ນັກລົງທຶນຈີນ ເຣີ່ມປູກໝາກຖົ່ວວລຽນ ໃນເຂດເສດຖະກິຈພິເສດ ສາມຫຼ່ຽມຄຳ
2024.03.14
ປັດຈຸບັນນັກລົງທຶນຈີນ ກຸ່ມໜຶ່ງເຣີ່ມປູກສວນຖົ່ວລຽນ ຈໍານວນຫຼາຍກ່ວາ 6,000 ຕົ້ນ ໃນເນື້ອທີ່ປະມານ 60 ເຮັກຕ້າຣ໌ ຢູ່ພາຍໃນເຂດເສດຖະກິຈ ພິເສດສາມຫຼ່ຽມ ຄຳເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍໃຊ້ເນື້ອທີ່ປູກບໍລິເວນ ທີ່ຢູ່ໃຫ້ສະໜາມບິນ ບໍ່ແກ້ວ ເຊິ່ງໄດ້ກາຍເປັນສວນປູກຖົ່ວລຽນ ທີ່ໃຫຍ່ທີ່ສຸດໃນແຂວງພາກເໜືອ.
ອີງຕາມຂໍ້ມູນ ແລະ ຄລິບວິດີໂອ ຈາກເຟສບຸກ ທີ່ນີ່ສາມຫຼ່ຽມຄຳ ເມື່ອວັນທີ 13 ມີນາ 2024. ກ່ຽວກັບເລື່ອງນີ້ເຈົ້າໜ້າທີ່ ປະຈໍາເຂດເສດຖະກິຈ ພິເສດສາມຫຼ່ຽມຄໍາ ກ່າວວ່າສໍາລັບຣາຍລະອຽດຂອງການເຮັດສວນຖົ່ວລຽນ ດັ່ງກ່າວນັ້ນ ທ່ານເອງກໍບໍ່ຮູ້ຄັກແນ່ເທື່ອ ມີແຕ່ເຫັນຜ່ານທາງສື່ສັງຄົມອ໋ອນລາຍນ໌ ແລະກໍຍັງບໍ່ຮູ້ຄັກແນ່ວ່າການປູກຖົ່ວລຽນ ຢູ່ພາຍໃນເຂດແຫ່ງນີ້ ປູກຂຶ້ນເພື່ອສະໜອງໝາກຖົ່ວລຽນ ຢູ່ພາຍໃນປະເທດ ຫຼື ສົ່ງໄປຂາຍທີ່ປະເທດຈີນ ແຕ່ກໍເຊື່ອ ວ່າສ່ວນໜຶ່ງແມ່ນຕ້ອງໄດ້ຂາຍ ຢູ່ພາຍໃນປະເທດລາວເພື່ອຫຼຸດຜ່ອນ ການນໍາເຂົ້າໝາກຖົ່ວລຽນ ຈາກປະເທດໄທຍ.
ດັ່ງທ່ານກ່າວຕໍ່ວິທະຍຸເອເຊັຍເສຣີ ວັນທີ 14 ມີນານີ້ວ່າ:
“ເຮົາກາບໍ່ຮູ້ເດີ້ເນື້ອທີ່ມັນສໍ່າໃດ ເພາະວ່າສ່ວນໃຫຍ່ແລ້ວກາສິນຄ້າ ປະເພດຖົ່ວລຽນກາມາຈາກໄທຍ ຫຼາຍເດ້ມາຈຳໜ່າຍຢູ່ໃນຕາມຫຼັກທົ່ວໄປ ແລ້ວຖ້າວ່າເຮົາມີພາຍໃນ ແລ້ວເຮົາກກາຢຸດຕິການນຳເຂົ້າອັນນີ້.”
ເຈົ້າຂອງສວນຖົ່ວລຽນ ທີ່ຮູ້ຂ່າວດັ່ງກ່າວກໍເຊື່ອວ່າ ການເຮັດສວນປູກໝາກຖົ່ວລຽນ ຂະໜາດໃຫຍ່ຢູພາຍໃນເຂດດັ່ງກ່າວໃນເນື້ອທີ່ ຫຼາຍເຮັກຕ້າຣ໌ ຕ້ອງມີເປົ້າໝາຍເພື່ອນໍາສົ່ງຂາຍໄປ ຍັງປະເທດຈີນຫຼາຍກ່ວາທີ່ຈະຈຳໜ່າຍ ຢູ່ພາຍໃນປະເທດລາວ ເພາະວ່າປູກເປັນຈຳນວນຫຼາຍ.
