ເຈົ້າໜ້າທີ່ ຮື້ຖອນປ້າຍຜູ້ປະກອບການຈີນ ທີ່ຜິດລະບຽບ ຢູ່ຊັ່ງຈຽງ
2024.07.23

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໄດ້ຮື້ຖອນປ້າຍຂອງຜູ້ປະກອບການຈີນ ທີ່ຜິດລະບຽບ ຢູ່ຕະຫຼາດຊັ່ງຈຽງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ເຈົ້າໜ້າທີ່ໄດ້ລົງຮື້ຖອນປ້າຍໃນວັນທີ 19 ກໍລະກົດ ໂດຍມີຈໍານວນປ້າຍທີ່ຕິດຕັ້ງເສົາ 18 ປ້າຍ ແລະ ປ້າຍຕັ້ງຢູ່ຂ້າງທາງຈໍານວນ 20 ປ້າຍ.
ເຈົ້າໜ້າທີ່ ໄດ້ຕັກເຕືອນ ແລະ ເຮັດບົດບັນທຶກນໍາຜູ້ປະກອບການຈີນ 2 ເທື່ອແລ້ວ ແຕ່ກໍບໍ່ໄດ້ມີການປັບປຸງ ໃຫ້ຖືກລະບຽບການ ຄື ຜູ້ປະກອບການຈີນເອົາຕາມແບບທີ່ຕົນເອງກໍານົດ, ບໍ່ແມ່ນເອົາຕາມລະບຽບການທີ່ທາງການກໍານົດ.
ເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 23 ກໍລະກົດວ່າ:
“ປ້າຍທີ່ເຂົາເຈົ້າວາງໄວ້ແຄມທາງ ນີ້ກໍເກືອບເປັນ 20 ປ້າຍ ເຮົາເຮັດບົດບັນທຶກຄັ້ງທີ 2 ເນາະ. ເຮົາກໍກໍານົດນີ້ ບໍ່ປັບ ບໍ່ປຸງ ຄັ້ງທີ 3 ກໍລົງຕັດພຸ້ນແຫຼະ ເພື່ອຄວາມເປັນລະບຽບຮຽບຮ້ອຍ ຕາມແຄມທາງຫັ້ນແຫຼະເພື່ອຄວາມສວຍງາມ ຂອງຕົວເມືອງຫັ້ນແຫຼະ.”
ເນື້ອໃນປ້າຍ ບໍ່ຖືກຕ້ອງຕາມາລະບຽບການ. ເຈົ້າໜ້າທີ່ນະຄອນຫລວງວຽງຈັນ ທ່ານນີ້ ກ່າວຕື່ມວ່າ:
“ຈຸດທີ່ຕັ້ງ ມັນຕັ້ງບໍ່ຖືກຈຸດ ອັນທີສອງມາ ເວົ້າເນື້ອໃນປ້າຍຫັ້ນ ມັນຈະພາສາຕ່າງປະເທດ ຫຼາຍກວ່າພາສາລາວ ຫຼື ໃຫຍ່ກວ່າພາສາລາວ ແລ້ວກໍສີ. ສີເອກະຊົນ ຕ້ອງເຫຼືອງ-ແດງ. ຂອງກອງທັບ, ພັກ, ປກສ ແມ່ນ ຂາວ-ແດງ ຄັນແມ່ນສີຂອງລາດຊະການ ຂາວ-ຟ້າ.”
ນອກຈາກນີ້, ເຈົ້າໜ້າທີ່ນະຄອນຫລວງວຽງຈັນ ອີກທ່ານໜຶ່ງ ໄດ້ແນະນໍາການເຮັດປ້າຍ ໃຫ້ຖືກຕ້ອງຕາມລະບຽບການ ວ່າ:
“ຕ້ອງມີການແປວ່າ ບ່ອນຈຸດນີ້ ເຈົ້າແມ່ນ ແມ່ນຫຍັງ ພາສາຈີນ ແມ່ນຢູ່ ເພິ່ນຖືສີແດເນາະ. ກໍບໍ່ຢາກໃຫ້ແດງຫຼາຍ ບໍ່ໃຫ້ເປັນຕົວໜັງສືສີຂາວ ເພາະວ່າ ມັນຈະເປັນຕົວໜັງສືສີຂາວ ຟື້ນສີແດງ. ມັນຈະເປັນຂອງພາກສ່ວນລັດ. ແລ້ວ ກໍຮູບພາບຫັ້ນມີຮູບຜູ້ສອກຜູ້ສາວບໍ່. ຮູບອີ່ຫຍັງຈັ່ງຊີ້ນ່າ. ເພິ່ນກໍບໍ່ຢາກໃຫ້ໃສ່, ເນັ້ນ ໃຫ້ມີພາສາລາວໃຫຍ່ກວ່າ ພາສາຈີນ ເພາະວ່າ ຈະເຮັດທຸລະກິດ ຢູ່ບ້ານເຮົາເດ້.”
