ເຈົ້າໜ້າທີ່ເມືອງປາກງື່ມ ກວດຮ້ານກິນດື່ມ-ຮ້ານບັນເທີງ ຄ້າປະເວນີແອບແຝງ
2024.02.12
ຕໍາຣວດປ້ອງກັນຄວາມສງົບ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ກວດກາ ຮ້ານກິນດື່ມ, ຮ້ານບັນເທີງ, ຮ້ານຄາຣາໂອເກະ ແລະຮ້ານເກມສ໌ອອນລາຍນ໌ ທັງໝົດ 10 ຮ້ານ ໃນທົ່ວເມືອງ ເມື່ອວັນທີ 9 ກຸມພານີ້ ແລະ ໄດ້ພົບວ່າ ມີສາວບໍຣິການທາງເພດ 47 ຄົນ. ໃນນັ້ນ ອາຍຸຕໍ່າກວ່າ 18 ປີ 4 ຄົນ.
ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ເວົ້າວ່າ ຮ້ານດັ່ງກ່າວນັ້ນ ໄດ້ລະເມີດລະບຽບກົດໝາຍ, ເປີດກາຍໂມງ, ເຮັດໃຫ້ມີສຽງດັງນອງນັນ, ແອບແຝງຄ້າມະນຸສ-ຄ້າປະເວນີ, ຫລິ້ນການພະນັນອອນລາຍນ໌ ແລະມົ້ວສຸມຢາເສບຕິດ, ແຕ່ທ່ານບໍ່ໄດ້ເວົ້າເຖິງ ເຣື່ອງການດໍາເນີນຄະດີ ກັບຜູ້ປະກອບການໃຫ້ຮູ້. ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ປກສ ເມືອງປາກງື່ມທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກຸມພານີ້ ເຖິງເຣື່ອງການດໍາເນີນຄະດີ ຕໍ່ຮ້ານເຫລົ່ານັ້ນວ່າ ຍັງຕ້ອງມີການສືບສວນ ສອບສວນ ເພີ່ມຕື່ມ ຍ້ອນມັນກ່ຽວພັນກັບເຣື່ອງການຄ້າມະນຸສ-ຄ້າປະເວນີນໍາອີກ. ສ່ວນສາວບໍຣິການຊຶ່ງເປັນຄົນລາວ ທີ່ທຸກຍາກທັງໝົດນັ້ນ ແມ່ນມາຈາກຕ່າງເມືອງ ຕ່າງແຂວງ, ບໍ່ໄດ້ຮຽນໜັງສື.
ດັ່ງທ່ານກ່າວວ່າ:
“ເພີ່ນກະບໍ່ໄດ້ເປີດເຜີຍວ່າ ເປັນຮ້ານຂອງລາວ ແຕ່ວ່າຄົນລາວມີສ່ວນຊີ້ນໍາ ມີປະຊາຊົນແຈ້ງຂື້ນມາ ໃຊ້ເຄື່ອງສຽງເກີນຂອບເຂດ ຄ້າປະເວນີ ເພາະວ່າເດັກນ້ອຍກະຂີ້ຄ້ານແດ່ ແລ້ວກະບັນຫາຄອບຄົວແດ່ ເຂົາກະຈໍາເປັນຕ້ອງໄດ້ແດ່ ຂະເຈົ້າກະລັກເຮັດໄດ໋ພວກນີ້.”
ໃນຂະນະດຽວກັນ ປະຊາຊົນຢູ່ເມືອງປາກງື່ມ ເວົ້າໃນມື້ດຽວກັນນີ້ວ່າ ຢາກໃຫ້ພາກສ່ວນທາງການທີ່ກ່ຽວຂ້ອງ ຕິດຕາມກວດກາຮ້ານທີ່ວ່ານັ້ນ ຢ່າງເຂັ້ມງວດ ແລະເປັນປະຈໍາ ຍ້ອນສັງເກດເຫັນວ່າ ຍັງມີອີກຫລາຍຮ້ານ ທີ່ລະເມີດລະບຽບກົດໝາຍ ໂດຍສະເພາະ ເຣື່ອງການເປີດເພັງສຽງດັງ ລົບກວນຊາວບ້ານ.
