ພະນັກງານຣັຖກອນ ຄົນນຶ່ງ ຖືກໄລ່ອອກຈາກການ
2022.01.12

ຫົວໜ້າຫ້ອງການຍຸຕິທັມ ເມືອງອາດສະພອນ ແຂວງສວັນນະເຂດ ໄດ້ປະກາດປະຕິບັດວິນັຍ ຕໍ່ທ້າວ ໄຊຊະນະ ປະທຸມມະດີ ພະນັກງານວິຊາການ ສັງກັດຢູ່ຫ້ອງການຍຸຕິທັມ ເມືອງອາດສະພອນ ອອກຈາກການເປັນຣັຖກອນ ໃນວັນທີ່ 7 ມົກກະຣາ 2022 ເນື່ອງຈາກຜູ້ກ່ຽວ ຂາດການປະຈໍາການ ຕິດຕໍ່ກັນເປັນຈໍານວນຫຼາຍມື້ ເກີນທີ່ກົດໝາຍກໍານົດ ໂດຍບໍ່ໄດ້ຮັບອະນຸຍາດ ຕັ້ງແຕ່ສົກປີ 2019 ຫາ 2021 ຄື: ໃນສົກປີ 2019 ຜູ້ກ່ຽວຂາດການ 50 ມື້, ປີ 2020 ຂາດການ 215 ມື້ ແລະປີ 2021 ຂາດການ 179 ມື້ ຮວມເປັນ 444 ມື້ ທີ່ຜູ້ກ່ຽວຂາດການ ຂະນະທີ່ຕາມກົດໝາຍຣັຖກອນ ແມ່ນຣະບຸໃຫ້ພະນັກງານຣັຖກອນທຸກຄົນ ມີມື້ພັກ ໄດ້ 15 ມື້ຕໍ່ປີ ຕໍ່ຄົນ.
ອີກທັງຜູ້ກ່ຽວ ຍັງມີສ່ວນພົວພັນກັບຢາເສບຕິດ ເປັນທັງຜູ້ຄ້າ-ຜູ້ເສບ ແລະບໍ່ປະຕິບັດວຽກງານ ຕາມທີ່ການຈັດຕັ້ງມອບໝາຍໃຫ້ ຈຶ່ງຈໍາເປັນຕ້ອງປະຕິບັດວິນັຍດັ່ງກ່າວຕໍ່ຜູ້ກ່ຽວ.
ດັ່ງເຈົ້າໜ້າທີ່ຫ້ອງການຍຸຕິທັມ ເມືອງອາດສະພອນ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 12 ມົກກະຣາ ນີ້ວ່າ:
“ປະລະ ແລະລາວເຮັດກັບຢາເສບຕິດ ເວົ້າຄວາມຈິງ ກະຈ່າງແຈ້ງເນາະ ໃນອັນນັ້ນເນາະ ບັນຫານີ້ແຫຼະ ໃນກົດໝາຍຣັຖກອນ ມັນກໍານົດເນາະ ພະນັກງານຣັຖກອນຜູ້ນຶ່ງ ສາມາດລາພັກ ປີນຶ່ງ ຕໍ່ 15 ວັນ ແລ້ວອັນນີ້ມັນເກີນ ທີ່ລາວຂາດຫັ້ນນ່າ ຕັ້ງແຕ່ປີ 2019 ນີ້ ຂາດການບໍ່ໄດ້ອະນຸຍາດເນາະ.”
ນອກຈາກທ້າວໄຊຊະນະ ທີ່ຂາດການຫຼາຍມື້ປານນັ້ນແລ້ວ ຢູ່ພາຍໃນເມືອງອາດສະພອນ ກໍຍັງມີພະນັກງານຣັຖກອນ ອີກຈໍານວນຫຼາຍ ທີ່ຂາດການຄືກັນ ແຕ່ວ່າ ພະນັກງານຣັຖກອນ ຈໍານວນນັ້ນ ຈະຂາດການຕໍ່ປີບໍ່ຫຼາຍມື້ ຄືກັບທ້າວໄຊຊະນະ ແຕ່ຈະກາຍ 15 ມື້ຂຶ້ນເມືອ ແລະສ່ວນໃຫຍ່ ການຈັດຕັ້ງຈະອະນຸຍາດໃຫ້ຂາດການກາຍ 15 ມື້ຕໍ່ປີໄດ້ ຫາກເຈັບໄຂ້ໄດ້ປ່ວຍ ຫຼືຄອບຄົວມີເຫດຈໍາເປັນແທ້ໆ ຂຶ້ນຢູ່ກັບການພິຈາຣະນາ ຂອງຫົວໜ້າໜ່ວຍງານ ຂອງແຕ່ລະຄົນ.
