ລ້ຽງງົວ ສົ່ງໄປຈີນ 5 ແສນໂຕ ຍັງບໍ່ງ່າຍ

ພູວົງສ໌
2022.01.14
ລ້ຽງງົວ ສົ່ງໄປຈີນ 5 ແສນໂຕ ຍັງບໍ່ງ່າຍ ໂຕຢ່າງງົວໃຫຍ່ ສາຍພັນບຣາມັນ ທີ່ໄດ້ນ້ຳໜັກມາຕຖານ ທີ່ຕລາດຈີນຕ້ອງການ ແລະ ສາມາດສົ່ງໄປຈີນໄດ້, ເດືອນທັນວາ 2021.
ຮູບພາບ: ຟາຣ໌ມງົວໃຫຍ່ ໂພນເລົາ

ນັບຕັ້ງແຕ່ທ້າຍປີ 2020 ເປັນຕົ້ນມາ, ຣັຖບານຈີນ ໄດ້ປະກາດນະໂຍບາຍ ຫຼຸດຜ່ອນການນຳຊີ້ນງົວ ແລະ ຜລິຕພັນງົວ ຈາກປະເທດສະຫະຣັຖອາເມຣິກາ ແລະ ປະເທດອັອສເຕຣເລັຽ ພາຍຫຼັງທີ່ມີບັນຫາ ດ້ານການຄ້າລະຫວ່າງກັນ. ຂະນະດຽວກັນ, ກະຊວງກະເສດ ແລະ ກິຈການຊົນນະບົດ ຂອງຈີນ ກໍໄດ້ມີນະໂຍບາຍ ສົ່ງເສີມໃຫ້ບັນດາແຂວງ ທີ່ມີຊາຍແດນ ຕິດກັບປະເທດເພື່ອນບ້ານ ໃຫ້ຫັນເອົາທ່າແຮງ ດ້ານສະບຽງອາຫານ ແລະ ການກະເສດ ຂອງປະເທດເພື່ອນບ້ານນັ້ນ ໃນການດຳເນີນນະໂຍບາຍ ການຄ້ຳປະກັນສະບຽງອາຫານ ແລະ ຮ່ວມມືກັນ ໃນດ້ານການຄ້ານຳດ້ວຍ.

ດ້ວຍເຫດນັ້ນເອງ, ຕົກມາໃນຕົ້ນປີ 2021, ຣັຖບານລາວ ແລະ ຈີນ ຈຶ່ງໄດ້ຕົກລົງເຊັນສັນຍາກັນ ອະນຸຍາດໃຫ້ຣັຖບານລາວ ໄດ້ຮັບໂຄ່ຕ້າ ສາມາດສົ່ງງົວອອກໄປຈີນໄດ້ ປີລະ 5 ແສນໂຕ ເພື່ອສນອງຊີ້ນງົວ ໃຫ້ແກ່ຕລາດຈີນ.

ຈາກຈຸດນີ້, ຈຶ່ງເຮັດໃຫ້ເກີດກະແສ ການລ້ຽງງົວ ເພື່ອສົ່ງໄປຈີນ ແລະ ມີຊາວລາວຈຳນວນຫຼາຍ ຫັນມາລ້ຽງງົວສົ່ງໄປຈີນ ຈຳນວນເພີ່ມຂຶ້ນ ພໍສົມຄວນ. ດັ່ງຊາວບ້ານ ທີ່ລ້ຽງງົວ ຢູ່ເຂດບ້ານນາສ້ຽວ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເຊັຽເສຣີ ໃນວັນທີ 11 ມົກກະຣາ ນີ້ວ່າ:

