ໂຮງຮຽນຈີນ ແຂວງສະຫວັນນະເຂດ ໄດ້ຮັບຄວາມນິຍົມຫຼາຍ

ໄຊຍາ
2024.06.28
ໂຮງຮຽນຈີນ ແຂວງສະຫວັນນະເຂດ ໄດ້ຮັບຄວາມນິຍົມຫຼາຍ ໂຮງຮຽນຈີນຈຸງເຕັກສະຫວັນນເຂດ ວັນທີ 27 ມິຖຸນາ 2024.
RFA

ໂຮງຮຽນຈີນຈຸງເຕັກ ເຊິ່ງເປັນໂຮງຮຽນເອກະຊົນ ຂອງຈີນ ທີ່ຕັ້ງຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບຄວາມນິຍົມຈາກບັນດາຜູ້ປົກຄອງ ທັງຢູ່ໃນ ແຂວງສະຫວັນນະເຂດ ແລະ ແຂວງໃກ້ຄຽງ ໃນການສົ່ງລູກມາຮຽນພາສາຈີນ ແລະ ວິຊາອື່ນໆ ຢູ່ໂຮງຮຽນແຫ່ງນີ້. ປະຈຸບັນມີນັກຮຽນລະດັບຊັ້ນອະນຸບານ  ຫາ ມັດທະຍົມສົມບູນ ທີ່ຮຽນຢູ່ໂຮງຮຽນແຫ່ງນີ້ປະມານ 2,000 ຄົນ. ໃນຈຳນວນນີ້ແມ່ນມີນັກຮຽເຕັມທຸກຫ້ອງ, ທຸກຊັ້ນຮຽນ. ດັ່ງພະນັກງານຄູ ປະຈຳໂຮງຮຽນຈີນຈຸງເຕັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ມິຖຸນານີ້ວ່າ:

“1,000 ປາຍເນາະກາຫຼາຍໆ ບ່ອນຢູ່ຕ່າງແຂວງນໍາແນ່ຢູ່ນີ້ແນ່ ປ.1 ມັນກາເຕັມແລ້ວ ປ.1 ມັນເຕັມໝົດແລ້ວເດ້ 50 ຄົນແລ້ວມັນເຕັມໝົດແລ້ວ ບໍ່ທັນໄດ້ເປັນພາສາຈີນແລ້ວ ເຮົາເອົາເຂົ້າອະນຸບານກ່ອນອະນຸບານ 3 ຮຽນແລ້ວມັນພໍ່ໄດ້ເລື່ອງແລ້ວ ເອົາມາຂຶ້ນ ປ.1 ມັນກໍ່ຊໍາບາຍ.”

ພະນັກງານຄູ ຢູ່ແຂວງສະຫວັນນະເຂດ ໄດ້ກ່າວອອກຄໍາເຫັນວ່າ ສໍາລັບເດັກນັກຮຽນທີ່ຮຽນຢູ່ໂຮງຮຽນຈີນຈຸງເຕັກ ນັ້ນສ່ວນໃຫຍ່ແມ່ນລູກຫຼານ ຂອງຄົນລາວ ເຊື້ອສາຍຈີນ ທີທາງຄອບຄົວ ຢາກໃຫ້ມີທັກສະທາງດ້ານພາສາຈີນ ແລະ ອີກຈຳນວນໜຶ່ງ ເປັນລູກຂອງຄົນລາວແທ້ໆ ແຕ່ຢາກໄດ້ທັກສະພາສາຈີນ ເພື່ອກຽມໄປສຶກສາຕໍ່ ຢູ່ປະເທດຈີນ ແລະ ເຮັດວຽກນໍາບໍລິສັດຈີນ ໃນອະນາຄົດ.

