ທາງການລົງ ເຜີຍລະບຽບກົດໝາຍ ການແຕ່ງດອງກັບຄົນຈີນ ຢູ່ເມືອງຜາອຸດົມ
2024.09.24

2 ປີ ຜ່ານມາ ຢູ່ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ມີຜູ້ຊາຍຈີນ ເຂົ້າມາພັກເຊົາ ຢູ່ພາຍໃນເມືອງ ໄດ້ວ່າຈ້າງນາຍໜ້າລາວ ແລະ ຈີນ ຊອກຫາແມ່ຍິງລາວອາຍຸກາຍ 18 ປີ ໄປເປັນເມັຍ ໂດຍສະເໜີໃຫ້ແຕ່ງດອງຕາມຮີດຄອງ, ໃຫ້ຄໍາແລະ ໃຫ້ເງິນ 150 ລ້ານ ກີບ ແຕ່ ຫຼັງຈາກນັ້ນ ແມ່ຍິງຜູ້ນີ້ ພັດຖືກຜົວຈີນ ບັງຄັບໃຫ້ນອນກັບພໍ່ຜົວ ແລະ ຂາຍບໍລິການທາງເພດໃຫ້ຜູ້ຊາຍອື່ນ.
ຕໍ່ເຫດການດັ່ງກ່່າວເຮັດໃຫ້ ວັນທີ 17 ກັນຍາ 2024 ທີ່ຜ່ານມາ ຫ້ອງການຍຸຕິທໍາເມືອງ ເລັ່ງລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ການປະກອບເອກະສານຂໍແຕ່ງດອງ ລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ ໃຫ້ກັບປະຊາຊົນບ້ານດອນສະຫວັນ 57 ຄົນ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ແຂວງບໍ່ແກ້ວ.
ເຈົ້າໜ້າທີ່ແຂວງບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 24 ກັນຍາ ວ່າ:
“ຄົນຈີນຫັ້ນແຫຼະ ມາເຊົ່າຢູ່ຕາມບ້ານພັກແລ້ວ ກໍ ມາເອົາຄົນລາວນີ້ ຈ້າງນາຍໜ້າໄປລົມເອົາແລ້ວ ເຂົາໄປໃຊ້ແຮງງານເກີນຂອບເຂດ ບາງທີກໍບໍ່ນອກນໍາຜູ້ເອົາ ໃຫ້ໄປນອກນນໍາພໍ່ໄປ ແບບຂາຍປະເວນີ ກະຊວງເຮົາມີຄໍາແນະນໍາ ເຈົ້າເມືອງເຮົາອອກຂໍ້ຕົກລົງ ຈັ່ງໄດ້ລົງເຜີຍແຜ່.”
ຍານາງ ກ່າວຕື່ມວ່າ ກົດໝາຍເບື້ອງຕົ້ນ ສໍາລັບການຈົດທະບຽນການແຕ່ງດອງ ລະຫວ່າງ ພົນລະເມືອງລາວ ແລະ ຄົນຕ່າງປະເທດ ໃຫ້ດໍາເນີນຢູ່ພະແນກພາຍໃນ ຂັ້ນແຂວງ ບ່ອນຄູ່ບ່າວສາວອາໄສຢູ່ ຫຼື ບ່ອນຢູ່ຂອງຝ່າຍໃດ ຝ່າຍນຶ່ງ ແລະ ຕ້ອງຍື່ນຄໍຮ້ອງຂໍແຕ່ງດອງ ໃບຢັ້ງຢືນສະຖານະພາບຂອງບຸກຄົນ, ຊີວະປະຫວັດ ຫຍໍ້, ໃບແຈ້ງໂທດ, ໃບຢັ້ງຢືນສຸຂະພາບ, ໃບຢັ້ງຢືນການເກີດ, ສໍາເນົາມະໂນຄົວ, ໃບຢັ້ງຢືນເຫັນດີຈາກການຈັດຕັ້ງທີ່ຜູ້ກ່ຽວສັງເກດ ລວມທັງສິນສອດຂອງໝັ້ນຕາມຮີດຄອງ.