“ເພິ່ນມີນະໂຍບາຍ ອັນນີ້ມານີ້, ມີຟາມໃຫຍ່ຫຼາຍ ແລ້ວກໍປະຊາຊົນ ກະລ້ຽງຫຼາຍຢູ່. ກະຖືວ່າສ່ວນຫຼາຍ ລ້ຽງຫຼາຍໄດ໋, ຜູ້ເພິ່ນມີທຶນຫຼາຍ ເພິ່ນກໍລ້ຽງເປັນພັນ. ບໍ່ວ່າຊາວບ້ານ ກະຄືພໍ່ຄ້າຊາວຂາຍ ນັກທຸຣະກິຈ ເພິ່ນກະຫັນມາໃສ່ກະເສດຫຼາຍ ມັນໄດ້ລາຄາດີ. ໄທເຮົາກະມີເປົ້າໝາຍລ້ຽງ ທຸກຄອບຄົວ ເຂົາເຈົ້າກະມີເປົ້າໝາຍ ບໍ່ແມ່ນປ່ອຍຕາມເປັນຕາມເກີດ ຍາມນີ້ ສ່ວນຫຼາຍເຂົາເຈົ້າກະ ລ້ຽງລັກສະນະຂຸນ, ເອົາມາລ້ຽງຂຸນ.”

ເຖິງຢ່າງໃດກໍຕາມ, ການລ້ຽງງົວສົ່ງໄປຈີນ ຕາມໂຄ່ຕ້າ 5 ແສນໂຕນັ້ນ, ຜູ້ປະກອບການຟາມງົວ ໃນເຂດບ້ານນານົກຂຸ້ມ, ເມືອງທຸຣະຄົມ ແຂວງວຽງຈັນ ກໍໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ເປົ້າໝາຍສົ່ງງົວໄປຈີນ 5 ແສນໂຕຕໍ່ປີ ເປັນເປົ້າໝາຍ ແລະ ນະໂຍບາຍທີ່ດີ, ແຕ່ຄົງບໍ່ແມ່ນເຣື່ອງງ່າຍ ສຳລັບຜູ້ລ້ຽງງົວຊາວລາວ ທີ່ຈະບັນລຸເປົ້າໝາຍນັ້ນໄດ້ ເພາະຍັງມີຫຼາຍປັດຈັຍ ທີ່ບໍ່ເອື້ອອຳນວຍ ໃຫ້ແກ່ຜູ້ທີ່ຢາກລ້ຽງງົວຈຳນວນຫຼາຍ ເປັນຕົ້ນວ່າ ແຫຼ່ງຫຍ້າ ທີ່ເປັນອາຫານສຳລັບງົວ ກໍຍັງມີຈຳກັດ ແລະ ທຶນຮອນ ທີ່ຈະໃຊ້ ເພື່ອໃຫ້ມີການລ້ຽງງົວ ໃຫ້ໄດ້ນ້ຳໜັກມາຕຖານ ກໍບໍ່ແມ່ນວ່າ ຜູ້ລ້ຽງງົວຊາວລາວທຸກຄົນ ຈະສາມາດເຂົ້າເຖິງໄດ້.

“ຄົນລາວເຮົານີ້, ຄັນມີທຶນກະຊິໄດ້ຢູ່ ຄັນມີທຶນເນາະ, ຕ່າງແຕ່ວ່າ ມັນເຣື່ອງແຮງງານ. ເອົາງ່າຍໆສາ ຜູ້ນຶ່ງເນາະ ລ້ຽງງົວໄດ້ຢູ່ ປະມານ 30 ໂຕ ຕໍ່ມື້ນຶ່ງ, ສົມມຸດວ່າ. ຊົ່ວຮອດ 5 ແສນໂຕ ມັນຊິຖືກຈັກຄົນ, ແຫຼ່ງຫຍ້າເຮົາຊິມາແຕ່ໃສ ຄັນຊິຮອດ 5 ແສນໂຕ? ຍົກໂຕຢ່າງຫັ້ນນ່າ ງົບປະມານເຮົາ, ຫັ້ນນ່າ ທຶນເຮົາຊິໃສ່ ກັບງົວ 5 ແສນໂຕຫັ້ນ. ມັນຕ້ອງເວົ້າເຣື່ອງ, ນຶ່ງແຮງງານ, ສອງມາ ເຣື່ອງແຫຼ່ງອາຫານຫັ້ນແຫຼະ, ລະງົບປະມານ ທີ່ເຮົາຊິໃຊ້ໃນຟາມເຮົາຫັ້ນອີກ. ການບໍຣິຫານເຮົາ ກະຊິເຕີບນຶ່ງຢູ່, ຊາເຮົາຄຶດວ່າ ເພາະວ່າ 5 ແສນໂຕ ມັນບໍ່ແມ່ນໜ້ອຍເນາະ.”