“ຖ້າວ່າມີແນວນີ້ແລ້ວ ພາກສ່ວນກ່ຽວຂ້ອງຫັ້ນລົງໄປແກ້ໄຂ ໄປຕາມແຕ່ລະພາກສ່ວນທີ່ມັນຈະເປັນໄປຫັ້ນນະ. ຫລາຍບ່ອນຢູ່ເຈົ້າ ຮ້ານບັນເທີງ ຮ້ານຫຍັງທັມມະດານີ້ ເປັນຄາຣາໂອເກະ ເພິ່ນກະຕ້ອງໃຫ້ມັນເກັບສຽງນໍ ຈັ່ງຊັ້ນນະ. ຄັນວ່າປະຕິບັດບໍ່ໄດ້ ກະມີແຕ່ປິດ.”
ຊາວລາວອີກຜູ້ນຶ່ງ ຢູ່ເມືອງດຽວກັນນີ້ ເວົ້າເຖິງຫາງສຽງຂອງສັງຄົມ ກ່ຽວກັບການເປີດສຽງດັງ ແລະເປີດກາຍໂມງວ່າ ເກີດຂຶ້ນເປັນປະຈໍາ, ສ້າງຄວາມລໍາຄານ ໃຫ້ແກ່ສັງຄົມຫລາຍ, ຢາກໃຫ້ທາງການ ຕິດຕາມ ກວດກາ ແລະຂໍໃຫ້ ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ຕໍ່ເຈົ້າຂອງຮ້ານເຫລົ່ານັ້ນ.
“ບັນຫາຫາງສຽງສັງຄົມ ມີບັນຫາຮ້ານກິນດື່ມ ຮ້ານບັນເທິງເປີດສຽງດັງ. ເປີດກາຍໂມງ ກັບບັນຫານໍ້າເນົ່າເສັຍນີ້ຫັ້ນນະ ກະລົງກວດ ກາເບິ່ງ ມີບັນຫາອັນປະຊາຊົນ ຫລືວ່າຫາງສຽງສັງຄົມແມ່ນຫຍັງຫັ້ນນະ.”
ຜູ້ປະກອບການ ຮ້ານກິນດື່ມແຫ່ງນຶ່ງ ຢູ່ເມືອງນີ້ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກຸມພານີ້ວ່າ ຮ້ານກິນດື່ມ, ຮ້ານບັນເທີງ ແລະຮ້ານຄາຣາໂອເກະ ໃນນະຄອນຫລວງວຽງຈັນ ຮວມທັງຢູ່ເມືອງປາກງື່ມນີ້ ສ່ວນຫລາຍ ເປັນຂອງນັກລົງທຶນຈີນ. ເມື່ອມີການດໍາເນີນ ກິຈການໄປແລ້ວ ມັກຈະເປີດໃຫ້ມີສາວບໍຣິການ, ລັກຄ້າມະນຸສ ຄ້າປະເວນີ ແລະເປີດກາຍໂມງ ແຕ່ກໍບໍ່ເຫັນຖືກປິດ ຫລື ຖືກດໍາເນີນຄະດີ.
“ຂອງຄົນລາວມີແຕ່ 2-3 ຮ້ານ ກາຍນັ້ນເປັນຂອງຈີນໝົດ ແຕ່ກີ້ ລາວເປີດນີ່ກາຍ 12 ໂມງ ລະໃໝ. ຈີນເຮັດນີ້ ບໍ່ກາຍ 12 ໂມງ. ມັນເອົາຮອດແຈ້ງ ບໍ່ເປັນຫຍັງພວກສາວດິ້ງ ສາວຫຍັງ. ທາງການມາກວດ ກະມາແບບຊີ້ນໍາ. ບໍ່ທໍາກະບໍ່ໄດ້ ບໍ່ມີອັນເຮັດ ອັນຫາຄືເກົ່າຫັ້ນ.”
ເຈົ້າໜ້າທີ່ ຫ້ອງການໂຄສນາອົບຮົມ ເມືອງປາກງື່ມ ກ່າວເຖິງບັນຫາດັ່ງກ່າວວ່າ ໃນໄລຍະທີ່ຜ່ານມາ ມີການຮ້ອງຮຽນ ຈາກສັງຄົມຫລາຍ ແຕ່ສ່ວນຫລາຍ ຈະປາບປາມໄດ້ ແຕ່ຮ້ານບັນເທີງນ້ອຍ. ສ່ວນຮ້ານໃຫຍ່ ຫລື ຮ້ານຂອງຜູ້ມີອິດທິພົນ ຂ້ອນຂ້າງກວດກາໄດ້ຍາກ ເພາະພວກເຂົາມີເສັ້ນສາຍ.
“ເວລາກວດ ເຂົາໄປ ກະໄປເຊື່ອງ (ອາວຸດ) ສິ່ງເສບຕິດ)ຫັ້ນນະ. ໄທເຮົາກະບໍ່ເວົ້າ ບ່ອນໄຫຍ່ໆຫັ້ນນະ ບໍ່ແມ່ນເວົ້າເອົາດອກ ແຕ່ວ່າເຮັດຫຍັງບໍ່ໄດ້. ມັນມີລູກເຈົ້າຫລານຂ້ອຍ ນີ້ເຮັດແນວໃດ, (ການກວດກາ) ເພີ່ນກະຄ່ອຍໆເຮັດ ຄ່ອຍໆໄປຫັ້ນນະ. ປະຊາຊົນເຂົາເວົ້າ ເຂົາວ່າ ກະຖືກຄວາມເຂົາ ເຮັດແນວໃດ.”
ເມື່ອກ່ອນໜ້ານີ້ ໃນມື້ວັນທີ 2-3 ມົກກະຣາ ທີ່ຜ່ານມາ ຄະນະສະເພາະກີຈ ແກ້ໄຂສຽງດັງນອງນັນ ປະຈໍາເມືອງ ສີສັດຕະນາກ ແລະເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ຕິດຕາມ ກວດກາ ແລະແກ້ໄຂສຽງດັງນອງນັນ ຢູ່ຕາມຮ້ານອາຫານ ແລະຮ້ານບັນເທິງຕ່າງໆ, ໄດ້ພົບເຫັນ 5 ຮ້ານ ທີ່ບໍ່ປະຕິບັດຕາມລະບຽບການ ເປັນຕົ້ນຮ້ານ VIP ບຣາ, ຮ້ານປີ້ງແບ້ ນາງຕຸ້ຍ ແລະຮ້ານປີ້ງໝູ ທ້າວຂັນຄໍາ.
ອີງຕາມຂໍ້ຕົກລົງ ວ່າດ້ວຍຮ້ານອາຫານ ຂອງກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ, ຖ້າຫາກມີການລະເມີດລະບຽບການ ຈະໃຊ້ມາຕການ ຕໍ່ຜູ້ລະເມີດ ໂດຍການປັບໃໝ ແລະໃຊ້ແທນຄ່າເສັຍຫາຍ ດັ່ງນີ້:
- ຄັ້ງທີ 1: ສຶກສາອົບຮົມ, ເຮັດບົດບັນທຶກ, ປັບໄໝບໍ່ເກີນ 2 ລ້ານກີບ ແລະໃຊ້ແທນຄ່າເສັຍຫາຍທັງໝົດ.
- ຄັ້ງທີ 2: ສຶກສາອົບຮົມ, ເຮັດບົດບັນທຶກ, ປັບໄໝບໍ່ເກີນ 4 ລ້ານກີບ ແລະໃຊ້ແທນຄ່າເສັຍຫາຍທັງໝົດ ແລະໂຈະການດໍາເນີນທຸຣະກິຈ ຊົ່ວຄາວ 6 ເດືອນ ແລະ
- ຄັ້ງທີ 3: ສຶກສາອົບຮົມ, ເຮັດບົດບັນທຶກ, ປັບໄໝບໍ່ເກີນ 6 ລ້ານກີບ ແລະໃຊ້ແທນຄ່າເສັຍຫາຍທັງໝົດ, ຖອນໃບອະນຸຍາດດໍາເນີນທຸຣະກິຈ ຖາວອນ ແລະດໍາເນີນຄະດີຕາມລະບຽບກົດໝາຍ.