ເດັກນ້ອຍແມ່ຍິງ 17 ປີ ໄປເຮັດວຽກ ຢູ່ເມືອງຕົ້ນເຜິ້ງ ຂາດການຕິດຕໍ່ ກັບຄອບຄົວ

ສຸພັດຕາ
2024.04.24
ເດັກນ້ອຍແມ່ຍິງ 17 ປີ ໄປເຮັດວຽກ ຢູ່ເມືອງຕົ້ນເຜິ້ງ ຂາດການຕິດຕໍ່ ກັບຄອບຄົວ ນາງ ແອມມະລີ ສີລິໄຊ ອາຍຸ 17 ປີ ຢູ່ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ
Credit photos: ຜູ້ປົກຄອງນາງ ແອມມະລີ ສີລິໄຊ

ໃນວັນທີ 11 ເດືອນເມສາ ປີ 2024 ຜູ້ປົກຄອງ ຂອງນາງ ແອມມະລີ ສີລິໄຊ ອາຍຸ 17 ປີ ຢູ່ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ປະກາດຊອກຫາລູກສາວ ທາງສື່ສັງ ຄົມອອນລາຍ ຍ້ອນຂາດການຕິດຕໍ່ກັບລູກສາວ ມາເປັນເວລາ ເດືອນປາຍແລ້ວ ແຕ່ໃນຊ້ວງ 1 ປີທໍາອິດ ທີ່ລູກສາວໄປເຮັດວຽກ ເປັນສາວຮ້ານ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນໄລຍະນັ້ນ ກໍຍັງຕິດຕໍ່ຫາລູກສາວໄດ້ປົກກະຕິ ຈົນມາຮອດ ວັນທີ 11 ເດືອນ 3 ປີ 2024 ນີ້ ກໍ່ບໍ່ສາມາດ ຕິດຕໍ່ຫາລູກສາວໄດ້ເລີຍ ແລະ ບໍ່ຮູ້ວ່າ ຕອນນີ້ ລູກສາວຢູ່ໃສ ແລະ ມີຊີວິດການເປັນຢູ່ແນວໃດ, ດັ່ງທີ່ແມ່ ຂອງນາງ ແອມມະລີ ໄດ້ເລົ່າໃຫ້ ວິທຍຸເອເຊັຽເສຣີ ຟັງໃນວັນທີ 18 ເມສາ ນີ້ວ່າ:

“ໄປຢູ່ ສາມຫຼ່ຽມຫັ້ນ ໄດ້ປະມານ ປີໜຶ່ງນີ້ແຫຼະ ລະກະ ໝູ່ພວກຊວນໄປ ອີ່ຫຍັງເກາະ ຊາຍແດນໄທ-ມຽນມາ ພຸ້ນຊັ້ນຫວາ ໄປຢູ່ພຸ້ນໄດ້ປະມານ 2-3 ເດືອນລະກະ ກະໂທມາຢູ່ ວ່າ ປີໃໝ່ລາວ ກະວ່າຊິມາຫັ້ນແຫຼະ ລະໄປຢູ່ ແບບຈັ່ງໃດບຸ ລະຕໍາຫຼວດຂະເຈົ້າໄປກວດພໍ້ຊິຫວາ ລະຖືກກັກໂຕຢູ່ມຽນມາພຸ້ນ ຊາຍແດນໄທ-ມຽນມາ ທ່າຂີ້ເຫຼັກພຸ້ນນ່າ ລະກະວ່າ ຖືກຕໍາຫຼວດກັກໂຕ ຖືກຕໍາຫຼວດກັກໂຕວ່າຊັ້ນ ມື້ທໍາອິດ ວ່າຖືກຕໍາຫຼວດກັກໂຕຫັ້ນ ກະໂທມາຫາແມ່ຢູ່ ວ່າແມ່ ເຮົາຖືກຕໍາຫຼວດກັກໂຕ ວ່າຊັ້ນ ລະ 2-3 ມື້ ຂະເຈົ້າກະຊິປ່ອຍມາຢູ່ ລະຊິສົ່ງມາບໍ່ແກ້ວ ຫັ້ນວ່າຊັ້ນ ລະກະມິດເລີຍ ແມ່ກະຖ້າຟັງລໍຖ້າມາ ບໍ່ຮູ້ອັນຊິເຮັດແຫຼະ ຢູ່ບ້ານນອກຄອກນາ ບໍ່ຮູ້ບ່ອນຊ່າງຊິວ່າ ຊິໄປທາງໃດ ບໍ່ຮູ້ວ່າ ຊິສືບຊິທາວຫາລູກຈັ່ງໃດຫັ້ນແຫຼະ ໄດ້ແຕ່ນັ່ງອຸກໃຈ ໄຫ້ຄິດຮອດລູກຫັ້ນລະບໍ້.”