ຜູ້ປະກອບການຟາມງົວ ໃນເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ເປົ້າໝາຍການສົ່ງງົວອອກໄປຈີນ ຕາມໂຄ່ຕ້າ 5 ແສນໂຕນັ້ນ, ຖ້າຢາກເຮັດໃຫ້ບັນລຸເປົ້າໝາຍໄດ້ແທ້, ຈຳເປັນຕ້ອງໄດ້ຮັບ ການສົ່ງເສີມ ຢ່າງເປັນຮູບປະທັມ ຈາກພາກຣັຖ ທັງທາງດ້ານທຶນຮອນ, ສະຖານທີ່, ແຫຼ່ງຫຍ້າ ທີ່ເປັນອາຫານ ແລະ ບ່ອນຮັບຊື້ງົວທີ່ແນ່ນອນ.

“ແມ່ນ ນ້ຳໜັກຕ້ອງໄດ້ມາຕຖານ ປະມານ 290 ໂລຂຶ້ນ, ຈັ່ງຊີ້ນ່າ ເພາະວ່າເຂົາເອົາໄປເອົາເນື້ອ ຈຳໜ່າຍເນື້ອເດ. ງົວບ້ານເຮົານີ້ກະ ສ່ວນຫຼາຍຊິມີແຕ່ຢູ່ຟາມເດີ້ ນ້ຳໜັກຊິໄດ້ມາຕຖານ ທີ່ຊິສົ່ງໄປຈີນ, ຫັ້ນນ່າ ເພາະວ່າງົວປະຊາຊົນລ້ຽງທົ່ວໄປນີ້ ກະນ້ຳໜັກ ກະຄືຊິບໍ່ໄດ້. ປະຊາຊົນກະສາມາດ ເອົາງົວໄປຊັ່ງກິໂລຂາຍ ສົ່ງໄປຈີນໄດ້ຄືກັນ ຕ່າງແຕ່ວ່າ ນ້ຳໜັກຕ້ອງໄດ້ມາຕຖານ ຂອງເຂົາເຈົ້າ. ສ່ວນຫຼາຍນີ້, ງົວປະຊາຊົນທົ່ວໄປ ໜ້າຈະຍັງບໍ່ໄດ້ ຍ້ອນວ່າ ປະຊາຊົນນີ້ ໜ້າຈະບໍ່ມີຕົ້ນທຶນສູງປານນັ້ນ ທີ່ຈະໄປຂຸນງົວ ໃຫ້ມັນໄດ້ນ້ຳໜັກມາຕຖານ ຂອງເຂົາເຈົ້າ, ຫັ້ນນ່າ ມັນຕ້ອງໄດ້ໃຊ້ຕົ້ນທຶນສູງ. ໄດ້ຢູ່, ແຕ່ວ່າມັນດົນ ມັນຕ້ອງໃຊ້ເວລາ ກວ່າງົວຊິໄດ້ນ້ຳໜັກມາຕຖານ ຂອງເຂົາເຈົ້າ.

ນັກຂ່າວຖາມ: ບາດນີ້, ຄັນຊິລ້ຽງງົວ 5 ແສນໂຕ ສົ່ງໄປຈີນ ຕາມໂຄ່ຕ້ານີ້ ຄຶດວ່າມັນຍັງຕ້ອງໃຊ້ເວລາຕື່ມບໍ່ ສຳລັບປະຊາຊົນລາວເຮົາ ທີ່ຈະປັບໂຕ ລ້ຽງໃຫ້ມັນໄດ້ມາຕຖານ ເພື່ອຈະໃຫ້ໄດ້ນ້ຳໜັກ ອີ່ຫຍັງຈັ່ງຊີ້, ຫັ້ນນ່າ?