ດັ່ງທ່ານກ່າວວ່າ:
“ສາມຫຼ່ຽມຄໍານີ້ແມ່ນປູກຫຼາຍ ເພາະວ່າລັດຖະບານກາໃຫ້ພື້ນທີ່ ເຂົາເຈົ້າຫຼາຍເຂົາເຈົ້າປູກເປັນໜ່ວຍພູ ສຸດສາຍຫູສາຍຕາ ແລະເຂົາເຈົ້າຫາຊິເລີ່ມປູກໄດ້ຜົນຜະລິດ ກາຄືວ່າຈັ່ງ 4-5 ປີຂ້າງໜ້າພຸ້ນແຫຼະ ແຕ່ວ່າເພິ່ນກາປູກແຕ່ສາຍພັນ ມູຊັງຄິງສ່ວນຫຼາຍນ່າ. ແນ່ນອນເຂົາເຈົ້າ ຕ້ອງຂາຍຈີນເນາະ ເພາະວ່າຜລິດມາຫາສານຫັ້ນນ່າ.”
ທ່ານກ່າວຕື່ມວ່າ ການປູກຖົ່ວລຽນຢູ່ເຂດດັ່ງກ່າວກໍຄິດວ່າ ຈະບໍ່ເປັນການແຂ່ງຂັນກັບ ຜູ້ປູກຖົ່ວລຽນໃນລາວເພາະວ່າ ມີແຜນຕະຫຼາດທີ່ແຕກຕ່າງກັນ ຢູ່ແລ້ວເຊິ່ງຄົນລາວຜູ້ປູກຖົ່ວລຽນສ່ວນໃຫຍ່ ກໍຈຳໜ່າຍຢູ່ແຕ່ພາຍໃນປະເທດ ເພາະວ່າປູກບໍ່ຫຼາຍເທົ່ານັກລົງທຶນຈີນ ຢູ່ແລ້ວ.
ເຈົ້າຂອງສວນໝາກຖົ່ວລຽນ ອີກແຫ່ງໜຶ່ງກໍເຊື່ອວ່າ ນັກລົງທຶນຈີນ ທີ່ປູກຖົ່ວລຽນຢູ່ໃນເຂດເສດຖະກິຈພິເສດສາມຫຼ່ຽມຄຳ ກໍຕ້ອງມີແຜນທີ່ຈະຜລິດ ໝາກຖົ່ວລຽນ ເພື່ອນໍາໄປສົ່ງຂາຍຢູ່ປະເທດຈີນ ໂດຍສະເພາະຄືກັນ ກັບນັກລົງທຶນຈີນ ອີກຈຳນວນຫຼາຍບໍຣິສັດ ທີ່ມາລົງທຶນປູກໝາກຖົ່ວລຽນ ຢູ່ຫຼາຍແຂວງໃນລາວ ໃນກ່ອນໜ້ານີ້ກໍລ້ວນແຕ່ ເກັບກ່ຽວຜົນຜລິດນໍາສົ່ງໄປຂາຍ ປະເທດຈີນເປັນຫຼັກ.
ດັ່ງທ່ານໄດ້ກ່າວວ່າ:
“ຕາມຄິດນ່າຕ້ອງສົ່ງອອກຈີນ ທັງໝົດດຽວນີ້ມັນມີຫຼາຍບໍຣິສັດເດ ປູກຢູ່ຫີນເຫີບປູກຢູ່ວັງຽງ ຢູ່ວັງວຽງກາຫຼາຍໝື່ນຕົ້ນໃດຢູ່ຫີນເຫີບນີ້ ກະມີບໍຣິສັດຂອງຈີນ ມາລົງທຶນຢູ່ຫັ້ນປູກຫຼາຍໝື່ນຕົ້ນເດ້. ຕ້ອງສົ່ງໄປຈີນໝົດຫາກວ່າມັນເຫຼືອ ຂາຍຄົນລາວຖ້າມີພໍ່ຄ້າລາຍໃຫຍ່ ມາຊື້ກາຕ້ອງຂາຍໃຫ້ຈີນ ຄືເກົ່າຫັ້ນແຫຼະ.”
