ນະຄອນຫຼວງວຽງຈັນ ລົງກວດກາປ້າຍບໍ່ຖືກລະບຽບ ທີ່ຕະຫຼາດຊັ່ງຈຽງ

ໄຊຍາ
2024.05.28
ນະຄອນຫຼວງວຽງຈັນ ລົງກວດກາປ້າຍບໍ່ຖືກລະບຽບ ທີ່ຕະຫຼາດຊັ່ງຈຽງ ໂຕຢ່າງຫ້າງຮ້ານ ນ້ອຍ-ໃຫຍ່ ຂອງຊາວຈີນ ທີ່ມາຄ້າຂາຍ ແລະ ເຮັດທຸລະກິດ ໃນຂອບເຂດນະຄອນຫຼວງວຽງຈັນ (TS) ເດືອນກໍຣະກະດາ 2022.
RFA

ຄະນະເຈົ້າໜ້າທີ່ ຈາກຜະແນກຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນໄດ້ໄດ້ລົງພື້ນທີ່ກວດກາ ແລະ ແກ້ໄຂບໍລິສັດຈີນ ແລະ ທຸລະກິດຂອງຄົນຈີນ ຢູ່ບໍລິເວັນຕະຫຼາດຊັ່ງຈຽງ ເມືອງສີໂຄດຕະບອງ ທີ່ເຮັດປ້າຍຮ້ານ ແລະ ປ້າຍໂຄສະນາບໍ່ຖືກຕາມລະບຽບກົດໝາຍ ເມື່ອວັນທີ 24 ພຶດສະພາ ທີ່ຜ່ານມານີ້. ໃນນີ້ ມີປ້າຍທີ່ມີໂຕໜັງສື ພາສາຈີນ ທີ່ຂະໜາດໃຫຍ່ກ່ວາພາສາລາວ, ໃຊ້ສີຂອງປ້າຍບໍ່ຖືກຕ້ອງ, ປ້າຍທີ່ບໍ່ໄດ້ຂໍອະນຸຍາດ ແລະ ບໍ່ເສຍພາສີປ້າຍ.

ເຈົ້າໜ້າທີ່ຜະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ພຶດສະພາ ນີ້ວ່າ. ຄະນະ ກໍ່ກໍາລັງປຶກສາຫາລືວ່າ ຈະມີແຜນການລົງກວດກາປ້າຍທຸລະກິດຈີນ ຢູ່ເຂດອື່ນ ໆ ໃນນະຄອນຫຼວງວຽງຈັນ ຕື່ມຫຼືບໍ່ນັ້ນຕອນນີ້ຍັງປະເມີນຜົນ ຂອງການທົດລອງເທື່ອນີ້ຖ້າວ່າແກ້ໄຂ ໄດ້ກໍ່ຈະຂະຫຍາຍ ໄປລົງໄປກວດກາ ເຂດອື່ນຕື່ມ.

“ກວດກາແກ້ໄຂບັນຫາ ປ້າຍທີ່ມັນບໍ່ຖືກຕ້ອງຊື່ໆ ກວດກາແກ້ໄຂໂຕທີ່ມັນບໍ່ຖືກຕ້ອງ ຕາມລະບຽບເພິ່ນເຮັດທົດລອງແກ້ໄຂ ເບິ່ງຫັ້ນນ່າກາບໍ່ແນ່ໃຈວ່າເພິ່ນສີຂະຫຍາຍບໍ່ ມັນຊິໄດ້ບໍ່ຄັນມັນແກ້ໄຂໄດ້ ເພິ່ນກາຊິຂະຫຍາຍຕໍ່.”

ທ່ານກ່າວຕື່ມວ່າ ສໍາລັບບໍລິສັດ ຫຼື ທຸລະກິດຂອງຄົນຈີນທີ່ຖືກກວດກາ ແລະ ໃຫ້ແກ້ໄຂໃນເທື່ອນີ້ໃນເບື້ອງຕົ້ນກໍໄດ້ໃຫ້ເວລາ ເຈົ້າຂອງທຸລະກິດເປັນເວລາ 7 ວັນເພື່ອໃຫ້ມີການປົດປ້າຍ ທີ່ຜິດລະບຽບນັ້ນອອກແລ້ວ ຫາວິທີເຮັດປ່າຍໃຫ້ຖືກຕ້ອງແຕ່ຖ້າກາຍ 7 ວັນຍັງບໍ່ມີການແກ້ໄຂ ກໍ່ຈະໃຊ້ມາດຕະການຕາມລະບຽບ ທີ່ໄດ້ວາງເອົາໄວ້.