ຕອບ: ປັບປຸງ, ຣັຖບານຕ້ອງມີນະໂຍບາຍ ມາຊ່ອຍປະຊາຊົນ ເປັນຕົ້ນວ່າ ເຣື່ອງຕົ້ນທຶນ ຕ້ອງມີຕົ້ນທຶນ ເຂົ້າຊ່ອຍເຣື່ອງສະຖານທີ່ ເຣື່ອງອາຫານ, ລະກະເຣື່ອງຮັບຊື້.”

ຜູ້ປະກອບການຟາມງົວ ໃນເຂດບ້ານດົງໂພນເລົາ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍໄດ້ແບ່ງປັນທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ເປົ້າໝາຍສົ່ງງົວໄປຈີນ 5 ແສນໂຕນັ້ນ, ຖືວ່າຍັງເປັນເປົ້າໝາຍ ທີ່ຫ່າງໄກຫຼາຍ ທີ່ຈະສາມາດບັນລຸໄດ້ ຖ້າທຽບໃສ່ ພື້ນຖານໂຄງຮ່າງ ດ້ານການລ້ຽງງົວ ໃນປະເທດລາວ ແລະ ຍັງຕ້ອງໃຊ້ເວລາ ອີກຫຼາຍປີ ທີ່ຈະປັບປຸງ ພື້ນຖານດັ່ງກ່າວ ໃຫ້ເປັນລະບົບ ເພື່ອສາມາດ ສົ່ງເສີມຜູ້ລ້ຽງງົວ ໃນທົ່ວປະເທດ ໃນການຕອບສນອງງົວ ໃຫ້ໄດ້ຕາມເປົ້າໝາຍ ສົ່ງງົວໄປຈີນ 5 ແສນໂຕນັ້ນ.

“ເຮົາຊິຕອບສນອງ ກັບຈີນ 5 ແສນໂຕ, ໂຕນີ້ຂ້ອຍເຂົ້າໃຈວ່າ ເຂົາຊື້ 5 ແສນໂຕເນາະ. ບາດນີ້ຕົ້ນທຶນ ມັນຊິຢູ່ທໍ່ໃດ? ເຮົາຄຶດວ່າຕ້ອງໃຊ້ເວລາ, ອີງຕາມຄວາມເປັນຈິງໄດ໋ ເພາະວ່າ ນຶ່ງ ກະຄືເວົ້າຫັ້ນແຫຼະ ອາຫານການກິນ ກະຍັງບໍ່ສົມບູນ ແບບວ່າ ຄືວ່າ ຈີນເນາະ ເຂົາເຈົ້າຢາກໄດ້ຢູ່ 5 ແສນໂຕ, ນ້ຳໜັກຕ້ອງ 200 ປາຍຂຶ້ນ. ບາດນີ້, ເອົາແບບງ່າຍໆສາ ບ້ານເຮົາລ້ຽງແບບປະຖົມປະຖານ, ນຶ່ງຫຍ້າ ສອງເຟືອງ ເນັ້ນໆ ແບບຊາວໄຮ່-ຊາວນາ ເພິ່ນລ້ຽງ ສອງຢ່າງນີ້. ຄັນແບບວ່າ ງົວທີ່ມີແບບ ພວກບຣາມັນ ຫຍັງຂຶ້ນໄປ ກະກິນຂີ້ເບັຽ, ກິນຫົວອາຫານ ເອີ່ມັນຈະກະຕຸ້ນນ້ຳໜັກໄດ້. ແຕ່ວ່າ ຄັນເຈົ້າໄປຊື້ນຳພວກ ຊາວກະເສດຕະກອນ ຊາວໄຮ່-ຊາວນາ ຄົນທັມມະດາຈັ່ງຊີ້ ເພິ່ນກະຈະລ້ຽງແບບນັ້ນ, ຊີ້ນ່າ. ນ້ຳໜັກອາຈບໍ່ໄດ້ ເພາະວ່າ ຕາມທີ່ເຮົາຊື້-ຂາຍງົວເນາະ ກະເປັນແບບນີ້ຄືກັນ ເພາະວ່າອີກຢ່າງ ເຮົາຕ້ອງໄດ້ເອົາມາລ້ຽງຂຸນ ໃຫ້ມັນຕຸ້ຍ ເວົ້າງ່າຍໆສາ ເຮົາຈຶ່ງສາມາດຂາຍຕໍ່ໄດ້. ແຕ່ວ່າຄັນຊິຕອບສນອງຈີນ 5 ແສນໂຕນີ້ ຂ້ອຍວ່າເປັນໄປບໍ່ໄດ້ ຍັງຍາກ, ຍັງອີກໄກຢູ່.”

