ຄົນລາວ 7 ຄົນ ລັກລອບເຂົ້າໄທຍ ແລ້ວຖືກຈັບ

ນັກຂ່າວ ວິທຍຸເອເຊັຽເສຣີ
2022.01.14
ຄົນລາວ 7 ຄົນ ລັກລອບເຂົ້າໄທຍ ແລ້ວຖືກຈັບ ຄົນລາວ 7 ຄົນ ມີທັງພໍ່ແມ່ ແລະ ລູກນ້ອຍ ພາກັນລັກຂ້າມ ໄປປະເທດໄທຍ ດ້ວຍການຂີ່ເຮືອ ຂ້າມແມ່ນ້ຳຂອງ ແລ້ວຖືກຈັບ. ວັນທີ 14 ມົກກະຣາ 2022 (TP)
RFA

ເມື່ອເວລາ 19:00 ໂມງ ຂອງວັນທີ 14 ມົກກະຣາ 2022, ໜ່ວຍເຮືອຮັກສາຄວາມສງົບ ຮຽບຮ້ອຍ ຕາມລຳແມ່ນ້ຳຂອງ ແລະ ກອງກຳລັງທະຫານພຣານ ຊຸດສຸຣະສັກມົນຕຣີ ເມືອງສັງຄົມ ແຂວງໜອງຄາຍ ໄດ້ຮ່ວມກັນຈັບ ຊາວລາວ 7 ຄົນ ທີ່ລັກລອບຂ້າມໄປໄທຍ ແບບຜິດກົດໝາຍ ໂດຍຂີ່ເຮືອຫາປາ ທີ່ຂ້າມມາຈາກ ເມືອງສັງທອງ ນະຄອນຫຼວງວຽງຈັນ. 

ເບື້ອງຕົ້ນ, ຊາວລາວທັງໝົດ ໄດ້ຍອມຮັບວ່າ ເປັນຊາວບ້ານ ບ້ານຄົກມັນ, ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ. ພວກເຂົາໄດ້ຂ້າມມາ ທີ່ເມືອງສັງຄົມ ແຂວງໜອງຄາຍ ເພື່ອຈະໄປຕໍ່ ທີ່ແຂວງຈັນທະບູຣີ ຂອງໄທຍ ໂດຍຈະມີຄົນໄທຍມາຮັບ, ແຕ່ພັດຖືກເຈົ້າໜ້າທີ່ໄທຍ ຈັບໂຕກ່ອນ.

ຕໍ່ກັບການຈັບຄົນລາວດັ່ງກ່າວນີ້, ເຈົ້າໜ້າທີ່ໄທຍ ໄດ້ນຳໂຕຄົນລາວທັງ 7 ຄົນ ໄປທີ່ສຖານີຕຳຣວຈ ເມືອງສັງຄົມ ແຂວງໜອງຄາຍ ເພື່ອສອບຖາມ ຫາຂໍ້ມູນເພີ່ມຕື່ມ. ຈາກນັ້ນ, ກໍຈະດຳເນີນການ ຕິດຕໍ່ທາງການລາວ ເພື່ອທຳການສົ່ງໂຕທັງໝົດ ກັບຄືນປະເທດລາວ ໃນລະຫວ່າງ ວັນທີ 15-17 ມົກກະຣາ ນີ້.

ສ່ວນຣາຍລະອຽດເພີ່ມຕື່ມ ວິທຍຸເອເຊັຽເສຣີ ຈະໄດ້ຣາຍງານ ຕາມພາຍຫຼັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.