ເຣື້ອງທີ່ເກັບບັນທຶກໄວ້
2022-01-14
ມາລາຄາສິນຄ້າ ຫຼາຍລາຍການ ປັບຂຶ້ນສູງຢ່າງຕໍ່ເນື່ອງ ທັງໄຂ່ໄກ່, ໄກ່ພັນ, ຊີ້ນງົວ, ຊີ້ນໝູ, ແກັສຫຸງຕົ້ມ, ນໍ້າມັນເຊື້ອໄຟ ເຮັດໃຫ້ປະຊາຊົນ, ຣັຖກອນ ແລະ ພໍ່ຄ້າ, ແມ່ຄ້າ ຣາຍຫຍ່ອຍ, ຣາຍໃຫຍ່ ໄດ້ຮັບຜົລກະທົບ ຕາມໆ ກັນ.
2022-01-14
ໃນໄລຍະ 6 ປີທີ່ຜ່ານມາ, ລາວມີຜູ້ບາດເຈັບ ແລະເສັຍຊີວິດ ຍ້ອນອຸບັດຕິເຫດ ຕາມທ້ອງຖນົນ ສເລັ່ຍ 1,000 ຄົນຕໍ່ປີ ແລະ ສ່ວນຫລາຍເປັນຍ້ອນ ບໍ່ມີໃບຂັບຂີ່, ດື່ມສິ່ງມືນເມົາ, ຂັບຂີ່ຣົຖໄວ ແລະບໍ່ຮູ້ກົດຈະຣາຈອນ.
2022-01-14
ກະແສການລ້ຽງງົວ ສົ່ງໄປຈີນ ຕາມໂຄ່ຕ້າ 5 ແສນໂຕ ຖືເປັນສິ່ງທີ່ເຮັດໃຫ້ຄົນລາວ ຫັນມາລ້ຽງງົວຫຼາຍຂຶ້ນພໍສົມຄວນ, ແຕ່ຍັງມີຫຼາຍປັດຈັຍ ທີ່ບໍ່ທັນເອື້ອອຳນວຍ ເປັນຕົ້ນວ່າ ແຫຼ່ງຫຍ້າ ທີ່ເປັນອາຫານງົວ ແຫຼ່ງທຶນຮອນ ທີ່ຈະມາສົ່ງເສີມຜູ້ປະກອບການລ້ຽງງົວ ກໍຍັງມີຈຳກັດ. ດັ່ງນັ້ນ, ເປົ້າໝາຍການລ້ຽງງົວ ສົ່ງໄປຈີນ 5 ແສນໂຕ ຍັງຈຳເປັນຕ້ອງໃຊ້ເວລາອີກດົນ ແລະ ຕ້ອງໄດ້ຮັບການສົ່ງເສີມ ຈາກພາກຣັຖ ຈຶ່ງຈະບັນລຸເປົ້າໝາຍໄດ້.
2022-01-14
ຄະນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ອອກຖແລງການ ກ່ຽວກັບສະພາບນໍ້າຂອງ ຫຼຸດຕໍ່າສຸດ 3 ປີຕິດຕໍ່ກັນ ແລະຕໍ່າສຸດໃນຮອບ 60 ປີ ຊຶ່ງໃນປີ 2020 ຖືວ່າມີລະດັບ ທີ່ຕໍ່າທີ່ສຸດ. ພ້ອມດຽວກັນກໍໄດ້ຮຽກຮ້ອງໃຫ້ 6 ປະເທດ ສະມາຊິກແມ່ນໍ້າຂອງ ດຳເນີນການແກ້ໄຂບັນຫາ ແມ່ນໍ້າຂອງແຫ້ງແລ້ງ ແລະມີຄວາມຜັນຜວນນັ້ນນໍາດ້ວຍ.