“ຢູ່ຈຸງເຕັກຫັ້ນຫຼາຍຢູ່ກາສ່ວນຫຼາຍ ມັນກາມີແຕ່ຄົນລູກເຊື້ອສາຍລາຍລ່ອງ ເຂົາເຈົ້າຫັ້ນແຫຼະ ເຊື້ອສາຍຈີນຫັ້ນແຫຼະ ຄົນລາວເຮົາແທ້ໆ ກາມິຄືກັນເພາະວ່າເປັນຫຍັງ ຈຶ່ງຢາກໄປຮຽນຢູ່ຫັ້ນແຕ່ວ່າ ເຂົາເຈົ້າກາຢາກໄດ້ພາສາອັນໜຶ່ງໆ ຄັນວ່າເລື່ອງການຮຽນ ການສອນມັນກາເຂັ້ມງວດແນ່ຫັ້ນນ່າ.”

ຜູ້ປົກຄອງ ຢູ່ແຂວງສະຫວັນນະເຂດ ກ່າວວ່າສໍາລັບທ່ານກໍ່ບໍ່ໄດ້ສົ່ງລູກໄປຮຽນ ຢູ່ໂຮງຮຽນນັ້ນເທື່ອແຕ່ກໍ່ເຫັນວ່າ ເປັນໂຮງຮຽນທີ່ກຳລັງໄດ້ຮັບຄວາມນິຍົມຫຼາຍ ຍ້ອນຜູ້ປົກຄອງຫຼາຍຄົນ ຢາກປູກຝັງໃຫ້ລູກຂອງຕົວເອງຮູ້ພາສາຈີນ ເພື່ອເປັນປະໂຫຍດ ຕໍ່ການຊອກຫາວຽກງານ ໃນອະນາຄົດເພາະວ່າ ສະພາບການໃນປະຈຸບັນນີ້ຄັນຜູ້ໃດສາມາດເວົ້າ ແລະ ຂຽນພາສາຈີນໄດ້ ກໍ່ຈະໄດ້ເງິນເດືອນສູງກ່ວາຄົນບໍ່ຮູ້ພາສາຈີນ.

“ຜູ້ໃດເປັນພາສາຈີນນີ້ແປພາສາຈີນ ໄດ້ເກັ່ງຄອມພີວເຕີ້ແນ່ເກັ່ງອັນນັ້ນແນ່ ເດືອນໜຶ່ງມັນກາ 1,000 ກ່ວາຫຼຽນໃດເງິນເດືອນດີແຫຼະ ຈີນມັນຊິຈ້າງເນາະຄັນໃຜເປັນພາສາມັນນ່າ 300-400 ໂດລ້າ ເຂົາກາຈ້າງພາສາສາລາວ ລະລ້ານີ້ກາເປັນກະມະກອນ.”

ເຈົ້າໜ້າທີ່ປະຈໍາວິທະຍາໄລຄູ ແຂວງສະຫວັນນະເຂດກ່າວວ່າ ຄູທີ່ສອນໃນໂຮງຮຽນຈຸງເຕັກ ກໍ່ມີທັງຄົນລາວ ແລະ ຄົນຈີນຄວບຄູ່ກັບໄປໂດຍສະເພາະ ຄູຄົນລາວເຮັດໜ້າທີ່ສອນວິຊາຕ່າງໆ ແລະ ພະນັກງານຄູຄົນຈີນ ແມ່ນສອນພາສາຈີນໂດຍສະເພາະ ແບບບໍ່ຈຳເປັນຕ້ອງຈ້າງພະນັກງານຄູ ຄົນລາວທີ່ຮູ່ພາສາຈີນເຂົ້າມາສອນ.

“ໂຮງຮຽນຈີນຫັ້ນຄັນວ່າ ເປັນພາສາຈີນຄືວ່າເພິ່ນ ມີຄູຕ່າງຊາດເພີ່ນມາສອນ ໃຫ້ຕ່າງຫາກຄົນລາວນີ້ ແມ່ນຊິສອນວິຊາທົ່ວໄປ ເປັນວິຊາຄະນິດສາດພາສາລາວ ອີ່ສັງກາຊິມີແຕ່ວ່າທີ່ໄປສອນພາສາຈີນຫັ້ນ ບໍ່ມີຈົບຈາກວິທະຍາໄລຄູເຮົາ.”

