ຄົນລາວ ເລືອກຮຽນພາສາຈີນ ຫຼາຍທີ່ສຸດ
2024.08.13
ໃນຮອບຫຼາຍປີມານີ້ການຮຽນການສອນພາສາຈີນໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍຈາກນັກຮຽນນັກສຶກສາແລະບຸກຄົນທົ່ວໄປພາຍໃນປະເທດລາວ. ຍ້ອນນັກຮຽນໃຫ້ຄວາມສົນໃຈຫຼາຍຈຶ່ງເຮັດໃຫ້ບາງໄລຍະສະຖາບັນການສຶກສາຂົງຈື້ແມ່ນປະສົບບັນຫາຂາດຄູສອນ. ດັ່ງອາຈານສອນພາສາຈີນສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 18 ກໍລະກົດ 2024 ວ່າ.
“ ຄູອາຈານເຮົາບໍ່ພຽງພໍເພາະວ່າຄວາມຕ້ອງການຂອງນັກສຶກສາເຮົາຈະບໍ່ສາມາດເປີດເຕັມໄດ້ຫັ້ນນ່າເພາະວ່າຕຄູອາຈານຂອງພວກເຮົາບໍ່ພຽງພໍໂຕນີ້ມັນເລີ່ມເປີດປີ 2010 ພາຍຫຼັງຫັ້ນກໍ່ແມ່ນປີ 2013 ເປັນຕົ້ນມາກໍ່ມີກະແສມາເລີຍມີຄວາມຕ້ອງການຫຼາຍໂຕຊ່ວງທີ່ມາແຮງ ໆ ຄືປະມານປີ 2015-2016 ຖືວ່າມາຫຼາຍອໍເພາະວ່າສ່ວນຫຼາຍຫຼັກ ໆ ກໍ່ເອົາໄປສຶກສາເອົາໄປຮຽນຕໍ່ປະເທດຈີນເນາະເຮັດວຽກທຳງານຈັ່ງຊິ”
ທ່ານກ່າວຕື່ມວ່າໃນແຕ່ລະປີສະຖາບັນຂົງຈື້ຈະເປີດຮັບສະມັກຜູ້ທີ່ສົນໃຈຮຽນພາສາຈີນ 2 ຮອບຄືໃນເດືອນກຸມພາ ແລະ ເດືອນກໍລະກົດ. ທັງນີ້ສະຖາບັນຂົງຈື້ແມ່ນມີສະຖານະພາບທຽບເທົ່າກັບຫ້ອງການອະທິການບໍດີ ແລະ ແຍກອອກມາຈາກຄະນະອັກສອນສາດ, ຢູ່ພາຍໃຕ້ການຊີ້ນໍາຂອງອະທິການບໍດີແບ່ງການຮັບສະມັກເປັນ 2 ລະບົບ ແບບປະລິນຍາຕຣີ ຜູ້ສະມັກຕ້ອງມີພື້ນຖານກ່ຽວກັບພາສາຈີນກ່ອນ ແລະ ແບບຮຽນບໍາລຸງຜູ້ສະມັກບໍ່ຕ້ອງມີພື້ນຖານກໍ່ສາມາດລົງທະບຽນຮຽນໄດ້.
ສໍາລັບຜູ້ຕ້ອງການຮຽນແລະມີໂອກາດໄດ້ຮຽນພາສາຈີນຢູ່ສະຖາບັນຂົງຈື້ ມະຫາວິທະຍາ ໄລແຫ່ງຊາດລາວສ່ວນຫຼາຍແມ່ນເປັນຜູ້ທີ່ຮຽນຈົບຊັ້ນມັດທະຍົມປາຍແລ້ວຫຼືກຳລັງສຶກສາຕໍ່ໃນລະດັບປະລິນຍາຕຣີຢູ່ເມືອງຕ່າງ ໆ ພາຍໃນນະຄອນຫຼວງວຽງຈັນ. ທັງນີ້ກໍ່ເພື່ອຕ້ອງການເຂົ້າເຖີງການມີວຽກເຮັດງານທຳນໍາບໍລິສັດລົງທືນຂອງຄົນຈີນເປັນຕົ້ນທຸລະກິດດ້ານການຂົນສົ່ງ. ດ່ັງນັກຮຽນຢູ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາລາວກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ.
