ທະນາຄານທຸຣະກິຈ ສືບຕໍ່ງົດຂາຍ ເງິນຕຣາຕ່າງປະເທດ
2024.02.13
ຣັຖບານລາວ ຕັ້ງເປົ້າໝາຍ ທີ່ຈະເກັບຊື້ ເງິນຕຣາຕ່າງປະເທດ ແລະ ຄຸ້ມຄອງ ເງິນຕຣາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານ ເພີ່ມຂຶ້ນ ເພື່ອນຳໄປຊຳຣະ ກັບຕ່າງປະເທດ ແລະ ສ້າງຄວາມເຂັ້ມແຂງ ໃຫ້ກັບຄັງສຳຮອງ ເງິນຕຣາຕ່າງປະເທດ ໃຫ້ກຸ້ມໂຕເອງ ຫຼາຍກວ່າ 5 ເດືອນ ແລະ ນຳຣາຍຮັບ ເງິນຕຣາຕ່າງປະເທດ ຈາກການສົ່ງອອກ ເຂົ້າລະບົບທະນາຄານ ໃຫ້ໄດ້ຢ່າງໜ້ອຍ 70% ໃນປີ 2024 ນີ້.
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ທະນາຄານແຫ່ງສປປລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ກ່າວວ່າ ເມື່ອເວົ້າລວມທົ່ວປະເທດ ກະຍັງບໍ່ທັນຮູ້ຈະແຈ້ງວ່າ ມີເງິນຕຣາຕ່າງປະເທດ ຫຼາຍໜ້ອຍທໍ່ໃດ ໃນປະເທດລາວ. ແຕ່ເບື້ອງຂອງຣັຖບານລາວ ກໍຈະພະຍາຍາມ ໃຊ້ມາຕການຄຸ້ມຄອງ ໃຫ້ມີປະສິດທິພາບສູງສຸດ, ໂດຍສະເພາະການເກັບຣາຍຮັບ ຈາກບໍຣິສັດ ຂອງຕ່າງປະເທດ, ເຊິ່ງທີ່ຜ່ານມາ ຣາຍຮັບທີ່ເປັນ ເງິນຕຣາຕ່າງປະເທດ ເຂົ້າລະບົບທະນາຄານໃນລາວ ໜ້ອຍຫຼາຍ.
ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ກຸມພາ ນີ້ວ່າ:
“ເຮົາບໍ່ຮູ້ໄດ້ວ່າ ເງິນຕຣາຕອນນີ້ ເພິ່ນມີສະພາບຄ່ອງ ຫຼາຍ-ໜ້ອຍປານໃດ, ຫັ້ນນ່າ. ຄືບໍຣິສັດລົງທຶນ ຈາກຕ່າງປະເທດເນາະ ຄັນເພິ່ນມາຜລິຕ ເຣື່ອງການສົ່ງອອກ ເພິ່ນກະຊິມີທັງເງິນຕຣາເຂົ້າ ແລ້ວກະເບື້ອງຊຳຣະ ຄ່າສິນຄ້າເນາະ. ມີການຊື້-ຂາຍກັບເພິ່ນ ຍາມເພິ່ນມີຣາຍຮັບ ເປັນເງິນຕຣາ ເພິ່ນກະຊິຂາຍໃຫ້ ທະນາຄານນັ້ນນຳ.”
ທະນາຄານແຫ່ງ ສປປ ລາວ ຍັງຈະສົ່ງເສີມ ໃຫ້ມີການນຳໃຊ້ ສະກຸນເງິນກີບ ໃນການຊຳຣະ ກັບປະເທດອ້ອມຂ້າງ ຂອງພາກທຸຣະກິຈ, ໂດຍສະເພາະເງິນກີບ-ເງິນດົ້ງ, ເງິນກີບ-ເງິນຢວນ ແລະ ເງິນກີບ-ເງິນບາທ, ຕິດຕາມການກວດກາ ການເຄື່ອນໄຫວທຸຣະກັມ ການເງິນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມກົດໝາຍ ເປັນຕົ້ນ ການແລກປ່ຽນບໍ່ຖືກຕ້ອງ ໃຫ້ຫຼຸດລົງ, ການໂອນເງິນດ່ວນ ຜ່ານບັນຊີ, ໂດຍສະເພາະການເປີດບັນຊີ ການສົ່ງອອກ-ນຳເຂົ້າ ແລະ ການເປີດບັນຊີ ການລົງທຶນ.