ຫຼ້າສຸດ ຂັ້ນເທິງກໍໄດ້ສັ່ງໃຫ້ເຂັ້ມງວດ ຢ່າງເດັດຂາດ ຕໍ່ພະນັກງານຣັຖກອນ ທີ່ຂາດການໂດຍບໍ່ໄດ້ຮັບອະນຸຍາດ ໃນຜູ້ຕໍ່ໆໄປແລ້ວ ເພື່ອບໍ່ໃຫ້ເປັນປາກົດການຫຍໍ້ທໍ້ຕໍ່ສັງຄົມ ແລະພະນັກງານຣັຖກອນຜູ້ອື່ນໆນໍາດ້ວຍ.
ດັ່ງເຈົ້າໜ້າທີ່ ຫ້ອງການຍຸຕິທັມ ເມືອງອາດສະພອນ ແຂວງສວັນນະເຂດ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ມີໆ ແຕ່ບາດນີ້ ເພິ່ນສັງເດັດຂາດແລ້ວເດ້ ຖ້າວ່າມັນມີເກີດຂຶ້ນກັບອົງກອນຫ້ອງການໃດ ຈະຕ້ອງໄດ້ປະບັດວິນັຍໃດ໋ ມັນເປັນປາກົດການຫຍໍ້ທໍ້ ອັນນຶ່ງ ກົດໜ່ວງຖ່ວງດຶງ ບາດນີ້ຜູ້ທີ່ເຮັດວຽກໜ້າທີ່ເຕັມເມັດເຕັມໜ່ວຍ ກໍໄດ້ຮັບເງິນເດືອນເທົ່ານັ້ນ ຜູ້ນັ່ງນອນຢູ່ ມີແຕ່ໄປກິນເງິນເດືອນນໍາຣັຖ ຊື່ໆຫັ້ນນ່າ.”
ທີ່ຜ່ານມາ ພະນັກງານຣັຖກອນ ພາຍໃນເມືອງອາດສະພອນ ບໍ່ເຄີຍພົບພໍ້ ກໍຣະນີການປະຕິບັດວິນັຍ ຕໍ່ພະນັກງານຣັຖກອນ ຍ້ອນຂາດການເກີນກໍານົດຈັກເທື່ອ ປີນີ້ ຖືວ່າເປັນປີທໍາອິດ ແລະໃນຄວາມຄິດເຫັນຂອງເຈົ້າໜ້າທີ່ ທີ່ສັງຢູ່ເມືອງອາດສະພອນ ກໍເຫັນວ່າ ການປະຕິບັດວິນັຍຕໍ່ຜູ້ກ່ຽວນັ້ນ ເປັນຈຸດເລີ່ມຕົ້ນຂອງການປ່ຽນແປງວັທນະທັມອົງກອນ ບາດກ້າວນ້ອຍໆ ໃນການຄັດສັນບຸກຄະລາກອນທີ່ມີຄຸນນະພາບ ເພື່ອຮັບໃຊ້ປະຊາຊົນ ຍ້ອນການຂາດວຽກເປັນຮ້ອຍມື້ຕໍ່ປີ ຖືວ່າ ເປັນບຸກຄະລາກອນທີ່ບໍ່ມີຄຸນນະພາບ ແລະບໍ່ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ.
ດັ່ງເຈົ້າໜ້າທີ່ ສັງກັດຢູ່ເມືອງອາດສະພອນ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ເພາະວ່າ ຢາກບໍ່ຢາກກະເນາະ ຄັນຊິເວົ້າແລ້ວກໍຄື ຄັນວ່າຜູ້ກ່ຽວບໍ່ມີເຫດບໍ່ມີຜົນອີ່ຫຍັງ ບໍ່ໄດ້ເຈັບບໍ່ໄດ້ໄຂ້ ໄດ້ໜາວເນາະ ແຂງແຮງປົກກະຕິດ ແຕ່ລະປີ ຕາມອ່ານຂ່າວ 200 ກວ່າມື້ (ປີ 2020) ມັນຫຼາຍຫັ້ນແຫຼະ ຖ້າຈົ້າຂາດບໍ່ເຫດຜົນ ຄັນວ່າເຈັບເປັນເອັນອຸ່ນ ໂຊບໍ່ ເພິ່ນກໍອະນຸຍາດຢູ່ ມັນກໍກິນປຽບໝູ່ຫັ້ນແຫຼະ ວຽກທີ່ເຈົ້າປະໄປ ເຈົ້າບໍ່ຄວາມຮັບຜິດຊອບເດ້ ໃນໜ້າທີ່ວຽກງານ.”
ຈໍານວນມື້ ທີ່ທ້າວ ໄຊຊະນະ ຂາດການ 400 ປາຍມື້ນັ້ນ ຖືວ່່າເປັນການຂາດການມາເຮັດວຽກທີ່ຫຼາຍໂພດ ແລະສົ່ງຜົນໃຫ້ການເຮັດວຽກໃນຕໍາແໜ່ງຂອງຜູ້ກ່ຽວ ບໍ່ມີຄຸນນະພາບ ແລະບໍ່ຄຸ້ມຄ່າ ກັບເງິນພາສີຂອງປະຊາຊົນທີ່ເສັຍໄປ ຄວນຊອກຫາບຸກຄະລາກອນຄົນລຸ້ນໃໝ່ ທີ່ມີຄວາມຮູ້ຄວາມສາມາດ ແລະພ້ອມທີ່ຈະພັທນາປະເທດ ມາເຮັດວຽກແທນລາວຈະດີກວ່າ.
