣີ ວ່າ ສ່ວນໃຫຍ່ແລ້ວ ການເຄື່ອນໄຫວ ທາງດ້ານສາສະໜາຄຣິສຕຽນ ໃນລາວ ກໍຖືວ່າມີການເຄື່ອນໄຫວ ໃນແນວທາງທີ່ດີ ແລະ ປະຕິບັດຕາມລະບຽບ ຂອງລັດ, ແຕ່ກໍມີຊາວຄຣິສຕຽນລາວ ຈຳນວນໜຶ່ງ ທີ່ເຄື່ອນໄຫວ ທາງດ້ານສາສະໜາ ແບບບໍ່ຖືກຕ້ອງ ເປັນຕົ້ນວ່າ ມີການໂຄສະນາ ໃຫ້ຜູ້ອື່ນ ມາເຊື່ອຖື ສາສະໜາຄຣິສຕຽນ ແບບບໍ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ເຂົ້າຮ່ວມຮີດຄອງ ປະເພນີ ຂອງບ້ານ ຮ່ວມກັບຊາວບ້ານ ທີ່ເຊື່ອຖືກຜີ ຫຼືສາສະໜາອື່ນໆ ຈຶ່ງເປັນສາເຫດຫຼັກ ທີ່ເຮັດໃຫ້ ເຈົ້າໜ້າທີ່ຂັ້ນບ້ານ ແລະ ຊາວບ້ານຄົນອື່ນໆ ບໍ່ພໍໃຈ ຈຶ່ງມີການຂັບໄລ່ ຜູ້ທີ່ເຊື່ອຖື ສາສະໜາຄຣິສຕຽນ ອອກຈາກບ້ານ ພ້ອມທັງບໍ່ຮັບຮອງ ເປັນສະມາຊິກ ຂອງບ້ານອີກ.

ດັ່ງທ່ານກ່າວວ່າ:

“ກະມີຈຳນວນໜຶ່ງ ກະມີຫຼາຍບ້ານຢູ່ ເຂົາເຈົ້າກໍເຄື່ອນໄຫວ ກໍໄດ້ດີ. ກໍມີຈຳນວນໜຶ່ງ ກໍມີສວຍໃຊ້ຊື່ໆ ບໍ່ແມ່ນບໍ່ໃຫ້ຖື, ແຕ່ວ່າ ມັນກໍມີບາງຄອບຄົວ ບາງກຸ່ມຄົນ ຈຳນວນນຶ່ງນ່າ ຖືກນຳໃຊ້ນ່າ ໃຊ້ໃນທາງທີ່ບໍ່ຖືກຕ້ອງ, ຫັ້ນນ່າ. ຂັດຕໍ່ລະບຽບ ຂອງບ້ານເບາະ ອັນນັ້ນອັນນີ້ເບາະ ເຮົາຖືສາສະໜາແລ້ວ ເຮົາບໍ່ໄປຮ່ວມພິທີ ທາງຮີດຄອງເຜົ່າອື່ນບໍ່. ບາງເທື່ອມີການຂໍ້ຂັດແຍ້ງກັນ ໄທເຮົາກໍໄດ້ແກ້ ໄດ້ສຶກສາອົບຮົມ.”

ສຳລັບປີ 2023 ທີ່ຜ່ານມາ ກໍເປັນອີກປີນຶ່ງ ທີ່ຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ຍັງຖືກຂົ່ມເຫງ ແລະ ຖືກຂັບໄລ່ ອອກຈາກບ້ານ ເປັນຕົ້ນວ່າ ເມື່ອວັນທີ 3 ກັນຍາ ປີ 2023 ຊາວຄຣິສຕຽນລາວ ຄອບຄົວໜຶ່ງ ທີ່ມີສະມາຊິກ ໃນຄອບຄົວ 2 ຄົນ ເປັນເພດຊາຍ ຢູ່ບ້ານຕາປົງ, ເມືອງສະໝ້ວຍ ແຂວງສາລະວັນ ໄດ້ຖືກນາຍບ້ານ ແລະ ຊາວບ້ານ ຈຳນວນໜຶ່ງ ພາຍໃນບ້ານດຽວກັນ ລວມທັງ ເຈົ້າໜ້າທີ່ຂັ້ນເມືອງ ອີກຈຳນວນນຶ່ງ ມາບຸກມ້າງເຮືອນ ຂອງເຂົາເຈົ້າ ພ້ອມທັງໄລ່ອອກຈາກບ້ານ ພາຍຫຼັງທີ່ເຮັດພິທີ ນະມັດສະການພຣະເຈົ້າ ຢູ່ເຮືອນ ຍ້ອນທາງບ້ານ ບໍ່ພໍໃຈ ທີ່ຊາວຄຣິສຕຽນລາວ ຄອບຄົວດັ່ງກ່າວ ບໍ່ເຂົ້າຮ່ວມຮີດຄອງ ປະເພນີ ຂອງບ້ານ ແລະ ບໍ່ປະລະ ການເຊື່ອຖື ສາສະໜາຄຣິສຕຽນ.