ຖ້າໃນກໍລະນີ ຜູ້ຊາຍຈີນ ມາສູ່ຂໍແມ່ຍິງລາວ ໂດຍບໍ່ໄດ້ປະກອບເອກະສານໃຫ້ຖືກຕ້ອງ ແລ້ວຖືກຜົວຈີນບັງຄັບໃນຮູບແບບຕ່າງໆ ກໍຈະບໍ່ສາມາດດໍາເນີນຄະດີນໍາຜົວຈີນໄດ້ ຍ້ອນພໍ່ແມ່ຜູ້ປົກຄອງຂອງແມ່ຍິງ ຍິນຍອມໃຫ້ລູກສາວແຕ່ງງານກັບຄົນຈີນ.
ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງບໍ່ແກ້ວ ໄດ້ກ່າວວ່າ:
“ເຮົາຈັບມັນ ໂຕນັ້ນບໍ່ໄດ້ ເຮົາຈຶ່ງໄດ້ໄປໂຄສະນາ ເຕືອນປະຊາຊົນ ເພາະວ່າ ຍ້ອນອາຍຸ ມັນຮອດເນາະ ພໍ່ແມ່ ຜູ້ປົກຄອງ ຍອມເຊັນ ອະນຸມັດໝົດ ເຮົາກໍເອົາຈຸນາຍໜ້າບໍ່ໄດ້ ແຕ່ວ່າ ມັນບໍ່ຖືກຕ້ອງຕາມກົດໝາຍຊື່ໆ ແຕ່ວ່າ ມັນຖືກຕ້ອງຕາມຮີດຄອງຂອງເຂົາເຈົ້າ ເຮົາເຮັດຫຍັງບໍ່ໄດ້ ຕາມຮີດຄອງ.”
ປັດຈຸບັນ ຢູ່ເມືອງຜາອຸດົມ ຍັງມີກຸ່ມຄົນຈີນຊອກຫາເມັຍລາວ ແລະ ທີ່ຜ່າມາ ເຈົ້າໜ້າທີ່ເມືອງ ກໍໄດ້ຈັດກອງປະຊຸມ ເພື່ອແກ້ໄຂບັນຫາດັ່ງກ່າວ ຫຼັງຈາກເກີດກໍລະນີແມ່ຍິງລາວ ແຕ່ງດອງກັບຄົນຈີນ ແລະ ຖືກບັງຄັບໃຫ້ຫຼັບນອນກັບ ພໍ່ຜົວຂອງຕົນເອງ.
ເຈົ້າໜ້າທີ່ທ້ອງຖິ່ນເມືອງຜາອຸດົມ ໄດ້ກ່າວວ່າ:
“ມີຫຼາຍພວກເຮົາກໍເວົ້າກັນຢູ່ເນາະ ບັນຫາໂຕນີ້ ເນາະ ແຕ່ວ່າ ຈໍາພວກນີ້ມັນຈະມີວິທີຮັດກຸມເນາະ ທຸກມື້ນີ ຍັງມີຢູ່ເດ້ ພວກຄົນຈີນຫັ້ນນ່າ ຮູບການກໍຄືວ່າ ມັນມາແຕ່ງດອງ ບາດຜົນສຸດທ້າຍ ກໍເອົາໄປບໍລິການໃນຄອບຄົວ ທົນບໍ່ໄຫວ ພໍດີ ເຈົ້າໜ້າທີ່ເນາະ ເພິ່ນກໍສົ່ງມາທາງການຫັ້ນນ່າເນາະ.”
ທ່ານ ກ່າວຕື່ມ ກ່ຽວກັບວິທີການຮັດກຸມຂອງຄົນຈີນ ວ່າ ແມ່ຍິງລາວ ອາຍຸບໍ່ເກີນ 18 ປີ ກໍພາກັນໄປປ່ຽນເອກະສານ ໃຫ້ອາຍຸເຖິງ 18 ປີ ເພື່ອໃຫ້ສາມາດແຕ່ງດອງແລ້ວບໍ່ຖືກດໍເນິີນຄະດີ.