ເຈົ້າຂອງສວນຖົ່ວລຽນ ອີກສວນໜຶ່ງກ່າວວ່າ ປັດຈຸບັນສວນຖົ່ວລຽນຫຼາຍແຫ່ງ ຂອງຄົນລາວກໍບໍ່ທັນສົ່ງໝາກຖົ່ວລຽນໄປ ຂາຍທີ່ປະເທດຈີນໄດ້ເທື່ອ ຍ້ອນຕະຫຼາດໃນປະເທດຈີນສ່ວນໃຫຍ່ບໍ່ສົນໃຈ ທີ່ຈະຮັບຊື້ໝາກຖົ່ວລຽນ ຂອງລາວ ເນື່ອງຈາກຍັງໄດ້ຜົນຜລິດໜ້ອຍ ຈຶ່ງຍັງບໍ່ສາມາດຕອບສະໜອງ ໃຫ້ແກ່ຕະຫຼາດຈີນໄດ້ເທື່ອ.
ດັ່ງນາງກ່າວວ່າ:
“ແມ່ນແຫຼະຂາຍພາຍໃນຈີນນີ້ ຍັງສົ່ງອອກບໍ່ທັນໄດ້ຈີນຍັງບໍ່ທັນຮອງຮັບຖົ່ວລຽນ ຈາກປະເທດລາວ ຍັງມີບໍ່ທັນຫຼາຍເພິ່ນເລີຍບໍ່ທັນໄດ້ສົ່ງໄປຈີນ.”
ສຳລັບສວນໝາກຖົ່ວລຽນ ຂອງນັກລົງທຶນຈີນ ທີ່ປູກຢູ່ໃນລາວກ່ອນໜ້ານີ້ ກໍບໍ່ໄດ້ມີການຂາຍໃຫ້ພໍ່ຄ້າ-ແມ່ຄ້າຄົນລາວເທື່ອ. ສ່ວນຫຼາຍພໍ່ຄ້າ-ແມ່ຄ້າລາວ ຍັງນໍາເຂົ້າໝາກຖົ່ວລຽນ ຈາກປະເທດໄທຍ ມາຂາຍຕາມຕະຫຼາດ ແລະ ກໍຮັບຊື້ຈາກສວນຂອງຄົນລາວ ລາຄາປະມານ 90,000 ກີບຕໍ່ກິໂລ.
ດັ່ງແມ່ຄ້າຂາຍໝາກຖົ່ວລຽນ ນາງກ່າວວ່າ:
“ຂອງເຮົາຮັບຊື້ມາແຕ່ກຸງເທບ ສ່ວນຫຼາຍຮ້ານເຮົາມີແຕ່ນໍາເຂົ້າ ມາແຕ່ໄທຍ ຢ່າງດຽວ ແຕ່ວ່າຊ່ວງນີ້ງົດອີກປະມານ 10 ປາຍມື້ນີ້ແຫຼະ ຂອງລາວກາມີຢູ່ແຕ່ມັນ ຈະຂາຍຊ່ວງປະມານເດືອນ 7.”
ສໍາລັບການສົ່ງໝາກຖົ່ວລຽນ ຈາກລາວໄປຈີນ ລວມທັງຈາກໄທຍຜ່ານລາວ ໄປຈີນປັດຈຸບັນໄດ້ມີການຂົນສົ່ງຜ່ານເສັ້ນທາງຣົຖ ໄຟ ລາວ-ຈີນ ໂດຍໃຊ້ເວລາຂົນສົ່ງ ປະມານ 3 ມື້ ຈຶ່ງຮອດເມືອງຄຸນໝິງ ເຊິ່ງຜູ້ປະກອບການສວນ ໝາກຖົ່ວລຽນ ຈາກປະເທດໄທຍໄດ້ມີການສົ່ງໝາກຖົ່ວລຽນ ຜ່ານຣົຖໄຟລາວ-ຈີນຫຼາຍທີ່ສຸດ ເພາະໃຊ້ໄລຍະເວລາໜ້ອຍ ຈາກທີ່ເຄີຍຂົນສົ່ງທາງເຮືອ ບັນທຸກສິນຄ້າ ທີ່ໃຊ້ເວລາປະມານ 5-7 ມື້.