ທ່ານກ່າວຕື່ມວ່າ ຖ້າຈະໃຫ້ບັນລຸເປົ້າໝາຍ ສົ່ງງົວໄປຈີນ 5 ແສນໂຕ ຈຳເປັນຕ້ອງໄດ້ມີແຫຼ່ງຫຍ້າ ທີ່ມະຫາສານ ເພື່ອໃຫ້ເປັນແຫຼ່ງອາຫານ ໃຫ້ແກ່ຄົນລາວ ທີ່ຢາກລ້ຽງງົວ ແລະ ຕ້ອງໄດ້ມີການລົງທຶນຫຼາຍ ແລະ ເປັນໄປໄດ້ວ່າ ຄົງຈະແມ່ນຄົນຈີນ ຫຼາຍກວ່າຄົນລາວ ແລະ ໂດຍສ່ວນໃຫຍ່ ຄົນລາວທີ່ລ້ຽງງົວ ແມ່ນມັກລ້ຽງແບບຂນາດນ້ອຍ ຫຼືແບບເສຖກິຈຄອບຄົວ ຫຼາຍກວ່າ ຈະລ້ຽງສົ່ງອອກໄປຈີນ ແບບຄົບວົງຈອນ.

“ຄົນຈີນມາເຮັດກະໄດ້, ແຕ່ວ່າ ເວົ້າງ່າຍໆສາ ແບບວ່າ ລ້ຽງລະດັບນັ້ນ ອາຫານການກິນເຈົ້າ ສົມມຸດວ່າ ເຈົ້າເນັ້ນແຕ່ເກືອຫຍ້າສາ, ຫຍ້າເຈົ້າຊິປູກຈັກເຮັກຕ້າຣ? ເຈົ້າຊິມາໃຫ້ມັນໄດ້ ໃຫ້ມາສນອງກັບການກິນ ຂອງມັນ. ແມ່ນ ລົງທຶນຫຼາຍ ເພາະວ່າເຮົານີ້ ຕ້ອງພັທນາໂຕນີ້ ໃຫ້ມັນໄດ້ສາກ່ອນ ນຶ່ງຄືສນອງອາຫານ ຂອງສັດ ໃຫ້ຕາມທີ່ສັດຕ້ອງການ. ລະກະຄົນລ້ຽງ, ຄົນລ້ຽງນີ້ກະຍັງບໍ່ຫຼາຍ, ແຕ່ກະພໍມີ ຄົນທີ່ວ່າລ້ຽງງົວ. ລ້ຽງງົວປຶບ, ສ່ວນຫຼາຍຈະເປັນຊາວກະເສດຕະກອນ ຫຼາຍກວ່າ. ສ່ວນຫຼາຍເຂົາເຈົ້າ ພຽງແບບເສຖກິຈຄອບຄົວ ບໍ່ເຖິງຂັ້ນວ່າຄ້າຂາຍ.”