ເຈົ້າຂອງທຸລະກິດ ຊາວຈີນເຊີ່ງເປັນທຸລະກິດ ແຫ່ງໜຶ່ງຢູ່ຕະຫຼາດຊັ່ງຈ່ຽງ ທີ່ຖືກຜະແນກ ຖວທ ນະຄອນຫຼວງວຽງຈັນ ສັ່ງໃຫ້ແກ້ໄຂປ້າຍທີ່ຂໍສະຫງວນຊື່ ແລະສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

“ໃນເບື້ອງຕົ້ນທາງເຈົ້າໜ້າທີ່ມີ ແຕ່ມາກວດກາແລະໃຫ້ປົດປ້າຍ ທີ່ຜິດລະບຽບນັ້ນອອກສື່ໆ ຍັງບໍ່ໄດ້ລົງໂທດເຖິງຂັ້ນໃຫ້ປິດຮ້ານ ຫຼືສັ່ງໃຫ້ຢຸດຕິກິດຈະການແຕ່ຢ່າງໃດ.”

ຜູ້ຮູ້ກ່ຽວກັບເລື່ອງ ເຮັດປ້າຍໃຫ້ຖືກລະບຽບກ່າວວ່າ ສາເຫດທີ່ປ້າຍທຸລະກິດຂອງຄົນຈີນ ເຮັດບໍ່ຖືກຕ້ອງນັ້ນສ່ວນໜຶ່ງ ແມ່ນເປັນປ້າຍທີ່ມີແຕ່ພາສາຈີນ ຫຼື ໃຊ້ພາສາຈີນທີ່ມີຂະໜາດໃຫຍ່ ກ່ວາພາສາລາວຈຶ່ງຖືກທາງຜະແນກ ຖວທ ສັ່ງໃຫ້ປົດອອກ ແລະ ໃຫ້ມີການເຮັດໃໝ່ເຮັດຖືກລະບຽບ.

“ເຂົາບໍ່ມີພາສາລາວເຂົາມີແຕ່ພາສາຈີນ ຕ້ອງມີພາສາລາວບໍລິສັດຫຍັງຮ້ານຫຍັງຫັ້ນນ່າ. ພາສາລາວຂຶ້ນໜ້າກ່ອນແລ້ວຈັ່ງພາສາອັງກິດ ພາສາຈີນທາງກ້ອງຫັ້ນຫັ້ນນ່າ ແລ້ວໄດ້ສີໂຕໜັງສືສີພື້ນໃຫ້ຖືກຕ້ອງ ບໍ່ໄດ້ຍາກຫຍັງ.”

 ຜູ້ປະກອບການ ເຮັດປ້າຍໂຄສະນາກ່າວວ່າ ໃນສະພາບປະຈຸບັນກໍ່ມີທຸລະກິດ ຂອງຄົນຈີນ ຈໍານວນໜຶ່ງ ທີ່ມັກຈ້າງໃຫ້ເຮັດປ້າຍຮ້ານ ຫຼືປ້າຍໂຄສະນາຂຶ້ນເອງ ແບບບໍ່ໄດ້ຜ່ານການກວດກາ ຈາກຜູ້ທີ່ຮູ້ດ້ານການອອກແບບປ້າຍ ຈຶ່ງເຮັດໃຫ້ຮ້ານຫຼືທຸລະກິດຈີນ ຫຼາຍແຫ່ງມັກເຮັດປ້າຍ ບໍ່ຖືກຕ້ອງຫຼືໃຊ້ຄຳສະກົດພາສາລາວແບບຜິດ.

“ຄົນຈີນເຮັດກໍ່ມີເຂົາເຈົ້າເຮັດເອງ ຄົນຈີນນ່າແຕ່ສ່ວນຫຼາຍກາບໍ່ຖືກຫັ້ນແຫຼະ ສ່ວນຫຼາຍແມ່ນພິມພາສາລາວບໍ່ຖືກ ມັນໜ້າຈະເປັນຄົນຈີນເຂົາເຈົ້າ ກວດເອງຫັ້ນນ່າ.”