ແລະ ກ່ອນໜ້ານັ້ນ, ເມື່ອວັນທີ 19 ກໍຣະກະດາ 2023, ຊາວຄຣິສຕຽນລາວ ຄອບຄົວໜຶ່ງ ທີ່ມີສະມາຊິກໃນຄອບຄົວທັງໝົດ 6 ຄົນ ຢູ່ບ້ານຕັ່ງຫວາຍນ້ຳ, ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຖືກຜູ້ບໍ່ຫວັງດີກຸ່ມໜຶ່ງ ມາລັກມ້າງຕູບ ແລະ ຖຽງນາ ຂອງຄອບຄົວຖິ້ມ ຍ້ອນບໍ່ພໍໃຈ ທີ່ຄອບຄົວດັ່ງກ່າວ ເຊື່ອຖືສາສະໜາຄຣິສຕຽນ ເຮັດໃຫ້ສະມາຊິກໃນຄອບຄົວ ຂາດບ່ອນຢູ່ອາໄສຊົ່ວຄາວ ເນື່ອງຈາກໄດ້ໃຊ້ຕູບ ຢູ່ຖຽງນາ ເປັນບ່ອນຢູ່ອາໄສ.

ແລະ ບໍ່ພຽງແຕ່ເທົ່ານັ້ນ, ເມື່ອປະມານວັນທີ 15 ເດືອນມົກຣາ 2023 ຄຣູສອນ ສາສະໜາຄຣິສຕຽນ ທ່ານໜຶ່ງ ພ້ອມກັບຊາວຄຣິສຕຽນລາວ ອີກ 15 ຄອບຄົວ, ເຊິ່ງເປັນຊົນເຜົ່າອາຄາ ຢູ່ບ້ານໃໝ່, ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໄດ້ຖືກເຈົ້າໜ້າທີ່ຂັ້ນບ້ານ ຂັບໄລ່ອອກຈາກບ້ານ. ສາເຫດທີ່ຖືກໄລ່ ອອກຈາກບ້ານ ກໍຍ້ອນວ່າ ເຈົ້າໜ້າທີ່ບໍ່ພໍໃຈ ທີ່ຊາວຄຣິສຕຽນລາວ ດັ່ງກ່າວ ໄດ້ຫັນມານັບຖື ສາສະໜາຄຣິສຕຽນ ແທນການນັບຖືຜີ ຕາມຄວາມເຊື່ອ ຂອງຊົນເຜົ່າອາຄາ, ເຊິ່ງທັງ 3 ເຫດການດັ່ງກ່າວນັ້ນ, ມາຮອດປັດຈຸບັນ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ ຢ່າງຈິງຈັງ ຈາກພາກສ່ວນ ທີ່ກ່ຽວຂ້ອງເທື່ອ.

ຫຼືອີກກໍລະນີໜຶ່ງ ທີ່ສ້າງຄວາມສະເທືອນຂວັນ ຕໍ່ຊາວຄຣິສຕຽນລາວ ຢ່າງທີ່ສຸດ, ເຊິ່ງກໍຄື ການຄາດຕະກຳ ອາຈານ ສີ ແສງມະນີ ຄຣູສອນ ສາສະໜາຄຣິສຕຽນ ຊາວລາວ ອາຍຸ 48 ປີ ໃນເວລານັ້ນ ທີ່ເປັນຊາວບ້ານ ບ້ານດອນແກ້ວ, ເມືອງນາກາຍ ແຂວງຄຳມ່ວນ ທີ່ຖືກຄາດຕະກັມ ຢ່າງໂຫດຫ້ຽມ ແລະ ພົບສົບ ຢູ່ປ່າແຫ່ງໜຶ່ງ ໃນເມືອງທ່າແຂກ ແຂວງຄຳມ່ວນ ເມື່ອປີ 2022 ນັ້ນ. ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດ ແຂວງຄຳມ່ວນ ກໍບໍ່ສາມາດ ແກ້ໄຂຄະດີນີ້ໄດ້ເທື່ອ ແລະ ຍັງບໍ່ສາມາດຈັບ ພວກຄົນຮ້າຍ ທີ່ຂ້າອາຈານ ສີ ມາດຳເນີນຄະດີ ຕາມກົດໝາຍ ຈຶ່ງເປັນການຕອກຢ້ຳວ່າ ຄະດີໃດໆກໍຕາມ ທີ່ຊາວຄຣິສຕຽນລາວ ເປັນຜູ້ຖືກກະທຳ ກໍມັກບໍ່ໄດ້ຮັບການແກ້ໄຂ ແລະ ໃຫ້ຄວາມຍຸຕິທັມ ຢ່າງທັນເວລາ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.