ກ່ຽວກັບເລື່ອງນີ້ ທາງຄອບຄົວ ຍັງບໍ່ໄດ້ແຈ້ງຄວາມ ຕໍ່ເຈົ້າໜ້າທີ່ພາກສ່ວນໃດເທື່ອ:

“ບໍ່ ບໍ່ໄດ້ແຈ້ງອັນໃດ ມີແຕ່ວ່າ ລົມຍາດຕິພີ່ນ້ອງປຶກສາກັນ ລະກະແຊັດຫາໝູ່ ຫາພວກລາວເອົາ ລະກະໝູ່ລາວ ຜູ້ວ່າເປັນໝູ່ ຢູ່ສາມຫຼ່ຽມ ຫັ້ນກະວ່າ ຊິແມ່ນຂະເຈົ້າຕິດຕໍ່ ຢູ່ມຽນມາຫັ້ນໄດ້ຕິເບາະ ລະແຊັດມາບອກວ່າ ແມ່ເອີ່ຍ ນາງແອມຫັ້ນ ບໍ່ໄດ້ຖືກຂາຍເດີ້ ແຕ່ວ່າຖືກຕໍາຫຼວດກັກ ຢູ່ນໍາຕໍາຫຼວດດຽວນີ້ນ່າ ວ່່າຊັ້ນ ກະຮູ້ແຕ່ວ່າ ຢູ່ນໍາຕໍາຫຼວດ ຂ້ອຍກະບໍ່ຮູ້ຊິສືບທາວຈັ່ງໃດນີ້ນ່າ ບໍ່ຮູ້ທາງອອກເລີຍນ່າ ຍ້ອນວ່າຄຶດນໍາລູກນໍາເຕົ້າຫຼາຍນີ້ແຫຼະ ຄິດອັນໃດກະບໍ່ອອກນີ້ແຫຼະ ສັ່ນໆເຊັນໆຢູ່ນີ້ລະບໍ້.”

ຜູ້ເປັນແມ່ ເລົ່າຕໍ່ອີກວ່າ ໄດ້ຕິດຕໍ່ຫາໝູ່ຄູ່ ທີ່ໃກ້ຊິດ ແລະ ເອື້ອຍຮັກ ຂອງ ນາງແອມມະລີ ເພື່ອວ່າ ບາງທີ ພວກເຂົາເຈົ້າ ອາດໄດ້ຮູ້ຂ່າວຈາກ ນາງແອມມະລີ ເທື່ອຫຼ້າສຸດ ເມື່ອໃດ:

“ອັນນີ້ ຂ້ອຍກະຖາມຈັ່ງຊັ້ນແຫຼະ ຄັນວ່າ ແອມຫັ້ນ ຢູ່ນໍາຕໍາຫຼວດແທ້ບໍ່ ຫຼືວ່າ ຕິດຄຸກແທ້ບໍຫັ້ນນ່າ ຄັນລູກມີໝູ່ ຢູ່ຝັ່ງນັ້ນນ່າ ໃຫ້ເຂົາເຈົ້າຖ່າຍຮູບ ວ່າຢູ່ໃນຄຸກແທ້ບໍ່ ວ່າຢູ່ນໍາຕໍາຫຼວດແທ້ບໍ່ ເປັນພາບເປັນຮູບຫັ້ນ ສົ່ງມາໃຫ້ລູກ ແລະລູກສົ່ງມາໃຫ້ແມ່ເບິ່ງຫັ້ນໄດ້ບໍ່ ເອີ່ ລາວກະເວົ້າ ອັນນີ້ຫັ້ນ ຂະເຈົ້າບໍ່ໃຫ້ຈັບໂທລະສັບ ຫຼີ້ນອິ່ຫຍັງທັງນັ້ນ ອັນນີ້ກະຕ່າງວ່າ ຄັນວ່າ ຢູ່ນໍາຕໍາຫຼວດ ເປັນຫຍັງວ່າ ລະລູກສາວຂ້ອຍຫັ້ນ ບໍ່ຂໍ ຕິດຕໍ່ນໍາຕໍາຫຼວດຫັ້ນມາຫາພໍ່ແມ່ ວ່າຂ້ອຍຂໍໂທລະສັບໄປຫາ ຄອບຄົວແດ່ເດີ້ ເປັນຫຍັງວ່າ ບໍ່ໃຫ້ໂທຫັ້ນນ່າ ຄັນວ່າຢູ່ນໍາຕໍາຫຼວດຫັ້ນນ່າ ຂະເຈົ້າກະຊິອິຕົນແດ່ຕິເບາະ ຄັນວ່າ ຢາກຕິດຕໍ່ຄອບຄົວຫັ້ນນ່າ ອັນນີ້ກະໃຫ້ຕິດຕໍ່ແຕ່ເທື່ອດຽວນັ້ນແຫຼະ ໄດ້ຍິນລົມໂທລະສັບ ມາແຕ່ເທື່ອດຽວນັ້ນແຫຼະ ວ່າເຮົາຖືກຕໍາຫຼວດກັກໂຕວ່າຊັ້ນ ລະບໍ່ໃຫ້ຕິດຕໍ່ມາເລີຍບາດນັ້ນນ່າ.”

ສ່ວນຜູ້ເປັນພໍ່ ກໍ່ກັງວົນໃຈຫຼາຍ ຢ້ານລູກສາວ ຕົກເປັນເຫຍື່ອ ຂະບວນການຄ້າມະນຸດ ຄືດັ່ງທີ່ເຄີຍເຫັນຂ່າວ ໃນໄລຍະທີ່ຜ່ານມາ, ດັ່ງທ່ານ ກ່າວວ່າ:

“ກະຄິດຢູ່ຫັ້ນແຫຼ້ວ ເພາະໄປໄກ ກະໄດ້ຍິນ ກະເບິ່ງ (ຂ່າວ) ທາງໂທລະສັບ ກະໄດ້ເຫັນຢູ່ຕະຫຼອດ ແບບວ່າ ຢ້ານລູກເປັນ ຢ້ານລູກຖືກຫຼອກຖືກຫຍັງໄປຂາຍ ຖືກຕົວະໄປຂາຍຫັ້ນແຫຼະ ກະຍັງວ່າ ຢາກຕິດຕໍ່ຫາລູກໄດ້ ຢາກໃຫ້ລູກຄືນມາຫັ້ນລະ ທຸກຍາກ ກະມາຫາກິນຢູ່ບ້ານເຮົາຫັ້ນນ່າ.”

ນອກຈາກນີ້ ຜູ້ເປັນພໍ່ ຍັງຂໍຝາກໃຫ້ເອເຊັຽເສຣີ ຊ່ອຍກະຈາຍຂ່າວ ເພື່ອວ່າລູກສາວ ຫຼືໝູ່ເພື່ອນຂອງລາວ ອາດຈະໄດ້ຮັບຟັງ ແລະຕິດຕໍ່ມາຫາຄອບຄົວ:

“ມີແຕ່ວ່າ ຢາກຂໍຄວາມຊ່ອຍເຫຼືອ ນໍາຊ່ອຍແດ່ຫັ້ນແຫຼ້ວ ເພາະວ່າ ຄອບຄົວກະບໍ່ມີເດ້ ບໍ່ຮູ້ວ່າ ຊິໄປນໍາໃສ ໄປໃສກະບໍ່ໄດ້ເດ້ ເພາະວ່າຄອບຄົວກະທຸກຍາກ ຝາກຊ່ອຍເຫຼືອນໍາໃຫ້ແດ່ ເພາະວ່າບໍ່ຈັກໝ້ອງຊິໄປນໍາເດ້ ເປັນຫ່ວງລູກຫັ້ນລະບໍ້ ເພາະວ່າເຄີຍລົມກັນຢູ່ ຫາກວ່າໂທຫາບໍ່ໄດ້ ເປັນເດືອນລະເດ້.”