ການຄຸ້ມຄອງຣາຍຮັບ ເງິນຕຣາຕ່າງປະເທດ ຈາກການສົ່ງອອກ ໂດຍມີການລົງທະບຽນ ບໍຣິສັດນຳເຂົ້າ-ສົ່ງອອກ ແລະ ການເປີດ ຫຼືຫັນບັນຊີເງິນຝາກສະເພາະ ມາຮອດວັນທີ 26 ມົກຣາ 2024 ນີ້, ທະນາຄານແຫ່ງສປປລາວ ໄດ້ຢັ້ງຢືນໄປແລ້ວ ຈຳນວນ 1,415 ບໍຣິສັດ. ໃນນີ້, ບໍຣິສັດນຳເຂົ້າ ຈຳນວນ 335 ບໍຣິສັດ, ບໍຣິສັດສົ່ງອອກ ຈຳນວນ 242 ບໍຣິສັດ ແລະ ທັງນຳເຂົ້າ-ສົ່ງອອກ ຈຳນວນ 838 ບໍຣິສັດ.
ເຈົ້າໜ້າທີ່ ທະນາຄານການຄ້າຕ່າງປະເທດລາວ ສາຂານະຄອນປາກເຊ ແຂວງຈຳປາສັກ ກ່າວວ່າ ທະນາຄານທຸຣະກິຈ ເກືອບທັງໝົດ ຍັງບໍ່ສາມາດສນອງ ເງິນຕຣາຕ່າງປະເທດ ໃຫ້ກັບບຸກຄົນ ແລະ ນິຕິບຸກຄົນ ໄດ້ຕາມປົກກະຕິ ເຖິງຈະຮັບຮູ້ວ່າ ຜົລກະທົບ ຈາກການຂາດເຂີນ ເງິນຕຣາຕ່າງປະເທດ ມັນຂ້ອນຂ້າງໜັກໜ່ວງ, ແຕ່ກະຕ້ອງຈຳເປັນ ທີ່ຈະບໍ່ຂາຍອອກ.
ສຳລັບເງິນຕຣາຕ່າງປະເທດ ທີ່ທະນາຄານທຸຣະກິຈ ເກັບຊື້ໄວ້ນັ້ນ ກໍຈະຈັດສັນ ແບ່ງໃຫ້ກັບ ທະນາຄານແຫ່ງສປປລາວ ເພື່ອນຳໄປຊຳຣະໜີ້ສິນ ກັບຕ່າງປະເທດ ແລະ ອີກສ່ວນນຶ່ງ ກໍຈະຕ້ອງເກັບໄວ້ ເປັນຄັງສຳຮອງ ຂອງທະນາຄານ.
ດັ່ງເຈົ້າໜ້າທີ່ ທະນາຄານ ຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂຕນີ້ເຮົາບໍ່ໄດ້ແລກ, ເຮົາແລກໃຫ້ ແມ່ນໄປຮຽນບໍ່ ຫຼືວ່າກໍຣະນີເຈັບເປັນ ເຮົາຈຶ່ງນຳສເນີຫາ ສຳນັກງານໃຫຍ່, ແຕ່ຖ້າສົມມຸດວ່າ ຫາກເປັນໂອນໄປຊຳຣະ ສິນຄ້າອີ່ຫຍັງຕ່າງໆ ທາງເບື້ອງທະນາຄານເຮົາ ຈະບໍ່ໄດ້ຮັບແລກໃຫ້, ຫັ້ນນ່າ.”