ເຈົ້າໜ້າທີ່ ປະຈໍາໂຮງຮຽນສອນພິເສດພາສາຈີນ ແຫ່ງໜຶ່ງກ່າວວ່າ ນອກຈາກໂຮງຮຽນຈຸງເຕັກ ແລ້ວກໍ່ມີໂຮງຮຽນສອນພິເສດ ພາສາຈີນອີກຫຼາຍແຫ່ງ ໃນແຂວງສະຫວັນນະເຂດ ທີ່ໄດ້ຮັບຄວາມສົນໃຈຈາກນັກຮຽນ, ນັກສຶກສາ ແລະ ຊາວບ້ານທົ່ວໄປ ທີ່ຕ້ອງການຮຽນພາສາຈີນເພີ່ມ.  

“ໂອມັນເປັນສອນພິເສດສອນເພີ່ມສື່ໆ ໃດຢູ່ນີນ່າບໍ່ແມ່ນສອນວ່າເປັນວິຊາຊີບ ມີສອນເພີ່ມລະລ້າ ສອນເພີ່ມເດັກນ້ອຍອີ່ຫຍັງ ເຂົາເຈົ້າມາຮຽນລະລ້າສະເພາະ ພາສາຈີນ ແມ່ນຊິມີແຕ່ເສົາ-ອາທິດ ເດັກນ້ອຍຕ່າງຫາກ, ຜູ້ໃຫຍ່ຕ່າງຫາກຢູ່ໂຮງຮຽນ ເຮົາມັນກາບໍ່ໄດ້ແພງປານໃດ.”

ອີງຕາມການແຈ້ງການ ຂອງໂຮງຮຽນຈຸງເຕັກ ສຳລັບຄ່າຮຽນ ແລະ ອຸປະກອນການຮຽນ ຂອງນັກຮຽນແຕ່ລະຊັ້ນໃນແຕ່ລະພາກຮຽນ ມີລາຄາແຕກຕ່າງກັນ ໄປເຊັ່ນນັກຮຽນຊັ້ນປະຖົມ ປ.1 ມີຄ່າຮຽນ 2,350,000 ກີບ ແລະ ຄ່າອຸປະກອນຮັບໃຊ້ການຮຽນລາຄາ 930,000 ກີບ, ນັກຮຽນຊັ້ນມັດທະຍົມ ມ.1 ຫາ ມ.7 ມີຄ່າຮຽນ 2,850,000 - 3,200,000 ກີບ  ແລະ ຄ່າອຸປະກອນຮັບໃຊ້ການຮຽນ 920,000 ກີບ ຫາ 1,220,000 ກີບ. ສ່ວນຊັ້ນອະນຸບານຄ່າຮຽນ ພ້ອມຄ່າອາຫານ ຄົນລະ 850,000ກີບຕໍ່ເດືອນ.

ສາເຫດທີ່ເຮັດໃຫ້ຜູ້ປົກຄອງ ນັກຮຽນຢູ່ແຂວງສະຫວັນນະເຂດ ສົ່ງເສີມໃຫ້ລູກເຂົ້າຮຽນພາສາຈີນ ເພີ່ມຂຶ້ນຍ້ອນມີບໍລິສັດຈີນ ແລະ ໂຮງງານຈີນຫຼາຍແຫ່ງເຂົ້າມາເປີດໃນແຂວງສະຫວັນນະເຂດ ເປັນຈຳນວນຫຼາຍໂດຍແຕ່ລະຕໍາແໜ່ງ ແມ່ນໃຫ້ເງິນເດືອນໃນລະດັບດີ ຖ້າມີຄວາມຮຸູ້ດ້ານພາສາຈີນ ເປັນຕົ້ນພະນັກງານຮ້ານຂາຍເຄື່ອງ ທີ່ໄດ້ພາສາຈີນໄດ້ເດືອນລະ 5 ລ້ານກີບ, ພະນັກງານຕ້ອນຮັບພາສາຈີນ ໄດ້ເງິນເດືອນ 5 ລ້ານກີບ ຫາ 8 ລ້ານກີບ ແລະ ພະນັກງານແປພາສາ ໄດ້ເງິນເດືອນ 5 ລ້ານ ຫາ 6 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.