ເຈົ້າໜ້າທີ່ ເມືອງຕົ້ນເຜິ້ງ ຮື້ຖອນປ້າຍທີ່ຜິດລະບຽບ

ພອນ ພູມມີທອນ
2024.02.15
ເຈົ້າໜ້າທີ່ ເມືອງຕົ້ນເຜິ້ງ ຮື້ຖອນປ້າຍທີ່ຜິດລະບຽບ ຮູບໂຕຢ່າງປະກອບ: ທາງຫ້ອງການ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ອອກໄປຕາມ ຮ້ານຄ້າຮ້ານຂາຍ ເພື່ອ ຮື້ຖອນປ້າຍໂຄສະນາ ທີ່ເປັນພາສາຈີນ.
ນັກຂ່າວ ພົລເມືອງ

ໃນວັນທີ 6 ກຸມພາ 2024 ທີ່ຜ່ານມານີ້, ຫ້ອງການຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງກວດກາ ແລະ ຮື້ຖອນ ປ້າຍໂຄສະນາ, ປ້າຍບອກຊື່ຫ້າງຮ້ານ ທີ່ເປັນພາສາຈີນ ແລະ ພາສາຕ່າງປະເທດອື່ນໆ ລວມທັງ ປ້າຍທີ່ຕິດລາຄາ ເປັນເງິນຕຣາຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ຜົລການກວດກາຄັ້ງນີ້ ພົບປ້າຍທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຈຳນວນ 30 ປາຍປ້າຍ. ທາງເຈົ້າໜ້າທີ່ກ່ຽວຂ້ອງ ຈຶ່ງໄດ້ເຮັດບົດບັນທຶກ ນຳເຈົ້າຂອງທຸຣະກິຈ ແລະ ຮື້ຖອນປ້າຍດັ່ງກ່າວ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມຊາວບ້ານ ຈຳນວນນຶ່ງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂດຍຊາວບ້ານ ນາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ກ່າວວ່າ ນາງໄດ້ຈ້າງຮ້ານປ້າຍ ໃຫ້ອອກແບບປ້າຍ ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ. ຕາມຄວາມເປັນຈິງ ປ້າຍໂຄສະນາທີ່ຖືກຕ້ອງ ຈະຕ້ອງມີພາສາລາວຢູ່ເທິງສຸດ ແລະ ມີຂນາດໃຫຍ່ກວ່າພາສາຕ່າງປະເທດ.

ດັ່ງທີ່ນາງກ່າວ ໃນມື້ວັນທີ 15 ກຸມພາ 2024 ນີ້ວ່າ:

“(ປ້າຍ) ພາສາຈີນ, ພາສາໄທຍ ເຮົາຕ້ອງໃສ່ພາສາລາວໄປກ່ອນ ພາສາລາວຂຶ້ນເທິງກ່ອນ ແລ້ວຕາມດ້ວຍ ພາສາໄທຍ ລະກະພາສາຈີນ. ດຽວເຂົາເຈົ້າ ກະລົງໄປຫາເອງ ເຮົາບໍ່ຈຳເປັນຕ້ອງລົງໄປຫາເຂົາເຈົ້າດອກ. ຖ້າເຂົາເຈົ້າຮຽກຫຍັງກະມີແຕ່ວ່າ ເອີ້! ຫາກະເປີດຜ່ານມານີ້ ຂໍເລື່ອນໄປກ່ອນໄດ້ບໍ່.”

ທາງດ້ານຊາວບ້ານ ອີກຜູ້ນຶ່ງ ກ່າວວ່າ ປ້າຍໂຄສະນາ ທີ່ເໝາະສົມ ກໍຕ້ອງມີພາສາ ຂອງເຈົ້າຂອງປະເທດ ກໍຄືພາສາລາວ ຂຶ້ນກ່ອນພາສາຕ່າງປະເທດອື່ນໆ. ຄັນຖ້າບໍ່ປະຕິບັດຕາມ ອາດຖືກເຈົ້າໜ້າທີ່ ລົງມາກວດກາ ຮື້ຖອນໄດ້.