“ ຈົບແລ້ວເດີ້ເຈົ້າຮຽນຢູ່ຂົງຈື້ເດີ້ເຈົ້າຮຽນເສີມເດີ້ເຈົ້າຮຽນເພື່ອເອົາມາໃຊ້ອັນນັ້ນສື່ ໆ ທົ່ວໄປຂົນສົ່ງລາວ-ຈີນຫັ້ນແຫຼະເຈົ້າໂດຍກໍ່ຫຼາຍຢູ່ຮຽນກໍ່ສ່ວນຫຼາຍກໍ່ປະກອບອາຊີບນີ້ແຫຼະຫຼືແນວໃດນີ້ແຫຼະປະກອບອາຊີບແລ້ວກໍ່ເຂົ້າເຮັດວຽກນຳອັນນ່ານັກລົງທືນມາລົງທືນຢູ່ລາວອຸດສາຫະກຳບໍລິສັດຂົນສົ່ງໂດຍກໍ່ຫຼາຍຢູ່”
ປັດຈຸບັນວຽກງານໃນຫຼາຍຂະແໜງການຕ້ອງການຜູ້ທີ່ສາມາດສື່ສານພາສາຈີນໄດ້ສະນັ້ນຖ້າຫາກຜູ້ໃດສາມາດໃຊ້ພາສາຈີນໄດ້ກໍ່ຈະເຮັດໃຫ້ພວກເຂົາເຈົ້າໄດ້ຮັບການຊັບຊ້ອນເຂົ້າເປັນພະນັກງານໄດ້ງ່າຍກ່ອນອີກທັງຍັງໄດ້ຮັບລາຍໄດ້ທີ່ດີກ່ວາຜູ້ທີ່ບໍ່ຮູ້ພາສາຈີນ.ດັ່ງພະນັກງານໂຮງແຮມຂອງນັກລົງທືນຈີນ ຢູ່ນະຄອນຫຼວງວຽງຈັນນາງກ່າວວ່າ.
“ ໂດຍແມ່ນແຫຼະມັນມີຫຼາຍບໍລິສັດຫຼາຍອາຊີບຫັ້ນນ່າແຕ່ວ່າສ່ວນໃຫຍ່ແລ້ວຄົນທີ່ໄດ້ພາສາເພິ່ນກໍຈະແບບວ່າໄປແປພາສາໃນບໍລິສັດອີ່ຫຍັງປະມານນີ້ແລ້ວກໍ່ແບບຂື້ນຕາມປະສົບການແລ້ວກໍ່ຄວາມຖະນັດຂອງຄົນ ໆ ນັ້ນນໍາເພາະວ່ານັກລົງທືນກໍ່ຫຼາຍຫັ້ນນ່າແບບມີທຸກຂະແໜງເອີກໍ່ຈະມີເງື່ອນໄຂດີກ່ວາຄົນທີ່ບໍ່ໄດ້ພາສາຈີນເປັນມາດົນແລ້ວແຕ່ແບບວ່າທີ່ຜ່ານມາກຸ່ມຄົນທີ່ຈະມາລົງທືນມັນຍັງບໍ່ຫຼາຍແຕ່ສຳລັບດຽວນີ້ມັນຫຼາຍແລ້ວກໍ່ແບບຕ້ອງການຄົນທີ່ສື່ສານພາສາຈີນໄດ້ຈຳນວນຫຼາຍຈັ່ງຊິນ່າ”
ເຖິງແມ່ນວ່າພາສາຈີນຈະໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນປັດຈຸບັນແຕ່ການຈັດການຮຽນ-ການສອນພາສາຈີນກໍ່ຍັງກະຈຸກຕົວຢູ່ພາຍໃນພື້ນທີ່ເຂດເມືອງເປັນຕົ້ນເຂດເທດສະບານໃນແຕ່ລະແຂວງ ແລະ ເຂດເມືອງຕ່າງ ໆ ໃນນະຄອນຫຼວງວຽງຈັນ. ດັ່ງນັກຮຽນຊັ້ນ ມ.7 ຢູ່ເມືອງຊ່ອນ ແຂວງຫົວພັນ ນາງກ່າວວ່າ.