ຮ້ານຂອງຜູ້ປະກອບການຈີນ ທີ່ຖືກຮື້ຖອນປ້າຍໃນຄັ້ງນີ້ ຍ້ອນບໍ່ໄດ້ຂໍອະນຸຍາດຕິດຕັ້ງປ້າຍ ຈາກທາງການລາວ ແລະ ຕິດຕັ້ງປ້າຍພາຍໃນເຂດສະຫງວນ ທີ່ລະບຽບຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກໍານົດ ຂະນະທີ່ ຢູ່ຫຼາຍບ່ອນ ທີ່ຮ້ານຂອງຜູ້ປະກອບຈີນ ຕິດຕັ້ງປ້າຍນັ້ນ ເປັນບ່ອນທີ່ທາງການສະຫງວນທາງໄວ້ ເພື່ອໃຫ້ປະຊາຊົນເຂົ້າ-ອອກ ສັນຈອນໄປມາ ແລະ ເປັນບ່ອນຈອດລົດ.
ເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ທ່ານນີ້ໄດ້ກ່າວວ່າ:
“[ເສັ້ນທາງ] ເຕ້ 2 ມາດຕະຖານຊັ່ງຈຽງຫັ້ນ ແມ່ນຂອງຈີນໝົດເນາະ. ໜຶ່ງບໍ່ໄດ້ຂໍອະນຸຍາດ 2 ຕິດຕັ້ງ ກາຍເຂດສະຫງວນທາງ. ເພິ່ນບໍ່ໃຫ້ມີການຕິດຕັ້ງ ແບບເກີນ ເກີນອອກຈາກຂອງທາງຍ່າງ. ເພິ່ນກໍນົດໃຫ້ ປະມານ 2 ເຫຼືອ 4 ແມັດ ເຮົາເບິ່ງຕາມເສັ້ນທາງ. ມີແຕ່ຮື້ຖອນແລ້ວ ກໍປັບໃໝ ຕາມຂະໜາດຫັ້ນແຫຼະ 5-6 ລ້ານ ກີບ. ຂຶ້ນໄປບໍ່ແລ້ວ ກໍແນະນໍາປະກອບເອກະສານ ໃຫ້ຖືກຕ້ອງ.”
ຜູ້ປະກອບການ ຄົນຈີນບາງຄົນ ກໍຕັ້ງປ້າຍມາໄດ້ 5-6 ປີແລ້ວ ແລະ ເຈົ້າໜ້າທີ່ກໍເຂົ້າມາຖອນໃນ. ຜູ້ປະກອບການຈີນຄົນໜຶ່ງ ໄດ້ໃຫ້ສໍາພາດຕໍ່ເອເຊັຽເສຣີ ໂດຍໃຫ້ພະນັກງານຄົນລາວ ເປັນຜູ້ແປໃຫ້ ຊຶ່ງມີເນື້ອໃນວ່າ:
“ອັນນີ້ ມີຄົນລາວຮູ້. ຂ້ອຍບໍ່ຮູ້. ຖອນປ້າຍເມື່ອກີ້ນີ້ ບໍ່ເຈົ້າ. ເປັນຫຍັງເຈົ້າ ເພາະວ່າ ເພິ່ນຖອນໄປ ແລ້ວ ພາສາຈີນ ຕົວໃຫຍ່. ຜິດລະບຽບຫັ້ນແຫຼະຕະຫຼາດຊັ່ງຈຽງ. ຊິມາໜ້ອຍໜຶ່ງ ກໍແມ່ນລະ ກາຍໄຟແດງ ຂຶ້ນມາໜ້ອຍໜຶ່ງ. ກໍແມ່ນລະ ເຮັດພິມປ້າຍເຈົ້າ. ຂອງຄົນຈີນ ເພິ່ນໄດ້ 5-6 ປີ ປະມານນີ້ແຫຼະ. ກໍຫາມາຖືກຮື້.”
ເຈົ້າໜ້າທີ່ ລົງປະຕິບັດການຮື້ຖອນປ້າຍ ເພື່ອຄວາມເປັນລະບຽບຮຽບຮ້ອຍ ຂອງໂຕເມືອງ ໃນເວລາທີ່ປະເທດລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ຜູ້ນໍາອາຊຽນໃນທ້າຍປີ 2024 ແລະ ທີ່ຜ່ານມາ ເຈົ້າໜ້າທີ່ກໍມີການປະຕິບັດແບບນີ້ ຖ້າມີກອງປະຊຸມສໍາຄັນ ຫຼື ເຫດການສໍາຄັນໃນລາວ.
