ເຈົ້າໜ້າທີ່ ເມືອງດາກຈຶງ ຮື້ຖອນປ້າຍ ທີ່ບໍ່ຖືກຕາມລະບຽບກົດໝາຍ

ສຸພັດຕາ
2024.03.15
ເຈົ້າໜ້າທີ່ ເມືອງດາກຈຶງ ຮື້ຖອນປ້າຍ ທີ່ບໍ່ຖືກຕາມລະບຽບກົດໝາຍ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງດາກຈຶງ ແຂວງເຊກອງ ໄດ້ລົງກວດກາ ແລະ ຮື້ຖອນປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຳນວນ 10 ປາຍປ້າຍ.
ຂໍຂອບໃຈຮູບພາບຈາກເພຈ Lao National Radio

ໃນວັນທີ 13 ເດືອນມີນາ ປີ 2024 ທີ່ຜ່ານມາ, ຫ້ອງການຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເມືອງດາກຈຶງ ແຂວງເຊກອງ ໄດ້ລົງກວດກາ ແລະ ຮື້ຖອນປ້າຍໂຄສະນາ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຳນວນ 10 ປາຍປ້າຍ ຊຶ່ງປ້າຍສ່ວນຫຼາຍ ເປັນຂອງຮ້ານຄ້າ ແລະ ຮ້ານອາຫານ ຂອງຊາວວຽດນາມ ແລະ ຊາວຈີນ ທີ່ມີການໃຊ້ໂຕພາສາລາວ ບໍ່ຖືກຕ້ອງ ຫຼື ໃສ່ໂຕພາສາວຽດນາມ ຫຼື ພາສາຈີນ ໃຫຍ່ກວ່າໂຕພາສາລາວ ຫຼື ໃຊ້ແຕ່ໂຕພາສາວຽດນາມ ຫຼື ພາສາຈີນ ພຽງພາສາດຽວ ໂດຍບໍ່ມີພາສາລາວ.

ກ່ຽວກັບເຣື່ອງທີ່ວ່ານີ້, ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ທ່ານນຶ່ງ ຢູ່ແຂວງເຊກອງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມີນາ ນີ້ວ່າ ປ້າຍ ທີ່ຖືກຮື້ຖອນຈຳນວນນຶ່ງ ກໍຍ້ອນໃຊ້ພາສາລາວບໍ່ຖືກຕ້ອງ ເປັນຕົ້ນ: ການໃຊ້ແບບອັກສອນ “ດອກຈຳປາ” ຊຶ່ງເຮັດໃຫ້ການລຽນໂຕອັກສອນຜິດ ຈົນບໍ່ສາມາດອ່ານໄດ້, ການໃຊ້ຄຳພາສາລາວ ທີ່ແປຈາກ ພາສາວຽດນາມ ຫຼື ພາສາຈີນ ທີ່ຜິດຄວາມໝາຍ ແລະ ການໃຊ້ສີພື້ນ ຫຼື ສີໂຕໜັງສື ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ກະມີທັງພາສາວຽດ, ມີທັງພາສາລາວ, ມີທັງພາສາຈີນ. ໂຕທີ່ເປັນພາສາລາວ ແມ່ນ ພາສາລາວຫັ້ນກະບໍ່ຖືກຕ້ອງເນາະ ເວົ້າໂຕຢ່າງ ໃຊ້ຟອນທ໌ ດອກຈຳປາ. ສອງມາກະ ພາສາຖືກຕ້ອງ ແຕ່ວ່າພື້ນສີ ບໍ່ຖືກຕ້ອງ ສີໂຕໜັງສືບໍ່ຖືກຕ້ອງ ຕາມກົດໝາຍປ້າຍ ກະຕ້ອງໄດ້ຮື້.

ທາງດ້ານເຈົ້າຂອງຮ້ານປ້າຍ ຜູ້ນຶ່ງ ຢູ່ແຂວງເຊກອງ ກ່າວວ່າ ຢູ່ໃນເຂດເທສບານແຂວງ ກໍມີຮ້ານປ້າຍ ພາສາວຽດນາມຫຼາຍຢູ່ ຍ້ອນມີຊາວວຽດນາມ ເຂົ້າມາເປີດຮ້ານຄ້າ ແລະ ຮ້ານອາຫານ ເປັນຈຳນວນຫຼາຍ. ຊຶ່ງລາວ ກໍເຄີຍເຮັດປ້າຍໃຫ້ ທັງສຳລັບກອງປະຊຸມ ທາງຣັຖການ ລາວ-ວຽດນາມ ແລະ ປ້າຍຮ້ານຄ້າ ໂດຍຕ້ອງໄດ້ເຮັດຕາມລະບຽບກົດໝາຍວາງອອກ.