ເຈົ້າໜ້າທີ່ ທະນາຄານພົງສະຫວັນ ສາຂາແຂວງຄຳມ່ວນ ກ່າວວ່າ ຍັງບໍ່ສາມາດສນອງ ເງິນຕຣາຕ່າງປະເທດ ໃຫ້ກັບບຸກຄົນ ແລະ ນິຕິບຸກຄົນໄດ້ ຕາມປົກກະຕິ ເພາະຣັຖບານລາວ ກໍປະກາດວ່າ ຍັງຕ້ອງສືບຕໍ່ ມາຕການຄຸ້ມຄອງ ເງິນຕຣາຕ່າງປະເທດ ຢ່າງເຂັ້ມງວດ.
ດັ່ງເຈົ້າໜ້າທີ່ ທະນາຄານທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ພໍດີເພິ່ນຍັງແລກບໍ່ໄດ້, ເພິ່ນກະວ່າ ບໍ່ມີແຈ້ງການມາໃຫ້ແລກ, ຫັ້ນນ່າ. ຈັກມັນເປັນແບບໃດ.”
ສ່ວນເຈົ້າຂອງຮ້ານແລກປ່ຽນ ເງິນຕຣາຕ່າງປະເທດ ໃນແຂວງສາຣະວັນ ກ່າວວ່າ ດຽວນີ້ ການແລກປ່ຽນ ເງິນຕຣາຕ່າງປະເທດ ກັບທະນາຄານທຸຣະກິຈ ຖືວ່າມີຄວາມຫຍຸ້ງຍາກ ຫຼາຍສົມຄວນ ເພາະທະນາຄານສ່ວນໃຫຍ່ ບໍ່ສາມາດສນອງ ເງິນຕຣາຕ່າງປະເທດ ໃຫ້ກັບປະຊາຊົນໄດ້ ຕາມຄວາມຕ້ອງການ.
ຂະນະດຽວກັນ, ປະຊາຊົນລາວ ຫຼືນັກທຸຣະກິຈເອງ ກໍຈະບໍ່ເຂົ້າໄປແລກປ່ຽນ ເງິນຕຣາຕ່າງປະເທດ ກັບທະນາຄານທຸຣະກິຈ ໃນລາວ ເພາະບໍ່ມີຄວາມສະດວກສບາຍ ຈຶ່ງເຮັດໃຫ້ປະຊາຊົນລາວ ຫັນໄປແລກປ່ຽນເງິນຕຣາຕ່າງປະເທດ ຢູ່ຕາມຕລາດມືດ ຫຼືແລກນຳຜູ້ປະກອບການ ທຸຣະກິຈກັນເອງ.
ດັ່ງຜູ້ປະກອບການຄົນນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຫຼາຍທະນາຄານ ກະຊິເຈິບັນຫາດຽວກັນຫັ້ນແຫຼະ ເພາະວ່າ ລູກຄ້າບໍ່ຄ່ອຍນຳເງິນສະກຸນ ເຂົ້າມາແລກ ໃນທະນາຄານ ມັນກະເລີຍເຮັດໃຫ້ທະນາຄານ ບໍ່ສາມາດທີ່ຈະສນອງ ເງິນສະກຸນໃຫ້ລູກຄ້າໄດ້, ຫັ້ນນ່າ. ມັກກະເລີຍບໍ່ຄ່ອຍມີໄດ້ຂາຍ, ແຕ່ເຮົາກະບໍ່ຮູ້ວ່າ ໃນທ້ອງຕລາດ ມັນມີຫຼາຍກວ່າຫັ້ນບໍ່ ມັນກະເລີຍບໍ່ເຫັນ ມີເງິນສະກຸນເຂົ້າໃນທະນາຄານ.”