ກ່ຽວກັບເລື່ອງດັ່ງກ່າວນີ້ ເອເຊັຽເສຣີ ໄດ້ພະຍາຍາມ ຕິດຕໍ່ຫາເບີໂທ ຂອງເອື້ອຍຮັກ ຂອງນາງແອມມະລີ ຫຼາຍຄັ້ງ ແຕ່ບໍ່ສາມາດຕິດຕໍ່ໄດ້ ນອກຈາກນີ້ ເອເຊັຽເສຣີ ຍັງໄດ້ລົມນໍາຄົນ ທີ່ເຄີຍເຫັນ ນາງແອມມະລີ ວ່າງບໍ່ດົນຜ່ານມາ ນີ້ນໍາດ້ວຍ ເຊິ່ງລາວ ເວົ້າໃຫ້ຟັງວ່າ:

“ນ້ອງເຄີຍເຫັນ ນາງແອມມະລີ ຢູ່ທ່າຂີ້ເຫຼັກ (ທາງມຽນມາ)​ ຕອນປະມານສີ່ເດືອນຫຼັງ ແຕ່ມີຫມູ່ຂອງນ້ອງ ຍັງເຫັນລາວ ວ່າງ 2 ເດືອນຫຼັງນີ້ ໝູ່ຂອງລາວ ກະວຽກນໍາລາວ ແລະມີ ເອື້ອຍຮັກລາວແດ່ ເຮັດວຽກນໍາກັນ.”

ທີ່ຜ່ານມາ ກໍເຄີຍມີກໍລະນີ ຊາວບ້ານພາຍໃນບ້ານ ອອກໄປເຮັດວຽກ ຢູ່ຕ່າງເມືອງ ຕ່າງແຂວງ ແລ້ວທາງຄອບຄົວ ບໍ່ສາມາດຕິດຕໍ່ໄດ້ ທາງຜູ້ປົກຄອງ ກໍ່ໄດ້ມາແຈ້ງເລື່ອງ ອໍານາດການປົກຄອງບ້ານຢູ່, ດັ່ງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ໃນເມືອງທຸລະຄົມ ແຂວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ເມສາ ນີ້ວ່າ:

“ມີລະບໍ່ ຂະເຈົ້າມາແຈ້ງລະບໍ່ ສ່ວນຫຼາຍ ມັນຈະເປັນເດັກຜູ້ຍິງເນາະ ຂະເຈົ້າໄປລະ ແບບວ່າ ໄປລະ ມັນອອກຈາກບ້ານໄປ ກະເອົາໜັງສືໄປຢູ່ເນາະ ໄປລະໜັງສືເຮ່ຍເບາະ ຫຼືວ່າ ນາຍໜ້າ ເປັນຜູ້ກັກຕຸນເບາະ ອັນນັ້ນກະບໍ່ເຂົ້າໃຈເນາະ ມື້ໄດ້ທໍາອິດນີ້ກະບໍ່ຢູ່ ເອກກະສອກກະສານແມ່ນຫຍັງ ແຕ່ວ່າ ຕິດຕໍ່ບໍ່ໄດ້ ລະພໍ່ແມ່ຂະເຈົ້າກະເຂົ້າມາແຈ້ງເນາະ.”

ອີກກໍລະນີໜຶ່ງ ກໍເປັນເດັກນ້ອຍແມ່ຍິງ ອາຍຸ ປະມານ 17 ປີ ເປັນຊາວເມືອງງອຍ ແຂວງຫຼວງພະບາງ ເຊິ່ງໄປເຮັດວຽກຕອບແຊັດ ຢູ່ກາສິໂນ ຄິງໂຣມັນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໄດ້ຫຼາຍປີ ຈົນກະທັ້ງ ມາຮອດເດືອນ ພຶດສະພາ ປີ 2023 ທາງຄອບຄົວ ກໍ່ບໍ່ສາມາດຕິດຕໍ່ໄດ້ເລີຍ ມາເຖິງມື້ນີ້ ກໍ່ເປັນເວລາເກືອບ 1 ປີ ແລ້ວ, ດັ່ງຜູ້ປົກຄອງ ຂອງເດັກນ້ອຍແມ່ຍິງ ຜູ້ທີ່ບໍ່ສາມາດຕິດຕໍ່ຫາໄດ້ນີ້ ໄດ້ເລົ່າເຫດການ ທີ່ເກີດຂຶ້ນກັບລູກສາວ ໃຫ້ເອເຊັຽເສຣີ ຟັງວ່າ:

“ທໍາອິດກະໄປເຮັດຢູ່ວຽງ ພຸ້ນແຫຼະ ໄປເຮັດຢູ່ວຽງໄດ້ 2-3 ປີ ລະວ່າບໍ່ກຸ້ມກິນຊັ້ນຫວາ ລະແມ່ນເມືອນໍາໝູ່ເນາະ ເມືອນໍາໝູ່ ເມືອເຮັດວຽກ ຢູ່ຕົ້ນເຜິ້ງພຸ້ນແຫຼະ ຢູ່ກາສິໂນພຸ້ນແຫຼະ ໄດ້ 7 ປີ 8 ປີໂອ້ ພາສາຈີນ ລາວກະໄດ້ຫັ້ນນ່າ ຫຼັງຈາກນັ້ນລະກໍຕິດຕໍ່ຫາກັນ ທາງວອດແອັບ ທາງເຟສ ກໍ່ໄດ້ໝົດ ມາຊ່ວງປີກາຍ ຫາປີນີ້ ລະວ່າພໍ່ ແນວໃດ ລູກກະຊິກັບໄປຢູ່ນໍາພໍ່ແລ້ວ ລະແມ່ນມາ ວ່າແມ່ນໄດ້ເງິນເດືອນແລ້ວ ລະແມ່ນອອກມາເນາະ ອອກມາລະແມ່ນ ມາຮອດຕົ້ນເຜິ້ງ ມາຮອດຕົ້ນເຜິ້ງ ລະແມ່ນໂທມາ ວ່າ ພໍ່ເວົ້າລົດປາກມອງ ຖ້າລູກແນ່ເດີ້ ເວົ້າລົດແຕ່ຢູ່ບໍ່ແກ້ວພຸ້ນນ່າ ເວົ້າລົດຫັ້ນນ່າ ມີລົດຢູ່ຫຼວງພະບາງ ຂຶ້ນໄປຮັບຜູ້ຮັບຄົນ ກະຈົນໄດ້ສົ່ງເບີໂຕນັ້ນ ປາຍລົດໂຕນັ້ນໃຫ້ ເມືອບາດນີ້ ໂຊເຟີ້ລົດລະໂທຫາ (ໂທຫາພໍ່) ໂອ້ ຍັງບໍ່ໄດ້ມາງ່າຍ ອັນລູກເຈົ້ານ່າ ເພິ່ນຍັງເວົ້ານໍາເບັ້ຍ ນໍາເງິນບໍ່ທັນຕົກແຕກ ລະບາດນີ້ ຄົນຈີນມາສົ່ງ ມາສົ່ງຮອດຕົ້ນເຜິ້ງ ສຸດທ້າຍມາ ມາຮອດຕົ້ນເຜິ້ງ ລະຈີນເອົາກັບ ຕາມລູກໂທມາວ່າ ແມ່ນຂະເຈົ້າບໍ່ໃຫ້ໄປ ຂະເຈົ້າໃຫ້ກັບຄືນວ່າຊັ້ນ ຫຼັງຈາກກັບຄືນມາ ລະກະແມ່ນແລ້ວ ຕິດຕໍ່ຫາທາງໃດກະບໍ່ໄດ້ ຕິດຕໍ່ຫາທາງໃດກະບໍ່ໄດ້ ແລ້ວໄດ້ລາຍງານຕໍາຫຼວດ ກະສົ່ງຮູບສົ່ງຮອຍໃຫ້ ກະສົ່ງເມືອຫາໝູ່ຫາຄູ່ ຢູ່ບໍ່ແກ້ວພຸ້ນແຫຼະ ກະຕິດຕໍ່ບໍ່ໄດ້ດຽວນີ້ເລີຍ ມັນເປັນແນວນັ້ນເນ່.”

