ເຣື້ອງທີ່ເກັບບັນທຶກໄວ້
2024-02-13
ໃນໄລຍະນີ້ ຊາວບ້ານ ທີ່ອາໄສຢູ່ໃກ້ແຄມທາງ ໃນເຂດບ້ານຫ້ວຍເຕີຍ ແລະບ້ານໂນນແສງຈັນ ໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບຄວາມເດືອດຮ້ອນ ແລະຜົລກະທົບເຣື່ອງຂີ້ຝຸ່ນຢ່າງໜັກ ຍ້ອນມີຣົຖບັນທຸກຂົນດິນ ຂອງບໍຣິສັດເອກກະຊົນ ທີ່ແລ່ນຂົນດິນທຸກມື້.
2024-02-13
ທະນາຄານທຸຣະກິຈ ສືບຕໍ່ງົດຂາຍ ເງິນຕຣາຕ່າງປະເທດ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ຂະນະທີ່ຣັຖບານລາວ ຕັ້ງເປົ້າໝາຍ ເກັບຊື້ເງິນຕຣາຕ່າງປະເທດ ເຂົ້າລະບົບທະນາຄານ ຢ່າງໜ້ອຍ 70% ໃນປີ 2024 ນີ້ ເພື່ອນຳໄປຊຳຣະໜີ້ສິນ ແລະ ເປັນເງິນຄັງສຳຮອງ ເງິນຕຣາຕ່າງປະເທດ ໃຫ້ສາມາດກຸ້ມການນຳເຂົ້າໄດ້ ຢ່າງໜ້ອຍ 5 ເດືອນ.
2024-02-12
ຊາວບ້ານ ຢູ່ ເມືອງໄຊບູລີ ແຂວງສວັນນະເຂດ ແລະ ເມືອງໄຊບັ້ງໄຟ ແຂວງຄໍາມ່ວນ ໄດ້ຮັບກິ່ນເໝັນ ຈາກໂຮງງານຜລິດແປ້ງມັນຕົ້ນ ຂອງວຽດນາມ ທີ່ມີຜົລກະທົບ ຕໍ່ລະບົບຫາຍໃຈ ຢ່າງຮ້າຍແຮງ.
2024-02-12
ທາງການໄທຍ ເຕືອນຄົນງານຕ່າງດ້າວ ຈາກ ລາວ, ພະມ້າ, ກັມພູຊາ ແລະວຽດນາມ ໃຫ້ ຕໍ່ວີຊ້າ ແລະໃບອະນຸຍາດເຮັດວຽກ ກ່ອນໝົດກໍາກົດ ໃນວັນທີ 13 ກຸມພານີ້, ແຕ່ຖ້າບໍ່ປະຕິບັດຕາມ ທັງນາຍຈ້າງ ແລະລູກຈ້າງ ຈະມີໂທດ, ຜູ້ເປັນລູກຈ້າງຈະຖືກສົ່ງກັບຄືນປະເທດ ທັນທີ.
2024-02-12
ບັນຫານາຍໜ້າ ຮັບແລ່ນໜັງສືເດີນທາງ ໃນລາວ ທີ່ລາຄາສູງເກີນຈິງ ຍັງບໍ່ໄດ້ຮັບການແກ້ໄຂ ຢ່າງຈິງຈັງ ຈາກພາກຣັຖ ໂດຍນາຍໜ້າ ທີ່ຮັບແລ່ນໜັງສືເດີນທາງ ໄດ້ມີຫຼາຍຂຶ້ນ ເຊິ່ງນາຍໜ້າແຕ່ລະຄົນ ຄິດໄລ່ລາຄາ ແຕກຕ່າງກັນ ແລະຂຶ້ນຢູ່ກັບໄລຍະເວລາ.
2024-02-12
ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກວດຮ້ານກິນດື່ມ, ຮ້ານບັນເທີງ, ຮ້ານເກມສ໌ອອນລາຍນ໌ ທັງໝົດ 10 ຮ້ານ ໃນທົ່ວເມືອງ ເປີດກາຍເວລາທີ່ກໍານົດ, ສົ່ງສຽງດັງເນືອງນັນ, ຄ້າປະເວນີ ແອບແຝງ, ທັງນີ້ໄດ້ກວດພົບ ສາວຂາຍບໍຣິການ ທາງເພດ 47 ຄົນ ລວມເດັກແມ່ຍິງ ອາຍຸຕໍ່າກວ່າ 18 ປີ 4 ຄົນ.
2024-02-12
ສວນກ້ວຍຂອງນັກລົງທຶນຈີນ ຫຼາຍແຫ່ງ ໃຊ້ວຽກຄົນງານລາວ ຢ່າງໜັກ, ແຕ່ຈ່າຍຄ່າຈ້າງຕໍ່າ ຖ້າທຽບໃສ່ອັດຕຣາເງິນເຟີ້ ແລະບັນຫາເສຖກິຈ ໃນຕອນນີ້ ຂະນະດຽວກັນ ຄົນລາວຈຳນວນຫຼາຍ ເລືອກໄປເຮັດວຽກແນວອື່ນແທນ.