ດັ່ງຊາວລາວຜູ້ນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ແນ່ນອນເນາະ ພະນັກງານຣັຖ ທີ່ເປັນຣັຖກອນ ຈະຕ້ອງຈ່າຍເງິນຈາກພາສີປະຊາຊົນ ແມ່ນຕົ່ວ ຄັນຖ້າເຮັດວຽກ ບໍ່ໄດ້ປະສິດທິພາບ ກໍເປືອງງົບປະມານຂອງຣັຖ ແລະເສັຍພາສີ ປະຊາຊົນລ້າໆ ຈັ່ງຊັ້ນເຮົາຄວນຈະຊອກຫາ ບຸກຄະລາກອນ ເປັນຄົນຣຸ້ນໃໝ່ ທີ່ມີຄວາມສາມາດ ທີ່ເປັນຄົນ GEN-Y ທີ່ແບບວ່າ ພ້ອມທີ່ຈະພັທນາປະເທດຊາດຊີ້ນ່າ.”
ທີ່ຜ່ານມາ ປະຊາຊົນລາວຈໍານວນນຶ່ງ ກໍເຫັນວ່າ ພະນັກງານຣັຖກອນ ແຕ່ລະຂແນງການ ມີໜ້າວຽກຂ້ອນຂ້າງໜ້ອຍ ບາງຄົນ ກໍເອົາເວລາເຮັດວຽກສ່ວນຮວມ ໄປເຮັດວຽກສ່ວນໂຕ ແລ້ວກໍສວຍໂອກາດຂາດການຫຼາຍມື້ ຂະນະທີ່ບາງຄົນ ກໍປະຕິວຽກງານຢ່າງຕັ້ງໃຈ ແລະປະຕິບັດຕາມກົດຣະບຽບເປັນຢ່າງດີ.
ໃນຂະນະດຽວກັນ ເມື່ອມີການປະຕິບັດວິນັຍ ຕໍ່ພະນັກງານຣັຖກອນ ທີ່ຂາດວຽກເກີດກົດໝາຍກໍານົດນີ້ ກໍເປັນການດີ ເພື່ອເຮັດໃຫ້ກົດໝາຍລາວມີຄວາມສັກສິດຂຶ້ນ ແລະສະແດງໃຫ້ສັງຄົມລາວເຫັນວ່າ ຫາກພະນັກງານຣັຖກອນຜູ້ໃດ ເຮັດຜິດກົດໝາຍ ກໍຈະບໍ່ມີສິດເປັນພະນັກງານຣັຖກອນຕໍ່ໄປ.
ດັ່ງຊາວລາວ ອີກຜູ້ນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ຫາກກົດຣະບຽບສັກສິດຂຶ້ນ ກໍໂອເຄແລ້ວ ແລະລັກສະນະ ຕັດຄົນຈັ່ງຊີ້ອອກ ໃຫ້ຮູ້ວ່າ ແບບຢູ່ຣັຖກອນ ກໍບໍ່ໄດ້ໝາຍເຖິງ ຊິມີສິດຢູ່ ແລ້ວເຂົາ ບໍ່ໄດ້ຖືກໄລ່ອອກຫັ້ນນ່າ.”
ສໍາລັບການປະຕິບັດວິນັຍ ຕໍ່ທ້າວ ໄຊຊະນະ ປະທຸມມະດີ ນີ້ ແມ່ນໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ເມືອງອາດສະພອນ ສບັບເລຂທີ່ 489/ຈມ.ອສພ ລົງວັນທີ່ 24 ພຶສຈິກາ 2021 ແລະຜ່ານຂໍ້ຕົກລົງ ຈາກກະຊວງຍຸຕິທັມນໍາດ້ວຍ.
ສ່ວນປວັດຫຍໍ້ຂອງທ້າວ ໄຊຊະນະ ແບບບໍ່ເປັນທາງການນັ້ນ ແມ່ນລາວຫາກໍເຂົ້າການ ໃນປີ 2015 ມີຄອບຄົວ ແລະໄດ້ປະຮ້າງກັນແລ້ວ ອີກທັງກ່ອນໜ້ານີ້ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ກໍໄດ້ຄົ້ນຄວ້າຮວບຮວມຂໍ້ມູນຫຼັກຖານ ເພື່ອປະຕິບັດວິນັຍຂັ້ນທີ່ 4 ຕໍ່ທ້າວ ໄຊຊະນະ ຈົນມາຮອດວັນທີ່ 8 ທັນວາ ປີ 2021 ກໍໄດ້ອອກແຈ້ງການເລຂທີ່ 97/ຫຍທ.ອສພ ໃຫ້ທ້າວໄຊຊະນະ ປະທຸມມະດີ ພະນັກງານວິຊາການ ຫ້ອງການຍຸຕິທັມ ເມືອງອາດສະພອນ ອອກຈາກການເປັນພະນັກງານຣັຖກອນ.