ນັກຮຽນ ມ.ປາຍ ທີ່ເປັນເດັກຍິງ ເປັນກຸ່ມເປົ້າໝາຍຂອງພວກຄົນຈີນ ໂດຍສະເພາະຜູ້ຢູ່ໃນຖານະທຸກຍາກ.
ເຈົ້າໜ້າທີ່ທ້ອງຖິ່ນເມືອງຜາອຸດົມ ໄດ້ກ່າວວ່າ:
“ສ່ວນຫຼາຍ ມັນປະລະໂຮງຮຽນໄປນ່າ ສະເພາະ ຊັ້ນ ມ. ປາຍ ມັນກໍຢູ່ກຸ່ມເປົ້າໝາຍນັກຮຽນຫັ້ນແຫຼະ ກໍເລີຍຖືກຕົວະຍົວະ ກໍເລີຍອອກໂຮງຮຽນ ແລ້ວກໍໄປແຕ່ງງານ ໜັກທີ່ສຸດເດ້ ສະເພາະ ເມືອງຜາ ເຂົາແລ້ວເຂົ້າເຖິງ ຄອບຄົວທີ່ທຸກ ເນາະ ບາງຄົນ ບໍ່ມີວີ່ແວວໜີຫຼາຍເດ້ແຫຼະ ບໍ່ສາມາດຕິດຕໍ່ ຫຼືວ່າ ໄປເຮັດວຽກ ເຮັດວຽກແທ້ໆ ບໍ.”
ເມືອງ 2 ປີ ຜ່ານມາ ກໍມີກໍລະນີ ແມ່ຍິງລາວ ຢູ່ເມືອງຜາອຸດົມ ໄປເອົາຜົວຈີນ ແລ້ວ ເສັຍຊີວິດ ໂດຍບໍ່ສາມາດກວດສອບໄດ້ວ່າ ເສັຍຊີວິດຍ້ອນຫຍັງ.
ຊາວບ້ານເມືອງຜາອຸດົມ ຄົນນຶ່ງ ໄດ້ກ່າວວ່າ:
“ບ້ານພິນ ບ້ານພິນ ມີຜູ້ນຶ່ງແລ້ວ ກໍເລີຍເສັຍຊີວິດ ຢູ່ພຸ້ນເລີຍ ຕາມເຂົາລົງມາເຮັດຫັ້ນ ເຂົາວ່າ ແມ່ນອັນໄມ້ເຮືອນຫັ້ນຕີ້ ມັນທັບລົງຂັ້ນໄດຕາຍເອງ ຈັກຊິມີຄວາມຈິງຫຼືບໍ່ມີຄວາມຈິງ ບໍ່ຮູ້ ໂອ້ຕາມຈິດໃຈເຮົາແທ້ ບ້ານເຮົາ ເຮົາກໍຄັນວ່າ ກ່ອນຊິເອົາຄົນຕ່າງດ້າວ ເຮົາຕ້ອງແລ່ນເອກະສານຄົບຖ້ວນ ຄົບຊຸດ.”
ເຖິງຢ່າງໃດ ກໍຕາມ, ການເຜີຍແຜ່ລະບຽບກົດໝາຍກ່ຽວກັບການແຕ່ງານກັບຄົນຕ່າງຈີນ ຫຼື ຄົນຕ່າງປະເທດ ແລະ ບັນຫາການຄ້າມະນຸດ ກໍມີຍັງມີຂໍ້ຈໍາກັດ ຢູ່ໃນເຂດຫ່າງໄກສອກຫຼີກ ຍ້ອນວ່າ ທາງການ ກໍຍັງຂາດງົບປະມານ ແລະ ບຸກຄະລາກອນ.