2022-01-14
ແລງວັນທີ 14 ມົກກະຣາ 2022, ເຈົ້າໜ້າທີ່ຕຳຣວຈ ເມືອງສັງຄົມ ແຂວງໜອງຄາຍ ຈັບຊາວລາວ 7 ຄົນ ທີ່ລັກລອບຂ້າມໄປໄທຍ ແບບຜິດກົດໝາຍ ໂດຍຂີ່ເຮືອຫາປາ ທີ່ຂ້າມມາຈາກ ເມືອງສັງທອງ ນະຄອນຫຼວງວຽງຈັນ
2022-01-13
ຮ້ານບັນເທີງ, ຮ້ານກິນດື່ມ ແລະຮ້ານຄາຣາໂອເກະ ຫຼາຍແຫ່ງ ໃນນະຄອນຫຼວງວຽງຈັນ ເຣີ່ມເປີດໃຫ້ບໍຣິການ ຂາຍເຫຼົ້າ, ຂາຍເບັຍ ເປັນປົກກະຕິແລ້ວ, ໃນຂະນະທີ່ ເຈົ້າໜ້າທີ່ ພັດບອກວ່າ ຍັງບໍ່ໄດ້ອະນຸຍາດໃຫ້ເປີດ ບໍຣິການ ເທື່ອ ແລະ ບໍ່ໄດ້ໃຊ້ ມາຕການຫຍັງ ຕໍ່ຜູ້ລະເມີດນັ້ນເລີຍ.
2022-01-13
ຜແນກໂຍທາທິການ ແລະຂົນສົ່ງ ແຂວງອຸດົມໄຊ ຣາຍງານ ໃນວັນທີ 3 ທັນວາ 2021 ຜ່ານມາວ່າ ການຊົດເຊີຍ ໃຫ້ແກ່ຜູ້ໄດ້ຮັບ ຜົລກະທົບ ຈາກໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ສໍາເຣັດແລ້ວ ປະມານ 72%, ປັດຈຸບັນ ຍັງມີຊາວບ້ານ ອີກ 581 ຄອບຄົວ ທີ່ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ.
2022-01-12
ເຈົ້າໜ້າທີ່ ຕຳຣວດໄທຍ ໄດ້ສົນທິກຳລັງ ສະກັດຈັບ ຣົຖຕູ້ ຂົນແຮງງານ ເພື່ອລັກລອບເຂົ້າ ໄປເຮັດວຽກໃນປະເທດໄທຍ, ໃນຂນະທີ່ ທາງການລາວ ແລະ ໄທຍໄດ້ປະກາດວ່າ ໃນໄລຍະນີ້ຄົນງານ ມີຈຸດປະສົງຈະໄປເຮັດວຽກ ຢູ່ໄທຍຕ້ອງໄດ້ຜ່ານ ບໍຣິສັດ ຈັດຫາງານ.
2022-01-12
ກະຊວງແຮງງານ ແລະ ສວັດດີການສັງຄົມລາວ ແລະເຈົ້າໜ້າທີ່ໄທຍ ເຫັນດີ ໃຫ້ຄົນງານລາວ ທີ່ເຂົ້າໃນລະບົບ MOU ສາມາດ ໄປເຮັດວຽກ ຢູ່ປະເທດໄທຍ ໄດ້ແລ້ວ ພາຍຫຼັງທີ່ ບໍ່ໄດ້ຈັດສົ່ງ ຄົນງານລາວ ໄປໄທຍ ມາຕັ້ງ ເດືອນມິນາ ປີ 2019 ຍ້ອນການ ແຜ່ຣະບາດ ຂອງເຊື້ອ ໂຄວິດ-19.