ດັ່ງທີ່ລາວກ່າວວ່າ:

ຕາມກົດໝາຍເນາະ ມັນກະຕ້ອງມີພາສາ ຂອງເຈົ້າຂອງ ທ້ອງຖິ່ນກ່ອນເນາະ ລະກະຈຶ່ງມີພາສາທີສອງ, ທີສາມ, ຫັ້ນນ່າ. ແມ່ນ! ຄັນຖ້າວ່າເນາະ ທາງການເພິ່ນມາກວດ ຄັນວ່າເຫັນບໍ່ຖືກຕ້ອງ ເພິ່ນກະສັ່ງໃຫ້ປົດໂລດ.”

ຂະນະທີ່ ເຈົ້າໜ້າທີ່ ຄະນະຄຸ້ມຄອງ ເຂດເສຖກິຈພິເສດ 3 ຫຼ່ຽມຄຳ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ກ່າວວ່າ ສຳລັບປ້າຍໂຄສະນາ ໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ແມ່ນຄະນະຄຸ້ມຄອງ ເປັນຜູ້ອອກແບບ ປ້າຍຕ່າງໆ ດ້ວຍຄະນະເອງທັງໝົດ ເພື່ອໃຫ້ສອດຄ່ອງ ກັບລະບຽບກົດໝາຍ ທີ່ທາງການລາວວາງອອກ. ມີພຽງການຜລິດ ແລະ ການຕິດຕັ້ງໂຄງສ້າງປ້າຍ ເທົ່ານັ້ນ ທີ່ຈະຕ້ອງໄດ້ຈ້າງ ຜູ້ຮັບເໝົາພາຍນອກ.

ດັ່ງທີ່ທ່ານ ກ່າວວ່າ:

ເຮົາຈະເປັນຄົນ ບໍຣິຫານເອງເນາະ ໃນສ່ວນຂອງປ້າຍ. ຫຼັງຈາກຄັນເຮັດໂຄງສ້າງແລ້ວ ເຮົາອາດຕ້ອງໄດ້ເອື່ອຍອີງ ກັບທາງຄູ່ສັນຍາເຮົາ ໃນການຕອບສນອງ ໃນເຣື່ອງຂອງການພິມ ໂຄສະນາຕ່າງໆ.”

ທ່ານກ່າວຕື່ມວ່າ ການຄຸ້ມຄອງ ປ້າຍໂຄສະນາ ຂອງຄະນະຄຸ້ມຄອງ ເຂດເສຖກິຈພິເສດ 3 ຫຼ່ຽມຄຳ ຍັງໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະຄຸ້ມຄອງ ສນາມບິນສາກົລບໍ່ແກ້ວ ໃນການສ້າງ ແລະ ຕິດຕັ້ງປ້າຍໂຄສະນາ ຢູ່ໃນເຂດສນາມບິນດັ່ງກ່າວ ນຳດ້ວຍ.

ສຳລັບການກວດກາ ດັ່ງກ່າວນີ້, ເຈົ້າໜ້າທີ່ ຫ້ອງການຖແຫລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍານາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາປ້າຍໂຄສະນາ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຢູ່ເປັນປະຈຳ ໂດຍສະເພາະ ປ້າຍພາສາຈີນ.

ດັ່ງທີ່ນາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ປ້າຍໂຄສະນາກ່ຽວກັບອັນ ໂຕພາສາຈີນຫັ້ນຫວາ. ໂຕພາສາຈີນຫັ້ນແມ່ນ. ອັນຫວ່າງເດືອນນີ້ແຫຼະ ຕົ້ນເດືອນນີ້, ເຮົາກະໄດ້ໄປ ເຮັດບົດບັນທຶກ ກັບເຂົາເຈົ້າເນາະ ໃຫ້ເຂົາເຈົ້າອັນ ເອົາພາສາລາວ ໃສ່ເທິງເນາະ.”