ທາງດ້ານເຈົ້າໜ້າທີ່ ທະນາຄານພັທນາເອເຊັຽ ຫຼື ADB ປະຈຳລາວ ກ່າວວ່າ ສາເຫດທີ່ຣັຖບານລາວ ແລະ ທະນາຄານແຫ່ງສປປລາວ ຕ້ອງເຂັ້ມງວດ ໃນການຄຸ້ມຄອງ ເງິນຕຣາຕ່າງປະເທດ ກະຍ້ອນວ່າຕ້ອງການເກັບເງິນ ຊື້ເງິນຕຣາຕ່າງປະເທດ ໃຫ້ໄດ້ຫຼາຍທີ່ສຸດ ເທົ່າທີ່ຈະຫຼາຍໄດ້ ເພື່ອນຳໄປຊຳຣະໜີ້ສິນ ກັບຕ່າງປະເທດ ແລະ ເປັນຄັງສຳຮອງ ເພື່ອສ້າງສະຖຽນລະພາບ ຂອງເສຖກິຈ-ການເງິນ ຂອງປະເທດ ແລະ ໃຫ້ກຸ້ມການນຳເຂົ້າ ຢ່າງໜ້ອຍກະຕ້ອງ 5 ເດືອນຂຶ້ນໄປ ເພາະໃນໄລຍະທີ່ຜ່ານມາ ມາຕການຄຸ້ມຄອງ ເງິນຕຣາຕ່າງປະເທດ ເກືອບບໍ່ມີປະສິດທິພາບ ທີ່ດີເລີຍ.
ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໂດຍສະພາບລວມ ທະນາຄານກາງ ຜູ້ວ່າເພິ່ນກະວ່າ ມັນດີຂຶ້ນ ເກັບເງິນເຂົ້າຄັງສຳຮອງຫຼາຍຂຶ້ນ. ມັນກະຕ້ອງໄດ້ເຮັດແຫຼະ ຄືເວົ້າແຈ້ງໆວ່າ ຜ່ານມາ ມັນຫຼວມຫຼາຍເດ້. ອຳນາດໃນການດຳເນີນນະໂຍບາຍເງິນຕຣາ ບໍ່ມີປະສິດທິພາບ ເພິ່ນກະຕ້ອງຮັດກຸມແບບນີ້. ບາດນີ້, ອັນໃດທີ່ຕ້ອງຍົກເລີກ ກະຕ້ອງຍົກເລີກ, ອັນໃດທີ່ຕ້ອງປ່ຽນແປງ ກະຕ້ອງໄດ້ປ່ຽນແປງ, ໂດຍສະເພາະພາກທຸຣະກິຈ ເຂົາກະມີຜົລກະທົບຢູ່.”
ກ່ອນໜ້ານີ້, ທ່ານ ດຣ. ສອນໄຊ ສີພັນດອນ, ນາຍົກຣັຖມົນຕຣີລາວ ກໍໄດ້ອອກຄຳສັ່ງ, ຂໍ້ຕົກລົງ ແລະ ແຈ້ງການອີກຫຼາຍສບັບ ເພື່ອຄຸ້ມຄອງ ເງິນຕຣາຕ່າງປະເທດ, ໂດຍມີຂໍ້ສຳຄັນຕ່າງໆ ດັ່ງນີ້: ຫ້າມຄອບຄອງ ເງິນຕຣາຕ່າງປະເທດ, ຖ້າມີ ກໍໃຫ້ຝາກໄວ້ກັບທະນາຄານ ໃຫ້ໃຊ້ແຕ່ເງິນກີບ, ໃຫ້ຕິດປ້າຍສິນຄ້າ, ໂຄສະນາຂາຍ ແລະ ຊື້ທຸກຢ່າງ ເປັນເງິນກີບ ແລະ ນາຍຈ້າງ ຕ້ອງຈ່າຍຄ່າຈ້າງ ເປັນເງິນກີບ, ເຊິ່ງລວມໄປເຖິງ ຕ້ານການຮົ່ວໄຫຼ ຂອງງົບປະມານ, ການປະຢັດ ແລະ ຕ້ານການຟຸມເຟືອຍ.