2024-02-11
ກອງກໍາລັງ ຊົນຊາຕຊົນເຜົ່າ ຢູ່ພະມ້າ ປະກາດວ່າ ໄດ້ຍຶດ 3 ເມືອງໃຫຍ່ ທີ່ເປັນເຂດຍຶດຄອງ ຂອງທະຫານພະມ້າ.
2024-02-09
ແຂວງເຊກອງ ແລະ ແຂວງກວາງຈິ ຂອງວຽດນາມ ປຶກສາຫາລືກັນ ເພື່ອສ້າງເສັ້ນທາງ ອຳນວຍຄວາມສະດວກ ຕໍ່ການຂົນສົ່ງຖ່ານຫິນ ຈາກລາວ ໄປວຽດນາມ ພາຍຫຼັງທີ່ຣັຖບານລາວ ແລະ ວຽດນາມ ໄດ້ເຊັນສັນຍາ ຊື້ຖ່ານຫິນຈາກລາວ ເພີ່ມຂຶ້ນ ເມື່ອປີ 2023.
2024-02-09
ຣົຖຕູ້ໂດຍສານ ທີ່ມີຄົນລາວໃຊ້ບໍຣິການ ຕຳທ້າຍກັບຣົຖບັນທຸກ 10 ລໍ້ ຢູ່ທາງຫຼວງເລຂທີ 304 ເຂດບ້ານທຸ່ງຣວງທອງ ຕາແສງເມືອງໃໝ່ ເມືອງຣາຊະສານ ແຂວງສະເຊິງເຊົາ ປະເທດໄທຍ ເຮັດໃຫ້ມີຜູ້ບາດເຈັບ 16 ຄົນ ເຊິ່ງຈຳນວນ 15 ຄົນເປັນຄົນລາວ ແລະ ນຶ່ງໃນນັ້ນເສັຽຊີວິດ.
2024-02-09
ປີນີ້ ແຂວງໄຊຍະບູຣີ ຈະຈັດງານບຸນຊ້າງ ຢ່າງຍິ່ງໃຫຍ່ ນັບຕັ້ງແຕ່ວັນທີ 12-18 ກຸມພາ ເພື່ອສົ່ງເສີມການທ່ອງທ່ຽວ ແລະການອະນຸຮັກຊ້າງ ຊຶ່ງໃນງານ ຈະມີຊ້າງ 75 ເຊື້ອກ ແລະທາງການຄາດວ່າ ຈະມີຜູ້ເຂົ້າຮ່ວມງານ ຈຳນວນຫລາຍ.
2024-02-09
ທາງການເມືອງຊະນະຄາມ ແຂວງວຽງຈັນໄດ້ຊີ້ແຈງ ເຖິງສາເຫດປາຕາຍ ຢູ່ຫ້ວຍນໍ້າທັມມະຊາຕ ເຂດບ້ານຄົກເຂົ້າດໍ ວ່າ ເກີດຈາກອ່າງບໍາບັດນໍ້າເສັຍ ຂອງໂຮງງານຜລິດແປ້ງມັນຕົ້ນ ແຫ່ງນຶ່ງບໍ່ສາມາດຮອງຮັບນໍ້າໄດ້ ຈຶ່ງໄຫຼລົ້ນອອກຈາອ່າງ ແລ້ວໄຫຼລົງສູ່ຫ້ວຍທັມມະຊາຕ ເຮັດໃຫ້ປາຕາຍດັ່ງກ່າວ.
2024-02-09
ການປູກຝິ່ນໃນລາວ ຍັງມີຢູ່ຫລາຍ ເປັນຕົ້ນຢູ່ແຂວງພາກເໜືອ ຊຶ່ງໃນຕົ້ນ ປີ 2024 ມີການທໍາລາຍສວນຝິ່ນ ຢູ່ພູແຊວ ເມືອງພູກູດ ແຂວງຊຽງຂວາງ ເກືອບເຖິງ 11,000 ຕາແມັດ ແລະ ຢູ່ເຂດເມືອງຫລວງນໍ້າທາ ປະມານ 2,600 ຕາແມັດ.
2024-02-08
ພົບສົບຊາຍນິຣະນາມ ຢູ່ໃນກົງເຫລັກ ໃນສະພາບຖືກເຊືອກຮັດຄໍ ໄຫຼຢູ່ກ້ອງຂົວນໍ້າຄານ ໃນເຂດບ້ານວັງເງິນ ນະຄອນຫລວງພຣະບາງ, ຂະນະນີ້ ເຈົ້າໜ້າທີ່ກຳລັງດຳເນີນການ ສືບສວນ, ສອບສວນຢູ່ ແຕ່ບາງຄຳເຫັນໃຫ້ເຫດຜົລວ່າ ອາດເປັນກຸ່ມຄົນຈີນ ເນື່ອງຈາກຄົນຈີນ ເຂົ້າມາເຮັດທຸຣະກິຈ ໃນລາວຫຼາຍຂຶ້ນ.
2024-02-08
ເຈົ້າໜ້າທີ່ແຂວງຊຽງຂວາງ ໄດ້ປ່ອຍໂຕຊາວບ້ານຊ້າງ 6 ຄົນ ຜູ້ທີ່ຖືກຈັບຍ້ອນການປະທ້ວງ ເລື່ອງຂໍ້ຂັດແຍ່ງທີ່ດິນ.