ແມ່ນໆໆ ມີ ພາສາວຽດນາມ ຫຼາຍຢູ່. ເຮົາຕ້ອງເຮັດຕາມແບບຫັ້ນແຫຼະ ເພາະວ່າ ຄືວ່າ ເຮົາກະເຮັດໃຫ້ ລາວ-ວຽດນາມ ກອງປະຊຸມ. ຖ້າຮ້ານຄ້າ ເຮົາກະເຮັດໃຫ້ຊູ່ປ້າຍ. ຮ້ານຄ້າ ເຮົາກະຕ້ອງເອົາພາສາລາວຂຶ້ນກ່ອນອ້າຍ, ພາສາວຽດຢູ່ລຸ່ມ. ສີຟ້າ, ສີຂາວ, ສີເຫຼືອງ ຈັ່ງຊິໄດ້, ສີແດງຈັ່ງຊີ້ນ່າ.

ຂະນະທີ່ ຜູ້ປະກອບການຮ້ານຄ້າ ນາງນຶ່ງ ຢູ່ແຂວງເຊກອງ ກ່າວວ່າ ໄລຍະຜ່ານມາ, ເຈົ້າໜ້າທີ່ກໍລົງກວດກາ ແລະ ຮື້ຖອນປ້າຍ ເປັນໄລຍະໆ ແຕ່ກໍບໍ່ໄດ້ຫຼາຍເທື່ອປານໃດ. ຊຶ່ງຮ້ານຂອງນາງ ກໍໄດ້ເຮັດປ້າຍຕາມລະບຽບການ ໂດຍເອົາພາສາລາວຂຶ້ນເທິງພາສາຈີນ ຈຶ່ງບໍ່ເຄີຍຖືກເຈົ້າໜ້າທີ່ ຮື້ຖອນ.

ບໍ່, ບໍ່ຫຼາຍນ່າ. ບາງທີເຂົາກໍລົງເປັນຊ່ວງ. ດົນໆແນ່ ເຂົາກະລົງເທື່ອນຶ່ງຫັ້ນນ່າ. ມີແຕ່ຄັນເຮົາ ເຮັດຖືກຫຼັກແທ້ ກະບໍ່ເປັນຫຍັງແຫຼະ. ຄັນເຮົາເຮັດແທ້ ເຮັດພື້ນສີເຫຼືອງ ໜັງສືສີແດງ ພາສາລາວຕ້ອງໃຫຍ່ກວ່າພາສາຈີນ ພາສາລາວ ຕ້ອງຂຶ້ນຢູ່ເທິງ.

ໂດຍ ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ການລົງໄປກວດກາ ແລະ ຮື້ຖອນປ້າຍຂອງເຈົ້າໜ້າທີ່ ເປັນການຈັດຕັ້ງປະຕິບັດ ຕາມລະບຽບກົດໝາຍ ຊຶ່ງທີ່ຜ່ານມາ, ທາງພາກສ່ວນກ່ຽວຂ້ອງ ກໍຖືກປະຊາຊົນຈຳນວນນຶ່ງທັກທ້ວງ ໃຫ້ລົງມາກວດກາ. ນອກຈາກນີ້ແລ້ວ, ການກວດກາດັ່ງກ່າວ ກໍຍັງເປັນການກະຕຣຽມ ໃຫ້ແກ່ການ ເປີດປີທ່ອງທ່ຽວລາວ ແລະ ງານບຸນຊ່ວງເຮືອ ຂອງເມືອງດາກຈຶງ ແຂວງເຊກອງ ນຳດ້ວຍ.

ເຮັດແນວໃດ ຄືແນວນັ້ນແຫຼະ ປະໄວ້ຫຼາຍກະ ມັນກະຫຼາຍຄົນ ທ້ວງແນ່ ເປັນແນວໃດ ການຄຸ້ມຄອງປ້າຍ ຄືວ່າປ່ອຍປະລະເລີຍຫັ້ນນ່າ. ມັນກະບາດນີ້ ໃນຊ່ວງທ້າຍເດືອນນີ້ ພວກເຮົາກະກຽມໃສ່ບຸນຊ່ວງເຮືອແນ່ ງານເປີດປີທ່ອງທ່ຽວແນ່ ຫັ້ນເດ້. ແມ່ນໆ ທ້າຍເດືອນ 3.

ໃນໄລຍະທີ່ຜ່ານມາ, ເຈົ້າໜ້າທີ່ກວດກາ ແລະ ຮື້ຖອນປ້າຍ ຂອງຫ້ອງການ ຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເມືອງດາກຈຶງ ແຂວງເຊກອງ ກໍໄດ້ມີການກວດກາ ແລະ ຮື້ຖອນປ້າຍໂຄສະນາ ທີ່ຜິດລະບຽບກົດໝາຍມາແລ້ວເທື່ອນຶ່ງ ໃນເດືອນມົກກະຣາ ປີ 2023.