“ ອ່າຢູ່ເຮົານີ້ບໍ່ຄ່ອຍມີນ່າເພາະວ່າຢູ່ນອກຢູ່ແຖວເຮົາກໍ່ມີແຕ່ເຂົາໄປຮຽນຢູ່ນະຄອນຫຼວງຢູ່ວຽງຢູ່ເຮົາກໍ່ມີຄົນສອນເພີ່ມຢູ່ໂຮງຮຽນຫັ້ນເຂົາກໍ່ປະກາດຊອກຄົນຢູ່ໂຮງຮຽນສາມັນມີຄົນເຂົາກໍ່ຮຽນອັນນັ້ນເຂົາໄປຮຽນຕໍ່ຫັ້ນນ່າກໍ່ຊອກວຽກງານຂື້ນເພາະວ່າໄປເຮັດວຽກນຳຄົນຈີນແປພາສາອີ່ຫຍັງຫັ້ນນ່າແມ່ນຄົນຈີນພາສາອັງກິດພາສາອັນນັ້ນເຂົາກໍ່ຮຽນຫຼາຍຫັ້ນນ່າພາສາອັງກິດບໍ່ນ້ອງຮຽນພາສາຫວຽດນ້ອງຮຽນຢູ່ຫວຽດຈົບຫວຽດມາຫວຽດກໍ່ຫຼາຍສ່ວນພາສາຈີນບໍ່ໄດ້ຮຽນນ່າເພາະວ່າບໍ່ໄດ້ໃຊ້ແມ່ນຢູ່ທາງນີ້ໃຊ້ຫວຽດຫຼາຍກ່ວາຢູ່ໄກ້ຊາຍແດນຫວຽດ”
ຂະນະດຽວກັນພັດມີນັກຮຽນ-ນັກສຶກສາ ແລະ ບຸກຄົນທົ່ວໄປຈໍານວນໜຶ່ງພັດເບິ່ງວ່າການຮຽນ-ການສອນພາສາຈີນທີ່ແຜ່ຫຼາຍໃນປະເທດລາວເຊີ່ງອາດເປັນແຕ່ພຽງກະແສຊົ່ວຄາວເຮັດໃຫ້ພວກຂະເຈົ້າສົນໃນຮຽນພາສາອັງກິດຍ້ອນສາມາດສື່ສານກັບນັກລົງທືນທັງພາຍໃນແລະຕ່າງປະເທດໄດ້ຫຼາຍກ່ວາໃນອະນາຄົດ. ດັ່ງອອກແບບກຣາຟຟິກຢູ່ເມືອງວັງວຽງ ແຂວງວຽງຈັນນາງກ່າວວ່າ.