ຜູ້ປົກຄອງ ຜູ້ນີ້ ເວົ້າອີກວ່າ ພາຍຫຼັງທີ່ ຕິດຕໍ່ຫາລູກສາວບໍ່ໄດ້ ເປັນເວລາ 1 ເດືອນ ຈາກນັ້ນ ທ່ານ ກໍ່ໄດ້ແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຫຼວດ ໃນເມືອງທີ່ທ່ານຢູ່ ເພື່ອໃຫ້ຊ່ອຍຕາມຫາລູກສາວ ແຕ່ມາຮອດປັດຈຸບັນ ກໍ່ຍັງບໍ່ໄດ້ຮັບຮູ້ຂ່າວຄາວເທື່ອ ວ່າລູກສາວນັ້ນ ຢູ່ໃສ ແລະເປັນຕາຍ ຮ້າຍດີແນວໃດ ກໍ່ບໍ່ມີໃຜຮູ້ເລີຍ:

“ແຈ້ງທາງໃດກະວ່າ ແມ່ນວ່າ ໂອ້ບໍ່ຢູ່ລະຕິຂະບວນນີ້ ຢ້ານເພິ່ນເອົາໄປພະມ້າເໝິດແລ້ວ ວ່າ ມີຂະບວນໜຶ່ງໄປມຽນມາ ຫັ້ນວ່າ ມາແມ່ນຮອດທໍ່ໃດ ຮອດບໍ່ 200 ຄົນ ວ່າແມ່ນຂະເຈົ້າ ເອົາໄປມຽນມາ ຄົນເຮົາຈັກຊິໄປຫຼືບໍ່ ບໍ່ໄດ້ຫຼືບໍ່ ອັນອ້າຍກະບໍ່ຮູ້ເນາະ ຈັກວ່າໄປນໍາຂະບວນໃຫຍ່ບໍ່ ບໍ່ໄດ້ນໍາຂະບວນໃຫຍ່ບໍ່ຫຸ ກະບໍ່ຮູ້ເລີຍດຽວນີ້ນ່າ ມິດອິບຊິ້ບເລີຍນ່າ ດຽວນີ້ນ່າ ແຈ້ງໃຫ້ເຈົ້າໜ້າທີ່ ເຈົ້າໜ້າທີ່ກະຕອບແຕ່ວ່າ ຢ້ານແມ່ນເພິ່ນຫອບໄປ ອັນມຽນມາຫຸ ຫຼືວ່າ ຍັງຄ້າງຢູ່ຫັ້ນບຸ ຫຼືວ່າ ເພິ່ນກັກບໍ່ໃຫ້ຫຼີ້ນໂທລະສັບບຸ ອັນນີ້ ເຮົາກະບໍ່ຮູ້.”

ທີ່ຜ່ານມາ, ມີເດັກນ້ອຍໄວໜຸ່ມ ຍິງສາວລາວ ຈຳນວນຫຼາຍ ຕົກເປັນເຫຍື່ອຂະບວນການ ຄ້າມະນຸດ. ຈໍານວນນຶ່ງ, ກໍຖືກສົ່ງໄປ ຂາຍບໍລິການທາງເພດ ແລະ ເຮັດວຽກເປັນສະແກມເມີ້ ຢູ່ຕາມກາສິໂນ ຂອງຈີນ ເປັນຕົ້ນ ຢູ່ຮ້ານບັນເທີງ ຄາລາໂອະເກະ KTV ຂອງຈີນ ທີ່ເມືອງລາ ລັດສານ ປະເທດ ມຽນມາ ແລະ ກາສິໂນ ໂກຊາຍ ຂອງຈີນ  ທີ່ເມືອງເມັຽວະດີ ປະເທດມຽນມາ.

ປັດຈຸບັນ ມີເດັກນ້ອຍລາວ 14 ຄົນ ໃນນີ້ ເປັນເພດຊາຍ 13 ຄົນ ແລະເພດຍິງ 1 ຄົນ ທີ່ຖືກກຸ່ມແກ້ງຄ້າມະນຸດ ທີ່ເປັນຄົນລາວ ຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນ ຄີງໂຣມັນ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕັ້ງແຕ່ເດືອນສິງຫາ ປີ 2022, ແຕ່ສຸດທ້າຍແລ້ວ ພັດຖືກຂາຍຕໍ່ ໃຫ້ໄປເຮັດວຽກຢູ່ໂຮງກາສິໂນ ໂກຊາຍ ຂອງຈີນ ໃນເມືອງເມຍວະດີ ປະເທດມຽນມາ ແລະກໍຍັງລໍຖ້າການຊ່ອຍເຫຼືອ ຈາກທາງການທີ່ກ່ຽວຂ້ອງ ຢູ່ທຸກມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.