ຄົນງານຈາກລາວ, ພະມ້າ, ກັມພູຊາ, ວຽດນາມ ຈະຖືກສົ່ງກັບທັນທີ ຖ້າບໍ່ຕໍ່ໃບອະນຸຍາດ
2024.02.12

ທ່ານ ຄາຣົມ ພົນພອນກາງ, ຮອງໂຄສົກປະຈໍາສໍານັກງານ ນາຍົກຣັຖມົນຕຣີ ຂອງໄທຍ ໄດ້ເຕືອນໃນມື້ວັນທີ 10 ກຸມພານີ້ ໃຫ້ຄົນງານ 4 ສັນຊາຕ ລາວ, ພະມ້າ, ກັມພູຊາ ແລະວຽດນາມ ໄປຕໍ່ໃບອະນຸຍາດເຮັດວຽກ ໃນລະບົບ MOU ຫລື ນາຍຈ້າງຄົນງານ 4 ສັນຊາຕນີ້ ຕໍ່ໃຫ້ຕາມລະບຽບກົດໝາຍ ກ່ອນວັນທີ 13 ກຸມພານີ້.
ຫາກທາງການ ກົມຈັດຫາງານຂອງໄທຍ ກວດພົບວ່າ ຄົນງານ 4 ສັນຊາຕ ແລະນາຍຈ້າງ ທີ່ວ່ານັ້ນ ບໍ່ປະຕິບັດຕາມຂັ້ນຕອນພາຍໃນໄລຍະເວລາ ທີ່ກໍານົດໃຫ້ນັ້ນ ຈະຖືກຖອນໃບອະນຸຍາດເຮັດວຽກ ແລະດໍາເນີນການ ຕາມລະບຽບກົດໝາຍ ທັງຕໍ່ນາຍຈ້າງ ແລະຄົນງານ. ສໍາລັບຄົນງານ ແມ່ນຈະຖືກສົ່ງກັບຄືນປະ ເທດທັນທີ, ແຕ່ຄົນງານຕ່າງປະເທດ ທີ່ໄດ້ຖືກສົ່ງກັບຄືນປະເທດ ຂອງພວກເຂົາເຈົ້າແລ້ວ ສາມາດກັບເຂົ້າມາເຮັດວຽກຢູ່ໄທຍໄດ້ ຊຶ່ງຕ້ອງໄດ້ເຮັດເອກກະສານໃໝ່ ທັງໝົດຜ່ານລະບົບ MOU.
ດັ່ງເຈົ້າໜ້າທີ່ ກະຊວງແຮງງານ ຂອງໄທຍທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກຸມພານີ້ວ່າ:
(ພາສາໄທຍ) “ແມ່ນ ຄົນທີ່ຍື່ນຂໍຂຶ້ນທະບຽນໄວ້ ແລ້ວກໍໃບເຮັດວຽກໝົດອາຍຸ ວັນທີ 13 ກຸມພານີ້ ເຂົາໃຫ້ມາຕໍ່ ຖ້າບໍ່ໄດ້ຕໍ່ ກໍໝົດສິດ ຢູ່ໃນຣາຊອານາຈັກ ຜິດກົດໝາຍກໍຕ້ອງກັບບ້ານ ຖ້າຈະມາອີກ ກໍເຂົ້າມາໄດ້ ແຕ່ຕ້ອງເຂົ້າມາແບບ MOU.”
ທ່ານ ສົມຊາຍ ມໍຣະກົດສີວັນ ຜູ້ກວດຣາຊການ ກະຊວງແຮງງານ ຮັກສາການແທນອະທິບໍດີກົມຈັດຫາງານ ຣາຍງານໃນວັນທີ 19 ທັນວາ 2023 ວ່າ ຕາມມະຕິຄະນະຣັຖມົນຕຣີ ຂອງໄທຍ ເມື່ອວັນທີ 5 ກໍຣະກະດາ 2022 ມີຄົນງານ 4 ສັນຊາຕ ລາວ, ພະມ້າ, ກັມພູຊາ ແລະວຽດນາມ ລວມກັນທັງໝົດປະມານ 1 ລ້ານຄົນ ມີໃບອະນຸຍາດເຮັດວຽກຢູ່ໄທຍ ທີ່ຈະໝົດອາຍຸພ້ອມກັນໃນວັນທີ 13 ກຸມພາ 2024, ຄວນໃຫ້ໄປຍື່ນເອກກະສານ ກ່ອນຈະໝົດອາຍຸນັ້ນ.
ການຍື່ນຄໍາຮ້ອງ ຂໍຕໍ່ອາຍຸໃບອະນຸຍາດເຮັດວຽກນັ້ນ ສາມາດເຮັດໄດ້ຜ່ານທາງ ເວັບໄຊ e-workpermit.doe.go.th ຕາມທີ່ທາງການໄທຍ ລະບຸໄວ້ ແລະເສັຍຄ່າທໍານຽມ ສະບັບລະ 100 ບາທ ແລະຄ່າທໍານຽມຕໍ່ອາຍຸ ໃບອະນຸຍາດເຮັດວຽກ ສະບັບລະ 900 ບາທ ພາຍໃນວັນທີ 13 ກຸມພານີ້. ຫລັງຈາກນັ້ນ ກໍໃຫ້ຍື່ນຫລັກຖານ ການອະນຸຍາດຢູ່ໄທຍ ຫລື ວີຊ້າ ຕໍ່ ບໍ່ໃຫ້ກາຍວັນທີ 13 ກຸມພາ 2025 ແລະຍື່ນຫລັກຖານ ຂຶ້ນທະບຽນປະກັນສັງຄົມ ຫລືປະກັນສຸຂພາບ ກະຊວງສາທາຣະນະສຸຂ ຕໍ່ກົມຈັດຫາງານຂອງໄທຍ.