ຜູ້ປະກອບການ ເຮັດປ້າຍໂຄສະນາອີກຮ້ານໜຶ່ງ ກ່າວວ່າ ສໍາລັບຫຼັກການໃນການເຮັດປ້າຍ ແບບຖືກຕ້ອງລະບຽບແມ່ນຈະຕ້ອງເປັນປ້າຍ ທີ່ມີພາສາລາວໃຫຍ່ກ່ວາພາສາຕ່າງປະເທດ ແລະທີ່ສຳຄັນກໍ່ຈຳເປັນຕ້ອງໄດ້ຂໍອະນຸຍາດ ຈາກເຈົ້າໜ້າທີ່ຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ທັງຂັ້ນເມືອງ ຫຼື ຂັ້ນແຂວງກ່ອນ ພ້ອມທັງມີການເສຍຄ່າທຳນຽມປ້າຍ ແລະ ຄ່າພາສີປ້າຍແບບຖືກຕ້ອງ ຈຶ່ງຖືວ່າຖືກລະບຽບ.

“ເອີ! ມັນກາຕ້ອງເປັນພາສາລາວ ມີພາສາລາວກັບພາສາອັງກິດ ລາວຫັ້ນ ຢູ່ເທິງສຸດ ຜູ້ໃດຊິຂຶ້ນປ້າຍກາຕ້ອງໄດ້ຜ່ານເມືອງ ຜ່ານຫຍັງເຂົາມີໃບຄັກແນ່.”

ທ່ານນາງ ວຽງພອນ ແກ້ວຄູນສີ ຫົວໜ້າຜະແນກຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ໂທລະພາບນະຄອນຫຼວງວຽງຈັນ ໃນຂະນະທີ່ລົງພື້ນທີ່ຕິດຕາມ ກວດກາແກ້ໄຂປ້າຍໂຄສະນາ ຜິດລະບຽບ ມີບາງຕອນກ່າວວ່າ:

“ກາຍັງມີບາງຮ້ານຫົວໜ່ວຍວິສາຫະກິດ ຈໍານວນໜຶ່ງຍັງປະຕິບັດບັນຫາກ່ຽວກັບການໂຄສະນາ ດ້ວຍປ້າຍນີ້ຍັງບໍ່ທັນຖືກຕ້ອງ ເປັນຕົ້ນວ່າການນໍາໃຊ້ສີ ຂອງປ້າຍບໍ່ຖືກນໍາໃຊ້ພາສາ ບໍ່ຖືກຕ້ອງ.”

ກົດໝາຍວ່າດ້ວຍປ້າຍມາດຕາ 16 ລະບຸວ່າ ສໍາລັບປ້າຍທີ່ຂຽນ ຫຼື ພິມພາສາລາວ ແລະ ພາສາຕ່າງປະເທດ ໃຫ້ໃສ່ພາສາລາວຢູ່ເທີງແລ້ວພາສາຕ່າງປະເທດ ຢູ່ລຸ່ມ ຫຼື ພາສາລາວຢູ່ເບື້ອງຂວາ ພາສາຕ່າງປະເທດຢູ່ເບື້ອງຊ້າຍ. ຂະໜາດຂອງພາສາຕ່າງປະເທດບໍ່ໃຫ້ເກີນ 2 ສ່ວນ 3 ຂອງໂຕໜັງສືລາວ. ໃນມາດຕາ 57 ລະບຸວ່າຜູ້ໃດຝ່າຝືນ ຈະຖືກສຶກສາອົບຮົມ, ປັບໄໝ, ໃຊ້ແທນຄ່າເສຍຫາຍທາງ ແພ່ງ ຫຼື ລົງໂທດ ຕາມອາຍາຕາມແຕ່ລະກໍລະນີເບົາ ຫຼື ໜັກ. ກ່ອນໜ້ານີ້ ພາກສ່ວນ ຮັບຜິດຊອບຢປ້າຍໂຄສະຫຼາຍແຂວງ ກໍ່ໄດ້ຕິດຕາມກວດກາ ແລະ ແກ້ໄຂປ້າຍທຸລະກິດທີ່ໃຊ້ພາສາຈີນ ແລະ ຫວຽດນາມ ບໍ່ຖືກຕ້ອງໃນຫຼາຍເມືອງ ຂອງແຂວງບໍ່ແກ້ວ, ຫຼວງພຣະບາງ, ບໍລິຄຳໄຊ, ເຊກອງ ແລະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.