“ ມີ ໆ ມີສອນເພີ່ມເປັນໂຮງຮຽນແລ້ວຂະເຈົ້າສອນສອນເພີ່ມຮຽນເພີ່ມກ່ຽວກັບພາສາຈີນກໍ່ມີນ້ອງບໍ່ຄ່ອຍໄດ້ສົນໃຈເລື່ອງພາສາຈີນແຕ່ວ່າຈະໄປໃນເລື່ອງພາສາອັງກິດຫຼາຍກ່ວາໝູ່ແມ່ນມັນເປັນບາງບ່ອນເຮົາກໍ່ບໍ່ໄດ້ເຂົ້າເຖີງຫຼາຍປານນັ້ນບໍ່ໄດ້ຢູ່ນະຄອນຫຼວງຢູ່ຕ່າງແຂວງແມ່ນສ່ວນຫຼາຍກໍ່ໄປຢູ່ທີ່ພຸ້ນແຫຼະແມ່ນແລ້ວການທີ່ນ້ອງຮຽນມັນກໍ່ມີໂອກາດໄດ້ເງິນເດືອນຫຼາຍກ່ວາຖ້າສຳລັບຜູ້ທີ່ໄດ້ພາສາຈີນ”
ສະເພາະການເຄື່ອນໄຫວໃນທ້າຍປີ 2024 ວັນທີ 12 ສິງຫາ ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດໄດ້ຈັດຕັ້ງການສອບເສັງຄັດເລືອກນັກສຶກສາເຂົ້າຮຽນໃນຫຼັກສູດຄູພາສາຈີນສົກປີ 2024-2025 ຈໍານວນ 437 ຄົນ. ມີນັກຮຽນຈາກມາຈາກ 15 ແຂວງ ແລະ ນະຄອນຫຼວງວຽງຈັນ. ໄລຍະ 3-7 ກໍລະກົດ ສະຖາບັນຂົງຈື້ໄດ້ຈັດການສອບເສັງທ້າຍພາກຮຽນສຳລັບຫຼັກສູດບໍາລຸງພາສາຈີນຊຸດທີ 28 ມີຈຳນວນ 1,840 ຄົນ. ຂະນະທີ່ການສອບເສັງທ້າຍພາກຮຽນສຳລັບຫຼັກສູດບໍາລຸງພາສາຈີນຊຸດທີ 27 ມີນັກຮຽນເຂົ້າຮ່ວມການສອບເສັງທັງໝົດ 1,651 ຄົນ.
ກອງປະຊຸມສະຖາບັນຂົງຈື້ 4 ປະເທດ ເມື່ອວັນທີ 30 ມີນາ 2024 ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື້ຝ່າຍລາວກ່າວວ່າ ສະຖາບັນຂົງຈື້ ມະຫາວິທຍາໄລແຫ່ງຊາດ ກາຍເປັນສະຖາບັນທຳອິດໃນໂລກທີ່ເປີດຫຼັກສູດສອນປະລິນຍາຕີຄູສອນພາສາຈີນແລະຄາດວ່າໃນຕໍ່ໜ້າສະຖາບັນຂົງຈື້ຈະສ້າງຄູສອນພາສາຈີນທ້ອງຖີ່ນໃຫ້ຫຼາຍ
ກ່ວາເກົ່າແລະສູ້ຊົນໃນການສ້າງຫຼັກສູດປະລິນຍາໂທສາຂາຫຼັກສູດພາສາຈີນສາກົນ ແລະ ຫຼັກສູດການຄ້າສາກົນໃນປີ 2024.
ນອກຈາກນີ້ເມື່ອປີ່ຜ່ານມາ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືການສ້າງຫຼັກສູດປະລິນຍາໂທເປັນພາສາຈີນສາຂາ ການຄ້າສາກົນ ແລະ ການສອນພາສາຈີນພາສາສາກົນ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່ງນັກສຶກສາສາຂາຄູພາສາຈີນໃນຫຼັກສູດ 2+2 ເດີນທາງໄປຮຽນຕໍ່ປີ 3 ແລະ ປີ 4 ທີ່ມະຫາວິທະຍາໄລຊົນເຜົ່າກວາງຊີທັງໝົດ 56 ຄົນ ເຊີ່ງນັກສຶກສາເຫຼົ່ານີ້ແມ່ນໄດ້ສິດຍົກເວັ້ນຄ່າຮຽນ, ຄ່າຫໍພັກ ແລະ ຄ່າທຳນຽມຕ່າງ ໆ, ໄດ້ເບັ້ຍລ້ຽງໃນແຕ່ລະເດືອນ, ນັກສຶກສາເສັງຈົບຜ່ານຕາມເງື່ອນໄຂຈະໄດ້ຮັບໃບປະກາດສະນີຍະບັດຈາກ 2 ສະຖາບັນການສຶກສາຄື ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ.