ປກສ ນະຄອນຫຼວງພຣະບາງ ກວາດລ້າງແກ້ງຄ້າປະເວນີຈີນ
2024.07.15

ພະແນກ ປກສ ນະຄອນຫຼວງພຣະບາງລາຍງານ ເມື່ອວັນທີ 04 ກໍລະກົດ 2024 ວ່າ ໄດ້ຕິດຕາມກວດກາຄ້າ-ຂາຍປະເວນີ ຢູ່ 3 ຈຸດ ສາມາດກັກຕົວໄດ້ 21 ຄົນ, ຍິງ 20 ຄົນ. ໃນນັ້ນເປັນແມ່ເລົ້າ 04 ຄົນ, ຍິງ 3 ຄົນ ແລະຜູ້ທີ່ຫຼົງຜິດ ຫຼືທີີຖືກເຄາະຮ້າຍ ຈາກການຄ້າ-ຂາຍປະເວນີ 17 ຄົນ, ໃນນັ້ນມີອາຍຸ 10-21 ປີ ເຊິ່ງເປັນພົນລະເມືອງ ມາກຈາກເມືອງປາກແຊງ ແຂວງຫຼວງພຣະບາງ. ພວກກ່ຽວແມ່ນ ໄດ້ຖືກຊັກຊວນໃຫ້ມາປະກອບອາຊີບ ຊອກວຽກເຮັດງານທຳ ຢູ່ໃນເມືອງ ເປັນວຽກທີ່ສະບາຍ ແຕ່ເນື້ອແທ້ແມ່ນຂາຍບໍລິການທາງເພດ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ກໍລະກົດວ່າ ເດັກຍິງ ແລະຍິງສາວ ທີ່ຊ່ວຍມາໄດ້ຈາກການຄ້າປະເວນີ 17 ຄົນນັ້ນ ພວກເຂົາເຈົ້າຖືກຕົວະວ່າ ຈະໃຫ້ເຮັດວຽກສະບາຍ ແຕ່ຕົວຈິງກັບມາຂາຍບໍລິການທາງເພດ ໃຫ້ແຂກຄົນຈີນ. ສ່ວນຫຼາຍກໍ່ເຕັມໃຈ ເປັນເວລາດົນສຸດ 1 ປີກໍ່ມີ ແລະ ຫາກໍ່ມາກໍ່ມີ ແລະ ອີກຈຳນວນໜຶ່ງຕຳຫຼວດ ຊ່ວຍທັນຈຶ່ງຍັງບໍ່ໄດ້ຂາຍບໍລິການທາງເພດ.
“ປະມານ 10 ປີ 3 ນ້ອງແລ້ວກໍ່ມີ 10 ປາຍປີ 14-15-17 ແລ້ວກໍ່ມີ 21 ຜູ້ໜຶ່ງມັນກໍຖືກການຕົວະຍົວະຫຼອກລວງນີ້ແຫຼະ ຕົວະແທ້ເພາະວ່າຕົວະເຂົາວ່າມີວຽກໃຫ້ເຮັດເນາະ ຢູ່ໂຮງແຮມຢູ່ຮ້ານອາຫານມີບ່ອນຢູ່ບ່ອນກິນບ່ອນພັກບ່ອນເຊົາທໍາອິດຫັ້ນນ່າ ແລ້ວມາຫັ້ນມາຕົວະມາຈອບເຂົາຫັ້ນແຫຼະ ຖ່າຍຮູບຖ່າຍຮອຍສົ່ງໃຫ້ແຂກບໍ່ ສ່ວນໃຫຍ່ແຂກຫັ້ນແມ່ນແຂກຈີນ, ເຂົາເຕັມໃຈຍ້ອນວ່າແມ່ນອັນຄືວ່າ ເສດຖະກິດທຸກມື້ນີ້ເນາະການຊອກຢູ່ຫາກິນເຮົານີ້ນ່າ ແລ້ວກໍ່ມີຜູ້ຊັກຈຸງຫຍັງຫັ້ນແຫຼະ ໄປຫັ້ນນ່າເພິ່ນຍັງນ້ອຍອາຍຸ ຍັງນ້ອຍ ສ່ວນໃຫຍ່ບໍ່ແມ່ນຄົນຕ່າງເມືອງເນາະ ສ່ວນໃຫຍ່ປາກແຊງ, ວຽງຄຳ ແມ່ນຫຍັງຫັ້ນເນາະ ບາງນ້ອງບໍ່ໄດ້ຂາຍບໍລິການເທື່ອ ເພາະວ່າເຈົ້າໜ້າທີ່ກໍ່ໄວຫັ້ນນ່າ.”
ເຈົ້າໜ້າທີ່ແຂວງຫຼວງພຣະບາງ ກ່າວຕື່ມວ່າຫົວໜ້າແກ້ງທີ່ເປັນໂຕການຄົນລາວທັງ 4 ຄົນ ໃນນັ້ນເປັນຍິງ 3 ຄົນເຊິ່ງໃນນີ້ລວມມີເມັຍ ຂອງຄົນຈີນນໍາດ້ວຍ. ໂດຍທັງໝົດນີ້ຈະຖືກດຳເນີນຄະດີ ຕາມກົດໝາຍ. ສ່ວນຫົວໜ້າແກ້ງ ໂຕການໃຫຍ່ຄົນຈີນລົບໜີໄປໄດ້.
“ກໍ່ເອົາຂໍ້ມູນຫຼາຍຫຼາຍຄັ້ງຫຼາຍເທື່ອ ແລ້ວເນາະ ພວກອັນແມ່ເລົ້າພວກນາຍໜ້ານີ້ ກໍ່ເຮັດມາດົນແລ້ວກໍ່ເຄີຍສຶກສາອົບຮົມກໍ່ເຄີຍຫຍັງຫຼາຍເທື່ອ ແລ້ວຊຸດນີ້ແມ່ນເຂົາເຮັດເປັນແກ້ງກັນເປັນຄອບຄົວ ຄູ່ຜົວເມັຍລະແມ່ນເອື້ອຍນ້ອງດຽວກັນ ອ້າຍນ້ອງດຽວກັນນີ້ແຫຼະເຂົາເຮັດຫັ້ນນ່າ ພື້ນຖານເຂົາລະແມ່ນຄົນປາກແຊງພຸ້ນຫັ້ນນ່າເຮັດເຊົ່າໂຮງແຮມເນາະເຊົ່າຫ້ອງເຊົ່າຫຍັງໃຫ້ແລ້ວໃຫ້ຈຸເດັກນ້ອຍ ເຂົານີ້ຢູ່ຈຸແມ່ເລົ້າໄດ້ດຳເນີນຄະດີເພາະຫຼາຍຄັ້ງແລ້ວຄົນຈີນນີ້ ຈັບໍ່ທັນໄດ້ຈັບໄດ້ແຕ່ເມັຍລາວຫັ້ນແຫຼະ ກັບອັນນ່າເອື້ອຍນ້ອງເຂົາເຮັດນໍາກັນ.”
ເຈົ້າໜ້າທີ່ໄດ້ທ່ານນີ້ໄດ້ກ່າວຕື່ມວ່າ ດ້ວຍສະພາບຂອງເສດຖະກິດ ໃນປະເທດລາວທີ່ຫຍຸ້ງຍາກ ແລະຄວາມຮູ້ເທົ່າບໍ່ເຖິງ ການຂອງຜູ້ເຄາະຮ້າຍເຮັດໃຫ້ພວກເຂົາເຈົ້າທັງ 17 ຄົນຕັດສິນໃຈ ລາອອກຈາກໂຮງຮຽນແລ້ວມາເຮັດວຽກຂາຍບໍລິການ ທາງເພດ ຕາມການຊັກຊວນຕົວະຍົວະ ຂອງກຸ່ມຄ້າປະເວນີ. ທັງນີ້ຜູ້ເຄາະຮ້າຍຫວັງ ຢາກຈະຊ່ວຍເຫຼືອຄອບຄົວ.
“ອັນນີ້ກໍ່ແມ່ນສາເຫດອັນສໍາຄັນແຫຼະ ຮູ້ເທົ່າບໍ່ເຖິງການຮູ້ແຕ່ຢາກໄດ້ຮູ້ແຕ່ຢາກສະບາຍ ສອງມາລະແມ່ນຄອບຄົວທຸກຍາກອັນເຂົ້າໂຮງຮຽນ ອອກໂຮງຮຽນກໍ່ຍ້ອນແບບຊິແຫຼະ ບາງທີຜູ້ນັ້ນກໍ່ໄປໄດ້ວຽກໄດ້ເງິນມາໃຫ້ຄອບໃຫ້ຄົວປົວແປງເຮືອນ ຊື້ຂອງຢູ່ຂອງກິນແບບຄວາມສະບາຍຈັ່ງຊີ້ນ່າ ບາງທີກໍ່ອອກໄປນໍາໝູ່ມີຫຍັງຈັ່ງຊັ້ນນ່າບາງເທື່ອ ກໍ່ລັກພໍ່ແມ່ໄປເດ້ພໍ່ແມ່ໄປສູ່ໜາມພຸ້ນ ເຂົາກໍ່ພາກັນລັກໄປຈັ່ງຊີ້ນ່າ.”
ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ອີກທ່ານໜຶ່ງກ່າວວ່າ ໃນວັນທີ 04 ກໍລະກົດ 2024 ຢຸູ່ຫ້ອງປະຊຸມກອງບັນຊາການ ປກສ ນະຄອນຫຼວງພຣະບາງ ພໍ່-ແມ່ຜູ້ປົກຄອງຂອງຜູ້ເຄາະຮ້າຍ ຈາກການຄ້າປະເວນີທັງໝົດ 17 ຄົນໄດ້ມາຮັບເອົາລູກຂອງຕົນ ກັບບ້ານພາຍຫຼັງທີ່ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ເຖິງຜົນຮ້າຍຂອງການຂາຍບໍລິການທາງເພດ.
“ຄືສິແມ່ນອີງໃສ່ ສະພາບຄອບຄົວ ຂອງເຈົ້າອີງໃສ່ສະພາບເສດຖະກິດນີ້ ບໍ່ຕາມຫຼັກໆ ຫັ້ນບາງເທື່ອຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍມີຫຍັງກໍ່ເຂົາເຈົ້າກໍ່ໂທຫາຍາດຕິພີ່ນ້ອງ ແມ່ນຫຍັງພໍ່ແມ່ຜູ້ປົກຄອງຄືວ່າເຂົາເຈົ້າກໍ່ເຂົ້າມາຮ່ວມ ສຶກສາອົບຮົມມາຮັບມາຮັບເອົາໄປ.”
ປະຊາຊົນ ເມືອງປາກແຊງແຂວງຫຼວງພຣະບາງ ກ່າວວ່າຄວາມທຸກຍາກຂອງຄອບຄົວ ແລະຮຽນຈົບສູງໄປກໍ່ບໍ່ມີວຽກເຮັດ ຈຶ່ງເຮັດໃຫ້ລູກຫຼານອອກໂຮງຮຽນ ແຕ່ຍັງນ້ອຍ. ຈາກເມື່ອກ່ອນມີແຕ່ເຂດຊົນນະບົດປະຈຸບັນທັງເຂດໃນເມືອງ ກໍ່ມີການລາອອກໂຮງຮຽນເຊັ່ນກັນ.
“ພວກເຂົາເຈົ້າລາອອກ ດຽວນີ້ມັນຢາກເປັນແບບທົ່ວໆ ໄປນີ້ນ່າແຕ່ກ່ອນຢູ່ເຂດຫ່າງໄກແຫຼະເນາະ ດຽວນີ້ມັນກໍ່ຢາກຄ້າຍໆ ຄືກັນເບິ່ງສະພາບມັນກໍ່ບັນຫາເສດຖະກິດ ສັງຄົມຫັ້ນແຫຼະສ່ວນຫຼາຍເຂົ້າເຈົ້າບໍ່ຢາກຮຽນດຽວນີ້ເສດຖະກິດ ພໍ່ແມ່ເຂົາເຈົ້າເພາະວ່າເລື່ອງຮໍ່າເເລື່ອງຮຽນຮຽນ ໄປບາງຄົນກໍ່ຄິດເບິ່ງສະພາບສັງຄົມເຮົານີ້ນາບ່ອນເຮັດວຽກເຮັດຫຍັງນີ້ນ່າ ມັນຫຍຸ້ງຍາກເຂົາເຈົ້າກໍ່ພາກັນໄປຫາເງິນ ຈຳນວນໜຶ່ງຈົບ ປ.5 ແລ້ວມັນກໍ່ບໍ່ຮຽນຕໍ່ ເລີຍກໍ່ຮຽນໄປໜ້ອຍໜຶ່ງຢາກກອອກ ຍາມໃດກໍ່ອອກໄປ ເຂົາເຈົ້າກໍ່ວ່າຈຳນວນໜຶ່ງຕົວຢ່າງວ່າ ເຮັດລ້າເຮັດການບໍ່ເຮັດຫຍັງຈັ່ງຊີ້ນ່າ ເຂົາເຈົ້າມັນຫຍຸ້ງຍາກແຕ່ວ່າ ເຂົາເຈົາໄປໄປເຮັດຫຍັງແທ້ໆ ກາບໍ່ຮູ້ນໍາເນາະຢູ່ະພີ້.”
ວາລະສານ ປກສ ແຂວງຫຼວງພຣະບາງລະບຸວ່າ ວິທີການຂອງຜູ້ຄ້າປະເວນີ ຜູ້ເປັນໂຕການແມ່ນພວກເຂົາໄດ້ຊັກຊວນ ເອົາຍິງສາວທີ່ຢູ່ຊົນນະບົດໃຫ້ມາເຮັດວຽກ ນໍາແລ້ວໄປເຊົ່າຫ້ອງແຖວຕາມຈຸດຕ່າງໆ ໂດຍມີການແບ່ງງານ ກັນລະອຽດຄືມີຜູ້ໄປຕົວະຍົວະເອົາມາ, ມີຜູ້ຕິດຕໍ່ແຂກຈີນ, ມີຜູ້ຈັດສົ່ງໃຫ້ແຂກແລະຜູ້ຄຸ້ມຄອງຢູ່ແຕ່ຈຸດພັກເຊົາ ເມື່ອຕິດຕໍ່ແຂກໄດ້ແລ້ວກໍ່ທຳການຈັດສົ່ງ ໃຫ້ເຖິງທີ່. ຕໍ່ການກະທຳດັ່ງກ່າວແມ່ນເປັນການກະທໍາ ຜິດກົດໝາຍ ແລະຮີດຄອງປະເພນີອັນດີງາມ ຂອງຄົນລາວ ແລະສ້າງຄວາມບໍ່ສະຫງົບ ໃນຕົວເມືອງນະຄອນຫຼວງພຣະບາງ.