ປັດຈຸບັນ, ມີບໍຣິສັດຈີນ ຊື່ວ່າ: “ບໍຣິສັດ ສິບສອງປັນນາເຢຫົງ ຈຳກັດ ປະເທດຈີນ” ໄດ້ເຂົ້າມາລົງທຶນ ເປີດຟາມລ້ຽງງົວຂນາດໃຫຍ່ ແບບຄົບວົງຈອນ ທີ່ເມືອງສິງ ແຂວງຫຼວງນ້ຳທາ ເພື່ອເປັນຈຸດກັກກັນ ແລະ ກວດຫາພຍາດ ກ່ອນທີ່ຈະສົ່ງງົວອອກໄປຈີນ ຕາມໂຄ່ຕ້າ 5 ແສນໂຕ, ເຊິ່ງຜູ້ປະກອບການ ຟາມງົວຊາວລາວຫຼາຍຄົນ ເຫັນວ່າ ຄົງຈະມີແຕ່ ນັກລົງທຶນຈີນເທົ່ານັ້ນ ທີ່ມີເງິນທຶນໜາໆ ມາລົງທຶນລ້ຽງງົວ ສວມໂຄ່ຕ້າງົວ 5 ແສນໂຕ ແລະ ໄດ້ປໂຍດໄປເຕັມໆ, ແຕ່ບັນດາຜູ້ປະກອບການ ຟາມງົວຊາວລາວ ກໍຄົງຈະໄດ້ປໂຍດ ເປັນພຽງສ່ວນໃດສ່ວນນຶ່ງເທົ່ານັ້ນ.

ຢ່າງໃດກໍດີ, ໃນຮອບປີ 2021 ທີ່ຜ່ານມາ, ເນື່ອງຈາກຍັງມີການແຜ່ຣະບາດ ຂອງໂຄວິດ-19 ຢູ່ ແລະ ທັງມີການແຜ່ຣະບາດ ຂອງພຍາດຜິວໜັງອັກເສບ ໃນສັດໃຫຍ່ ງົວ-ຄວາຍ ຈຶ່ງເຮັດໃຫ້ ການສົ່ງງົວອອກໄປຈີນ ສາມາດປະຕິບັດໄດ້ ພຽງແຕ່ 8,100 ປາຍໂຕເທົ່ານັ້ນ ຈາກທີ່ໄດ້ຕັ້ງເປົ້າໝາຍໄວ້ວ່າ ຈະສົ່ງງົວອອກໄປຈີນ ໃຫ້ໄດ້ 50,000 ໂຕ, ອີງຕາມການຣາຍງານ ຂອງກະຊວງກະສິກັມ ແລະ ປ່າມໄມ້ ຂອງລາວ. ດັ່ງນັ້ນ, ເປົ້າໝາຍທີ່ຈະສົ່ງງົວໄປຈີນ ໃຫ້ໄດ້ 5 ແສນໂຕຕໍ່ປີ ຕາມໂຄ່ຕ້ານັ້ນ, ກໍຄົງເປັນເຣື່ອງ ທີ່ຕ້ອງໄດ້ໃຊ້ເວລາອີກດົນ ແລະ ຕ້ອງລົງທຶນ ຢ່າງມະຫາສານ.

ທັງໝົດນັ້ນ, ກໍແມ່ນບາງທັສນະ ກ່ຽວກັບການລ້ຽງງົວ ແລະ ການສົ່ງງົວອອກໄປຈີນ ຕາມໂຄ່ຕ້າ 5 ແສນໂຕ ທີ່ຜູ້ປະກອບການ ຟາມງົວຊາວລາວຫຼາຍຄົນ ເຫັນວ່າ ຍັງຄົງເປັນເຣື່ອງທີ່ທ້າທາຍ ແລະ ຕ້ອງໄດ້ຮັບການສົ່ງເສີມ ຈາກພາກຣັຖ ຢ່າງເປັນຮູບປະທັມ ໃນທຸກມິຕິ ຈຶ່ງຈະສາມາດ ບັນລຸເປົ້າໝາຍນັ້ນໄດ້. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.