ກ່ຽວກັບເຣື່ອງທີ່ວ່ານີ້ ຜູ້ປະກອບການຢູ່ໄທຍຫລາຍຄົນ ທີ່ມີລູກຈ້າງເປັນຄົນໃນ 4 ສັນຊາຕນີ້ ກໍໄດ້ປະຕິບັດຕາມລະບຽບກົດໝາຍ ໃຫ້ລູກຈ້າງຂອງພວກຕົນ.
ດັ່ງຜູ້ປະກອບການຄົນນຶ່ງ ເວົ້າວ່າ:
(ພາສາໄທຍ) “ຮັບຊາບແລ້ວ ເພາະວ່າມັນກໍມີກໍານົດ ຕາມລະບຽບຂອງມັນຢູ່ແລ້ວ. ຕາມລະບຽບກໍຕ້ອງຍື່ນຢູ່ແລ້ວ. ຕາມໃບອະນຸຍາດ ຂອງເອື້ອຍ ເຮັດຕາມລະບຽບເລີຍ. ກະຊວງແຮງງານ ໄປຍື່ນປະກັນສັງຄົມ ປົກກະຕິເລີຍ.”
ແລະຜູ້ປະກອບການອີກຄົນນຶ່ງກໍເວົ້າວ່າ ໃນບໍຣິສັດຂອງຕົນ ມີລູກຈ້າງຫລາຍສັນຊາຕ ເຮັດວຽກຢູ່ ແລະໄດ້ຈ້າງບໍຣິສັດນາຍໜ້າ ແລ່ນເຮັດເອກກະສານ ທີ່ວ່ານັ້ນ ໃຫ້ພວກເຂົາເຈົ້າແລ້ວ.
(ພາສາໄທຍ) “ແມ່ນ ຍື່ນແລ້ວ ກໍ ມີຫລາຍສັນຊາຕ ມີນາຍໜ້າເຮັດໃຫ້.”
ໃນຂະນະດຽວກັນ ຄົນງານລາວຢູ່ໄທຍຜູ້ນຶ່ງ ເວົ້າວ່າ ເຣື່ອງການຕໍ່ໃບອະນະຍາດ ເຮັດວຽກຢູ່ໄທຍນັ້ນ ຕົນເອງໄດ້ເຮັດຮຽບຮ້ອຍໄປແລ້ວ ຕັ້ງແຕ່ເດືອນເມສາ ປີກາຍ.
“ອໍ! ຮູ້ຂ່າວ ຄິດວ່າຍັງເຮັດໄດ້ຢູ່ນໍ່າ ແມ່ນ ເອື້ອຍເຮັດແລ້ວ ເອື້ອຍຕໍ່ຕັ້ງແຕ່ເດືຶອນເມສາແລ້ວ.”
ແລະຄົນງານລາວ ທີ່ເຮັດວຽກຢູ່ໄທຍອີກຜູ້ນຶ່ງ ກໍເວົ້າວ່າ ເຣື່ອງທີ່ວ່ານັ້ນ ທາງບໍຣິສັດເພິ່ນໄດ້ແຈ້ງໃຫ້ຄົນງານຮູ້ເປັນປະຈໍາຢູ່ເລື້ອຍ, ຖ້າຜູ້ໃດ ໃບອະນຸນາດເຮັດວຽກ ຈະໝົດອາຍຸ ກໍໃຫ້ບອກເພີ່ນ ເພີ່ນຈະແລ່ນໃຫ້ ແຕ່ສໍາລັບຕົນເອງ ຍັງບໍ່ໝົດອາຍຸ ເພາະຫາກໍມາເຮັດວຽກໄດ້ເດືອນດຽວ.
“ບັດແຮງງານນີ້ແມ່ນບໍລະ ແລ້ວຢູ່ພີ້ ເຂົາກໍແຈ້ງ 3 ເດືອນແຈ້ງເທື່ອນຶ່ງເດ ເພາະວ່າໃນບັດໂຕນັ້ນ ມັນຕົກຖືກຢູ່ 2 ປີນໍ ແລ້ວກໍຕໍ່ໄດ້ເປັນ 4 ປີຊັ້ນນະ ອ້າຍຫາກໍມາໄດ້ເດືອນນຶ່ງເດ.”
ອີງຕາມການຣາຍງານ ຂອງກົມຈັດຫາງານ ກະຊວງແຮງງານຂອງໄທຍ, ໃນເດືອນ ພຶສພາ 2023 ມີຄົນງານລາວ ເຮັດວຽກຢູ່ໄທຍຢ່າງຖືກຕ້ອງ ຜ່ານລະບົບ MOU ທັງໝົດ 117,811 ຄົນ, ເປັນຍິງ 67,380 ຄົນ.
ໃນເດືອນ ມົກກະຣາ 2024 ນີ້ ກົມຈັດຫາງານຂອງໄທຍ ໄດ້ນໍາຄົນງານລາວເຂົ້າມາເຮັດວຽກ ຜ່ານລະບົບ MOU ຕື່ມອີກ 13,911 ຄົນ, ເປັນຍິງ 7,905 ຄົນ. ໃນປີ 2023 ເດືອນທັນວາ ນໍາເຂົ້າມາ 15,279 ຄົນ, ເປັນຍິງ 8,619 ຄົນ ແລະໃນເດືອນພຶສຈິກາ ນໍາເຂົ້າມາ 19,077 ຄົນ, ເປັນຍິງ 10,638 ຄົນ ແລະໃນເດືອນຕຸລາ ກໍນໍາ ເຂົ້າມາ 16,749 ຄົນ, ເປັນຍິງ 9,468 ຄົນ.