ການທີ່ໂຕໜັງສື ໃນປ້າຍໂຄສະນາບໍ່ຖືກຕາມລະບຽບການ ທາງການກໍມີການສັ່ງຮື້ຖອນ ເປັນປະຈໍາ ໂດຍ ສະເພາະປ້າຍໂຄສະນາ ຫ້າງຮ້ານຕ່າງໆ.
ຊາວເມືອງສີໂຄດຕະບອງ ໄດ້ກ່າວວ່າ:
“ໃຫ້ມີການຮີ້ ໃຫ້ມີການປ່ຽນແປງຫັ້ນແຫຼະ ຈະດີທີ່ສຸດເນາະ ຖ້າໂຕໃດ ບໍ່ຖືກ ກໍຕ້ອງໄດ້ມີການແຈ້ງໃຫ້ຮັບຮູ້ເນາະ. ຖ້າເຂົາຍັງບໍ່ປະຕິບັດ ເຂົາຍັງບໍ່ຟັງກໍ ກໍຕ້ອງມີບົດບັນທຶກ ຖ້າວ່າ ບົດບັນທຶກ ກໍຍັງບໍ່ມີການປະຕິບັດ ກໍມີການປັບໃໝ່. ຈັກໜ້ອຍເຂົາເຈົ້າມາ ເຈົ້າກໍຊິວ່າ ອ້າວ ທັງໆທີ່ວ່າ ບ້ານເຮົາເປັນເຈົ້າຂອງ ຊິມາໃຫ້ຕົວໜັງສືເຂົາເຈົ້າມາໃ ເຈົ້າກໍຊິວ່າ ອ້າວ ທັງໆທີ່ວ່າ ບ້ານເຮົາເປັນເຈົ້າຂອງ ມາຂຶ້ນຂອເຂົາເຈົ້າກ່ອນ.”
ໃນວັນທີ 19 ກໍລະກົດ, ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ເຮັດບົດບັນທຶກກັບເຈົ້າຂອງຮ້ານຄົນຈີນ 7 ຮ້ານ ທີ່ວາງເຄື່ອງຕິດກັບເສັ້ນທາງສັນຈອນ ແລະ ເຈົ້າໜ້າທີ່ຈະສືບຕໍ່ ຕິດຕາມວ່າ ຜູ້ປະກອບການຈີນ ທຸກຮ້ານຢູ່ຕະຫຼາດຊັ່ງຈຽງ ມີປ້າຍໂຄສະນາຮ້ານທີ່ຖືກຕ້ອງ ຕາມລະບຽບຂອງທາງການລາວ ອີງຕາມຂໍ້ມູນຈາກພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ.
ກົດໝາຍວ່າດ້ວຍປ້າຍ ມາດຕາ 16 ລະບຸວ່າ ສໍາລັບປ້າຍທີ່ຂຽນ ຫຼື ພິມພາສາລາວ ແລະ ພາສາຕ່າງປະເທດ ໃຫ້ໃສ່ພາສາລາວຢູ່ເທິງແລ້ວພາສາຕ່າງປະເທດ ຢູ່ລຸ່ມ ຫຼື ພາສາລາວຢູ່ເບື້ອງຂວາ ພາສາຕ່າງປະເທດຢູ່ເບື້ອງຊ້າຍ. ຂະໜາດຂອງພາສາຕ່າງປະເທດບໍ່ໃຫ້ເກີນ 2 ສ່ວນ 3 ຂອງໂຕໜັງສືລາວ.
ມາດຕາ 57 ລະບຸວ່າ: ຜູ້ໃດຝ່າຝືນ ຈະຖືກສຶກສາອົບຮົມ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງ ແພ່ງ ຫຼື ລົງໂທດ ຕາມອາຍາຕາມແຕ່ລະກໍລະນີເບົາ ຫຼື ໜັກ.
ກ່ອນໜ້ານີ້ ພາກສ່ວນ ຮັບຜິດຊອບປ້າຍໂຄສະນາຫຼາຍແຂວງ ກໍ່ໄດ້ຕິດຕາມກວດກາ ແລະ ແກ້ໄຂປ້າຍທຸລະກິດທີ່ໃຊ້ພາສາຈີນ ແລະ ຫວຽດນາມ ບໍ່ຖືກຕ້ອງໃນຫຼາຍເມືອງ ຂອງແຂວງບໍ່ແກ້ວ, ຫຼວງພະບາງ, ບໍລິຄຳໄຊ, ເຊກອງ ແລະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.