2022-01-12
ນາຍົກ ຣັຖມົນຕຣີລາວ ຢ້ຽມຢາມ ວຽດນາມ ຊຶ່ງໃນນັ້ນ ມີການລົງນາມ ແລະ ມອບ-ຮັບ ເອກະສານຮ່ວມມື ຂອງບັນດາ ກະຊວງ ແລະ ພາກທຸຣະກິຈ 9 ສະບັບ ແລະວຽດນາມ ຊ່ອຍເຫຼືອວັກຊິນ ປ້ອງກັນໂຄວິດ-19 1,000,000 ໂດສ ແກ່ລາວ ແລະ ໃຫ້ທຶນກໍ່ສ້າງ ສູນຝຶກອົບຮົມ ຊາວໜຸ່ມ, ເຍົາວະຊົນ ລາວ-ວຽດນາມ ຢູ່ນະຄອນຫລວງວຽງຈັນ.
2022-01-12
ພະນັກງານ ວິຊາການ ສັງກັດຢູ່ຫ້ອງການຍຸຕິທັມ ເມືອງອາດສະພອນ ຖືກປົດ ອອກຈາກ ການເປັນຣັຖກອນ ໃນວັນທີ່ 7 ມົກກະຣາ 2022 ເນື່ອງຈາກຜູ້ກ່ຽວ ຂາດປະຈໍາການ ຕິດຕໍ່ກັນຫຼາຍມື້ ເກີນທີ່ກົດໝາຍກໍານົດ ແລະ ຍັງມີສ່ວນ ພົວພັນ ກັບຢາເສບຕິດ ນໍາດ້ວຍ.
2022-01-12
ບັນຫາ ຣົຖຂົນສົ່ງສິນຄ້າ ຄ້າງຢູ່ດ່ານສາກົລ ບໍ່ເຕັນ ຍັງບໍ່ທັນໄດ້ຮັບ ການແກ້ໄຂ, ເຖິງແມ່ນວ່າ ເບື້ອງຕົ້ນ ຄະນະກັມມະການ ບໍຣິຫານ ເຂດຮ່ວມມືເສຖກິຈ ບໍ່ຫານ ແລະ ບໍ່ເຕັນ ໄດ້ຂຍາຍເວລາ ການຜ່ານດ່ານ, ແຕ່ຈຳນວນຣົຖ ອອກໄປຈີນ ຍັງຈຳກັດຄືເກົ່າ.
2022-01-11
ພຍາດ ອະຫິວາໝູ ອາຟຣິກາ ແຜ່ຣະບາດ ຢູ່ບາງເມືອງ ແລະ ບາງແຂວງ ພາຍໃນ ປະເທດລາວ ເປັນຮອບທີ່ 3 ໂດຍຢູ່ໃນ ລະຫວ່າງ ການຮິບໂຮມ ຂໍ້ມູນ ແລະຍັງ ບໍ່ສາມາດຣະບຸໄດ້ ຢ່າງຄັກແນ່ ວ່າຢູ່ບ້ານໃດ ເມືອງໃດ ແຂວງໃດ ແລະ ມີໝູຖືກຜົລ ກະທົບຈັກໂຕ.
2022-01-11
ນາຍົກຣັຖມົນຕຣີ ໄດ້ອອກດໍາຣັຖ ເມື່ອທ້າຍປີຜ່ານມາ ວ່າດ້ວຍການສ້າງຕັ້ງ ອຸທິຍານ ແຫ່ງຊາດພູເຂົາຄວາຍ ເພື່ອປົກປັກຮັກສາ ປ່າໄມ້ ແລະຊີວະນາໆ ພັນ ຊຶ່ງມີຄວາມສໍາຄັນ ຕໍ່ການທ່ອງທ່ຽວ ຕາມທິດສີຂຽວ.
2022-01-11
ແມ່ຍິງລາວ 3 ຄົນ ທີ່ຖືກ ບໍຣິສັດ ແຫ່ງນຶ່ງຕົວະ ໄປເຮັດວຽກ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດ ເສຖກິຈ ພິເສດສາມຫລ່ຽມຄໍາ ຢູ່ແຂວງບໍ່ແກ້ວ ຍັງລໍຖ້າ ການຊ່ອຍເຫລືອ ໃຫ້ໄດ້ກັບບ້ານ.