ຍານາງກ່າວຕື່ມວ່າ ທາງພາກສ່ວນ ຂອງຍານາງ ໄດ້ລົງກວດກາ ປ້າຍໂຄສະນາ ໃນເຂດເມືອງຕົ້ນເຜິ້ງ ເປັນປະຈຳ ແລະ ກໍຍັງພົບເຫັນ ປ້າຍທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຢູ່ຕລອດ. ຈຶ່ງໄດ້ຮຽກຮ້ອງ ໃຫ້ຜູ້ປະກອບການ ປຶກສາກັບຮ້ານປ້າຍ ໃນການອອກແບບ ແລະ ຜລິຕປ້າຍ ໃຫ້ຖືກຕ້ອງ ເພື່ອທີ່ຈະບໍ່ໃຫ້ ຜູ້ປະກອບການ ຕ້ອງໄດ້ເສັຽເງິນ ຜລິດປ້າຍລ້າໆ ແລະ ອາຈຖືກເຈົ້າໜ້າທີ່ປັບໃໝ ແລະ ຮື້ຖອນປ້າຍຖິ້ມ ນຳອີກ.

ກ່ອນໜ້ານີ້, ໃນປີ 2023 ທີ່ຜ່ານມານັ້ນ, ເຈົ້າໜ້າທີ່ ຄະນະສະເພາະກິຈ ແກ້ໄຂບັນຫາສັງຄົມ ແຂວງບໍ່ແກ້ວ ກໍໄດ້ລົງກວດກາ ຮື້ຖອນ ປ້າຍໂຄສະນາ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຈຳນວນ 163 ປ້າຍ. ໃນນັ້ນ, ໄດ້ຍ້າຍປ້າຍທີ່ຕິດຕັ້ງ ກວມເອົາຂອບທາງ ອອກແລ້ວ ຈຳນວນ 73 ປ້າຍ, ເຮັດບົດບັນທຶກ ສຶກສາອົບຮົມ ແລະ ແນະນຳໃຫ້ຮື້ຖອນ ຈຳນວນ 16 ປ້າຍ ແລະ ທຳລາຍປ້າຍ ທີ່ບໍ່ຖືກຕ້ອງ ຈຳນວນ 60 ປ້າຍ ຊຶ່ງມີປ້າຍພາສາຈີນ ຈຳນວນ 13 ປ້າຍ.

ຫຼ້າສຸດນີ້, ໃນວັນທີ 1 ຫາ 2 ກຸມພາ 2024 ທີ່ຜ່ານມາ, ທາງເຈົ້າໜ້າທີ່ ໜ່ວຍງານກວດກາ ແລະ ຄວບຄຸມ ປ້າຍໂຄສະນາ ຂອງເຂດເສຖກິຈພິເສດ 3 ຫຼ່ຽມຄຳ ກໍໄດ້ມີການລົງກວດກາ ປ້າຍຮ້ານຄ້າ ປ້າຍໂຄສະນາ ໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ແລ້ວພົບປ້າຍ ທີ່ບໍ່ຖືກຕ້ອງ ຕາມລະບຽບການ ຈຳນວນ 50 ປາຍປ້າຍ ແລະ ໄດ້ມີການຮື້ຖອນປ້າຍອອກ ຈຳນວນ 20 ປາຍປ້າຍ. ປ້າຍທີ່ຖືກຮື້ຖອນ ສ່ວນໃຫຍ່ ເປັນປ້າຍພາສາຈີນ ແລະ ພາສາໄທຍ ທີ່ບໍ່ມີພາສາລາວ ຢູ່ເທິງ ລວມທັງ ປ້າຍ ທີ່ບໍ່ຕຣົງກັບທະບຽນທຸຣະກິຈ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.