ເຊັ່ນດຽວກັບ ເຈົ້າໜ້າທີ່ ຂແນງການຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ຢູ່ຫຼາຍແຂວງ ກໍໄດ້ມີການກວດກາ ແລະ ຮື້ຖອນປ້າຍທີ່ຜິດລະບຽບການ ເປັນຕົ້ນ ໃນເດືອນກຸມພາ 2024, ຫ້ອງການຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງກວດກາ ແລະ ຮື້ຖອນປ້າຍໂຄສະນາ, ປ້າຍບອກຊື່ຫ້າງຮ້ານ ທີ່ເປັນພາສາຈີນ ແລະ ພາສາຕ່າງປະເທດອື່ນໆ ລວມທັງ ປ້າຍທີ່ຕິດລາຄາ ເປັນເງິນຕຣາຕ່າງປະເທດ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ. ຜົລການກວດກາ ຄັ້ງນີ້ ພົບປ້າຍ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຈຳນວນ 30 ປາຍປ້າຍ. ທາງເຈົ້າໜ້າທີ່ກ່ຽວຂ້ອງ ຈຶ່ງໄດ້ເຮັດບົດບັນທຶກ ນຳເຈົ້າຂອງທຸຣະກິຈ ແລະ ຮື້ຖອນປ້າຍດັ່ງກ່າວ.

ໃນປີ 2019 ທີ່ຜ່ານມາ, ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ອອກແຈ້ງການ ຫ້າມບັນດາບໍຣິສັດ ທັງຣັຖວິສາຫະກິຈ ແລະເອກະຊົນ ລວມທັງ ຜູ້ປະກອບການຜລິດ, ນຳເຂົ້າ-ສົ່ງອອກ ແລະຈຳໜ່າຍ ແລະບໍຣິສັດຜູ້ຜລິດໂຄສະນາ, ອອກແບບ ຜລິດ ແລະ ຕິດຕັ້ງປ້າຍ ໃຫ້ຢຸດໂຄສະນາເຄື່ອງດື່ມ ທີ່ມີທາດເຫຼົ້າ ທຸກປະເພດ ເປັນຕົ້ນແມ່ນ ຜລິດ, ຕິດຕັ້ງປ້າຍໂຄສະນາ ຢູ່ຕາມສາຍທາງ ແລະສະຖານທີ່ຕ່າງໆ, ການໂຄສະນາ ທາງສື່ມວນຊົນ ທຸກປະເພດ ແລະກິຈກັມການສົ່ງເສີມການຂາຍ ແລະອື່ນໆ ທີ່ເປັນການຊັກຊວນການດື່ມ.

ອີງຕາມກົດໝາຍ ວ່າດ້ວຍປ້າຍ ປີ 2018 ລະບຸວ່າ: ໃນກໍຣະນີທີ່ປ້າຍໃດນຶ່ງ ຫາກໃຊ້ທັງພາສາລາວ ແລະ ພາສາຕ່າງປະເທດ, ໂຕອັກສອນລາວ ຈະຕ້ອງໃຫຍ່ກວ່າ ແລະ ຂຽນຢູ່ດ້ານເທິງ ຫຼື ດ້ານຂວາ ຂອງໂຕອັກສອນຕ່າງປະເທດ ໂດຍໂຕອັກສອນຕ່າງປະເທດ ຈະຕ້ອງບໍ່ມີຂນາດໃຫຍ່ເກີນກວ່າ 2/3 ຂອງໂຕອັກສອນລາວ. ສ່ວນໃນກໍຣະນີ ທີ່ປ້າຍຫາກມີເຄື່ອງໝາຍການຄ້າ, ໂຕອັກສອນພາສາລາວ ຈະຕ້ອງຂຽນໃສ່ດ້ານເທິງ ຂອງເຄື່ອງໝາຍການຄ້າ ທີ່ມີພາສາຕ່າງປະເທດ.

ກົດໝາຍດັ່ງກ່າວ ຍັງລະບຸວ່າ ຖ້າຫາກຜູ້ດຳເນີນທຸຣະກິຈກ່ຽວກັບປ້າຍ ຫາກລະເມີດຂໍ້ກຳນົດ ກົດໝາຍນີ້ ຈະນຳໄປສູ່ການຖືກສັ່ງໂຈະ ຫຼື ຍົກເລີກກິຈການໄດ້ ໂດຍອົງການທີ່ອະນຸຍາດ ກ່ຽວກັບປ້າຍ ຈະແຈ້ງເຕືອນເປັນລາຍລັກອັກສອນ ໃຫ້ຜູ້ປະກອບການແກ້ໄຂ ຫຼື ປັບປຸງ ກ່ອນທີ່ຈະອະນຸຍາດ ໃຫ້ດຳເນີນກິຈການຄືນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.